ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ

Author:

Category:

spot_img

ເດີນທາງດ້ວຍການລ່ອງເຮືອເຂົ້າສູ່ຫຼວງພະບາງພ້ອມດື່ມດໍາບັນຍາກາດຂອງສອງຝັ່ງແມ່ນໍ້າຂອງ
ຖ້າທ່ານມີໂອກາດໄດ້ເດີນທາງໄປປະເທດລາວ ໂດຍຜ່ານເຂດພາກເໜືອຂອງປະເທດໄທ ຂໍບອກເລີຍວ່າຢ່າຮີບຮ້ອນອອກເດີນທາງເພື່ອຫວັງຈະໄປຮອດຈຸດໝາຍປາຍທາງໃຫ້ໄວທັນໃຈ ເພາະທ່ານຈະພາດໂອກາດໃນການສໍາຜັດກັບບັນຍາກາດສອງຝັ່ງແມ່ນໍ້າຂອງ ໂດຍສະເພາະກໍແມ່ນທໍາມະຊາດອັນງົດງາມ ແລະ ວິຖີຊີວິດຂອງຊຸມຊົນນັ້ນເອງ. ຂະນະທີ່ທ່ານເດີນທາງມາຮອດເຂດແດນອັນລືຊ່າເຊັ່ນສາມຫຼ່ຽມຄໍາແລ້ວ, ກໍສາມາດກຽມພ້ອມກັບການສໍາຜັດປະສົບການ ພ້ອມຖ່າຍທອດຈິດວິນຍານໃນນາມນັກສຳຫຼວດຍຸກທຳອິດ ເພື່ອຄົ້ນພົບປະເທດລາວຜ່ານເສັ້ນທາງນ້ຳອັນຍິ່ງໃຫຍ່ເຊິ່ງກໍແມ່ນ “ແມ່ນໍ້າຂອງ” ທີ່ຂຶ້ນຊື່ວ່າເປັນແມ່ນໍ້າຈືດທີ່ໃຫຍ່ທີ່ສຸດໃນໂລກ ທັງປຽບເໝືອນ “ແມ່ຂອງແມ່ນ້ຳທັງປວງ” ທັງອຸດົມໄປດ້ວຍພືດພັນ ແລະ ສັດສາວາສິ່ງທີ່ເປັນເອກະລັກສະເພາະ. ຄວາມຫຼາກຫຼາຍທາງຊີວະນາໆພັນທີ່ເກີດຂຶ້ນບໍລິເວນແຄມຝັ່ງແມ່ນໍ້າຂອງ ຖືເປັນອັນດັບສອງຮອງຈາກສາຍນໍ້າອາເມຊອນ ແລະ ອັດຕາສ່ວນໃຫຍ່ຂອງອ່າງແມ່ນໍ້າຂອງແມ່ນນອນຢູ່ໃນປະເທດລາວ. ຖ້າທ່ານປາຖະໜາຢາກໃຫ້ການເດີນທາງຂອງຕົນຊ້າລົງ ເພື່ອຈະໄດ້ເພີດເພີນກັບຄວາມງົດງາມທາງທຳມະຊາດຜ່ານເສັ້ນທາງນ້ຳທີ່ມີຊື່ສຽງແຫ່ງນີ້  ລວມທັງທ່ຽວຊົມວິຖີຊີວິດຂອງປະຊາຊົນທີ່ອາໄສຢູ່ແຄມຝັ່ງແມ່ນໍ້າຈໍານວນຫຼາຍລ້ານຄົນ, ພວກເຮົາຂໍແນະນຳໃຫ້ທ່ານຂີ່ເຮືອໂດຍສານທີ່ໃຫ້ບໍລິການທາງແມ່ນໍ້າຂອງລະຫວ່າງຫ້ວຍຊາຍ, ແຂວງບໍ່ແກ້ວ ເຊິ່ງມີຊາຍແດນຕິດຈອດກັບປະເທດໄທ ເພື່ອມຸ່ງໜ້າໄປຍັງຫຼວງພະບາງ, ເມືອງມໍລະດົກໂລກທີ່ມີຊື່ສຽງຂອງປະເທດລາວ.
ກຸ່ມນັກທ່ອງທ່ຽວຂອງພວກເຮົາໄດ້ໃຊ້ເວລາ 2 ວັນໃນການເດີນທາງ, ໃນເບື້ອງຕົ້ນພວກເຮົາໄດ້ນັດພົບກັນທີ່ຊຽງຂອງ, ປະເທດໄທ, ເດີນທາງຂ້າມຂົວມິດຕະພາບມຸ່ງໜ້າໄປສູ່ເຮືອໂດຍສານ, ແລະ ພວກເຮົາໄດ້ອອກເດີນທາງໃນເວລາ 8 ໂມງເຊົ້າ ດ້ວຍໄລຍະທາງ 328 ກິໂລແມັດ. ພວກເຮົາໄດ້ເພີດເພີນກັບການຮັບປະທານອາຫານເຊົ້າພ້ອມກັບຮັບຊົມທິວທັດ ໃນຂະນະທີ່ເດີນທາງຜ່ານທົ່ງພຽງຫ້ວຍຊາຍ. ສໍາລັບການເດີນທາງຈາກຫ້ວຍຊາຍໄປຫາຫຼວງພະບາງ ແມ່ນຈະໃຊ້ເວລາໄວກວ່າການເດີນທາງຕ້ານທວນນໍ້າຈາກຫຼວງພະບາງຫາຫ້ວຍຊາຍເລັກນ້ອຍ.

ໃນຊ່ວງເວລາທີ່ລ່ອງເຮືອ ຕາມສາຍນໍ້າຂອງແຫ່ງນີ້, ທ່ານຈະມີໂອກາດໄດ້ພົບເຫັນກິດຈະກໍາທີ່ຫຼາກຫຼາຍໃນຕອນເຊົ້າ ເປັນຕົ້ນແມ່ນ ປະຊາຊົນອອກຫາປາດ້ວຍການຢາມມອງ, ການສ້ອນໄຄຂອງກຸ່ມແມ່ຍິງ, ແລະເດັກນ້ອຍທີ່ກໍາລັງຫຼິ້ນຢູ່ແຄມແມ່ນໍ້າຢ່າງເບີກບານມ່ວນຊື່ນ. ແມ່ນໍ້າແຫ່ງນີ້ເບິ່ງຄືວ່າບໍ່ເຄີຍມີໂອກາດໄດ້ນອນນິ້ງຢ່າງງຽບສະຫງົບຍົກເວັ້ນສະເພາະຕອນກາງຄືນ ເນື່ອງຈາກມີເຮືອນ້ອຍ-ໃຫຍ່ຫຼາຍປະເພດອອກເດີນທາງໄປມາບໍ່ຂາດສາຍ ໂດຍສະເພາະກໍແມ່ນບັນດາພໍ່ຄ້າແມ່ຄ້າທີ່ບັນທຸກສິນຄ້າຂອງຕົນເພື່ອນໍາອອກໄປຂາຍຕາມໝູ່ບ້ານຕ່າງໆທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າ, ລວມທັງຜູ້ຄົນທີ່ຂົນຍ້າຍເຄື່ອງຂອງຕາມຈຸດປະສົງຂອງໃຜລາວ ພ້ອມຍັງມີເຮືອບັນທຸກສິນຄ້າຂະໜາດໃຫຍ່ຈໍານວນໜຶ່ງນໍາອີກ. ແມ່ນໍ້າຂອງເປັນແມ່ນໍ້າທີ່ບໍ່ມີຄື້ນກະທົບແຮງ ທັງມີຄວາມກວ້າງພໍສົມຄວນ ເວົ້າສະເພາະກໍແມ່ນເຂດຫ້ວຍຊາຍ, ແຕ່ພໍເດີນທາງຜ່ານໄປປະມານໜຶ່ງຊົ່ວໂມງ ທ່ານກໍຈະພົບກັບພາບທິວທັດຂອງສອງຝັ່ງທີ່ໜ້າຕື່ນຕາຕື່ນໃຈຫຼາຍຂຶ້ນ ໂດຍສະເພາະໃນຊ່ວງທີ່ເຮືອບັນທຸກໂດຍສານລໍາດັ່ງກ່າວເຄື່ອນຕົວເຂົ້າຮ່ອມພູທາງພາກເໜືອຂອງປະເທດລາວເພື່ອມຸ່ງໜ້າໄປຍັງຫຼວງພະບາງ. ການເດີນທາງສ່ວນໃຫຍ່ແມ່ນຈະໄດ້ສໍາຜັດກັບສາຍນໍ້າທີ່ໄຫຼຄ່ອຍໆບວກກັບກະແສນໍ້າທີ່ມີສຽງດັງອັນແປກປະຫຼາດຄ້າຍຄືກັບວ່າພວກມັນໄດ້ເອີ້ນຖາມຂ່າວຄາວຜູ້ຄົນທີ່ຜ່ານກາຍໄປມາ ພ້ອມຍັງມີບັນດາກ້ອນຫີນສີຂີ້ເຖົ່າຂະໜາດມະຫຶມາວາງຢັງຢາຍບໍ່ເປັນລະບຽບ ຖ້າສັງເກດອີກຢ່າງໜຶ່ງຄົງບໍ່ແມ່ນຄົນທໍາມະດາເປັນຜູ້ສ້າງ ແຕ່ອາດມີສ່ວນກ່ຽວພັນກັບເລື່ອງເລົ່າທາງວັນນະຄະດີທີ່ຍັກ “ເມລີ” ເປັນຜູ້ຫອບອູ້ມບັນດາກ້ອນຫີນດັ່ງກ່າວມາຖິ້ມໄວ້ໃນກາງນໍ້າຂອງແຫ່ງນີ້.
ໃນຂະນະທີ່ກໍາລັງເພີດເພີນກັບການເດີນທາງ, ທ່ານຈະເຫັນໄດ້ວ່າ ເຮືອໂດຍສານໄດ້ແວ່ຈອດທຽບທ່າທີ່ບ້ານຊົນເຜົ່າກຶມມຸແຫ່ງໜຶ່ງ ເພື່ອໄປຢ້ຽມຢາມ ແລະ ໄປສົ່ງເຄື່ອງຢູ່ໂຮງຮຽນໃນບ້ານແຫ່ງນີ້. ກ່ອນຈະໄປຮອດບ້ານດັ່ງກ່າວກໍບໍ່ງ່າຍປານໃດ ນັກທ່ອງທ່ຽວຈະຕ້ອງໄດ້ປີນຂຶ້ນເນີນພູທີ່ສູງຊັນເພື່ອເຂົ້າເຖິງໝູ່ບ້ານທີ່ປະກອບດ້ວຍເຮືອນໄມ້ໃຜ່ທີ່ມີສີສັນຫຼາຍຫຼັງຄາເຮືອນ. ເຮືອໂດຍສານຍັງໄດ້ຈ່າຍຄ່າຜ່ານທາງເພື່ອໄປຍັງບ້ານດັ່ງກ່າວ ເພື່ອຊ່ວຍໃຫ້ຊາວບ້ານມີລາຍຮັບທີ່ຈໍາເປັນ. ປະຊາຊົນໃນບ້ານດັ່ງກ່າວອາໄສແມ່ນໍ້າຂອງສໍາລັບການເດີນທາງໄປມາ ແຕ່ພວກເຂົາເຫຼົ່ານັ້ນກໍມີຄວາມສາມາດໃນການເອົາຕົວລອດ ເນື່ອງຈາກບໍ່ມີເສັ້ນທາງເຂົ້າ-ອອກໝູ່ບ້ານແຕ່ຢ່າງໃດ.

ອາຫານທ່ຽງແມ່ນມີໃຫ້ບໍລິການໃນຊ່ວງຕອນທ່ຽງວັນ. ອາຫານແຕ່ລະຢ່າງແມ່ນລ້ວນແຕ່ຜ່ານການປຸງແຕ່ງຢູ່ເທິງເຮືອໂດຍສານ ແລະ ຮັບປະກັບຄວາມສົດໃໝ່ ແລະ ມີລົດຊາດທີ່ແຊບຊ້ອຍ ໂດຍຜ່ານການນໍາໃຊ້ວັດຖຸດິບທີ່ຫາໄດ້ງ່າຍໃນທ້ອງຖິ່ນ. ພວກເຮົາທຸກຄົນລ້ວນແຕ່ເພີດເພີນກັບລົດຊາດຂອງອາຫານທີ່ຫຼາກຫຼາຍ ໂດຍສະເພາະກໍແມ່ນ ປໍເປ້ຍທອດກອບ ລາດໜ້າດ້ວຍແຈ່ວຖົ່ວດິນ, ຂົ້ວໝາກເຂືອຍາວ, ຍໍາສະຫຼັດຫຼວງພະບາງ, ແລະ ຫົວສິງໄຄຍັດໄສ້ໝູ. ພ້ອມກັນນັ້ນ, ຍັງມີການບໍລິການນໍ້າຊາ ແລະ ກາເຟແບບບໍ່ອັ້ນ ເຊິ່ງມີໃຫ້ບໍລິການທີ່ຫ້ອງບາເທິງເຮືອ ໂດຍທ່ານສາມາດຊື້ນໍ້າອັດລົມ ແລະ ເຄື່ອງດື່ມອື່ນໆ. ນອກນັ້ນ ຍັງມີຫ້ອງນໍ້າທີ່ສ້າງຕິດກັບເຮືອເພື່ອອໍານວຍຄວາມສະດວກສໍາລັບຜູ້ໂດຍສານ. ພາຍໃນເຮືອກໍມີຂະໜາດກວ້າງຂວາງ, ສະອາດງາມຕາ ພ້ອມຕົກແຕ່ງຢ່າງທັນສະໄໝເຂົ້າກັບລົດນິຍົມໄດ້ເປັນຢ່າງດີ. ພະນັກງານນໍາທ່ຽວຂອງພວກເຮົາກໍເປັນກັນເອງ ທັງມີຄວາມຮູ້ຄວາມສາມາດ ໂດຍໃຊ້ເວລາຫຼາຍພໍສົມຄວນໃນການຄົ້ນຄວ້າຊອກຂໍ້ມູນ ແລະ ສາມາດຈັດການກັບຂໍ້ຂ້ອງໃຈຂອງຜູ້ໂດຍສານບາງກຸ່ມຄົນໄດ້ຢ່າງຊານສະຫຼາດ. ການເຄື່ອນຕົວຂອງເຮືອຢ່າງແຜ່ວເບົາພ້ອມລ່ອງລອຍຕາມໜ້ານໍ້າທ່າມກາງບັນຍາກາດອັນງຽບສະຫງົບ ໄດ້ເປັນຕົວກະຕຸ້ນໃຫ້ຜູ້ເດີນທາງຫຼາຍຄົນຊອກວິທີຜ່ອນຄາຍດ້ວຍການເອນກາຍລົງນອນ ທັງເຊືອບຫຼັບໄປຊົ່ວຂະນະ ພາຍໃຕ້ການຂັບກ່ອມດ້ວຍສຽງຈັກອັນນຸ້ມນວນ ແລະ ສູດດົມອາກາດບໍລິສຸດເຂົ້າໄປໃນປອດເຊິ່ງເປັນປະສົບການທີ່ຫາໄດ້ຍາກນອກຈາກການເດີນທາງໃນລັກສະນະນີ້ເທົ່ານັ້ນ.ຕາມເສັ້ນທາງສາຍດັ່ງກ່າວ, ພວກເຮົາຍັງໄດ້ພົບເຫັນຊາວບ້ານຈໍານວນຫຼາຍພາກັນຫ່ອນຄໍາຕາມແຄມຝັ່ງນໍ້າ ໂດຍການນໍາໃຊ້ໝໍ້ຂາງຂະໜາດໃຫຍ່ ແລະ ມີຜູ້ຄົນຈໍານວນຫຼາຍພາກັນຂີ່ເຮືອນ້ອຍເດີນທາງໄປມາລະຫວ່າງໝູ່ບ້ານຕ່າງໆ.
ເມືອງປາກແບ່ງ ໄດ້ກາຍເປັນຈຸດແວ່ພັກທີ່ສໍາຄັນຂອງການເດີນທາງ, ເຊິ່ງຕັ້ງຢູ່ກາງທາງລະຫວ່າງຫ້ວຍຊາຍຫາຫຼວງພະບາງ. ເຮືອລໍາດັ່ງກ່າວໄດ້ຈອດພັກຄ້າງຄືນຢູ່ທີ່ນີ້ ເນື່ອງຈາກບໍ່ມີການເດີນທາງດ້ວຍເຮືອໃນຕອນກາງຄືນ. ທີ່ເມືອງປາກແບ່ງມີບໍລິການທີ່ພັກຫຼາຍແຫ່ງໃນລາຄາທີ່ແຕກຕ່າງກັນ ເຊິ່ງນັກທ່ອງທ່ຽວສາມາດເລືອກໄດ້ດ້ວຍຕົນເອງ. ກຸ່ມຂອງພວກເຮົາໄດ້ເລືອກພັກທີ່ຣີສອດ Le Grand Pakbeng ເຊິ່ງເປັນຣີສອດທັນສະໄໝແຫ່ງໃໝ່. ຣີສອດແຫ່ງນີ້ຕັ້ງຢູ່ເທິງຈອມພູ ທີ່ເຕັມໄປດ້ວຍທັດສະນີຍະພາບອັນງົດງາມຂອງແມ່ນໍ້າຂອງ. ສິ່ງສໍາຄັນຢ່າລືມວ່າ ທ່ານເດີນທາງມາເຖິງສະຖານທີ່ແຫ່ງນີ້ໃນຊ່ວງຕອນບ່າຍເກືອບຈະຄໍ່າ ແລະ ອອກເດີນທາງໃນຕອນເຊົ້າຂອງມື້ຖັດໄປ, ດັ່ງນັ້ນທ່ານຈິ່ງມີໂອກາດສໍາຜັດພື້ນທີ່ແຫ່ງນີ້ໄດ້ພຽງເວລາອັນສັ້ນ, ແຕ່ຖ້າທ່ານຕ້ອງການພັກຢູ່ທີ່ນີ້ດົນກວ່າໜຶ່ງຄືນ ກໍສາມາດຈອງກ່ອນລ່ວງໜ້າໄດ້.

ມື້ຕໍ່ມາ, ທີມຂອງພວກເຮົາໄດ້ພາກັນອອກເດີນທາງຕັ້ງແຕ່ເຊົ້າໆກ່ອນທີ່ດວງຕາເວັນຍັງບໍ່ທັນພົ້ນຂຶ້ນຈາກຂອບນະພາ, ໂດຍເດີນທາງຜ່ານຮ່ອມພູທີ່ປຽບເໝືອນຄັນຮົ່ມສີຟ້າປົກຄຸມ ຍິ່ງເພີ່ມບັນຍາກາດອັນເຢັນສະບາຍຕື່ມອີກ, ແລະໃນທີ່ສຸດພວກເຮົາກໍເດີນທາງມາເຖິງບ້ານເຫຼົ້າຂາວ ແລະເຮືອຂອງພວກເຮົາກໍເຂົ້າຈອດທຽບທ່າຢູ່ທີ່ນັ້ນ ຖືເປັນການແວ່ຈອດຄັ້ງທໍາອິດສໍາລັບການເດີນທາງມື້ທີສອງຂອງພວກເຮົາ. ທີ່ບ້ານແຫ່ງນີ້ ຈະເຫັນຊາວບ້ານນໍາເອົາເຫຼົ້າຂາວທີ່ຕົນຜະລິດຈາກເຂົ້າໜຽວທີ່ປູກເອງໃນທ້ອງຖິ່ນມາວາງຂາຍ ພ້ອມສາທິດວິທີການຕົ້ມເຫຼົ້າແບບພື້ນບ້ານທີ່ເຄີຍປະຕິບັດສືບທອດກັນມາ. ນັກທ່ອງທ່ຽວຄົນໃດທີ່ບໍ່ເຄີຍດື່ມເຫຼົ້າຊະນິດນີ້ມາກ່ອນ ກໍຈະຖືໂອກາດດັ່ງກ່າວໃນການລິ້ມລອງກັບລົດຊາດທີ່ມີເອກະລັກສະເພາະ. ບໍ່ພຽງແຕ່ການຜະລິດເຫຼົ້າຂາວເທົ່ານັ້ນ, ໃນບ້ານແຫ່ງນີ້ຍັງມີການຕໍ່າຫູກ ເຊິ່ງເປັນສີໄມ້ລາຍມືຂອງແມ່ຍິງທ້ອງຖິ່ນພາຍໃນບ້ານ ເຊິ່ງນັກທ່ອງທ່ຽວສາມາດເລືອກຊື້ຜະລິດຕະພັນຜືນຜ້າໄດ້ ບໍ່ວ່າຈະເປັນຜ້າສິ້ນ, ຜ້າພັນຄໍ ຫຼື ອື່ນໆ ເພື່ອເປັນຂອງຕ້ອນຂອງຝາກ ທັງເປັນການສົ່ງເສີມການສ້າງລາຍໄດ້ແກ່ປະຊາຊົນທ້ອງຖິ່ນນໍາອີກ. ອີກບໍ່ດົນຕໍ່ມາພວກເຮົາກໍເດີນທາງມາເຖິງຖໍ້າປາກອູ ເຊິ່ງເປັນຖໍ້າທີ່ເຕັມໄປດ້ວຍພະພຸດທະຮູບຫຼາຍສິບອົງ ທີ່ມີການສະສົມມາແຕ່ຍຸກສະໄໝບູຮານປະສົມປະສານກັບພະພຸດທະຮູບທີ່ສ້າງຂຶ້ນໃໝ່ຈໍານວນໜຶ່ງ ເຊິ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະໄດ້ຮັບຄວາມນິຍົມຫຼາຍທີ່ສຸດແຫ່ງໜຶ່ງຂອງປະເທດລາວ, ທັງເປັນສະຖານທີ່ເຄົາລົບບູຊາທີ່ປະຕິບັດສືບທອດກັນມາແຕ່ດົນນານ ແລະ ເຊື່ອມໂຍງກັບເຫດການໃນສະໄໝເຈົ້າຊີວິດປົກຄອງ ພ້ອມກັບນິທານພື້ນເມືອງຂອງລາວນໍາອີກ.
ໃນທີ່ສຸດ, ພວກເຮົາກໍເດີນທາງມາເຖິງເມືອງຫຼວງພະບາງ ເຊິ່ງເວລາກໍກາຍຊ່ວງບ່າຍເກືອບຈະຄໍ່າແລ້ວ, ພວກເຮົາໄດ້ຮັບການຕ້ອນຮັບດ້ວຍຕົ້ນໝາກພ້າວອັນຂຽວອຸ່ມທຸ່ມ ທີ່ບົດບັງທັດສະນີຍະພາບຂອງຕົວເມືອງເອົາໄວ້. ກ່ອນຈະກ້າວເຂົ້າສູ່ຕົວເມືອງ, ພວກເຮົາໄດ້ແວ່ຊົມວັດຊຽງທອງ ເຊິ່ງເປັນສະຖານທີ່ສັກກາລະບູຊາອີກແຫ່ງໜຶ່ງ ທັງເປັນສະຖານທີ່ເກົ່າແກ່ທີ່ຄ້າຍກັບວ່າ ພວກເຮົາໄດ້ເດີນທາງເຂົ້າສູ່ຊ່ວງເວລາຂອງອະດີດ ໂດຍສະເພາະໃນສະໄໝການປົກຄອງຂອງເຈົ້າຊີວິດ ແລະ ພ້ອມທີ່ຈະສໍາຫຼວດຕົວເມືອງເກົ່າແກ່ອັນງົດງາມແຫ່ງນີ້ຢ່າງເຕັມທີ່ໃຫ້ສົມກັບການລໍຄອຍ.

ການເດີນທາງ
ດ້ວຍສາຍການບິນລາວເຊິ່ງມີຖ້ຽວບິນປະຈໍາທີ່ເດີນທາງສູ່ຫຼວງພະບາງຈາກນະຄອນຫຼວງວຽງຈັນ, ບາງກອກ, ຮາໂນ່ຍ ແລະ ສຽມລຽບ.

ຂໍ້ມູນເພີ່ມເຕີມ
ຜູ້ຂຽນເດີນທາງດ້ວຍເຮືອ Shompoo Cruise (shompoo-cruise.com), ແຕ່ກໍມີເຮືອໂດຍສານອື່ນທີ່ໃຫ້ບໍລິການປະຊາຊົນໃນທ້ອງຖິ່ນເຊັ່ນກັນ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Anita Preston / Evensong Film

 

Read More

Related Articles