ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ

Author:

Category:

spot_img

ຄວາມຍືນຍົງສາມາດບັນລຸໄດ້ງ່າຍກວ່າທີ່ທ່ານຄິດ
ໂຄງການ SUSTOUR Laos ທີ່ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ອົງການ ແພລນ ສາກົນ ປະຈໍາ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສູນການທ່ອງທ່ຽວແບບນິເວດ ແລະ ກະສິກໍາຂອງເອີຣົບ (ECEAT) ໄດ້ຈັດການຝຶກອົບຮົມເບື້ອງຕົ້ນກ່ຽວກັບແຜນງານຂອງທຣາເວວໄລຟ໌ Travellife ໃຫ້ກັບຫົວໜ່ວຍທຸລະກິດທ່ອງທ່ຽວ ໂດຍສາມາດດຶງດູດເອົາຜູ້ເຂົ້າຮ່ວມທີ່ເປັນບໍລິສັດທ່ອງທ່ຽວ, ບໍລິສັດຕົວແທນການທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການດ້ານສະຖານທີ່ພັກແຮມ ໄດ້ຫຼາຍກວ່າ 50 ຫົວໜ່ວຍໃນເຂດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.

ການຝຶກອົບຮົມດັ່ງກ່າວແມ່ນແນໃສ່ການຊ່ວຍໃຫ້ບັນດາຜູ້ປະກອບການດ້ານການທ່ອງທ່ຽວສາມາດດໍາເນີນທຸລະກິດໄປຕາມແນວທາງຂອງການທ່ອງທ່ຽວແບບຍືນຍົງ. ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມຈະໄດ້ຮັບຄວາມຮູ້ກ່ຽວກັບຂັ້ນຕອນການອອກໃບຢັ້ງຢືນ ທຣາເວວໄລຟ໌, ທ່າອ່ຽງຄວາມສົນໃຈໃນປັດຈຸບັນຂອງລູກຄ້າໃນດ້ານການທ່ອງທ່ຽວແບບຍືນຍົງ ພ້ອມທັງຮຽນຮູ້ວິທີການປະສົມປະສານສິ່ງເຫຼົ່ານີ້ເຂົ້າໃນທຸລະກິດຂອງຕົນ ແລະ ຜັນປ່ຽນໃຫ້ເປັນການດຳເນີນທຸລະກິດເປັນມິດກັບສິ່ງແວດລ້ອມ ເພື່ອດຶງດູດເອົານັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.
ບາດກ້າວຕໍ່ໄປຂອງໂຄງການ SUSTOUR ແມ່ນຈະເນັ້ນໃສ່ການຝຶກສອນໃຫ້ຫົວໜ່ວຍທຸລະກິດການທ່ອງທ່ຽວສາມາດປະຕິບັດຕາມມາດຕະຖານ ທຣາເວວໄລຟ໌ ເພື່ອໃຫ້ຖືກຮັບຮອງວ່າເປັນຜູ້ປະກອບການຊັ້ນນໍາດ້ານທຸລະກິດແບບຍືນຍົງໃນລາວ. ບໍລິສັດທ່ອງທ່ຽວ, ບໍລິສັດຕົວແທນການທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການດ້ານສະຖານທີ່ພັກແຮມ ທີ່ສົນໃຈຢາກເຂົ້າຮ່ວມໂຄງການ ທຣາເວວໄລຟ໌ ສາມາດຕິດຕໍ່ພົວພັນຜ່ານທາງເຟສບຸກຂອງໂຄງການໄດ້ທີ່ www.facebook.com/lastinglao.

ປັບປຸງຄວາມຍືນຍົງໃນຕ່ອງໂສ້ໜ່ວຍງານຜູ້ສະໜອງດ້ານການທ່ອງທ່ຽວ
ພ້ອມນີ້, ໂຄງການ SUSTOUR ຍັງໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງ 5 ຄັ້ງຢູ່ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ໂດຍໄດ້ສຸມໃສ່ 5 ໜ່ວຍງານຜູ້ສະໜອງຫຼັກຄື: ການຂົນສົ່ງ, ຜູ້ໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ເຄື່ອງທີ່ລະນຶກ, ການທ່ອງທ່ຽວດ້ານວັດທະນະທຳ ແລະ ການຈັດການສິ່ງເສດເຫຼືອ ເຊິ່ງກອງ​ປະຊຸມດັ່ງກ່າວ​ໄດ້ມີຈໍານວນ​ຜູ້​ເຂົ້າ​ຮ່ວມຫຼາຍກວ່າ 80 ຄົນ. ຈຸດປະສົງແມ່ນເພື່ອພັດທະນາແຜນງານການຢັ້ງຢືນໃນທ້ອງຖິ່ນທີ່ເອີ້ນວ່າ – “ໃບຢັ້ງຢືນລາວຍືນຍາວ” – ເພື່ອມາຊ່ວຍປັບປຸງຄວາມຍືນຍົງຂອງໜ່ວຍງານຜູ້ສະໜອງດ້ານການທ່ອງທ່ຽວ ໂດຍອີງໃສ່ແຜນງານການຢັ້ງຢືນມາດຕະຖານຄວາມຍືນຍົງຂອງ ທຣາເວວໄລຟ໌ Travelife. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້​ຕາງໜ້າຈາກ​ພາກ​ລັດ ​ແລະ ​ເອກະ​ຊົນ​ໄດ້ມີການ​ແລກປ່ຽນ​ຄວາມ​ຄິດເຫັນ​ໃນດ້ານຕ່າງໆ ທີ່ຄວນຄຳນຶງ ແລະ ຄວນຖືກບັນຈຸເພີ່ມເຂົ້າໃນເງື່ອນໄຂຂອງການປະເມີນໃນການອອກໃບຢັ້ງຢືນການປະຕິບັດຄວາມຍືນຍົງດັ່ງກ່າວ​ນີ້.
ຈາກນັ້ນໂຄງການ SUSTOUR ກໍ່ຈະລວບລວມເອົາຄໍາຄິດຄໍາເຫັນຕິຊົມທັງໝົດທີ່ໄດ້ຮັບຈາກພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມ ມາສະຫຼຸບເປັນມາດຕະຖານເງື່ອນໄຂ ແລະ ຂັ້ນຕອນຂອງການອອກໃບຢັ້ງຢືນລາວຍືນຍາວ. ໜ່ວຍງານຜູ້ສະໜອງດ້ານການທ່ອງທ່ຽວ ທີ່ສົນໃຈເຂົ້າຮ່ວມສາມາດຕິດຕໍ່ຫາທາງໂຄງການໄດ້ທີ່ www.facebook.com/lastinglao.

ສໍາລັບຂໍ້ມູນເພີ່ມເຕີມ, ຕິດຕໍ່: ຫ້ອງການໂຄງການ SUSTOUR Laos (ສໍານັກງານ ສຄອຊ) ຖະໜົນ ໄກສອນ ພົມວິຫານ, ບ້ານໂພນພະເນົາ, ແຂວງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ ຕູ້ໄປສະນີ: 4596

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ໂຄງການ SUSTOUR Laos

travelife.info

facebook.com/lastinglao

Read More

Related Articles