Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, Café, ອາຫານ

ໂອ້ ລາລາ!

posted by Thanouphet
Feb 5, 2020 3554 0 0
Share

ຄາເຟ່ທີ່ໃຫ້ບໍລິການທັງບັນຍາກາດ ແລະ ເຂົ້າໜົມອົບສູດຕົ້ນຕໍາລັບຈາກຝຣັ່ງ.

ໃນໄລຍະອາທິດທຳອິດຂອງການເປີດຮ້ານ Annabelle (ອານາແບລ) ສາຂາທີ 2 ທີ່ບ້ານ ສະພານທອງເໜືອ, ທາງເຈົ້າຂອງຮ້ານຍັງບໍ່ໄດ້ມີແຜນທີ່ຈະໂຄສະນາຫລາຍເທື່ອ, ພຽງແຕ່ຕ້ອງການບອກກ່າວແກ່ໝູ່ເພື່ອນ ແລະ ຄອບຄົວເພື່ອທົດລອງເປີດໃຫ້ບໍລິການກ່ອນ. ແຕ່ເມື່ອເປີດຮ້ານ, ຜູ້ຄົນທີ່ສັນຈອນຕາມເສັ້ນທາງກໍຢຸດແວ່ ແລະ  ເຂົ້າມາດື່ມກາເຟ ພ້ອມກັບຮັບປະທານຄົວຊອງຫອມໆ, ແລະ ຫລັງຈາກນັ້ນລູກຄ້າກໍຫລັ່ງໄຫລເຂົ້າມາຢ່າງບໍ່ຂາດສາຍ.

ທ່ານ David Bant, ໜຶ່ງໃນຜູ້ບໍລິຫານຮ້ານອານາແບລ  ເລົ່າຄືນຕອນກຳລັງຈະເປີດຮ້ານໃໝ່ໆວ່າຜູ້ຄົນທີ່ສັນຈອນໄປມາ ຕ່າງຢາກຮູ້ກ່ຽວກັບຮ້ານນີ້ ຕອນທີ່ພວກເຂົາເຫັນເຮົາກຳລັງກໍ່ສ້າງ ແລະ ຕົບແຕ່ງຮ້ານ. ບາງຄົນກໍມາທຸກໆມື້ ແລະ ຖາມເຮົາວ່າຈະເປີດມື້ໃດມັນເປັນຄວາມພາກພູມໃຈທີ່ໄດ້ເຫັນລູກຄ້າໃຫ້ຄວາມສົນໃຈຫລາຍຂະໜາດນີ້ ເຖິງແມ່ນວ່າຮ້ານບໍ່ທັນໄດ້ເຮັດການໂຄສະນາ ຫລື ເປີດຢ່າງເປັນທາງການເທື່ອກໍຕາມ.ໂດຍໄດ້ແຮງບັນດານໃຈຈາກຮ້ານຄາເຟ່ຢູ່ປາຣີ, ທາງທີມບໍລິຫານຈິ່ງໄດ້ປຶກສາກັບທີມອອກແບບເພື່ອປ່ຽນຮູບໂສສະຖານທີ່ແຫ່ງນີ້ໃຫ້ເປັນຮູບໂສມໃໝ່. ການຕົບແຕ່ງດ້ານໜ້າຮ້ານໄດ້ດຶງດູດໃຫ້ຜູ້ຄົນທີ່ກາຍໄປກາຍມາຢຸດເບິ່ງບໍ່ໜ້ອຍ. ມີການປະດັບນໍ້າພຸໄວ້ກາງສວນ, ມີການປູກຕົ້ນໄມ້ປະດັທາງຍ່າງ ສະຫລັບກັບໂຄມໄຟແບບຕັ້ງ ແລະ ຫິນແກະສະຫລັກ ແລະ ມີຊິງຊ້າເບາະນຸ້ມຢູ່ກ້ອງຕົ້ນໄມ້ໃຫຍ່ ເຊິ່ງປົກຄຸມຄວາມຮ້ອນຈາກແດດໄດ້ດີ ໃຫ້ຄວາມຮົ່ມເຢັນທົ່ວສວນ.

ຢູ່ປະເທດຝຣັ່ງ, ຜູ້ຄົນສາມາດອອກໄປຮັບປະທານຂະໜົມອົບ ແລະ ເຂົ້າຈີ່ແຊບໆໄດ້ພຽງຍ່າງກ້າວອອກຈາກເຮືອນ. ຖ້າຫາກທ່ານຕ້ອງການຮັບປະທານເຂົ້າຈີ່ ແລະ ເຂົ້າໜົມອົບລົດຊາດ ແລະ ສູດຕົ້ນຕໍາລັບຈາກຝຣັ່ງ, ອານາແບລພ້ອມໃຫ້ບໍລິການແກ່ທ່ານແລ້ວ. ເຂົ້າຈີ່ ແລະ ເຂົ້າໜົມອົບທຸກຢ່າງໃນຮ້ານແມ່ນເຮັດເອງ ແລະ ໃຊ້ແຕ່ວັດຖຸດິບຊັ້ນດີເທົ່ານັ້ນ, ບໍ່ມີການໃຊ້ສານແຕ່ງກິ່ນ ຫລື ຜະລິດຕະພັນສຳເລັດຮູບຈາກໂຮງງານ. 

ຊື່ຂອງຮ້ານແມ່ນຕັ້ງຈາກຊື່ຂອງລູກສາວຂອງໜຶ່ງໃນທີມຜູ້ບໍລິການ ກໍຄື ອານາແບລ ນັ້ນເອງ. ອານາແບລສາຂາທຳອິດໄດ້ເປີດໃຫ້ບໍລິການເມື່ອສອງປີທີ່ແລ້ວ ໃນເຂດສວນສາທາລະນະເຈົ້າອານຸວົງໃຈກາງເມືອງວຽງຈັນ. ທາງຮ້ານໄດ້ຮັບຜົນຕອບຮັບເປັນຢ່າງດີ, ໂດຍສະເພາະໃນກຸ່ມນັກທ່ອງທ່ຽວ. ແຕ່ທາງຮ້ານຕ້ອງການທີ່ຈະເສີບເຂົ້າໜົມອົບສູດຕົ້ນຕໍາລັບນີ້ໃນບັນຍາກາດທີ່ມັນໄດ້ແຮງບັນດານໃຈມາ, ຈິ່ງໄດ້ເກີດມີສາຂາສອງຂຶ້ນ. ອານາແບລ 2 ສືບຕໍ່ໃຫ້ບໍລິການຂະໜົມອົບຊັ້ນເລີດ ພ້ອມກັບໃນສວນທີ່ຮົ່ມເຢັ່ນ ແລະ ບັນຍາກາດທີ່ສະບາຍໆເຊິ່ງສາມາດດຶງດູດໄດ້ທັງລູກຄ້າຄົນລາວ ແລະ ຄົນຕ່າງປະເທດທີ່ມາເຮັດວຽກຢູ່ລາວ, ແລະ ບາງຄັ້ງກໍມີ ຄົນດັງຈາກປະເທດໄທມາຢ້ຽມຢາມພ້ອມ. 

ແລ້ວແຜນງານຕໍ່ໄປຈະເປັນແນວໃດມີຜູ້ປະກອບການຫລາຍຄົນຕ້ອງການຊື້ເຟຣນຊາຍຂອງຮ້ານອານາແບລ ເພື່ອໄປເປີດຢູ່ຫລວງພະບາງ ແລະ ໃນປະເທດໄທພ້ອມ, ແຕ່ວ່າທາງຜູ້ບໍລິການຕ້ອງການທີ່ຈະເອົາໃຈໃສ່ໃນການພັດທະນາຜະລິດຕະພັນໃນປັດຈຸບັນໃຫ້ເປັນສູດທີ່ສົມບູນທີ່ສຸດກ່ອນ. ປັດຈຸບັນ, ອານາແບລ 2 ກຳລັງຢູ່ໃນຂັ້ນຕອນຂະຫຍາຍຮ້ານ ເພື່ອຮັບຮອງລຸກຄ້າທີ່ເພີ່ມຫລາຍຂຶ້ນ, ສະນັ້ນ ຈິ່ງໄດ້ມີການຕໍ່ເຕີມບ່ອນນັ່ງດ້ານນອກເນື່ອງຈາກຈໍານວນລູກຄ້າທີ່ຕ້ອງການຮັບປະທານຢູ່ກາງແຈ້ງມີຫລາຍຂຶ້ນ. ທາງຮ້ານກໍກຳລັງສ້າງສັນເມນູພິເສດສຳລັບອາຫານແລງ, ຮັບປະທານໃນບັນຍາກາດທີ່ແສນໂຣແມນຕິກ ດ້ວຍແສງຈາກໂຄມໄຟສີນວນກາງສວນ ເຊິ່ງຄາດວ່າຈະເປີດໃຫ້ບໍລິການອາຫານແລງໃນຊ່ວງທ້າຍລະດູຮ້ອນນີ້.

ທາງຮ້ານເຊື່ອວ່າ ພວກເຂົາຈະສາມາດສ້າງຄວາມປະທັບໃຈແກ່ລູກຄ້າດ້ວຍການ ບໍລິການຂະໜົມອົບທີ່ມີຄວາມສວຍງາມທັງໜ້າຕາ ແລະ ລົດຊາດທີ່ເປັນຕົ້ນຕໍາລັບຝຣັ່ງແທ້ໆໃຫ້ແກ່ລູກຄ້າທຸກທ່ານໄດ້.

 

ວິທີເດີນທາງ

ຮ້ານອານາແບລສາຂາ 1 ຕັ້ງຢູ່ຖະໜົນ ຂີຟ້າງຸ່ມ ບ້ານ ຊຽງຍືນ, ສ່ວນສາຂາ 2 ຕັ້ງຢູ່ທີ່ບ້ານ ສະພານທອງເໜືອ ຂ້າງໂຮງຮຽນນາໆຊາດປັນຍາທິບ.

 

Facebook:

@annabelle.khemkhong
@annabelle2.vientiane

 

ແປ ແລະ ຮຽບຮຽງໂດຍ ດວງຕາວັນ ອຸດົມຈິດ

ຮູບໂດຍ ພູນຊັບ ເທວົງສາ / ຮ້ານ ອານາແບລ

 

AnnabelleCafeCafe in Vientiane
Share

Previous

[:en]Molding his Future[:la]ປັ້ນເລື່ອງ[:]

Next

[:en]Rosewood Luang Prabang[:la]ຄວາມຫລູຫລາ ເໜືອຍອດໄມ້[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ອາຫານ, Stay, ທ່ອງທ່ຽວ
Sep 4, 2018

(English) 48 Hours in Thakhek

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ອາຫານ, ທ່ອງທ່ຽວ
Nov 7, 2018

(English) Life & Nature in Luang Namtha

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top