ເປີດໃຫ້ບໍລິການແລ້ວ

Author:

Category:

spot_img

ໂຮງແຮມຝຶກປະຕິບັດ

ໃນເມື່ອບໍ່ດົນມານີ້, ຫ້ອງຝຶກປະຕິບັດແຫ່ງໃໝ່ກໍຄື ໂຮງແຮມ ແລະ ຮ້ານອາຫານຈໍາລອງ ເພື່ອໃຫ້ນັກສຶກສາໄດ້ຝຶກການປະຕິບັດໜ້າວຽກຕົວຈິງໄດ້ເປີດໃຫ້ບໍລິການແລ້ວ ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ. ປັດຈຸບັນ, ສະຖານທີ່ແຫ່ງນີ້ຍັງເປີດຕ້ອນຮັບແຂກ ໃຫ້ເຂົ້າມາພັກຄ້າງຄືນ, ມີຫ້ອງອາຫານ ແລະ ຫ້ອງປະຊຸມ ໄວ້ໃຫ້ບໍລິການອີກດ້ວຍ.

ໂຮງແຮມຝຶກປະຕິບັດດັ່ງກ່າວ ຖືວ່າເປັນສ່ວນໜຶ່ງຂອງ ວິທະຍາໄລ ເຕັກນິກ ແຂວງວຽງຈັນ, ເປັນສະຖານທີ່ຝຶກປະຕິບັດສຳລັບນັກສຶກສາ ສາຂາການໂຮງແຮມ ແລະ ການທ່ອງທ່ຽວ ນັ້ນກໍເພື່ອໃຫ້ນັກສຶກສາໄດ້ຝຶກການປະຕິບັດໜ້າວຽກຕົວຈິງ ໃນຫ້ອງຝຶກປະຕິບັດທີ່ທັນສະໄໝ ແລະ ສົມຈິງຍິ່ງຂຶ້ນ. ພະນັກງານທີ່ໃຫ້ບໍລິການຢູ່ທີ່ນີ້ກໍແມ່ນນັກສຶກສາຈາກວິທະຍາໄລ ໂດຍເຮັດວຽກພາຍໃຕ້ການແນະນໍາ ແລະ ສອນໂດຍບັນດາຄູອາຈານ ແລະ ທີມງານບໍລິຫານຈາກຕ່າງປະເທດ. ນັກສຶກສາທຸກຄົນຈະໄດ້ຝຶກທັກສະສຳຄັນທີ່ເປັນປະໂຫຍດສູງສຸດຕໍ່ໜ້າວຽກ ແລະ ກະກຽມຄວາມພ້ອມສຳລັບການເຂົ້າສູ່ການເຮັດວຽກຕົວຈິງ.

ການເຂົ້າພັກ ແລະ ການມາໃຊ້ບໍລິການຮ້ານອາຫານ ຫ້ອງປະຊຸມ ຢູ່ທີ່ນີ້ແມ່ນມີມາດຕະຖານດຽວກັນກັບໂຮງແຮມ ແລະ ຮ້ານອາຫານອື່ນໆ ແຕ່ນອກຈາກບັນດາແຂກຜູ້ທີ່ເຂົ້າພັກຈະໄດ້ຮັບການພັກຜ່ອນທີ່ສະບາຍ ແລະ ການຮັບປະທານອາຫານແຊບໆນັ້ນ, ທ່ານຍັງໄດ້ຊ່ວຍສະໜັບການສຶກສາຂອງນ້ອງໆອີກດ້ວຍ. ນັກສຶກສາຈະໄດ້ຮັບທັກສະ ແລະ ຄວາມຮູ້ທີ່ກ່ຽວຂ້ອງໂດຍກົງກັບການເຮັດວຽກໃນອະນາຄົດຂອງພວກເຂົາ.

ການສ້າງທັກສະເພື່ອໃຫ້ແທດເໝາະກັບການເຮັດວຽກໃນ “ໂລກແຫ່ງຄວາມເປັນຈິງ” ໂດຍສະພາບແວດລ້ອມຂອງໂຮງແຮມ ແລະ ຮ້ານອາຫານຝຶກປະຕິບັດ ຈະເຮັດໃຫ້ນັກສຶກສາມີໂອກາດຝຶກປະຕິບັດຕົວຈິງ ແລະ ລົງເລິກສະເພາະ ໃນໜ້າວຽກຂອງພວກເຂົາ ໂດຍທີ່ມີສິ່ງອຳນວຍຄວາມສະດວກທາງດ້ານການຮຽນ ການສອນຄົບຊຸດ. ນັກສຶກສາຈະໄດ້ຮັບການກຽມພ້ອມ ໃຫ້ເປັນພະນັກງານເພື່ອຮັບໃຊ້ໃນອຸດສາກຳການທ່ອງທ່ຽວທີ່ດີໃນອະນາຄົດ, ນັ້ນກໍເພື່ອຕອບສະໜອງຕໍ່ຄວາມຕ້ອງການບຸກຄະລາກອນ ທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ ມີໃຈຮັກໃນການບໍລິການ ແລະ ມີຄວາມກະຕືລືລົ້ນໃນໜ້າທີ່ວຽກງານ.

ໂຮງແຮມຝຶກປະຕິບັດແຫ່ງນີ້ ມີຫ້ອງພັກລາຄາເລີ່ມຕົ້ນພຽງ 150,000 ກີບຕໍ່ຄືນເທົ່ານັ້ນ, ມີຫ້ອງນອນສຳລັບແຂກ 6 ຫ້ອງ ເຊິ່ງອອກແບບຢ່າງລຽບງ່າຍ ແລະ ສະດວກສະບາຍ. ຫ້ອງນອນແຕ່ລະຫ້ອງຈະມີລະບຽງສ່ວນຕົວ ແລະ ມີເຄື່ອງປັບອາກາດ, ໂທລະທັດ LCD, WiFi, ມີບາຣ໌ນ້ອຍໃນຫ້ອງ, ມີອຸປະກອນເຮັດຊາ/ກາເຟສ່ວນຕົວ ແລະ ຫ້ອງອາບນໍ້າທີ່ກວ້າງຂວາງ ເຊິ່ງລາຄານີ້ແມ່ນຍັງລວມອາຫານເຊົ້າອີກດ້ວຍ. ທ່ານບໍ່ພຽງແຕ່ຈະໄດ້ຮັບບັນຍາກາດການນອນຫຼັບທີ່ສະບາຍ, ແຕ່ທ່ານຈະນອນຫຼັບດ້ວຍຄວາມຮູ້ສຶກດີທີ່ວ່າ ຄ່າໃຊ້ຈ່າຍໃນການພັກຜ່ອນຄັ້ງນີ້ຂອງທ່ານ ໄດ້ປະກອບສ່ວນເຂົ້າໃນໂຮງແຮມຝຶກປະຕິບັດໂດຍກົງ ເຊິ່ງເປັນການປະກອບສ່ວນຊ່ວຍນັກສຶກສາທີ່ກໍາລັງຝຶກງານຢູ່ທີ່ນີ້.

ທ່ານ Serge Selbe, ຜູ້ເປັນເຈົ້າຂອງຮ້ານອາຫານ Pimentón ທີ່ນະຄອນຫຼວງວຽງຈັນ ແລະ ເປັນພໍ່ຄົວທີ່ມີປະສົບການ ໃນການເຮັດອາຫານຫຼາຍກວ່າ 30 ປີ ໃນຂະແໜງການນີ້, ເພິ່ນໄດ້ເຮັດວຽກຮ່ວມກັບບັນດາຄູອາຈານ ແລະ ນັກສຶກສາ ເພື່ອຄິດຄົ້ນ ແລະ ສ້າງສັນເມນູອາຫານລົດຊາດແຊບໆ ທີ່ໄດ້ປະສົມປະສານວັດຖຸດິບທັງພາຍໃນ ແລະ ຕ່າງປະເທດ ເຂົ້າດ້ວຍກັນ, ນໍາໃຊ້ວັດຖຸດິບທີ່ສົດໃໝ່, ສະໝຸນໄພລາວ ແລະ ເຄື່ອງຫອມຕ່າງໆ. ການໄດ້ນອນພັກ ແລະ ກິນອາຫານແຊບໆ
ຢູ່ທີ່ນີ້, ກໍຖືວ່າທ່ານໄດ້ປະກອບສ່ວນໂດຍກົງໃຫ້ກັບການສ້າງໂອກາດດ້ານການສຶກສາ ໃຫ້ແກ່ນັກສຶກສາໄວໜຸ່ມລາວ!

ເນື່ອງຈາກປັດຈຸບັນ ຍັງຄົງມີການປິດດ່ານສາກົນ ແລະ ນັກທ່ອງທ່ຽວຕ່າງປະເທດກໍຍັງບໍ່ສາມາດເຂົ້າມາໄດ້ເທື່ອ, ສະຖານທີ່ດັ່ງກ່າວ ກໍໄດ້ມີການຫັນປ່ຽນມາໃຫ້ບໍລິການນັກທ່ອງທ່ຽວຈາກພາຍໃນປະເທດເປັນຫຼັກ ໂດຍເນັ້ນທີ່ການບໍລິການຫ້ອງປະຊຸມພ້ອມ ທີ່ມີອຸປະກອນອຳນວຍຄວາມສະດວກອັນຈໍາເປັນ ສຳລັບການຈັດກອງປະຊຸມຂອງຄະນະລັດຖະບານ, ສະຖານທູດ, ອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ຂະແໜງທຸລະກິດອື່ນໆ. ໃຊ້ເວລາພຽງໜຶ່ງຊົ່ວໂມງ ໃນການເດີນທາງຈາກນະຄອນຫຼວງວຽງຈັນ ມາເຖິງເມືອງວັງວຽງ, ໂຮງແຮມຝຶກປະຕິບັດແຫ່ງນີ້ກໍພ້ອມທີ່ຈະໃຫ້ບໍລິການສະຖານທີ່ຈັດຝຶກອົບຮົມສຳມະນາ ຫຼື ກອງປະຊຸມໃຫ້ແກ່ອົງກອນຂອງທ່ານໄດ້ຢ່າງມືອາຊີບ.

ການທ່ອງທ່ຽວດ້ວຍຄວາມຮັບຜິດຊອບ ບໍ່ພຽງແຕ່ຈະບໍ່ສ້າງຄວາມເດືອດຮ້ອນໃຫ້ກັບສະພາບແວດລ້ອມເທົ່ານັ້ນ, ແຕ່ກໍຍັງໝາຍເຖິງການຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໃຫ້ໄດ້ຮັບຜົນປະໂຫຍດ ເຊິ່ງນັ້ນກໍແມ່ນຊຸມຊົນ ແລະ ການທ່ອງທ່ຽວຂອງທ້ອງຖິ່ນ. ທາງໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029), ແມ່ນໄດ້ເຫັນເຖິງຄວາມສໍາຄັນ ແລະ ມຸ່ງໝັ້ນທີ່ຈະພັດທະນາໂຮງແຮມ ແລະ ຮ້ານອາຫານຝຶກປະຕິບັດແຫ່ງນີ້ ໃຫ້ທຽບເທົ່າລະດັບມາດຕະຖານສາກົນ. ໃນຂະນະດຽວກັນ ກໍສາມາດຊຸກຍູ້ນັກສຶກສາ, ເພາະຫຼາຍຄົນກໍແມ່ນມາຈາກຄອບຄົວທີ່ທຸກຍາກ. ການຝຶກອົບຮົມ ແລະ ຮຽນຮູ້ປະສົບການຕົວຈິງໃນສະຖານທີ່ແຫ່ງນີ້ ຈະເຮັດໃຫ້ນັກສຶກສາມີທັກສະອັນເປັນພື້ນຖານສຳຄັນ ເພື່ອສ້າງມາດຕະຖານໃຫ້ແກ່ອາຊີບຂອງຕົນ ໃນຂະແໜງການໂຮງແຮມ ແລະ ການທ່ອງທ່ຽວ ເຊິ່ງຈະຊ່ວຍໃຫ້ພວກເຂົາມີຄວາມຮູ້ ຄວາມສາມາດໃນການປະກອບອາຊີບ ແລະ ຊ່ວຍເຫຼືອຕົນເອງ ແລະ ຄອບຄົວ. ເມື່ອພວກເຂົາສາມາດຫາລ້ຽງຊີບໄດ້ດ້ວຍຕົນເອງແລ້ວ, ພວກເຂົາກໍຍັງສາມາດສົ່ງເສີມອ້າຍນ້ອງຂອງພວກເຂົາ ໃຫ້ສາມາດເຂົ້າເຖິງໂອກາດໃນການສຶກສາໄດ້ນໍາອີກ.

ສະນັ້ນ, ຈະຖືເປັນການດີຫຼາຍຖ້າທ່ານລອງພິຈາລະນາມາໃຊ້ບໍລິການຫ້ອງປະຊຸມໃນຄັ້ງຕໍ່ໄປຂອງທ່ານ ເພື່ອສະໜັບ
ສະໜູນການພັດທະນາທັກສະອັນສໍາຄັນຂອງນັກສຶກສາລາວ. ການປະກອບສ່ວນຂອງທ່ານຈະເປັນອີກແຮງຜັກດັນ ທີ່ຈະຊ່ວຍຊຸກຍູ້ນັກສຶກສາໃຫ້ສາມາດບັນລຸຂີດຄວາມສາມາດ ແລະ ກາຍເປັນຜູ້ທີ່ສາມາດຫາລ້ຽງຄອບຄົວຂອງຕົນ ພ້ອມທັງມີອະນາຄົດທີ່ສົດໃສໃນພາຍພາກໜ້າ.

 

ຂໍ້ມູນເພີ່ມເຕີມ:

ໂຮງແຮມຝຶກປະຕິບັດ,
ເມືອງ ວັງວຽງ
ໂທ: +856 30 522 1052
ອີເມລ: theacademy
traininghotel@gmail.com
facebook: @TheAcademy.
VangVieng

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ
ຮູບໂດຍ ໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029)

 

Read More

Related Articles