ດັ່ງຄົນໃນຄອບຄົວ

Author:

Category:

spot_img

ສົ່ງມອບຄວາມຮູ້ສຶກດີໆໃນບັນຍາກາດແບບຄອບຄົວ.

“ທາງຮ້ານນໍ້າຊາ ເຮົາຢາກ ໃຫ້ລູກຄ້າໄດ້ກິນອາຫານຄືດັ່ງທີ່ຄອບຄົວເຮົາກິນທຸກມື້” ຄືອຸດົມການຂອງຄອບຄົວ ດວງດາລາ ໃນການສ້າງ The Tea House Luang Prabang ຫຼື ເຮືອນນໍ້າຊາຫຼວງພະບາງ ຂຶ້ນມາ ເພື່ອໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ໂດຍສະເພາະ ນໍ້າຊາທີ່ມີຄຸນປະໂຫຍດຕໍ່ສຸຂະພາບ ແລະ ປາສະຈາກສານເຄມີຕໍ່ລູກຄ້າທຸກທ່ານ.

ເຮືອນນໍ້າຊາຫຼວງພະບາງ ເປັນຮ້ານຄາເຟ້ທີ່ຕັ້ງຫ່າງຈາກໃຈກາງເມືອງຫຼວງພະບາງພຽງ 2 ກິໂລແມັດເທົ່ານັ້ນພາຍໃນຮ້ານຕົບແຕ່ງດ້ວຍເຟີນີເຈີໄມ້ ແລະ ອ້ອມຮອບໄປດ້ວຍສວນສີຂຽວ ເຮັດໃຫ້ຮູ້ສຶກສົດຊື່ນທຸກຄັ້ງທີ່ໄດ້ເຂົ້າມາຢ້ຽມຊົມ. ພາຍໃນໂຊນໜຶ່ງຂອງຮ້ານມີການຈັດສະແດງ ແລະ ຂາຍຜະລິດຕະພັນທີ່ເຮັດດ້ວຍສີມືແຮງງານຄົນລາວ. ສ່ວນທາງດ້ານຫຼັງຂອງຮ້ານຈະແມ່ນສວນສີຂຽວທີ່ປູກບັນດາສະໝຸນໄພ ແລະ ຕົ້ນໄມ້ ທີ່ໃຫ້ທັງຄວາມຮູ້ສຶກເຢັນສະບາຍ ແລະ ຄວາມສົດຊື່ນ. ຈາກຄອບຄົວມັກການດື່ມຊາ ແລະ ການຮັບປະທານອາຫານເພື່ອສຸຂະພາບ, ພວກເພິ່ນຈິ່ງຢາກສົ່ງຕໍ່ ແລະ ໃຫ້ບໍລິການພຽງແຕ່ສິ່ງດີໆໃຫ້ລູກຄ້າ. ທາງຮ້ານໄດ້ຮວບຮວມຊາຊັ້ນເລີດຈາກຫຼາຍໆແຂວງໄວ້ໃນຮ້ານເປັນຕົ້ນແມ່ນຊາສີ່ຮ້ອຍປີຈາກແຂວງ ຜົ້ງສາລີ, ຊາຂາວຈາກປາກຊ່ອງ ແລະ ທີ່ພາດບໍ່ໄດ້ກໍຄືຊາໃບມ້ອນ ທີ່ທາງຮ້ານເປັນຄົນເຮັດເອງ. ທາງຮ້ານໄດ້ເລີ່ມຕັ້ງແຕ່ຂັ້ນຕອນການປູກ, ການຂົ້ວ ແລະ ການຕາກໃບຊາເອງ. ຊາໃບມ້ອນຈະສົ່ງຄວາມຫອມອ່ອນໆ, ເມື່ອດື່ມເຂົ້າໄປຈະຮູ້ສຶກສະຫງົບ ແລະ ຜ່ອນຄາຍຈິດໃຈ. 

ນອກຈາກນັ້ນ, ທາງຮ້ານຍັງມີເມນູຊາເຢັນແບບຕ່າງໆໃຫ້ທ່ານໄດ້ລອງຊິມ, ເປັນຕົ້ນແມ່ນຊາສົ້ມພໍດີທີ່ໃຫ້ທັງຄວາມຫວານ ແລະ ຄວາມສົ້ມເໝາະແແກ່ການສ້າງຄວາມສົດຊື່ນຫຼັງຈາກເລາະທ່ຽວຊົມເມືອງແລ້ວ. ແລະ ອີກໜຶ່ງຊາທີ່ຖືວ່າເປັນຊາຂຶ້ນຊື່ຂອງຮ້ານກໍຄື ຊາຂົ້ວຫົວສິງໄຄໃບເຕີຍ ທີ່ໃຫ້ທັງຫອມຈາກສະໝຸນໄພພື້ນບ້ານຂອງລາວ ຍັງໃຫ້ຄວາມຮູ້ສຶກເຢັນຊື່ນໃຈ ແລະ ດັບກະຫາຍຈາກຄວາມຮ້ອນໄດ້ເປັນຢ່າງດີ.

ນອກຈາກນໍ້າຊາຫຼາກຫຼາຍຊະນິດແລ້ວ, ທາງຮ້ານກໍຍັງໃຫ້ບໍລິການອາຫານເພື່ອສຸຂະພາບ ແລະ ເຂົ້າໜົມອີກດ້ວຍ. ວັດຖຸດິບທີ່ນໍາມາປຸງແຕ່ງອາຫານສ່ວນໃຫຍ່ແມ່ນມາຈາກສວນຂອງຄອບຄົວ ດວງດາລາເອງ ທີ່ບໍ່ໄດ້ໃສ່ສານເລັ່ງການຈະເລີນເຕີບໂຕ ຫຼື ສານເຄມີໃດໆທັງສິ້ນ. ສະນັ້ນ, ອາຫານທຸກຈານຈິ່ງຮັບປະກັນໄດ້ເຖິງຄວາມສົດສະອາດ ແລະ ແຊບຊ້ອຍອີກດ້ວຍ. ໃນໄວໆນີ້, ທາງຮ້ານຈະໄດ້ມີການຈັດກິດຈະກຳໃຫ້ລູກຄ້າສາມາດໄປເກັບເອົາພືດຜັກຈາກສວນ ເຊິ່ງລູກຄ້າຈະໄດ້ຮັບປະທານອາຫານຈາກວັດຖຸດິບທີ່ຕົນເປັນຄົນເລືອກເອງ.

ເມນູເຂົ້າໜົມຫວານສ່ວນໃຫຍ່ແມ່ນຖືກຄົ້ນຄິດ ໂດຍ ຝ້າຍ ເຊິ່ງເປັນຜູ້ຈັດການເຮືອນນໍ້າຊາຫຼວງພະບາງແຫ່ງນີ້ ທັງເປັນທາຍາດທຸລະກິດລຸ້ນທີ 3 ຂອງຄອບຄົວ. ຝ້າຍມັກທົດລອງ ແລະ ຄິດຄົ້ນສູດເຂົ້າໜົມຫວານໃໝ່ໆ ໂດຍການນໍາເອົາວັດຖຸດິບຂອງລາວ ປະສົມປະສານກັບເຂົ້າໜົມຂອງຕ່າງປະເທດ. ເມນູຂາຍດີປະຈໍາຮ້ານກໍເກີດຂຶ້ນມາຈາກການຄົ້ນຄິດຂອງຝ້າຍເຊັ່ນກັນ, ລາວໄດ້ປະສົມໝາກກູ່ ໝາກຖົ່ວຫາຍາກ ເຊິ່ງເປັນໝາກຖົ່ວປ່າ ທີ່ມີລົດຊາດມັນປະສົມກັບແປ້ງຊອກໂກແລັດຫວານຫອມ ໂຮຍໜ້າໂດຍເມັດແອວມອນ ກາຍເປັນເມນູບຣາວນີ້ຫວານມັນ ເຊິ່ງຖືວ່າເປັນຂອງຂຶ້ນຊື່ອີກໜຶ່ງຢ່າງຂອງຮ້ານ.

ໃນເດືອນນີ້, ທາງຮ້ານຍັງໄດ້ເປີດສອນການເຮັດສະບູຈາກວັດຖຸດິບທຳມະຊາດ ໂດຍຮ່ວມມື ກັບ Lao Natural ເຊິ່ງເປັນກິດຈະກຳທີ່ຄອບຄົວສາມາດເຮັດຮ່ວມກັນໄດ້. ເດັກນ້ອຍຈະໄດ້ເພີດເພີນກັບກິດຈະກຳນອກບ້ານ, ໄດ້ລົງມືສ້າງສັນງານສິລະປະດ້ວຍຕົວພວກເຂົາເອງ ແລະ ໄດ້ໃຊ້ເວລາຮ່ວມກັບຄອບຄົວຫຼາຍຂື້ນ. ໃນທ້າຍປີນີ້, ທາງຮ້ານກໍຍັງຈະເປີດສອນການເຮັດເຈ້ຍສາ ທີ່ຮ່ວມມືກັບຊຸມຊົນບ້ານ ຊ່າງຄ້ອງ ທີ່ເປັນໝູ່ບ້ານ ຂື້ນຊື່ໃນການເຮັດຫັດຖະກຳຕ່າງໆ, ໂດຍທີ່ຜູ້ເຂົ້າຮ່ວມສາມາດໄປເລືອກດອກໄມ້ ແລະ ພືດຜັກຈາກສວນມາເຮັດເປັນເຈ້ຍທີ່ມີລັກສະນະພິເສດຂອງຕົນເອງ.

 

ຂໍ້ມູນເພີ່ມເຕີມ 

ເຮືອນນໍ້າຊາຫຼວງພະບາງ ຕັ້ງຢູ່ທີ່ບ້ານ ຊ່າງຄ້ອງ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.

Facebook.com/teahouse-luangprabang ຫຼື ສອບຖາມຂໍ້ມູນເພີ່ມຕື່ມກ່ຽວກັບຫ້ອງຮຽນເຮັດສະບູ ແລະ ເຈ້ຍສາໄດ້ທີ່ເບີ 030 53 58 411 / 020 7777 3224 

 

ຂຽນ ແລະ ຮູບໂດຍ ດວງຕາວັນ ອຸດົມຈິດ

Read More

Related Articles