Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ກັບສູ່ທຳມະຊາດ

posted by Thanouphet
Feb 10, 2020 5309 1 0
Share

ໃຫ້ຊ້າງໄດ້ເດີນຕາມວິຖີຊີວິດຂອງຊ້າງ.

ໃນປ່າໄມ້ສັກແຫ່ງໜຶ່ງ ໃກ້ໆກັບເມືອງວງພະບາງ, ຂ້າພະເຈົ້າໄດ້ຂ້າມແມ່ນໍ້າສາຍນ້ອຍທີ່ໄຈາກຮ່ອມພູ ຕາມັງສັດຮ່າງໃຫຍ່ໜຶ່ງຄູ່ ທີ່ຄັ້ງໜຶ່ງເຄີຍເປັນສັດຄູ່ບ້ານຄູ່ເມືອງຂອງລາວ ຕາມຮອຍຍ່າງຂອງພວກມັນທີ່ມຸ່ງໜ້າເຂົ້າໃນປ່າເພື່ອຊອກຫາອາຫານ. ຊ້າງໂຕໃຫຍ່ຊື່ວ່າ ໝັ້ນ ເປັນຊ້າງເພດແມ່ຍ່າງຄູ່ກັບລູກຂອງມັນຊື່ວ່າກິດ. ໃນຂະນະທີ່ນໍາພວກມັນໄປ, ຂ້າພະເຈົ້າຍັງບໍ່ຢາກຈະເຊື່ອວ່າຕົນເອງຈະມີໂອກາດໄດ້ເຫັນພວກມັນໃນໄລຍະໃກ້ຊິດຂະໜາດນີ້!

ກິດ ເປັນໜຶ່ງໃນຊ້າງເກົ້າໂຕທີ່ອາໄສຢູ່ຕາມລຽບແມ່ນໍ້າຄານເຊິ່ງຢູ່ໃນການຄຸ້ມຄອງຂອງສູນອະນຸລັກຊ້າງມານດາລາວ. ສູນອະນຸລັກຊ້າງ ມານດາລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ທ່ານ Michael Vogler ແລະ ບັນດາຜູ້ຮ່ວມກໍ່ຕັ້ງຂອງເພິ່ນເມື່ອ 2.5 ປີກ່ອນຊ້າງດັ່ງກ່າວໄດ້ຮັບການຊ່ວຍເຫຼືອອອກຈາກແຄ້ມຕັດໄມ້ ແລະ ລາກແກ່ໄມ້ທ່ອນ ໃຫ້ມີຊີວິດໃໝ່ທີ່ດີຂຶ້ນໂດຍບໍ່ຕ້ອງເຮັດວຽກໜັກ ຫຼື ນໍາມາບໍລິການນັກທ່ອງທ່ຽວໃຫ້ຂີ່ຫລັງຂອງມັນເພື່ອຄວາມມ່ວນຊື່ນ. ສູນອະນຸລັກຊ້າງ ມານດາລາວ ສະໜອງການບໍລິການໃຫ້ນັກທ່ອງທ່ຽວທີ່ມີຄວາມມັກຮັກໃນການຢ້ຽມຊົມສັດປ່າແບບອະນຸລັກເຂົ້າມາສຳພາດວິຖີຊີວິດຂອງພວກມັນຢ່າງໃກ້ຊິດເຊິ່ງການເດີນທາງນັ້ນແມ່ນບໍ່ຫ່າງຈາກຕົວເມືອງຫຼວງພະບາງຫຼາຍ.

ເມື່ອເຮົາເດີນທາງມາຮອດສະຖານທີ່ຕັ້ງຂອງສູນອະນຸລັກຊ້າງ ມານດາລາວ ຢູ່ແຄມຂອງ, ພະນັກງານນຳທ່ຽວ ຊື່ວ່າ ກຶມ ໄດ້ບອກກັບພວກເຮົາວ່າພາຍຫຼັງວ່າ ລັດຖະບານລາວ ໄດ້ອອກຄຳສັ່ງໃຫ້ຍຸຕິການຕັດໄມ້ໃນປີ 2016, ບັນດາຊ້າງກໍຖືກປົດປ່ອຍ ແລະ ບໍ່ໄດ້ເຮັດວຽກຫຍັງອີກຕໍ່ໄປ. ກຶມກ່າວວ່າປະຈຸບັນນີ້ ພວກມັນໃຊ້ຊີວິດຢ່າງສະດວກສະບາຍຄ້າຍຄືກັບຢູ່ “ໂຮງແຮມລະດັບຫ້າດາວ” ເພິ່ນຍັງໄດ້ສະແດງຮູບຊ້າງດັ່ງກ່າວ ກ່ອນທີ່ທາງສູນຈະນຳເອົາພວກມັນມາດູແລໃຫ້ພວກຂ້າພະເຈົ້າເບິ່ງດ້ວຍ.

ຈຸດປະສົງຫລັກຂອງທ່ານ Michael ໃນການສ້າງສູນນີ້ຂຶ້ນມາແມ່ນເພື່ອຢາກສົ່ງຊ້າງໄປໃນປ່າສະຫງວນ ນໍ້າປຸຍ ເພື່ອຊ່ວຍຮັບປະກັນໃຫ້ຊ້າງສາຍພັນນີ້ບໍ່ສູນພັນໄປຢູ່ໃນຂອບເຂດປ່າສະຫງວນດັ່ງກ່າວມີຊ້າງປ່າປະມານ 60 ກວ່າໂຕໃນເມື່ອກ່ອນລາວເຮົາເປັນທີ່ຮູ້ຈັກໃນນາມດິນແດນລ້ານຊ້າງ, ແຕ່ມາຮອດປັດຈຸບັນ ຢູ່ສປປ ລາວ ມີຊ້າງທັງໝົດນັບທັງຊ້າງປ່າ ແລະ ຊ້າງລ້ຽງບໍ່ເກີນ 1.000 ໂຕ ຍ້ອນມີການລັກລອບຊື້-ຂາຍ, ລ່າຊ້າງ ແລະ ຖືກລະເບີດທີ່ຍັງຕົກຄ້າງແຕ່ສະໄໝສົງຄາມ ຈິ່ງເຮັດໃຫ້ປະຊາກອນຊ້າງດໜ້ອຍຖອຍລົງ.

ກືມ ກ່າວຕື່ມອີກວ່າ “ພວກເຮົາບໍ່ສາມາດເອົາຄໍາວ່າ ‘ລ້ານຊ້າງ’ ຄືນມາ, ແຕ່ພວກເຮົາຫວັງວ່າຈະເຮັດໃຫ້ປະຊາກອນຊ້າງເພີ່ມຂຶ້ນສູງສຸດໃຫ້ຢູ່ໃນລະດັບ 6000 ຫຼື 7000 ໂຕ.”

ຫຼັງຈາກຮັບຟັງການອະທິບາຍກ່ຽວກັບຄວາມປອດໄພ, ພວກເຮົາກໍ່ໄດ້ຂີ່ເຮືອພາຍຂ້າມນໍ້າ ເພື່ອໄປເບິ່ງຊ້າງເຊິ່ງລໍຖ້າຢູ່ອີກຟາກໜຶ່ງ. 

ເມື່ອເຮົາໄປຮອດອີກຟາກ, ດາວ ພະນັກງານນໍາທາງໄດ້ພາເຮົາຍ່າງຕາມັງຊ້າງ ເຊິ່ງສະບັດຫາງໄປມາຕາມການຍ່າງຂອງມັນ ເຂົ້າໄປໃນປ່າທີ່ສຳລັບຊ້າງແລ້ວ ນັ້ນຄືຊຸບເປີ້ມາເກັດຂອງພວກມັນ. ທາງສູນໄດ້ເຊົ່າປ່າຜືນນີ້ຈາກຄົນໃນທ້ອງຖິ່ນ ເຊິ່ງເປັນເນື້ອທີ່ດິນແຄມແມ່ນ້ຳທີ່ມີປ່າໄມ້ປົກຄຸມປະມານ 200 ເຮັກຕາເຕັມໄປດ້ວຍແມງກະເບື້ອຫຼາກຫຼາຍຊະນິດທີ່ບິນໄປມາຢ່າງສວຍງາມ. ການເດີນທາງຕາມຫລັງຊ້າງແມ່ນຈະເປັນໄປຢ່າງຊ້າໆ ເພາະພວກມັນຈະມັກແວ່ແຄມທາງ ເພື່ອແວ່ກິນໃບໄມ້, ສະໝຸນໄພ ແລະ ໄມ້ໄຜ່. ໃນມື້ໜຶ່ງ, ຊ້າງຈະກິນພືດໄມ້ເປັນຈໍານວນ 250 ກິໂລກຣາມດື່ມນ້ຳປະມານ 200 ລິດແລະ ຖ່າຍປະມານ 90 ກິໂລກຣາມ

ຕໍ່ມາ, ຂ້າພະເຈົ້າກໍ່ໄດ້ພົບກັບ Michael ເພື່ອສົນທະນາກ່ຽວກັບແນວຄິດໃນການມາເຮັດວຽກກ່ຽວກັບການອະນຸລັກຊ້າງ. Michael ໄດ້ກ່າວວ່າກິດ ເປັນຊ້າງນ້ອຍໂຕທຳອິດທີ່ເຕີບໃຫຍ່ຢູ່ ສປປ ລາວ ທີ່ບໍ່ໄດ້ຜ່ານຂະບວນການການເຮັດໃຫ້ເຊື່ອງໂດຍການຂັງໃນກົງກິດເບິ່ງຄືມີຄວາມສຸກກວ່າເກົ່າແນ່ນອນຍ້ອນບໍ່ໄດ້ຜ່ານຂະບວນການດັ່ງກ່າວ.

Michael ກ່າວວ່າ “ຂະບວນການພັດທະນາຂອງຊ້າງມີລັກສະນະຄ້າຍຄືກັນກັບມະນຸດ ແລະ ຖ້າຫາກປຽບກິດເປັນມະນຸດ ລາວກໍເປັນແອນ້ອຍທີ່ມີນໍ້າໜັກ 750 ກິໂລກຣາມ.”

ເປົ້າໝາຍຂອງມານດາລາວ ແມ່ນຢາກໃຫ້ ກິດ ຊ້າງນ້ອຍຂອງສູນທີ່ມີພໍ່ພັນເປັນຊ້າງປ່າ ແລະ ຊ້າງພັນອື່ນໆທີ່ຖືກຈັບ ໄດ້ຖືກປ່ອຍຄືນສູ່ປ່າທຳມະຊາດ. ສູນອະນຸລັກຊ້າງ ມານດາລາວ ເຮັດວຽກຮ່ວມກັບທ່ານ ປຣະສົບ ທີບປະເສີດ ຜູ້ກໍ່ຕັ້ງສູນອະນຸລັກຊ້າງແຫ່ງປະເທດໄທ ແລະ ຮ່ວມກັບອົງການກອງທຶນສັດປ່າໂລກປະຈຳ ສປປ ລາວ ຢ່າງໃກ້ຊິດ ໃນການພັດທະນາການທ່ອງທ່ຽວແບບອະນຸລັກແບບໃໝ່ທີ່ເພື່ອສ້າງທ່າແຮງໃນການຮັບປະກັນອະນາຄົດອັນສົດໃສຂອງຊ້າງປ່າ ຢູ່ ສປປ ລາວ. ພວກເຮົາຫວັງຢ່າງຍິ່ງວ່າໂຄງການນີ້ຈະປະສົບຜົນສຳເລັດໄດ້.

 

ຂໍ້ມູນເພີ່ມເຕີມ 

ສູນອະນຸລັກຊ້າງ ມານດາລາວຫ່າງອອກໄປຈາກຕົວເມືອງຂອງນະຄອນວງພະບາງປະມານ 15 ກິໂລແມັດ, ແຕ່ທ່ານສາມາດຈອງປີ້ທົວໄດ້ຢູ່ຫ້ອງການຂອງສູນໃນຕົວເມືອງ
ວງພະບາງໄດ້. ລາຍລະອຽດເພີ່ມເຕີມ ທ່ານສາມາດເຂົ້າເບິ່ງທີ່ເວັບໄຊ້: mandalaotours.com

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ Jordan Brown / Mandalao

ElephantFootstepsGiantsLao Elephants
Share

Previous

[:en]In Search of Redemption[:]

Next

[:en]Secrets of the Stone Temple[:la]ຄົນຄວາມລັບຂອງຜາສາດຫິນ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Feb 3, 2021

ຄວາມສວຍງາມຂອງລາວໃຕ້

ມາຮູ້ຈັກກັບທຸກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນອັນພາດບໍ່ໄດ້ຂອງດິນແດນພາກໃຕ້....

Read More
0 0
Stay, ທ່ອງທ່ຽວ
Jun 3, 2019

ຜ່ອນກາຍຄາຍໃຈທີ່ ອາ​ວາ​ນີ + ຫຼວງພະບາງ

ສະຖານທີ່ທີ່ລວມທຸກຄວາມງາມຂອງຫລວງພະບາງພຽງແຕ່ໜຶ່ງກ້າວຍ່າງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top