ຄວາມສໍາພັນທີ່ກໍາລັງເຕີບໃຫຍ່

Author:

Category:

spot_img

ບາງຄັ້ງສິ່ງທີ່ດີທີ່ສຸດຈະພົບເຫັນໄດ້ໃນສະຖານທີ່ທີ່ທ່ານຄາດບໍ່ເຖິງທີ່ສຸດ.

ຫຼັງຈາກການຄົ້ນພົບທະວີບອາເມລິກາ, ຜະລິດຕະພັນຕ່າງໆໄດ້ຖືກເຄື່ອນຍ້າຍໄປມາລະຫວ່າງໂລກເກົ່າ (ທະວີບເອີຣົບ, ອາຊີ, ອາຟຣິກາ) ແລະ ໂລກໃໝ່ (ຊີກໂລກຕາເວັນຕົກໄດ້ແກ່ ທະວີບອາເມລິກາເໜືອ ແລະ ໃຕ້). ໜຶ່ງໃນຜະລິດຕະພັນສິນຄ້າທີ່ໄດ້ຮັບການສືບທອດມາຢ່າງຍືນຍາວທີ່ສຸດແມ່ນ ຢາສູບ. ຢາສູບໄດ້ເດີນທາງມາຍັງເຂດອາຊີຕາເວັນອອກສ່ຽງໃຕ້ດ້ວຍເຮືອສິນຄ້າ, ໄດ້ຖືກປູກ ແລະ ກາຍມາເປັນພືດເສດຖະກິດທີ່ເປັນທີ່ນິຍົມໃນບັນດາເຂດທີ່ມີສະພາບດິນ ແລະ ປະລິມານນໍ້າຝົນທີ່ສົມບູນເໝາະສົມ ເຊິ່ງເປັນປັດໄຈສະພາບແວດລ້ອມທີ່ພົບເຫັນໄດ້ໃນລຸ່ມແມ່ນໍ້າຂອງ ເຂດພາກກາງຂອງປະເທດລາວ.

ຜູ້ທີ່ຢູ່ແນວໜ້າຂອງການສືບທອດດັ່ງກ່າວນີ້ແມ່ນຮອງຜູ້ອຳນວຍການ ບໍລິສັດ ຢາສູບລາວ ຈຳກັດ, ທ່ານ ຄຳພູມີ ແກ້ວແພງສີ. ທ່ານ ຄຳພູມີ ຈົບການສຶກສາດ້າເສດຖະສາດມາຈາກປະເທດຣັດເຊຍໃນປີ 1980 ໂດຍໄດ້ລິເລີ່ມເຮັດວຽກກັບ ບໍລິສັດ ຢາສູບລາວ ໃນຕໍາແໜ່ງວິຊາການໃບຢາ ຈົນປະຈຸບັນເຮັດໜ້າທີ່ເປັນຮອງຜູ້ອຳນວຍການຝ່າຍບໍລິຫານດ້ານບຸກຄະລາກອນ ແລະ ການຄວບຄຸມການປູກໃບຢາ ໄດ້ເລົ່າໃຫ້ພວກເຮົາຟັງກ່ຽວກັບປະຫວັດຄວາມເປັນມາຂອງອຸດສາຫະກຳດັ່ງກ່າວ.

ຕະຫຼອດໄລຍະປະຫວັດສາດຂອງໃບຢາສູບໃນປະເທດລາວ, ໃນເບື້ອງຕົ້ນຟາມກະສິກຳຂະໜາດນ້ອຍໄດ້ເຮັດການປູກຕົ້ນຢາສູບ ສໍາລັບຮັບໃຊ້ສ່ວນຕົວ ແລະ ໃນພິທີກຳຕ່າງໆ. ຄວັນຢາສູບຍັງໄດ້ພິສູດໃຫ້ເຫັນວ່າມີປະສິດທິພາບສູງໃນການຂັບໄລ່ແມງໄມ້ ເຊິ່ງເປັນປະໂຫຍດແກ່ຊາວກະສິກອນຢ່າງໃຫຍ່ຫຼວງໃນຂະນະທີ່ພວກເຂົາເຮັດວຽກໃນທົ່ງນາໂດຍສະເພາະແມ່ນໃນລະດູຝົນ. ການປູກຢາສູບເປັນສິນຄ້າຖືກນຳສະເໜີໃນຊຸມປີ 1950 ໂດຍຊາວຝລັ່ງ, ເຊິ່ງໄດ້ຊ່ວຍສ້າງມັນໃຫ້ກາຍເປັນຜະລິດຕະພັນສິນຄ້າສົ່ງອອກ.

ບໍ່ດົນຫຼັງຈາກນັ້ນ ບໍລິສັດຢາສູບແຫ່ງທຳອິດຂອງປະເທດກໍ່ຄື ບໍລິສັດ ຢາສູບລາວ ໄດ້ຖືກສ້າງຕັ້ງຂຶ້ນໂດຍນັກທຸລະກິດຈີນໃນປີ1958. ມາຮອດປີ 1981, ບໍລິສັດໄດ້ປ່ຽນຊື່ມາເປັນ ບໍລິສັດ ຢາສູບລາວ  Lao Tobacco Company ໂດຍໃນຊ່ວງເວລານີ້ເອງທີ່ບໍລິສັດໄດ້ລິເລີ່ມທົດລອງການປະສົມປະສານລະຫວ່າງໃບຢາສູບທີ່ຖືກປູກໃນທ້ອງຖິ່ນ ແລະ ໃບຢາສູບທີ່ຖືກນຳເຂົ້າ, ເຊິ່ງໄດ້ສ້າງຜະລິດຕະພັນທີ່ມີເປັນເຄື່ອງໝາຍການຄ້າຫຼາກຫຼາຍຊະນິດ.

ໜຶ່ງໃນບາດກ້າວທີ່ສໍາຄັນຂອງບໍລິສັດໄດ້ສຳເລັດຂຶ້ນໃນປີ 2001, ເມື່ອບໍລິສັດໄດ້ຜັນຕົວມາເປັນ ບໍລິສັດຮ່ວມທຶນລະຫວ່າງລັດຖະບານລາວ, ບໍລິສັດ ກໍຣານມາ ອິນເຕີເນຊັນເນລ (ຝຣັ່ງ) ແລະ S3T (ສິງກະໂປ). ໂດຍຈຸດສຸມຕົ້ນຕໍແມ່ນການຍົກລະດັບຊາວກະສິກອນໃນຊົນນະບົດໃຫ້ອອກຈາກຄວາມທຸກຍາກໂດຍການປູກພືດເສດຖະກິດທີ່ປະສົບຜົນສຳເລັດ.

ທ່ານ ຄຳພູມີ ບອກພວກເຮົາວ່າເມື່ອ 20 ປີກ່ອນ ມີປະມານ 300 ຄອບຄົວທີ່ປູກໃບຢາສູບສະໜອງໃຫ້ແກ່ບໍລິສັດຈຳນວນ 600 ໂຕນຕໍ່ປີ. ໃນມື້ນີ້, ຈຳນວນດັ່ງກ່າວໄດ້ເພີ່ມຂື້ນເປັນ 5 ເທົ່າ ໂດຍທີ່ໃບຢາສູບໄດ້ປະກອບສ່ວນເຂົ້າໃນການຄໍ້າຈູນຊ່ວຍເຫຼືອການດຳລົງຊີວິດໃຫ້ຫຼາຍກວ່າ1500 ຄອບຄົວ.

ທ່ານ ຄຳພູມີ ກ່າວຕໍ່ໄປອີກວ່າ: “ພວກເຮົາໄດ້ໃຫ້ການຊຸກຍູ້ ແລະ ສະຫນັບສະໜູນໃນການສ້າງສາຍພົວພັນທີ່ດີ ແລະ ແໜ້ນແຟ້ນທີ່ສຸດກັບຊາວກະສິກອນໃນບັນດາ 8 ແຂວງຂອງລາວ. ປະຈຸບັນພວກເຂົາປູກໃບຢາສູບທີ່ດີທີ່ສຸດຢູ່ບ່ອນນີ້, ສະນັ້ນພວກເຮົາບໍ່ຈໍາເປັນຕ້ອງນຳເຂົ້າໃບຢາສູບຈາກບ່ອນອື່ນອີກຕໍ່ໄປ.”

 

ແປໂດຍ ວັນນະແສງ ອິນສານ

Read More

Related Articles