Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ອາຫານ, ທ່ອງທ່ຽວ

ແມ່ນ້ຳລຸ່ມເລິກ ພູເຂົາສຸງຊັນ

posted by Billy
Sep 13, 2021 2248 0 0
Share

ປະສົບການທ່ອງທ່ຽວສຸດພິເສດບໍ່ຄືໃຜທີ່ຫຼວງນ້ຳທາ

ຕັ້ງຢູ່ສົ້ນສຸດຂອງອຸທິຍານແຫ່ງຊາດນໍ້າຫ້າ, ຕົວເມືອງຫຼວງນໍ້າທາ ແມ່ນຈຸດເລີ່ມຕົ້ນທີ່ດີເລີດສຳລັບການທ່ຽວຊົມສຳຫຼວດເຂດພາກເໜືອຂອງລາວ.

ຈຸດຫຼັກໆທີ່ນັກທ່ອງທ່ຽວຫ້າມພາດເລີຍກໍ່ແມ່ນເສັ້ນທາງຮ່ອມພູຫຼວງນໍ້າທາ, ເປັນເສັ້ນທາງອ້ອມວົນທີ່ສາມາດເດີນທາງໄປດ້ວຍຕົນເອງໂດຍການຖີບລົດຖີບ ຫຼື ຂີ່ລົດຈັກ. ເສັ້ນທາງທ່ອງທ່ຽວດັ່ງກ່າວຖືກສ້າງຂຶ້ນໂດຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ດ້ວຍການສະໜັບສະໜູນຈາກນັກຊ່ຽວຊານດ້ານການທ່ອງທ່ຽວຈາກປະເທດ ນິວຊີແລນ, ເຊິ່ງເສັ້ນທາງໄລຍະ 35 ກິໂລແມັດນີ້ ມີທັງທາງປູຢາງ ແລະ ທາງດິນແດງ ທີ່ຈະພາທ່ານແລ່ນຜ່ານທັດສະນີຍະພາບອັນສວຍສົດງົດງາມຂອງເຂດຊົນນະບົດ, ຜ່ານສວນຜັກ, ຂ້າມຂົວໄມ້ໄຜ່ໂດກທີ່ໂຢກໄປໂຢກມາ ແລະ ຜ່ານບັນດາໝູ່ບ້ານຊົນເຜົ່າ. ເວົ້າໄດ້ເລີຍວ່າມີບ່ອນທີ່ໜ້າສົນໃຈໃຫ້ຢຸດແວ່ລະຫວ່າງທາງເຊັ່ນ: ບັນດາວັດວາອາຮາມອັນເກົ່າແກ່, ສູນຫັດຖະກຳທີ່ຂາຍເຄື່ອງຕໍ່າແຜ່ນ, ບ້ານນໍ້າດີ ບ່ອນທີ່ແມ່ຍິງຊົນເຜົ່າແລນແຕນພາກັນນັ່ງລວມກັນເປັນກຸ່ມກ້ອນຢູ່ກ້ອງຮົ່ມປັ່ນຝ້າຍ ແລະ ຫຍິບແພດ້ວຍຝາມືທີ່ມີຄາບສີຟ້າເຂັ້ມ ຈາກການຍ້ອມຜ້າ, ບ້ານ ຫາດຍາວ ບ້ານຊົນເຜົ່າມົ້ງທີ່ມີຊື່ສຽງໃນການຫຍິບຖັກປັກແສ່ວ, ປ່າສັກສິດອັນເປັນສຸສານຂອງຊົນເຜົ່າໄຕດໍາ ແລະ ອື່ນໆອີກຫຼາກຫຼາຍ. ທຸກໆສະຖານທີ່ ທີ່ເຮົາໄປແມ່ນຈະມີປ້າຍແນະນໍາໄວ້ຢ່າງຈະແຈ້ງຊັດເຈນຕາມເສັ້ນທາງ ແລະ ມີກະດານຂໍ້ມູນຂ່າວສານທີ່ເຕັມໄປດ້ວຍຄວາມຮູ້ອັນໜ້າອັດສະຈັນໃຈ ກ່ຽວກັບວັດທະນະທຳ, ປະເພນີ ແລະ ຫັດຖະກຳຂອງປະຊາຊົນທ້ອງຖິ່ນ ທີ່ທ່ານຈະສາມາດພົບເຫັນໄດ້ໃນແຕ່ລະໝູ່ບ້ານ. ເສັ້ນທາງອ້ອມວົນເສັ້ນນີ້ ສາມາດຂີ່ອ້ອມຮອບໄດ້ດ້ວຍເວລາ ສາມ ຫາ ສີ່ ຊົ່ວໂມງ, ຫຼື ທ່ານສາມາດເລືອກເສັ້ນທາງທີ່ສັ້ນກວ່ານັ້ນກໍ່ໄດ້ ເຊິ່ງຈະໃຊ້ເວລາພຽງ ໜຶ່ງ ຫາ ສອງ ຊົ່ວໂມງເທົ່ານັ້ນ ແຕ່ແຄມທາງທີ່ເຕັມໄປດ້ວຍ ຮ້ານໝີ່ຮ້ານເຝີທີ່ສົ່ງກິ່ນອັນຫອມຫວນ ແລະ ມີບ່ອນໃຫ້ແວ່ຊົມຫຼາກຫຼາຍແບບນັ້ນ ຈັກຊົ່ວໂມງກໍ່ຄົງຈະບໍ່ພໍ, ດີແທ້ແມ່ນຕ້ອງໄດ້ເລາະໃຫ້ໝົດມື້ໜຶ່ງໄປເລີຍ… ຫຼືບໍ່ກໍ່ສອງມື້ໂລດ. ທ່ານສາມາດສອບຖາມເອົາແຜນທີ່ທ່ອງທ່ຽວໄດ້ຈາກໂຮງແຮມ ແລະ ເຮືອນພັກຂອງທ່ານ.

ບ່ອນທ່ອງທ່ຽວອື່ນໆທີ່ໜ້າສົນໃຈໃນແຂວງຫຼວງນໍ້າທາ ກໍ່ຈະມີພະທາດຫຼວງນໍ້າທາສີຄໍາ ເຊິ່ງຕັ້ງເປັນມິ່ງຂວັນເທິງຈອມພູທີ່ຢູ່ໃຈກາງຕົວເມືອງ ແລະ ນອກນັ້ນ ກໍ່ຍັງມີຕະຫຼາດກາງຄືນນ້ອຍໆໄວ້ໃຫ້ໄດ້ເລາະຊົມ. ແນ່ນອນວ່າ ເມືອງດັ່ງກ່າວ ຖືເປັນທີ່ຮູ້ຈັກກັນດີສໍາລັບສາຍລຸຍທັງຫຼາຍ ເພາະເປັນຈຸດເລີ່ມຕົ້ນທໍາອິດສຳລັບການຍ່າງປ່າ ແຕ່ວ່າດຽວນີ້ ຫຼາຍສິ່ງຫຼາຍຢ່າງໄດ້ມີການປ່ຽນໄປ ທຸລະກິດຫຼາຍໆແຫ່ງກໍ່ໄດ້ປິດລົງໃນປີທີ່ຜ່ານມາ ຫຼື ບາງບ່ອນກໍ່ພຽງແຕ່ເປີດໃຫ້ບໍລິການແບບຈຳກັດບາງສ່ວນເທົ່ານັ້ນ, ສະນັ້ນ ເວລາທີ່ທ່ານໄປຮອດເມືອງດັ່ງກ່າວແລ້ວ ຂໍໃຫ້ທ່ານສອບຖາມຂໍ້ມູນເບິ່ງດີໆກ່ອນວ່າຈະມີໄກ້ນໍາທ່ຽວໄວ້ໃຫ້ທ່ານໃຊ້ບໍລິການ ຫຼື ບໍ່. ສ່ວນລົດຈັກ ແລະ ລົດຖີບແມ່ນສາມາດເຊົ່າມາຂີ່ໄດ້ຈາກຫຼາຍໆ
ຮ້ານຕາມເສັ້ນທາງໃຫຍ່.

ການພະຈົນໄພດ້ານອາຫານທີ່ແປກໃໝ່

ຄວາມຫຼາກຫຼາຍດ້ານຊົນເຜົ່າຂອງແຂວງຫຼວງນໍ້າທາ, ສະພາບອາກາດທີ່ດີ, ຮ່ອມພູອັນອຸດົມສົມບູນ ບວກກັບປ່າໄມ້ທີ່ຂຽວສະອຸ່ມຢູ່ສຸຍາມ ເຮັດໃຫ້ແຂວງດັ່ງກ່າວນີ້ ເປັນໜຶ່ງໃນແຂວງທີ່ໜ້າຕື່ນຕາຕື່ນໃຈທີ່ສຸດໃນປະເທດລາວ ໂດຍສະເພາະແມ່ນສໍາລັບຜູ້ທີ່ມັກຮັກດ້ານອາຫານການກິນ ແລະ ການເຮັດອາຫານ.
ຢູ່ເມືອງຫຼວງນໍ້າທາ ທີ່ຕະຫຼາດເຊົ້າ ຈະມີຮ້ານຂາຍອາຫານເຊົ້າຢັ່ງຢາຍກັນຢູ່, ສ່ວນຫຼາຍແລ້ວແມ່ນອາຫານພື້ນບ້ານແບບພາກເໜືອກຽມໄວ້ໃຫ້ທ່ານໄດ້ລິ້ມລອງ ບໍ່ວ່າຈະເປັນເມນູ ເຂົ້າຊອຍ ພ້ອມກັບນໍ້າແກງ ແລະ ໜ້າເຂົ້າຊອຍທແຊບຊ້ອຍເກີນຄໍາບັນຍາຍ. ນອກນັ້ນ ຍັງມີອາຫານທີ່ອີກຢ່ງໜຶ່ງກໍ່ຄື ເຂົ້າແລງຟືນ ເປັນມັນເປັນຄືແປ້ງເຂົ້າໜົມທີ່ຖືກເອົາມາຕົ້ມ, ຕັດເປັນຕ່ອນ ແລ້ວຮັບປະທານຄູ່ກັບແກງສີໃສໆທີ່ໃຫ້ລົດຊາດສົດຊື່ນ ເຊິ່ງສ່ວນໃຫຍ່ຈະຖືກປຸງລົດຊາດດ້ວຍດອກສົ້ມພໍດີ, ໝາກເລັ່ນ ແລະ ໝາກຂາມພ້ອມທັງເພີ່ມລົດຊາດດ້ວຍແຈ່ວຂີງເຜັດໆ ຕັກໃສ່ແບບເຕັມບ່ວງເລີຍ.

ທີ່ຮ້ານອາຫານ ໂຊກໄຊ, ແມ່ອ້ວນ ຜູ້ທີ່ເປັນທັງແມ່ຄົວປຸງແຕ່ງອາຫານ ແລະ ເປັນເຈົ້າຂອງຮ້ານ ມັກຈະມີອາຫານແຊບໆຕົ້ນຕໍາລັບຂອງພາກເໜືອຫຼາກຫຼາຍລາຍການໃຫ້ລອງຮັບປະທານ. ອາຫານທີ່ເຮົາແນະນຳໃຫ້ຕ້ອງລອງກິນແມ່ນ ອົ່ວປາ, ຈືນປາທີ່ຫໍ່ໃສ່ກັບສະໝຸນໄພ, ຕົ້ມແຈ່ວປາ, ຕົ້ມປາໃສ່ກັບໝາກເຂືອຫໍາມ້າ, ແກງໜໍ່ຫວາຍອັນເປັນອາຫານຂຶ້ນຊື່ຂອງທ້ອງຖິ່ນ ແລະ ຊຸບຜັກຕາມລະດູການ. ຖ້າທ່ານມາຮອດຮ້ານປະມານ 5.30 ໂມງແລງ ທ່ານຈະບໍ່ໄດ້ຮັບປະທານພຽງແຕ່ອາຫານເທົ່ານັ້ນ ແຕ່ຍັງຈະໄດ້ດື່ມດໍ່າກັບ ທິວທັດອັນສວຍງາມຂອງຕາເວັນຕົກດິນຕາມແຄມແມ່ນໍ້າ ຄຽງຄູ່ໄປກັບການຈິບເບຍລາວເຢັນໆ ແລະ ກິນຈືນກະດູກຂ້າງໝູທີ່ເອືອບໃສ່ກັບຂີງ, ກະທຽມ ແລະ ໃບຂີ້ຫູດເປັນກັບແກ້ມ ຮັບຮອງວ່າທ່ານຕ້ອງຢາກຢຸດເວລາໄວ້ຢູ່ບ່ອນນັ້ນເລີຍ. ຮ້ານອາຫານໂຊກໄຊ (ໂທ: 020 58420555) ຕັ້ງຢູ່ຫ່າງຈາກໃຈກາງຕົວເມືອງອອກມາປະມານສອງກິໂລແມັດຕາມເສັ້ນທາງໄປເມືອງສິງ.

ໄປຫຼວງນໍ້າທາຈະພັກຢູ່ໃສ

ມີເຮືອນພັກດີໆຫຼາກຫຼາຍແຫ່ງໃນຕົວເມືອງໃຫ້ທ່ານໄດ້ເລືອກພັກ ເຊັ່ນ ເຮືອນພັກ ທຸລະສິດ (086 212 166) ແລະ ບັງກະໂລ ພູອິວ ສາມ (Phou Iu III Bungalows) ເປັນຣີສອດທີ່ເຮັດດ້ວຍໄມ້, ໄມ້ໄຜ່ ແລະ ຕັ້ງຢູ່ທ່າມກາງສວນທີ່ສວຍສົດງົດງາມ (020-9944 0084).

ກຽມພ້ອມແລ້ວບໍ່ທີ່ຈະອອກເດີນທາງ

ເຊົ່າລົດຈັກຢູ່ແຂວງຫຼວງນໍ້າທາ ແລ້ວມຸ່ງໜ້າໄປທາງເໜືອສູ່ ເມືອງສິງ. ການຂີ່ລົດໄລຍະ 57 ກິໂລແມັດ ນີ້ຈະນໍາພາທ່ານຂຶ້ນໄປເທິງພູ ຜ່ານທິວທັດພູຜາປ່າດົງທີ່ສວຍງາມ, ຜ່ານບັນດາໝູ່ບ້ານຊົນເຜົ່າກຸ່ມນ້ອຍ ແລະ ຕະຫຼາດແຄມທາງສອງສາມແຫ່ງ, ກ່ອນທີ່ເສັ້ນທາງດັ່ງກ່າວຈະພາທ່ານລົງໄປສູ່ຮ່ອມພູຂອງ ເມືອງສິງ. ຖ້າຫາກເບິ່ງຜ່ານໆແລ້ວ, ຕົວເມືອງເກົ່ານີ້ອາດຈະບໍ່ມີຫຍັງເປັນທີ່ໂດດເດັ່ນປານໃດ ແຕ່ຖ້າໄດ້ມາລອງສໍາພັດເບິ່ງຄັກໆ ທ່ານຈະເຫັນໄດ້ວ່າມີຫຼາຍບ່ອນທີ່ໜ້າສົນໃຈ ແລະ ຊວນໃຫ້ຢາກໄປຢ້ຽມຢາມທີ່ສຸດ ເອີ້ນໄດ້ວ່ານັກທ່ອງທ່ຽວສາມາດເລາະຫຼິ້ນໄດ້ເປັນເວລາຫຼາຍມື້ເລີຍກໍ່ວ່າໄດ້. ຕະຫຼາດສົດ ເມືອງສິງ ເປັນຕະຫຼາດທີ່ຮວບຮວມເອົາຜູ້ຄົນຈາກຊົນເຜົ່າທີ່ຫຼາກຫຼາຍມີທັງ ຊົນເຜົ່າອາຄ່າ, ຊົນເຜົ່າຢາວ ແລະ ຊົ່ນເຜົ່າໄຕດໍາ. ສໍາ​ລັບອາ​ຫານ​ເຊົ້າຢູ່ນີ້, ຈະມີຮ້ານເຂົ້າຊອຍຫຼາຍໆບ່ອນໄວ້ໃຫ້ລອງຊິມ ທ່ານສາມາດເລືອກຮັບປະທານໄດ້ຕາມໃຈ ເພາະວ່າເສັ້ນເຂົ້າຊອຍແມ່ນຈະຖືກເຮັດຢູ່ບ້ານ ສິລິເຮືອງ ທີ່ຢູ່ໃກ້ໆຫັ້ນ. ແຕ່ນອກຈາກເຂົ້າຊອຍແລ້ວ ທ່ານກໍ່ຕ້ອງລອງເຕົາຮູ້ທີ່ເຮັດເອງໂດຍຄົນທ້ອງຖິ່ນພ້ອມ. ອາຫານຢູ່ທີ່ນີ້ສ່ວນຫຼາຍຈະຖືກປຸງແຕ່ງດ້ວຍຕ່ອນເຕົາຮູ້ທີ່ນຸ້ມໆ. ສຳລັບອາຫານທ່ຽງ ຫຼື ອາຫານຄໍ່າ, ໃຫ້ທ່ານມຸ່ງໜ້າໄປທີ່ຮ້ານອາຫານໄຕລື້ ທີ່ຕັ້ງຢູ່ອາຄານໄມ້ສີແດງອົມມ້ວງຈາງໆ ລຽບຕາມເສັ້ນທາງໃຫຍ່ຂອງຕົວເມືອງ. ຢູ່ຮ້ານດັ່ງກ່າວຈະມີແຕ່ຈະໃຫ້ລູກຄ້າໄປເລືອກວັດຖຸດິບຕາມຕູ້ແຊ່ຂະໜາດໃຫຍ່ທາງດ້ານໜ້າ ແລ້ວລົມກັບພໍ່ຄົວແມ່ຄົວເອົາເລີຍວ່າທ່ານຢາກກິນເມນູໃດ ແລະ ສິ່ງທີ່ທ່ານເລືອກແມ່ນເຮັດຫຍັງກິນໄດ້ແນ່. ບອກເລີຍວ່າທ່ານຈະບໍ່ຜິດຫວັງແນ່ນອນ ແຕ່ຂໍເຕືອນໄວ້ກ່ອນວ່າ ອາຫານທີ່ຈະມາເສີບແມ່ນໄດ້ຫຼາຍອີ່ຫຼີ.

ຢູ່ເມືອງສິງຈະພັກຢູ່ໃສ

ບັງກະໂລ ພູ ອິວ ສອງ ໄດ້ຖືກສ້າງຂຶ້ນອ້ອມຮອບດ້ວຍສວນຜັກອິນຊີຂອງພື້ນທີ່ຣີສອດເອງ. ຫ້ອງພັກຈະເປັນຊົງລຽບງ່າຍ ແຕ່ໃຫ້ຄວາມສະດວກສະບາຍຄົບຊຸດ ແລະ ສາມາດນັ່ງຢູ່ລະບຽງໃນຕອນແລງເພື່ອດື່ມດໍ່າກັບຄວາມງຽບສະຫງົບ ແລະ ໄດ້ຢູ່ກັບໂຕເອງແມ່ນຖືເປັນຄວາມຮູ້ສຶກທີ່ດີແທ້ໆ.

ນອກນັ້ນ, ພະນັກງານຢູ່ນີ້ກໍ່ຍັງເປັນມິດ ແລະ ສາມາດໃຫ້ຂໍ້ມູນທີ່ໜ້າສົນໃຈກ່ຽວກັບສະຖານທີ່ທ່ອງທ່ຽວ ຫຼື ກິດຈະກໍາວ່າ ຄວນເຮັດຫຍັງແດ່ໃນເຂດ
ດັ່ງກ່າວແກ່ບັນດາທ່ານໄດ້ຢ່າງລະອຽດ. ໂທ: 020 55 985 557.

 

ວິທີເດີນທາງ

ການບິນລາວ ມີຖ້ຽວບິນປະຈຳທຸກມື້ເດີນທາງຈາກນະຄອນຫຼວງວຽງຈັນໄປແຂວງຫຼວງນ້ຳທາ. ທ່ານສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ luangnamthatourism.org

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ Mick Shippen

LaosLuang NamthaTravel Luang Namtha
Share

Previous

[:en]Open for Business[:la]ເປີດໃຫ້ບໍລິການແລ້ວ[:]

Next

[:en]Go Further [:la]ກ້າວໄປສູ່ຂ້າງໜ້າ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Jul 4, 2018

(English) 48 Hours in Busan

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ອາຫານ
Sep 19, 2017

ເພີ່ມຄວາມຫວານ,​ ເພີ່ມຄວາມສົດຊື່ນໃຫ້ຊີວິດ

ເວົ້າເຖິງວັດທະນະທຳການກິນຂອງຄົນລາວ, ຫຼັງກິນອາຫານຄາວແລ້ວກໍຈະມັກກິນອາຫານຫວານ....

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top