ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

Author:

Category:

spot_img

ຄົ້ນຫາຄວາມງາມພາຍໃນຂອງທໍາມະຊາດ
ຈຸດຊົມວິວເດິຣັອກ ທີ່ພູຜາມ່ານ ມີຫຼາຍກິດຈະກໍາທີ່ໜ້າສົນໃຈເດັ່ນໆສໍາລັບການທ່ອງທ່ຽວ ເປັນຕົ້ນແມ່ນ ການຂີ່ສະລິງ, ໄຕ່ຂົວໃຍແມງມຸມ, ໄຕ່ຂົວລອຍຟ້າ ເຊິ່ງໄດ້ກາຍເປັນປະສົບການໃໝ່ທີ່ຕ້ອງໄດ້ລອງເຮັດໃນລາວ. ສະຖານທີ່ດັ່ງກ່າວຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດພູຫີນບູນ, ແຂວງຄໍາມ່ວນ ເຊິ່ງເປັນພື້ນທີ່ຫ່າງໄກສອກຫຼີກທີ່ມີທິວທັດທໍາມະຊາດທີ່ໜ້າປະທັບໃຈ ພ້ອມດ້ວຍສັດປ່າທີ່ຫາຍາກໃນພາກກາງຂອງລາວ. ໃນສະຖານທີ່ແຫ່ງນີ້, ນັກທ່ອງທ່ຽວສາມາດດື່ມດໍາຢ່າງເຕັມທີ່ກັບປ່າຫີນປູນຂະໜາດໃຫຍ່ທີ່ສຸດແຫ່ງໜຶ່ງໃນອາຊີ. ແຕ່ປັດຈຸບັນນີ້ ໄດ້ມີການພັດທະນາຈຸດທ່ອງທ່ຽວໃໝ່ໆຫຼາຍແຫ່ງ ແນໃສ່ຮອງຮັບນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມທີ່ນັບວັນນັບເພີ່ມຂຶ້ນ.
ສໍາລັບຜູ້ທີ່ມັກໃນກິດຈະກໍາອັນຜາດໂຜນ, ປັດຈຸບັນນີ້ຖືເປັນໂອກາດອັນໃໝ່ໃນການສໍາຫຼວດຖໍ້ານາງຫຼົງອັນກວ້າງໃຫຍ່ ທີ່ຫາກໍຄົ້ນພົບເມື່ອບໍ່ດົນມານີ້ຢູ່ບໍລິເວນໃກ້ຄຽງ. ນັກທ່ອງທ່ຽວສາມາດເລືອກຂີ່ສະລິງ ເພື່ອຫ້ອຍໂຕໄປຕາມຂະໜາດຄວາມກວ້າງໃຫຍ່ຂອງຖໍ້າ, ຫຼື ຂີ່ກົງເບັງລ່ອງໄປຕາມແມ່ນໍ້າທີ່ໄຫຼຜ່ານຖໍ້າ, ແລະ ຍ່າງຂ້າມຂົວເຊືອກອັນສູງເດັ່ນ ເພື່ອຊົມພາຍໃນຖໍ້າຈາກດ້ານເທິງກໍໄດ້.
ໃນບັນດາຖໍ້າຫີນປູນຫຼາຍແຫ່ງທີ່ກະຈາຍກັນຢູ່ທົ່ວແຂວງຄໍາມ່ວນ ຈົນບໍ່ສາມາດນັບຈໍານວນໃຫ້ໝົດໄດ້ນັ້ນ, ເຊື່ອວ່າ ຖໍ້ານາງຫຼົງ ຈະກາຍເປັນໜຶ່ງໃນຖໍ້າທີ່ໜ້າຫຼົງໄຫຼທີ່ສຸດຢ່າງແນ່ນອນ!

ການເດີນທາງ
ສໍາລັບການເດີນທາງຈາກນະຄອນຫຼວງ ມຸ່ງໜ້າສູ່ພູຜາມ່ານ ແມ່ນໃຊ້ເວລາຂັບລົດ 4-5 ຊົ່ວໂມງ, ຫຼື ຖ້າເດີນທາງຈາກແຂວງສະຫວັນນະເຂດ ແມ່ນໃຊ້ເວລາ 3 ຊົ່ວໂມງ. ທັງສອງແຂວງນີ້ມີໃຫ້ບໍລິການຖ້ຽວບິນດ້ວຍສາຍການບິນລາວ.

ຂໍ້ມູນເພີ່ມເຕີມ
ສໍາລັບການຈອງບໍລິການພາທ່ຽວ ແລະ ຄູ່ມືແນະນໍາກ່ຽວກັບການທ່ອງທ່ຽວ ສາມາດຕິດຕໍ່ຫາ Green Discovery Laos ທີ່ greendiscoverylaos.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທບວົງສາ

Read More

Related Articles