Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ

ເລື່ອງເລົ່າຂອງເຫຼົ້າຣັມ

posted by Thanouphet
May 1, 2020 3595 0 0
Share

ລາວດີ ເຫຼົ້າຣັມສັນຊາດລາວ ຄຸນນະພາບລະດັບສາກົນ.

ຫ່າງອອກຈາກຕົວເມືອງນະຄອນຫຼວງວຽງຈັນ ພຽງແຕ່ 1 ຊົ່ວໂມງເຄິ່ງ ເຮົາກໍ່ຈະໄດ້ພົບກັບ ໂຮງງານຜະລິດເຫຼົ້າທີ່ມີຊື່ວ່າລາວດີເຊິ່ງເປັນ ໂຮງງານຜະລິດເຫຼົ້າຣັມສັນຊາດລາວ. ອີກພຽງ 30 ນາທີ, ພວກເຮົາຈະຮອດທີ່ໝາຍແລ້ວ. ພວກເຮົາໄດ້ມາຮອດ ພໍດີກັນກັບທີ່ເຈົ້າພາບຂອງເຮົາ ນາງ ແອນນາ ສີຈັນທະວົງ ຍ່າງມາພ້ອມກັບຮອຍຍິ້ມແຫ່ງຄວາມປິຕິຍິນດີ ທີ່ຈະພາພວກເຮົາມາທ່ຽວຊົມໂຮງງານໃນຄັ້ງນີ້ເຊິ່ງພວກເຮົາຈະມາຊອກຫາເຄັດລັບທີ່ແສນພິເສດຂອງເຫຼົ້າຣັມຂອງລາວ.

ກ່ອນອື່ນໝົດ, ຫຼາຍຄົນອາດຈະສົງໄສວ່າ ເຫຼົ້າຣັມໂຕນີ້ມີຄວາມພິເສດຄືແນວໃດ? ໂດຍປົກກະຕິແລ້ວ, ເຫຼົ້າຣັມທົ່ວໆໄປແມ່ນຈະເຮັດມາຈາກກາກນໍ້າຕານໃນຂະນະທີ່ເຫຼົ້າຣັມຂອງ ລາວດີ ແມ່ນເຮັດມາຈາກນໍ້າອ້ອຍ, ຊຶ່ງຈະໃຫ້ລົດຊາດບໍ່ປຸກເທົ່າເຫຼົ້າຣັມແບບທົ່ວໄປ.

ໂຮງງານຜະລິດເຫຼົ້າແຫ່ງນີ້ ຖືວ່າມີຂະໜາດນ້ອຍ ເມື່ອທຽບໃສ່ປະລິມານ ແລະ ຄຸນນະພາບໃນການຜະລິດຂອງໂຮງງານແຫ່ງນີ້ ແລະ ພວກເຂົາກໍມີຄວາມພາກພູມ
ໃຈຫຼາຍທີ່ຂະບວນການທັງໝົດໃນການຜະລິດແມ່ນດຳເນີນໄປໃນຮູບແບບທີ່ເປັນມິດຕໍ່ສິງແວດລ້ອມ ບໍ່ມີສ່ວນປະສົມຂອງສານເຄມີຂອງວັດຖຸດິບການກະເສດທີ່ໃຊ້ເຂົ້າໃນຂະບວນການຜະລິດ. ພ້ອມນັ້ນ, ກໍ່ຍັງໄດ້ໃຊ້ເຍື່ອ ແລະ ເປືອກອ້ອຍທີ່ຜ່ານການຕາກໃຫ້ແຮງມາເປັນເຊື້ອເພີງໃນການໃຫ້ພະລັງງານໃຫ້ແກ່ເຄື່ອງຈັກ, ເຊິ່ງວິທີແນວນີ້ ຊ່ວຍປະຢັດການຊົມໃຊ້ພະລັງງານຂອງນໍ້າມັນໄດ້. ການທີ່ມີແຫຼ່ງນໍ້າຈືດຈາກແມ່ນໍ້າຂອງທີ່ຢູ່ຕິດກັບໂຮງງານ ກໍ່ໄດ້ຊ່ວຍຮັກສາຄຸນນະພາບອ້ອຍທີ່ປູກເພື່ອເປັນ
ວັດຖຸດິບໃນການຜະລິດເຫຼົ້າໄດ້.

ລາວດີ ແມ່ນກໍ່ຕັ້ງໂດຍທ່ານ ອິໂກຊຸ ອິໂນອຸເອະ (Ikozu Inoue) ໃນປີ 2016 ພາຍຫຼັງທີ່ໄດ້ຮັບແຮງບັນດາໃຈຈາກ ເຫຼົ້າຂາວພື້ນເມືອງຂອງປະເທດລາວທີ່ມີຊື່ວ່າ ເຫຼົ້າລາວ ຫຼື ເຫຼົ້າຂາວ, ທ່ານ ອີໂກຊຸ ໄດ້ເຫັນເຖິງຄວາມເປັນໄປໄດ້ ທີ່ເຫຼົ້າພື້ນເມືອງດັ່ງກ່າວ ຈະພັດທະນາໃຫ້ກາຍເປັນຜະລິດຕະພັນທີ່ເປັນທີ່ນິຍົມ ແລະ ມີຊື່ສຽງໄດ້. ເພິ່ນຈຶ່ງໄດ້ເລີ່ມຜະລິດຕະພັນເຫຼົ້າຣັມຂາວສະບັບດັ່ງເດີມອອກມາກ່ອນ. ຕໍ່ມາກໍ່ໄດ້ປັບປຸງ, ແຕ່ງລົດຊາດ ແລະ ປະສົມປະສານບັນດາສ່ວນປະສົມຕ່າງໆໃຫ້ລົງຕົວ, ເຊິ່ງໃນປັດຈຸບັນ ເຫຼົ້າຣັມຍີ່ຫໍ້ ລາວດີ ສາມາດຜະລິດເຫຼົ້າທີ່ມີຫຼາຍລົດຊາດ ຕາມແບບສະບັບຂອງລົດຊາດທີ່ມີຄວາມເປັນອາຊີ ເປັນຕົ້ນ ແມ່ນລົດໝາກພ້າວ, ລົດໝາກໜອດ ແລະ ລົດກາເຟ. ຫຼັງຈາກມີການທົດລອງຫຼາຍຄັ້ງໃນປະສົມສູດຜະລິດເຫຼົ້າຕ່າງໆ, ທ່ານ ອິໂກຊຸກໍ່ຍັງບໍ່ລົດລະຄວາມພະຍາຍາມຂອງເພິ່ນທີ່ຈະພັດທະນາ, ຍັງຄົງສືບຕໍ່ແນວຄິດປະດິດສ້າງເພື່ອພັດທະນາລົດຊາດໃຫ້ດີຂຶ້ນເລື້ອຍໆ.

ເນື່ອງຈາກເຫຼົ້າຣັມຊະນິດນີ້ມີສ່ວນປະສົມຂອງນໍ້າອ້ອຍເປັນຫຼັກ, ເຮັດໃຫ້ຂ້ອຍຄິດວ່າເຫຼົ້າມັນຄືຊິຫວານເກີນໄປສຳລັບລົດຊາດທີ່ຂ້ອຍມັກກິນ. ແຕ່ເມື່ອໄດ້ລອງຊີມເບິ່ງແລ້ວ, ຂ້ອຍເວົ້າໄດ້ວ່າ ສ່ວນປະສົມໃນເຫຼົ້າມັນເຂົ້າກັນແບບພໍດີ. ແລ້ວຊື່ຂອງມັນກໍ່ຈັ່ງແມ່ນເໝາະສົມກັບລົດຊາດ ເຊິ່ງຊື່ທີ່ເອີ້ນວ່າ ລາວດີ ນີ້ມັນດີອີ່ຫຼີ!

ນອກຈາກນີ້, ຜູ້ກໍ່ຕັ້ງເຫຼົ້າ ລາວດີ ຍັງສືບຕໍ່ອາຊີບຂອງການເປັນອາຈານສອນເຄິ່ງເວລາຂອງຕົນຢູ່ທີ່ມະຫາວິທະຍາໄລຟູກຸຢາມາ ຢູ່ປະເທດ ຍີ່ປຸ່ນ.ໃນຂະນະດຽວກັນ,ເພິ່ນກໍ່ໄດ້ສ້າງສູນຝຶກອົບຮົມການຜະລິດເຫຼົ້າຢູ່ ສປປ ລາວ, ເຊິ່ງບັນດາພະນັກງານຂອງເພິ່ນກໍ່ໄດ້ຊ່ວຍປະກອບສ່ວນໃນຂະບວນການຜະລິດ, ໃນການຄົ້ນຄິດສ່ວນປະສົມ, ການບໍລິຫານຈັດການໂຮງງານ ແລະ ການຄວມຄຸມລະບົບຕ່າງໆ.

ການມາທ່ຽວຊົມໂຮງງານໃນຄັ້ງນີ້ ຈະຈົບລົງຢ່າງສົມບູນບໍ່ໄດ້ ຖ້າບໍ່ໄດ້ຊີມເຫຼົ້າຂອງໂຮງງານຈັກໜ້ອຍໜຶ່ງກ່ອນກັບບ້ານ. ນາງ ແອນນາ ໄດ້ຊວນໃຫ້ພວກເຮົາທົດລອງຊີມຕົວຢ່າງເຫຼົ້າຣັມຂອງໂຮງງານຫຼາຍແບບ. ແຊບອີ່ຫຼີ່! ກ່ອນກັບບ້ານ, ຂ້ອຍກໍ່ໄດ້ຊື້ເຫຼົ້າຣັມຂອງລາວດີ ກັບບ້ານມານັ່ງຈິບເບົາໆອີກ3 ແກ້ວ.

 

ວິທີການເດີນທາງ 

ໂຮງງານຜະລິດເຫຼົ້າຣັມ ລາວດີຕັ້ງຢູ່ຫ່າງຈາກຕົວເມືອງຂອງນະຄອນຫຼວງວຽງຈັນ ເປັນເວລາປະມານ 1.5 ຊົ່ວໂມງ.ການເຂົ້າທ່ຽວຊົມໂຮງງານຈະໃຊ້ເວລາປະມານໜຶ່ງຊົ່ວໂມງ ແລະ ການເຂົ້າຊົມຍັງບໍ່ມີຄ່າໃຊ້ຈ່າຍເທື່ອໃນໄລຍະນີ້.

ທ່ານສາມາດຈອງທົວໄດ້ທີ່ facebook.com/rhumlaodi

ຫຼື ສາມາດໄປລອງດື່ມເຫຼົ້າດັ່ງກ່າວກ່ອນທີ່ຮ້ານເຫຼົ້າຂອງໂຮງງານໃນຕົວເມືອງ, ຕັ້ງຢູ່ແຖວ
ແຄມແມ່ນໍ້າຂອງໃກ້ກັບອົງການແມ່ນໍ້າຂອງ: facebook.com/rumlaodi

 

ແປ ແລະ ຮຽບຮຽງໂດຍ ສົມໝາຍ ເຮືອນແກ້ວມະນີ

ຮູບໂດຍ ພູນຊັບ ເທວົງສາ 

LaodiRhum
Share

Previous

[:en]Bring in the Laos, Bring in the Funk[:]

Next

[:en]Growing Relationships[:la]ຄວາມສໍາພັນທີ່ກໍາລັງເຕີບໃຫຍ່ [:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ
Jan 12, 2018

(English) Milk and More

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
93 0
ອາຫານ
Sep 6, 2018

(English) The Quintessential Lao Dessert

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top