Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ວົງຈອນການທ່ອງທ່ຽວ

posted by Billy
Nov 14, 2022 647 0 0
Share

ເມືອງຈໍາພອນສະຖານທີ່ແຫ່ງວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດທີ່ປະສົມປະສານກັນຢ່າງລົງຕົວ
ທານຮູ້ຫຼືບໍ່ວ່າ ແຂວງສະຫວັນນະເຂດເປັນແຂວງທີ່ມີປະຊາກອນອາໄສຢູ່ຫຼາຍທີ່ສຸດຂອງປະເທດລາວ ພ້ອມກັນນັ້ນແຂວງສະຫວັນນະເຂດຍັງເປັນແຂວງທີ່ມີພື້ນທີ່ລີ້ລັບຫຼາຍແຫ່ງຊຶ່ງກໍ່ຄືວັດວາອາຣາມທີ່ເກົ່າແກ່ທາງປະຫວັດສາດ, ແລ້ວຍັງມີປາຝາຫົວກົບ, ແຂ້ນໍ້າຈືດ ຫຼືແມ່ນແຕ່ເຂດປ່າທີ່ເຕັມໄປດ້ວຍລີງ?
ໃນຂະນະທີ່ສິ່ງທີ່ໄດ້ກ່າວມາທັງໝົດນີ້ ຄ້າຍຄືກັບວ່າຫຼຸດອອກມາຈາກປື້ມນະວະນິຍາຍການຜະຈົນໄພເລີຍ, ແຕ່ທ່ານສາມາດໄປຢ້ຽມຊົມ ແລະ ສຳຫຼວດສະຖານທີ່ທີ່ມີຄວາມເປັນເອກະລັກດັ່ງກ່າວນີ້ໄດ້ແທ້ທີ່ ວົງຈອນການທ່ອງທ່ຽວເຊຈຳພອນ.
ຂໍຂອບໃຈ ສຳລັບຜົນງານຂອງ Tetraktys, ອົງການຈັດຕັ້ງຂອງປະເທດຝຣັ່ງ ທີ່ມີເປົ້າໝາຍທີ່ຈະດໍາເນີນ ການອະນຸລັກ, ພັດທະນາ ແລະ ສົ່ງເສີມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ, ດ້ວຍເຫດນີ້ ສະຖານທີ່ດັ່ງທີ່ກ່າວມານີ້ຈຶ່ງໄດ້ຮັບຄວາມນິຍົມ ແລະ ດຶງດູດບັນດານັກທ່ອງທ່ຽວໄດ້ຫຼາຍຂື້ນຢ່າງທີ່ຄວນຈະເປັນໃນປັດຈຸບັນນີ້.

ຫໍແຈກໄມ້ບູຮານແຫ່ງນີ້ແມ່ນຢູ່ທີ່ບ້ານໂນນລຳຈັນ ຊຶ່ງເປັນບ່ອນທີ່ພະສົງສາມະເນນມາໂຮມກັນສູດມົນ ແລະ ເປັນບ່ອນເຕົ້າໂຮມຂອງຊາວບ້ານໃນເຂດນັ້ນ.

ວັດບ້ານໜອງລຳຈັນແມ່ນວັດທີ່ມີຊື່ສຽງໂດ່ງດັງດ້ວຍຫໍໄຕຣທີ່ສ້າງດ້ວຍໄມ້ ແລະ ຕັ້ງຢູ່ເທິງເສົາໄມ້ຫຼາຍຕົ້ນ, ພ້ອມກັບການກໍ່ສ້າງທີ່ເປັນເອກະລັກຂອງອາຄານທີ່ເປັນບ່ອນເກັບຮັກສາໜັງສືໃບລານອັນແສນລ້ຳຄ່າໃຫ້ລອດພົ້ນຈາກການຖືກແມງໄມ້ກັດກິນ.

ດົງລີງຄືຄວາມສຸກທີ່ແທ້ຈິງສໍາລັບນັກທ່ອງທ່ຽວ. ສະຖານທີ່ທ່ອງທ່ຽວທີ່ຈະສາມາດໃຫ້ທ່ານໄດ້ເຫັນລີງທີ່ອາໄສຕາມທຳມະຊາດປັດຈຸບັນນີ້ແມ່ນເຫຼືອບໍ່ພຽງແຕ່ເທົ່າໃດແຫ່ງໃນລາວແລ້ວ. ແຕ່ລະວັງໃຫ້ດີເດີເພາະພວກມັນເປັນສັດປ່າ!

ວັດຕາແຫຼວ ໄດ້ຖືກສ້າງຂຶ້ນໃນຕົ້ນຊຸມປີ 1900 ແລະ ປະຕິບັດຕາມແຜນການສ້າງຂອງຈັກກະພັດຝຣັ່ງ. ແຕ່ໜ້າເສຍດາຍ, ທີ່ສະຖານແຫ່ງນີ້ເກືອບຈະຖືກທໍາລາຍໂດຍລະເບີດໃນຊ່ວງລະຫວ່າງສົງຄາມອິນດູຈີນ, ຊຶ່ງມີພຽງແຕ່ສິມທີ່ຍັງເຫຼືອລອດ ແລະ ຕຶກທາງນອກແມ່ນຖືກລະເບີດໝົດ, ສັງເກດໄດ້ຈາກຮູບປັ້ນເທບ ແລະ ໂຕແຮດທີ່ແປກຕາ.

ການຕົກແຕ່ງພາຍໃນຂອງສິມແມ່ນຈະມີຮູບແຕ້ມດັ້ງເດີມທີ່ີສີສັນອັນສົດໃສ. ຮູບແຕ້ມເຫຼົ່ານີ້ແມ່ນໄດ້ບອກເລົ່າເລື່ອງປະຫວັດສາດຂອງທ້ອງຖິ່ນ ແລະ ນິທານທາງພຸດທະສາສະໜາອີກດ້ວຍ.

ຕົ້ນໄມ້ບູຮານຕົ້ນນີ້ແມ່ນຢູ່ໃກ້ກັບວັດຕາແຫຼວຊຶ່ງປະຊາຊົນໃນທ້ອງຖິ່ນຖືວ່າເປັນສິ່ງສັກສິດ ແລະ ຍັງເປັນຫນຶ່ງໃນພື້ນທີ່ທີ່ໃຫຍ່ທີ່ສຸດອີກດ້ວຍ!

ເຂດນີ້ເປັນບ່ອນຢູ່ອາໄສຂອງຊົນເຜົ່າຜູ້ໄທ, ຊຶ່ງເປັນຊົນເຜົ່າທີ່ມີຊື່ສຽງທາງດ້ານດົນຕີທີ່ມີເອກະລັກ ແລະ ຜ້າຝ້າຍທີ່ຍ້ອມດ້ວຍສີຟ້າຄາມ.

ພຣະທາດກູ່ ແມ່ນວັດຮິນດູ ທີ່ຖືກທໍາລາຍໂດຍອານາຈັກຂະເໝນໃນຊ່ວງຕົ້ນ ຄສ 1000, ຊຶ່ງປັດຈຸບັນນີ້ແມ່ນໄດ້ຮັບການດັດແປງໃຫ້ກາຍເປັນສະຖານທີ່ສັກກະລະບູຊາຂອງຊາວພຸດໃນເຂດນັ້ນ.

ແມ່ນ້ຳສຸຍແມ່ນຖືກສ້າງໃຫ້ເປັນເຂື່ອນເພື່ອການກະເສດ ແລະ ຍັງໄດ້ສ້າງເປັນທະເລສາບທີ່ສວຍງາມຂະຫນາດໃຫຍ່ແຫ່ງນີ້ອີກດ້ວຍ. ປຈຸບັນມັນໄດ້ກາຍເປັນພື້ນທີ່ອຸດົມສົມບູນ ສຳລັບນົກ, ປາ ແລະ ສັດອື່ນໆຕະຫຼອດປີ. ປະຊາຊົນໃນທ້ອງຖິ່ນກໍ່ມັກພາກັນມາພັກຜ່ອນທີ່ຮ້ານອາຫານເຮືອແພໃນຊ່ວງທ້າຍອາທິດ.

ວັດພູຄໍ້ເປັນວັດທີ່ຜິດແປກຈາກວັດທົ່ວໄປ ເພາະພາຍໃນວັດຈະເຕັມໄປດ້ວຍຮູບປັ້ນທີ່ເຕືອນຜູ້ທີ່ເຂາໄປຍ້ຽມຍາມເຖິງຄວາມທຸກທໍລະມານໃນນາລົກຂອງສາສະຫນາພຸດ. ຮູບປັ້ນບາງອັນກໍ່ອາດຈະສະຫຍອງຂວັນ ແຕ່ມັນກໍ່ສະທ້ອນໃຫ້ເຫັນເຖິງຄວາມຈິງຢ່າງທ່ອງແທ້.

ການເດີນທາງ
ສາຍການບິນລາວ ມີຖ້ຽວບິນປົກກະຕິຈາກ ນະຄອນຫຼວງວຽງຈັນ ໄປຍັງ ແຂວງສະຫວັນນະເຂດ.

ຂໍ້ມູນເພີ່ມເຕີ່ມ
fb.com/XeChamphoneLoop

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ ພູນຊັບ ເທວົງສາ

SavannakhetTravel Laos
Share

Previous

[:en]Fortune Flavors The Bold[:la]ລົດຊາດແຫ່ງໂຊກລາບ[:]

Next

[:en]The Return of the Luang Prabang Film Festival[:la]​​ການກັບມາຂອງບຸນມະໂຫລານຮູບເງົາຫຼວງພະບາງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທ່ອງທ່ຽວ
Mar 9, 2018

(English) Sunny side up

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
17 0
Outdoors, Social Enterprise, Stay, Style, ທ່ອງທ່ຽວ
Jul 2, 2022

ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ມາເບິ່ງນໍາກັນວ່າມີສະຖານທີ່ໃດທີ່ທ່ານອາດຈະພາດໄປໃນຊ່ວງບໍ່ໄດ້ມາຢາມລາວ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top