ສຳຜັດອາຫານແຫ່ງທົ່ງພຽງແດນສະຫວັນ

Author:

Category:

spot_img

ສະຫວັນນະເຂດແມ່ນອີກແຂວງຫນື່ງຂອງ ສປປ ລາວ ທີ່ມີປະຊາກອນໜາແໜ້ນພໍສົມຄວນ ບວກກັບພູມສັນຖານລຽບລ່ອງແມ່ນໍ້າຂອງ ທີ່ອຸດົມສົມບູນໄປດ້ວຍສັດນໍ້າ ແລະ ເປັນບໍ່ເຂົ້າບໍ່ນໍ້າທີ່ອຸດົມສົມບຸນຂອງຄົນສະຫວັນນະເຂດ. ທ່ານນາງ ອຳພອນ ຍົດໄຊວິບູນ, ເຈົ້າຂອງຮ້ານອາຫານ ລາວວິວ ລີເວີຟອນ (Lao View Riverfront) ໄດ້ນໍາເອົາຄວາມອຸດົມສົມບູນຂອງແຂວງສະຫວັນນະເຂດລົງໃນຈານ, ຄັດສັນວັດຖຸດິບຊັ້ນດີ ສົດໃໝ່ ສົ່ງກົງຈາກຊາວສວນ ແລະ ຊາວປະມົງ ບວກກັບເຕັກນິກການປຸງແຕ່ງແບບໃໝ່ມາປະຍຸກ ປະສົມປະສານກັນຢ່າງລົງຕົວເກີດເປັນອາຫານຈານໃໝ່ທີ່ຍັງຄົງກິ່ນອາຍອາຫານພື້ນບ້ານລາວໄດ້.

ຮ້ານອາຫານ ລາວວິວ ລີເວີຟອນ ເປັນຮ້ານທີ່ຕົກແຕ່ງໃນລັກສະນະໂມເດີນ, ແຕ່ຍັງຄົງຄວາມເປັນເອກະລັກຂອງສະຫວັນນະເຂດ ເປັນການລວມສະຖາປັດຍະກໍາແບບເກົ່າ ແລະ ແບບໃໝ່ໃນທີ່ແຫ່ງດຽວ, ຕັ້ງຢູ່ແຄມແມ່ນໍ້າຂອງ ເຮັດໃຫ້ບັນຍາກາດຍາມແລງຢູ່ທີ່ແຫ່ງນີ້ ເພີ່ມສູນທະລີໃນການຮັບປະທານອາຫານເພີ່ມຕື່ມ. ໂຕະອາຫານແມ່ນຖືກຈັດສັນໄວ້ທັງດ້ານໃນ ແລະ ລຽບແຄມແມ່ນໍ້າຂອງທີ່ກວ້າງຍາວ ເມື່ອໄດ້ນັ່ງແນມເບີ່ງຕາເວັນຕົກຄ້ອຍແລງລົງ ສາດແສງກະທົບໃສ່ຫນ້ານໍ້າ ສະທ້ອນປະກາຍຍິບຍັບ ແລະ ຮັບປະທານອາຫານໄປພ້ອມໆກັບສຽງເພງເບົາໆ ຖືວ່າເປັນການຜ່ອນຄາຍຄວາມເມື່ອຍລ້າທີ່ດີທີ່ສຸດຂອງວັນ.

ອາຫານຢູ່ຮ້ານອາຫານລາວວິວເປັນອາຫານຟິວຊັນລາວ-ໄທໂດຍວັດຖຸດິບຫຼັກແມ່ນປາຈາກແມ່ນໍ້າຂອງ. ເມນູພິເສດທີ່ໄດ້ຮັບການຕອບຮັບດີທີ່ສຸດຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນັ້ນກໍຄືທອດປານາງ ເຊິ່ງມີຄວາມກອບ ແລະ ຫອມຈາກປາສົດໃໝ່ທຸກມື້. ແລະຍັງມີອາຫານທີ່ໄດ້ຮັບຄວາມນິຍົມອີກຫຼາຍລາຍການເຊັ່ນ ລາບປາແມ່ນໍ້າຂອງ, ອົ່ວກົບ ແລະ ຜັດພິກໄທດຳນົກກະຈອກເທດ.

ນອກຈາກຄວາມອຸດົມສົມບູນທາງທຳມະຊາດແລ້ວ, ສະຫວັນນະເຂດຍັງອຸດົມໄປດ້ວຍພູມປັນຍາທາງດ້ານຫັດຖະກຳ. ເພື່ອເປັນການສົ່ງເສີມໃຫ້ມໍລະດົກດ້ານຫັດຖະກຳຍັງສືບຕໍ່ໄປ, ທ່ານນາງ ອຳພອນ ຈຶ່ງໄດ້ສ້າງຜະລິດຕະພັນຈາກຫັດຖະກຳລາວຊື່ວ່າ “ຮັກລາວ (Huglaos)” ເຊິ່ງມີຮ້ານຕັ້ງຢູ່ພາຍໃນບໍລິເວນດຽວກັນກັບຮ້ານອາຫານ. ຜົນງານແຕ່ລະຢ່າງເຮັດຈາກຝ້າຍລາວ ມີທັງເສື້ອຍືດ, ກະເປົ໋າ, ກະໂປ່ງແບບຊົນເຜົ່າ, ຜ້າພັນຄໍ ແລະ ຕຸກກະຕາ. ຜະລິດຕະພັນທຸກຢ່າງເປັນງານສີມືທີ່ປານີດ ແລະ ສວຍງາມ ເໝາະທີ່ເປັນຂອງຝາກຂອງຕ້ອນຈາກສະຫວັນນະເຂດເຖິງຄົນທີ່ທ່ານຮັກ.

ທັງນີ້ຮ້ານອາຫານລາວວິວ ຣີເວີຟ້ອນ ຍັງໄດ້ຖືກຄັດເລືອກໃຫ້ເປັນຮ້ານອາຫານທີ່ດີທີ່ສຸດໃນແຂວງສະຫວັນນະເຂດ ສະນັ້ນ,ຖືວ່າທຸກໆການເດີນທາງ ຂາດບໍ່ໄດ້ເລີຍທີ່ຈະໄປແວ່ຊິມອາຫານ, ສຳພັດບັນຍາກາດຜ່ອນຄາຍ ທີ່ ລາວວິວ ຣີເວີຟ້ອນ ກ່ອນຈະກັບຄືນສູ່ທີ່ພັກຂອງທ່ານໂດຍສະຫວັດດີພາບ.

 

ຮ້ານອາຫານລາວວິວ ຣີເວີຟອນ

ຕັ້ງຢູ່ ຖະໜົນຈອມແກ້ວ, ບ້ານນາແກ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ

ເບີໂທ: 041 253 456, ເບີມືຖື: 020 5696 9999, Line: jeabamphone

 

ຂຽນໂດຍ FRANCIS SAVANHKHAM

ແປ ແລພ ຮຽບຮຽງໂດຍ ລັດສະໝີ ພອນວິໄລ

Read More

Related Articles