ຣີເວີຟຣອນ ອາພາດເມັນສຸດຫຼູ ໃຈກາງນະຄອນຫຼວງວຽງຈັນ

Author:

Category:

spot_img

ສໍາຜັດກັບຊີວິດອັນລຽບຫຼູພ້ອມຊົມວິວແມ່ນໍ້າຂອງ
ອາພາດເມັນ ຣີເວີຟຣອນ ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໂດຍໃຫ້ບໍລິການສະຖານທີ່ພັກຜ່ອນອັນແສນງຽບສະຫງົບໃຈກາງນະຄອນຫຼວງວຽງຈັນ ເຊິ່ງເປັນເມືອງທີ່ເຕັມໄປດ້ວຍຜູ້ຄົນ ແລະ ລົດລາງພາຫະນະສັນຈອນໄປມາບໍ່ຂາດໄລຍະ. ແຕ່ອາພາດເມັນອັນຫຼູຫຼາແຫ່ງນີ້ແມ່ນມາພ້ອມກັບວິວທໍາມະຊາດຈາກແມ່ນໍ້າຂອງ ປະສົມປະສານກັບເສັ້ນຂອບຟ້າຂອງຕົວເມືອງອັນງົດງາມແຫ່ງນີ້ ໄດ້ກາຍເປັນຕົວເລືອກທີ່ສົມບູນແບບໃນການເຂົ້າພັກຢ່າງສະດວກສະບາຍ ແລະ ຜ່ອນຄາຍ ບໍ່ວ່າຈະເປັນຊ່ວງວັນພັກທ້າຍອາທິດ ຫຼື ຈະພັກແບບໄລຍະຍາວກໍໄດ້.
ອາພາດເມັນແຫ່ງນີ້ປະກອບມີທັງໝົດ 39 ຫ້ອງ ແຕ່ລະຫ້ອງລ້ວນແຕ່ຖືກອອກແບບມາພ້ອມກັບຄວາມຫຼູຫຼາ ເຊິ່ງມີທັງສິ່ງອໍານວຍຄວາມສະດວກຕ່າງໆທີ່ທັນສະໄໝ ເພື່ອຕອບສະໜອງຄວາມສະດວກສະບາຍໃຫ້ແກ່ບັນດາແຂກທີ່ໄດ້ເລືອກເຂົ້າພັກໃນສະຖານທີ່ແຫ່ງນີ້. ອາພາດເມັນແຫ່ງນີ້ມີຂະໜາດຕັ້ງແຕ່ ໜຶ່ງ ເຖິງ ສາມ ຫ້ອງນອນ ແລະ ມີພື້ນທີ່ນັ່ງຫຼິ້ນທີ່ກວ້າງຂວາງ, ມີຫ້ອງຄົວພ້ອມອຸປະກອນຄົວເຮືອນແບບຄົບເຊັດ, ແລະ ລະບຽງສ່ວນຕົວ ເຊິ່ງສາມາດນັ່ງຊົມທິວທັດທໍາມະຊາດອັນງົດງາມຂອງແມ່ນໍ້າຂອງ. ຫ້ອງນອນກໍແມ່ນເຕັມໄປດ້ວຍສິ່ງອໍານວຍຄວາມສະດວກຕ່າງໆທີ່ຕົບແຕ່ງແບບອົບອຸ່ນ, ບ່ອນນອນອັນໜານຸ້ມ ແລະ ເຄື່ອງນອນກໍມີຄຸນນະພາບສູງ ເພື່ອຊ່ວຍໃຫ້ທ່ານໄດ້ນອນຫຼັບສະບາຍຢ່າງມີຄວາມສຸກ.
ອາພາດເມັນ ຣີເວີຟຣອນ ເໝາະສໍາລັບຜູ້ທີ່ຕ້ອງການຄວາມຜ່ອນຄາຍ. ຈຸດເດັ່ນຂອງສະຖານທີ່ແຫ່ງນີ້ປະກອບມີ ສະລອຍນໍ້າເທິງດາດຟ້າອັນສວຍງາມ, ຫ້ອງອອກກໍາລັງກາຍວິວແມ່ນໍ້າຂອງ, ສະປາ, ໂຮງຮູບເງົາຂະໜາດນ້ອຍ, ແລະ ສະໜາມຕີກັອບຈໍາລອງ ເຊິ່ງເປັນແຫ່ງທໍາອິດຂອງນະຄອນຫຼວງວຽງຈັນ.
ໜຶ່ງໃນສະຖານທີ່ໜ້າສົນໃຈທີ່ສໍາຄັນຂອງອາພາດເມັນ ຣີເວີຟຣອນ ນັ້ນກໍຄື ຮ້ານອາຫານ ສາລາ ສະເໜ່ ເຊິ່ງມີບໍລິການອາຫານຕະຫຼອດວັນ ແລະ ໃຫ້ບໍລິການທັງອາຫານພື້ນເມືອງໄທ ແລະ ອາຫານສາກົນທີ່ດີທີ່ສຸດ ພ້ອມທັງປຸງແຕ່ງດ້ວຍວັດຖຸດິບທີ່ສົດໃໝ່ເທົ່ານັ້ນ. ຮ້ານອາຫານດັ່ງກ່າວ ຖືເປັນສະຖານທີ່ເໝາະສົມສໍາລັບການຮັບປະທານອາຫານມື້ພິເສດ ພ້ອມດື່ມດໍາກັບທັດສະນີຍະພາບອັນງົດງາມຂອງແມ່ນໍ້າຂອງ.
ເວົ້າລວມແລ້ວ, ອາພາດເມັນ Riverfront ໃຫ້ບໍລິການສໍາລັບການເຂົ້າພັກເຊົາທີ່ຫຼູຫຼາ ພ້ອມກັບຄວາມສະດວກສະບາຍໃນທີ່ຕັ້ງທີ່ດີເລີດ. ບໍ່ວ່າທ່ານຈະເດີນທາງມາເພື່ອຈຸດປະສົງທາງທຸລະກິດ ຫຼື ທ່ອງທ່ຽວ, ຂໍບອກເລີຍວ່າ ສະຖານທີ່ແຫ່ງນີ້ ຄືຕົວເລືອກທີ່ພຽບພ້ອມທີ່ສຸດສໍາລັບທ່ານ ຜູ້ທີ່ກໍາລັງຊອກຫາຄວາມຫຼູຫຼາ ແລະ ການພັກຜ່ອນໃນເຂດໃຈກາງເມືອງ.

 

ການເດີນທາງ
ອາພາດເມັນ Riverfront ຕັ້ງຢູ່ໃກ້ໆ ກັບໃຈກາງເມືອງວຽງຈັນຢູ່ບ້ານພັນໝັ້ນ.

ຂໍ້ມູນເພີ່ມເຕີມ
ຖ້າຕ້ອງການຈອງ ຫຼື ເບິ່ງຂໍ້ມູນເພີ່ມເຕີມ ສາມາດເຂົ້າເບິ່ງທີ່ riverfrontapartmentvte.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles