Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Environment, Outdoors, ທ່ອງທ່ຽວ

ການ​ເຊື່ອມ​​​​​ໂຍງການທ່ອງທ່ຽວເຂົ້າກັບ​ການ​ອະນຸລັກ​

posted by Thanouphet
May 4, 2020 4718 0 0
Share

ການທ່ຽວ​ປ່າ​ອັນ​ມະຫັດສະຈັນ​ຢູ່​ລາວ.

ອຸທິຍານແຫ່ງຊາດນໍ້າແອດພູເລີຍຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງລາວເຊິ່ງກວມເອົາ 3 ແຂວງຄືແຂວງຫົວພັນແຂວງຊຽງຂວາງແລະແຂວງຫຼວງພະບາງເຊິ່ງຖືໄດ້ວ່າເປັນເຂດອະນຸລັກທີ່ໃຫຍ່ທີ່ສຸດໃນປະເທດ.

ອຸທິຍານແຫ່ງຊາດນໍ້າແອດພູເລີຍແມ່ນມີເອກະລັກສະເພາະຕົວເມື່ອເວົ້າເຖິງຄວາມອຸດົມສົມບູນທາງປ່າໄມ້ແລະ  ສັດປ່ານາໆພັນໃນນັ້ນ, ລວມມີສັດຈໍາພວກທີ່ໃກ້ຈະສູນພັນຈໍານວນໜຶ່ງໄດ້ແກ່ສັດຕະກູນແມວ, ໝາໄນ, ທະນີແກ້ມຂາວ, ຄ່າງ, ໝີ, ເຫງັນຫາງຂໍແມວນໍ້າ, ນົກກົກຄຳແລະຍັງມີຈໍາພວກເຫງັນແລະ  ລິງຫຼາກຫຼາຍສາຍພັນອີກຈໍານວນຫຼວງຫຼາຍ.

ອົງການອະນຸລັກສັດປ່າໄດ້ເລີ່ມເຮັດວຽກກັບກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດພູເລີຍໃນປີແລະໄດ້ສືບຕໍ່ຊ່ວຍເຫຼືອພັດທະນາການທ່ອງທ່ຽວແບບອະນຸລັກຕັ້ງແຕ່ປີເປັນຕົ້ນມາ. ການທ່ອງທ່ຽວໃນເຂດອຸທິຍານແຫ່ງຊາດຖືໄດ້ວ່າເປັນໂອກາດທີ່ດີໃນການສາມາດເຫັນສັດປ່າຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດຂອງພວກມັນເນື່ອງຈາກປະຈຸບັນແມ່ນຫາເບິ່ງໄດ້ຍາກແລະ ຍັງເປັນອີກທາງເລືອກໜຶ່ງໃນການສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ພ້ອມທັງເປັນການກະຕຸກຊຸກຍູ້ໃຫ້ຊຸມຊົນຮ່ວມກັນສົ່ງເສີມການອະນຸລັກສັດປ່າໄປໃນຕົວ.

ຜູ້ໃຫ້ການບໍລິການການທ່ອງທ່ຽວແບບອະນຸລັກ (ບໍ່ວ່າຈະເປັນຄົນນໍາທ່ຽວ, ນາຍເຮືອ, ຜູ້ແຕ່ງກິນແລະ ອື່ນໆ) ສ່ວນໃຫຍ່ຈະແມ່ນຄອບຄົວທີ່ເມື່ອກ່ອນອາໄສການລ່າສັດຫຼືເກັບເຄື່ອງປ່າຂອງດົງໄປຂາຍເຊິ່ງປະຈຸບັນໄດ້ກາຍເປັນຜູ້ພາເບິ່ງຊົມ ແລະ ຄຸ້ມຄອງສັດປ່າເພື່ອສົ່ງເສີມຄວາມພະຍາຍາມຂອງເຂົາເຈົ້າໃນການອະນຸລັກ, ທາງພາກສ່ວນກ່ຽວຂ້ອງກໍ່ໄດ້ສະໜອງສິ່ງກະຕຸ້ນທາງການເງິນໃຫ້ແກ່ປະຊາຊົນທ້ອງຖິ່ນເຊິ່ງເປັນເງິນທີ່ໄດ້ຮັບຈາກການເຫັນສັດປ່າຂອງນັກທ່ອງທ່ຽວລວມທັງການເຫັນສັດປ່າໂດຍກົງແລະການສັງເກດສັດປ່າໂດຍທາງອ້ອມເຊັ່ນ: ການຟັງສຽງຮ້ອງສັດ, ຮອຍຕີນສັດແລະ ມູນສັດ). ນອກນີ້, ພວກເຂົາຈະຍັງໄດ້ຮັບເງິນອຸດໜູນພິເສດເມື່ອນັກທ່ອງທ່ຽວພົບເຫັນສັດຊະນິດພັນຫາຍາກ. ຂໍ້ມູນທັງໝົດທີ່ເກັບກໍາມາໄດ້ຈາກການເຫັນ ແລະ ການສັງເກດສັດປ່າໃນຂະນະທ່ອງທ່ຽວແມ່ນຖືກບັນທຶກໃນຖານຂໍ້ມູນແລະຈະຖືກນໍາໄປຮວບຮວມເຂົ້າໃນວຽກງານຕິດຕາມປະຊາກອນສັດປ່າຂອງອຸທິຍານແຫ່ງຊາດ.

 

ການລ່ອງເຮືອຊົມສັດປ່າຕາມລຳນໍ້າ​ເນີນໃນ​ຍາມ​ຄໍ່​າຄືນ

ລ່ອງນຳ້ເນີນຊົມສັດປ່າໃຊ້ເວລາທັງໝົດ 24 ຊົ່ວໂມງ. ຈຸດເດັ່ນຂອງການທ່ອງທ່ຽວນີ້ຈະເນັ້ນໃສ່ເວລາກາງຄືນໂດຍໃຊ້ເຮືອຫາງຍາວລ່ອງລຽບຕາມແມ່ນໍ້າເນີນເຊິ່ງເປົ້າໝາຍແມ່ນການໄປເບິ່ງສັດປ່າທີ່ຫາຍາກ ແລະໃກ້ຈະສູນພັນເຊັ່ນ: ກວາງເຫງັນຫາງປ້ອງ, ເສືອໄຟເສືອດາວແລະ ງູເຫຼືອມເປັນຕົ້ນ. ສ່ວນການ ຂີ່ເຮືອຂຶ້ນໄປໃນຕອນກາງເວັນ ທ່ານຈະມີໂອກາດໄດ້ເຫັນນົກຊະນິດຕ່າງໆ ເຊັ່ນ: ນົກເຕັນຊິວ, ນົກແຕ້ວຫູຍາວ, ແລະ ນົກຫົວຂວານຄໍແດງ.

ໃນປີ 2003, ການລ່ອງເຮືອຊົມສັດປ່າຕາມລຳນໍ້າເນີນໃນຍາມຄໍ່າຄືນໄດ້ຮັບລາງວັນຊະນະເລີດການທ່ອງທ່ຽວແບບມີຄວາມຮັບຜິດຊອບໃນລະດັບໂລກເຊິ່ງລາງວັນດັ່ງກ່າວມີຊື່ວ່າ ປະສົບການການທ່ອງທ່ຽວສັດປ່າແບບມີສ່ວນຮ່ວມທີ່ດີທີ່ສຸດປີນີ້, ການລ່ອງເຮືອຊົມສັດປ່າຕາມລຳນໍ້າເນີນແມ່ນກໍາລັງສະຫຼອງວັນເກີດຄົບຮອບ 10 ປີ.

 

ການເດີນທ່ຽວຊົມສັດປ່າແບບອະນຸລັກ

ນອກຈາກຄວາມສໍາເລັດຂອງການຈັດການລ່ອງເຮືອຊົມສັດປ່າທີ່ນໍ້າເນີນໃນຍາມຄໍ່າຄືນແລ້ວ, ອຸທິຍານແຫ່ງຊາດຍັງໄດ້ດໍາເນີນການທ່ອງທ່ຽວອະນຸລັກສັດປ່າໃນຮູບແບບການເດີນປ່າໃນປີ 2016.  ການທ່ອງທ່ຽວລັກສະນະດັ່ງກ່າວແມ່ນມີໄລຍະແຕ່ 2 ຫາ 5 ມື້ເຊິ່ງເປັນການເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ສໍາພັດກັບບັນຍາກາດການເປັນນັກຊີວະສາດພາກສະໜາມໃນຂະນະທີ່ທ່ານສາມາດເພີດເພີນໄປກັບການຈໍາແນກປະເພດຂອງສັດໃນເຂດທີ່ຢູ່ອາໄສຂອງສັດປ່າທີ່ສໍາຄັນທີ່ສຸດໃນອຸທິຍານແຫ່ງຊາດຕະຫຼອດໄລຍະການເດີນທາງ.

ການພົບເຫັນສັດປ່າໂດຍກົງຖືວ່າເຫັນໄດ້ຍາກໃນການຍ່າງປ່າເມື່ອທຽບໃສ່ການລ່ອງເຮືອຊົມສັດປ່າທີ່ນໍ້າເນີນແຕ່ນັກທ່ອງທ່ຽວບາງຄົນກໍ່ຍັງໂຊກດີທີ່ສາມາດພົບເຫັນຈໍາພວກເຫງັນນາໆຊະນິດ, ບ່າງລົ້ວເຍືອງ, ກວາງ, ລີງ, ແລະ ຈໍາພວກນົກເຊັ່ນ: ໄກ່ຂວາຫຼັງຂາວ ແລະ ນົກກົກ, ລວມເຖິງການໄດ້ຍິນສຽງຮ້ອງອັນມ່ວນຊື່ນໃນຕອນເຊົ້າຂອງສັດທີ່ໃກ້ຈະສູນພັນເຊັ່ນ: ທະນີແກ້ມຂາວ. ພວກເຮົາໄດ້ເດີນທາງໂດຍການນໍາພາຂອງເຈົ້າໜ້າທີ່ອຸທິຍານແລະ ຜູ້ນໍາທ່ຽວຈາກໝູ່ບ້ານໃນການຊົມສັດ, ແກະຮອຍຕີນສັດ, ຮອຍຂູດ, ມູນສັດ ແລະ ເບິ່ງພາບຖ່າຍສັດຈາກກ້ອງດັກຖ່າຍສັດທີ່ຕິດຕັ້ງຕາມເສັ້ນທາງເດີນປ່າ, ແລະ ທ່ານຈະໄດ້ພົບກັບຮ່ອງຮອຍຝູງເສືອລາຍເມກ, ໝາໄນ ຫຼື ໝີນໍາອີກ.

ລອງມາທ້າທ້າຍຕົວທ່ານເອງກັບການເດີນປ່າພິຊິດຍອດພູເລີຍສາຍພູຕະຫຼອດການທີ່ມີຄວາມສູງປະມານແມັດເຊິ່ງເປັນຈຸດສູງສຸດຂອງອຸທິຍານແລະເປັນພູທີ່ສູງອັນດັບສາມໃນລາວໄດ້ແລ້ວມື້ນີ້!

 

ຂໍ້ສະພາບຄວາມເປັນຈິງໂດຍຫຍໍ້:

• ເປັນອຸທິຍານແຫ່ງຊາດແຫ່ງທໍາອິດແລະເປັນເຂດອະນຸລັກທີ່ໃຫຍ່ທີ່ສຸດຂອງ ສປປ ລາວ.

• ເປັນໂອກາດທີ່ຫາໄດ້ຍາກທີ່ທ່ານຈະສາມາດເຫັນສັດປ່າໃນຖິ່ນທີ່ຢູ່ອາໄສທໍາມະຊາດທີ່ແທ້ຈິງຂອງມັນ.

• ການລ່ອງນໍ້າເນີນໃນຍາມຄໍ່າຄືນໃນປີ 2010 ທ່ານອາດຈະໄດ້ພົບເຫັນສັດປ່າພຽງ 4 ໂຕຕໍ່ຖ້ຽວ

ແຕ່ໃນນັບແຕ່ປີ 2019 ທ່ານອາດຈະໄດ້ພົບເຫັນສັດປ່າກວ່າ 10 ໂຕໃນການເດີນທາງ.

• ໄດ້ຮັບລາງວັນຊະນະເລີດຂອງການທ່ອງທ່ຽວສັດປ່າແບບມີຄວາມຮັບຜິດຊອບໃນປີແລະ 2014.

• ສະຫຼຸບລວມແລ້ວໂຄງການທ່ອງທ່ຽວແບບອະນຸລັກໄດ້ສ້າງຜົນປະໂຫຍດໃຫ້ແກ່ 26 ໝູ່ບ້ານກວມເອົາ

30% ຂອງບ້ານທັງໝົດໃນເຂດອຸທິຍານແຫ່ງຊາດເຊິ່ງປະຊາຊົນບ້ານສ່ວນໃຫຍ່ແມ່ນຊາວເຜົ່າຂະມຸ ແລະ ມົ້ງ.

 

ວິທີການເດີນທາງ

ເດີນທາງໂດຍສາຍການບິນ
ລາວວຽງຈັນ-ຊຽງຂວາງແລະວຽງຈັນ-ຫຼວງພະບາງ ເຊິ່ງມີຖ້ຽວບິນຢ່າງເປັນປະຈໍາ. ສໍານັກງານໃຫຍ່ຂອງອຸທິຍານ
ແຫ່ງຊາດ ນໍ້າແອດ-ພູເລີຍຕັ້ງ
ຢູ່ທີ່ເມືອງ ຮ້ຽມເດີນທາງໂດຍລົດປະມານ 200 ກິໂລແມັດໄປທາງເໜືອຈາກແຂວງຊຽງຂວາງ.

 

ສໍາລັບຂໍ້ມູນເພີ່ມເຕີມ

ທ່ານສາມາດເບິ່ງລາຍ
ລະອຽດກ່ຽວກັບ ອຸທິຍານ
ແຫ່ງຊາດ ນໍ້າແອດ-ພູເລີຍ
ໄດ້ທີ່ namet.org

 

ແປ ແລະ ຮຽບຮຽງໂດຍ ວະ​ທິດາ ພອນ​ແກ້ວ

ຮູບໂດຍ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

Lao jungle safariWildlife Conservation
Share

Previous

[:en]The Secret Lives of Islands[:]

Next

[:en]Ant Egg Salad[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທ່ອງທ່ຽວ
Feb 3, 2021

ຄວາມສວຍງາມຂອງລາວໃຕ້

ມາຮູ້ຈັກກັບທຸກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນອັນພາດບໍ່ໄດ້ຂອງດິນແດນພາກໃຕ້....

Read More
0 0
ທ່ອງທ່ຽວ
Mar 1, 2019

(English) From Ancient Volcanos to Heavenly Waterfalls – Secrets of the Bolaven Plateau

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top