Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ສະຫວັນຂອງຊ້າງ

posted by Mai
Jul 1, 2018 2746 0 0
Share

ພວກມັນປາກົດຕົວຂຶ້ນທ່າມກາງໝອກຍາມເຊົ້າ, ຝູງຮ່າງສີໝົ່ນ ຄ່ອຍໆເຄື່ອນຍ້າຍຈາກຈອມພູ ລົງຫາຫ້ວຍ. ພວກມັນຄ່ອຍໆຈຸ່ມຕົວລົງແຄມນ້ຳຕຽນ, ເທື່ອລະຕົວ ເທື່ອລະຕົວ. ຂະບວນສັດສອງຫງ່າເຄື່ອນທີ່ຢ່າງງຽບສະຫງົບ ມີພຽງສຽງຮ້ອງຈາກຊ້າງນ້ອຍກາງຝູງທີ່ໄດ້ສ້າງສຽງເພງຍາມເຊົ້າໃຫ້ແກ່ຝູງຂອງມັນ.

ປະເທດລາວ, ເຊິ່ງແຕ່ກ່ອນເຄີຍຖືກເອີ້ນວ່າດິນແດນລ້ານຊ້າງ, ແຕ່ດຽວນີ້ເຫັນວ່າປະຊາກອນຊ້າງໄດ້ຫຼຸດລົງຢ່າງຫຼວງຫຼາຍ ຍ້ອນການຕັດໄມ້ທຳລາຍປ່າ ແລະ ການລ່າສັດແບບຜິດກົດໝາຍ. ສູນອະນຸລັກຊ້າງລາວໄດ້ຖືກກໍ່ຕັ້ງຂຶ້ນໃນ ປີ 2011 ໂດຍທ່ານ ເຊບາສຈຽງ ດູຟີໂລ, ເຊິ່ງເປັນຜູ້ຮ່ວມກໍ່ຕັ້ງອົງການ ElefantAsia. ທ່ານເຮັດວຽກເປັນນັກອານຸລັກຊ້າງໃນລາວ ເປັນເວລາ 20 ປີແລ້ວ, ແລະ ທ່ານກໍມີຄວາມຕັ້ງໃຈທີ່ຈະຫັນປ່ຽນສະພາບຄວາມເປັນຢູ່ຂອງຊ້າງໃຫ້ເປັນຕາມທຳມະຊາດຂອງມັນ ໂດຍການສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວິຖີຊີວິດຂອງຊ້າງ, ແລະໃຫ້ໂອກາດຄົນໄດ້ເຂົ້າຢ້ຽມຊ້າງໃນສະພາບແວດລ້ອມຕາມທຳມະຊາດຂອງມັນດ້ວຍຄວາມເຄົາລົບ.

ຊ້າງໃນສູນນີ້ແມ່ນມາເພື່ອພັກຜ່ອນ, ລໍຖ້າເກີດລູກ ຫຼື ພັກຟື້ນຈາກການເຮັດວຽກແກ່ໄມ້ ຫຼື ເຮັດວຽກໃນອຸດສາຫະກຳທ່ອງທ່ຽວ. ທ່ານຈະບໍ່ໄດ້ເຫັນທົວນັກທ່ອງທ່ຽວມາຂີ່ຊ້າງ ຫຼື ອາບນໍ້າໃຫ້ຊ້າງ. ຢູ່ທີ່ນີ້, ຊ້າງໃຊ້ຊີວິດຄືຊ້າງແທ້ໆ!

ໂດຍລວມແລ້ວ, ທາງສູນເປັນບ່ອນທີ່ເອົາໃຈໃສ່ຄວາມເປັນຢູ່, ສັງເກດ ແລະ ຮຽນຮູ້ສັດ. ຢູ່ທີ່ນີ້ຈະບໍ່ມີການສື່ສານ ແລະ ພົວພັນກັບຊ້າງ ເພາະເປົ້າໝາຍຂອງທີ່ນີ້ແມ່ນເພື່ອຫຼີກລ່ຽງການເຂົ້າໃກ້ມະນຸດ ເຊິ່ງອາດກະທົບເຖິງພຶດຕິກຳທາງທຳມະຊາດຂອງພວກມັນ. ເນື່ອງຈາກວ່າທາງສູນອະນຸລັກຊ້າງລາວ ມີຄວາມຫວັງວ່າຈະປ່ອຍຊ້າງເຫຼົ່ານີ້ ຄືນສູ່ປ່າໃນທີ່ສຸດ, ສະນັ້ນສິ່ງທີ່ສຳຄັນຈິ່ງແມ່ນການທີ່ພວກມັນມ່ວນກັບການເປັນທຳມະຊາດຂອງຊ້າງ ໂດຍທີ່ ບໍ່ຕ້ອງເຮັດກິດຈະກຳທີ່ຄົນສ້າງໃຫ້ ຫຼື ພົບກັບຄົນ.

ນັກທ່ອງທ່ຽວສາມາດສັງເກດເບິ່ງຊ້າງໄດ້ຈາກຫຼາຍຈຸດໃນສູນ, ເຊິ່ງໜຶ່ງໃນນັ້ນແມ່ນເຮືອນຕົ້ນໄມ້ທີ່ຕັ້ງຢູ່ໃນປ່າ ໃນເຂດຊຸມຊົນຊ້າງ. ສູນອານຸລັກຊ້າງເປັນໂຮງໝໍຊ້າງແຫ່ງດຽວໃນລາວ, ເຊິ່ງນັກຊີວະວິທະຍາສາມາດໃຫ້ຄຳຕອບຕໍ່ກັບທຸກຄຳຖາມຂອງທ່ານກ່ຽວກັບວົງຈອນຊີວິດຂອງສິ່ງມີຊີວິດທີ່ຍິ່ງໃຫຍ່ນີ້. ກິດຈະກຳອື່ນລວມມີການ ຢ້ຽມຢາມພິພິຕະພັນຊ້າງ, ການຂີ່ເຮືອກາຢັກໃນແມ່ນ້ຳຕຽນອັນສວຍງາມ, ແລະ ການຊ່ວຍນໍາຊ້າງກັບເຂົ້າປ່າ ໃນຕອນກາງຄືນເພື່ອກັບບ່ອນທີ່ພັກຂອງມັນ.

ສູນອະນຸລັກຊ້າງ ເປັນບ່ອນທີ່ທ່ານສາມາດເຂົ້າເຖິງຊ້າງໄດ້ຢ່າງໃກ້ຊິດໃນສະພາບແວດລ້ອມຕາມທຳມະຊາດ ຂອງພວກມັນ. ສູນນີ້ຕັ້ງຫ່າງໄກຈາກສະຖານທີ່ທ່ອງທ່ຽວທັງຫຼາຍ ແລະ ນຳໃຊ້ວິທີການຄົບວົງຈອນໃນການອະນຸລັກຊ້າງລາວ. ສູນນີ້ບໍ່ແມ່ນແຄັມຊ້າງທົ່ວໄປ, ເນື່ອງຈາກວ່າສູນອະນຸລັກຊ້າງລາວ ບໍ່ໄດ້ ເອົາຊ້າງຈາກປ່າເຂົ້າມາໃນເຂດນັກທ່ອງທ່ຽວ. ແຕ່ກົງກັນຂ້າມ, ທ່ານຕ້ອງໄດ້ເຂົ້າໄປຫາພວກມັນ, ເຂົ້າໄປໃນທີ່ທີ່ຊ້າງແມ່ນຊ້າງໂດຍແທ້ຈິງ.

ການເດີນທາງໄປສູນ:

ມີລົດຕູ້ນ້ອຍຮັບສົ່ງຈາກສະຖານີຫວງພະບາງ ການເດີນທາງແມ່ນໃຊ້ເວລາ 2 ຊົ່ວງໂມງ ແລະ ຕ້ອງໄດ້ຈອງທີ່ນັ່ງກ່ອນທີ່ຫ້ອງການຂອງສູນອານຸລັກຊ້າງລາວ, ບ້ານປາຄໍາ, ຫຼວງພະບາງ. ໂທ: +856(0)71 25 23 07, +856 (0)20 96 59 06 65

www.elephantconservationcenter.com

 

ຂຽນໂດຍ FRANCIS SAVANHKHAM 

ແປ ແລະ ຮຽບຮຽງໂດຍ ວິໄລພອນ ຈຸລາມະນີ

ຮູບໂດຍ PAUL WAGER ແລະ ສູນອະນຸລັກສ້າງ

ECC officeLuang PrabangPachyderm’s Paradiseສະຫວັນຂອງຊ້າງສູນອານຸລັກຊ້າງລາວຫຼວງພະບາງ
Share

Previous

[:en]Heart and Seoul[:la]ຄວາມຝັນຈາກແດນໄກ[:]

Next

[:en]Heavenly Flavors, Blissful Views[:la]ສຳຜັດອາຫານແຫ່ງທົ່ງພຽງແດນສະຫວັນ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ
  • ຖ້ຳເລິກຜາຊັນ
  • ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ
  • ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ
  • ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Save Wildlife
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New, ທ່ອງທ່ຽວ
Nov 25, 2020

ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

ເພີດເພີນໄປກັບທຳມະຊາດອັນບໍລິສຸດ! ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ (NEPL) ເຊິ່ງເປັນເຂດປ່າສະຫງວນທີ່ໃຫຍ່ທີ່ສຸດ ແລະ...

Read More
0 0
ອາຫານ, ທ່ອງທ່ຽວ
Jul 1, 2018

ສຳຜັດອາຫານແຫ່ງທົ່ງພຽງແດນສະຫວັນ

ສະຫວັນນະເຂດແມ່ນອີກແຂວງຫນື່ງຂອງ ສປປ ລາວ ທີ່ມີປະຊາກອນໜາແໜ້ນພໍສົມຄວນ ບວກກັບພູມສັນຖານລຽບລ່ອງແມ່ນໍ້າຂອງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top