Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Festival, ວິຖີຊີວິດ, Social Enterprise

ກິດຈະກຳການແລ່ນເພື່ອເດັກນ້ອຍ

posted by Billy
Sep 7, 2022 822 0 0
Share

ທຸກບາດກ້າວທີ່ທ່ານກ້າວເດີນເປັນການປະກອບສ່ວນຊ່ວຍຊີວິດເດັກນ້ອຍໄດ້
ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ມີຄວາມຍິນທີ່ຈະຂໍປະກາດໃຫ້ທຸກໆທ່ານຊາບວ່າ: ກິດຈະກຳການແລ່ນເພື່ອເດັກນ້ອຍ ຫຼວງພະບາງ ຮາຟມາຣາທອນຄັ້ງທີ 8 ຈະໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2022 ນີ້ ທີ່ນະຄອນຫຼວງພະບາງ. ເຊງກິດຈະກຳດັ່ງກ່າວນີ້ຖືວ່າເປັນຄັ້ງທຳອິດທີ່ LFHC ສາມາດຈັດຂຶ້ນໄດ້ ນັບຕັ້ງແຕ່ເກີດມີການລະບາດຂອງພະຍາດໂຄວິດ-19 ແລະ ງານນີ້ຈະຖືວ່າເປັນງານທີ່ຍິ່ງໃຫຍ່ທີ່ຈະໄດ້ເຫັນຜູ້ເຂົ້າຮ່ວມຫຼາຍກວ່າ 2,000 ຄົນຮ່ວມກັນແລ່ນ ໂດຍຜ່ານສະຖານທີ່ທາງວັດທະນະທຳຂອງລາວ. ເສັ້ນທາງໃນການແລ່ນຄັ້ງນີ້ແມ່ນໄດ້ຜ່ານສະຖານທີ່ທີ່ມີວິວທິວທັດສວຍງາມ ເປັນການແລ່ນດ້ວຍຈິດໃຈ ແລະ ຄວາມຮູ້ສຶກທີ່ສຳຜັດໄດ້ເຖິງຄວາມເປັນຈິດໜຶ່ງໃຈດຽວກັນ.
ຄຳຂວັນຂອງການແຂ່ງຂັນນີ້ແມ່ນ “ເສີມສ້າງຄວາມແຂງແຮງໃຫ້ຫົວໃຈໃນຂະນະທີ່ຍັງເຕັ້ນຢູ່.” ໂດຍການປະກອບສ່ວນທັງດ້ານເຫື່ອແຮງ ແລະ ດ້ານເງິນທຶນ, ທ່ານກໍ່ຈະໄດ້ຊ່ວຍຮັກສາ ແລະ ຊ່ວຍຊີວິດລູກຫຼານປະຊາຊົນລາວ. ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ແມ່ນເປັນໂຮງໝໍເດັກແຫ່ງດຽວໃນປະເທດລາວ ແລະ ເປັນພຽງໂຮງໝໍເດັກແຫ່ງດຽວໃນພາກເໜືອທີ່ໃຫ້ບໍລິການປິ່ນປົວເດັກນ້ອຍໂດຍທີ່ບໍ່ເສຍຄ່າໃຊ້ຈ່າຍ. ເຊງເປັນເງິນທຶນສ່ວນຕົວຂອງພາກເອກະຊົນ 100%. ເປັນສະຖານທີ່ທີ່ໃຫ້ການເບງແຍງສຸຂະພາບທີ່ມີຄຸນນະພາບສູງ, ມີຄວາມເຫັນອົກເຫັນໃຈ ແລະ ເອົາໃຈໃສ່ຕໍ່ເດັກນ້ອຍ ເປັນຈຳນວນຫຼາຍກວາ 30,000 ຄົນໃນແຕ່ລະປີ. ເດັກນ້ອຍເຫຼົ່ານີ້ ແມ່ນມາຈາກເຂດພື້ນທີ່ທີ່ມີຄວາມທຸກຍາກ ແລະ ຫ່າງໄກສອກຫຼີກທາງພາກເໜືອຂອງປະເທດລາວ.

LFHC ດໍາເນີນງານບົນພື້ນຖານສາມດ້ານຄື: ເບງແຍງສຸຂະພາບ, ການສຶກສາ ແລະ ການປ້ອງກັນພະຍາດ ໂດຍ 12 ພະແນກ, ເຊງປະກອບດ້ວຍ 42 ຕຽງນອນໃນພະແນກຄົນເຈັບພາຍໃນ, ພະແນກຄົນເຈັບພາຍນອກທີ່ເບງແຍງເດັກນ້ອຍ 150 ຄົນຕໍ່ວັນ, ພ້ອມທັງໜ່ວຍງານເບິ່ງແຍງເດັກນ້ອຍເກີດໃໝ່ ທີ່ມີຄວາມທັນສະໄໝທີ່ໃຫ້ການເບງແຍງແອນ້ອຍທີ່ມີນ້ຳໜັກພຽງແຕ່ 700 ກຣາມ, ມີຄລີນິກພະຍາດ ປ້າງກິນເລືອດ ທີ່ປິ່່ນປົວເດັກນ້ອຍ 200 ຄົນຕໍ່ເດືອນ, ແລະ ໜ່ວຍງານປິ່່ນປົວທີ່ມີຄວາມປອດໄພສູງ (HAU) ໃໝ່ ທີ່ໃຫ້ການປິ່ນປົວໂດຍບໍ່ເສຍຄ່າໃຊ້ຈ່າຍແກ່ເດັກນ້ອຍທີ່ເຈັບປ່ວຍໜັກໃນພາກເໜືອຂອງປະເທດລາວ. HAU ທີ່ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ເປັນສູນກາງທາງການແພດທີ່ບໍ່ເສຍຄ່າໃຊ້ຈ່າຍແຫ່ງດຽວໃນທົ່ວປະເທດ. ນອກຈາກນີ້ LFHC ແມ່ນຍັງເປັນທີ່ຕັ້ງຂອງຄລີນິກເພື່ອພັດທະນາການເດັກນ້ອຍໂດຍບໍ່ເສຍຄ່າໃຊ້ຈ່າຍແຫ່ງດຽວໃນພາກເໜືອຂອງປະເທດລາວ ທີ່ໃຫ້ບໍລິການເບງແຍງ ແລະ ປິ່ນປົວບັນດາເດັກນ້ອຍທີ່ມີພັດທະນາການລ້າຊ້າ, ອໍທິສຕິກ ແລະ ດາວຊິນໂດຣມ.
ທີມງານເຜີຍແຜ່ປະຊາສຳພັນຂອງ LFHC ໄດ້ເດີນທາງດ້ວຍໄລຍະທາງຫຼາຍກ່ວາ 23,000 ກິໂລແມັດ ໃນປີ 2021 ເພື່ອລົງຢ້ຽມຢາມຄົນເຈັບຈຳນວນ 309 ລາຍ ເຖິງແມ່ນວ່າຈະມີການປິດປະເທດເຊງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການເດີນທາງ. ການຂະຫຍາຍວຽກງານ ແມ່ນຊ່ວຍໃຫ້ຮັບປະກັນວ່າຄົນເຈັບທີ່ມີອາການເຈັບປ່ວຍເກີນກ່ວາທີ່ຈະສາມາດເດີນທາງ ຫຼື ບໍ່ສາມາດເດີນທາງໄດ້ແຕ່ກໍໍ່ຈະໄດ້ຮັບການບໍລິການເບງແຍງສຸຂະພາບທີ່ຈຳເປັນ ແລະ ເໝາະສົມ.

ການສຶກສາແມ່ນໜຶ່ງໃນເສົາຫຼັກຂອງໂຮງໝໍເພື່ອນລາວສຳລັບເດັກນ້ອຍ. ທາງໂຮງໝໍແມ່ນຈະມີແຜນງານການສິດສອນທີ່ເຂັ້ມແຂງ ເຊັ່ນດຽວກັນກັບ ການເນັ້ນການຝຶກອົບຮົມພາຍນອກທີ່ຂະຫຍາຍຕົວຫຼາຍຂຶ້ນ. ທາງໂຮງໝໍ ໄດ້ເຊີນບັນດານັກສຶກສາຈຳນວນຫຼາຍຮ້ອຍຄົນຈາກມະຫາວິທະຍາໄລ ແລະ ວິທະຍາໄລຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອມາຝຶກອົບຮົມຮ່ວມທີມງານ LFHC. ນອກຈາກນີ້ LFHC ຍັງຈັດການຝຶກອົບຮົມໃຫ້ແກ່ສູນສຸຂະພາບໃນທ້ອງຖິ່ນ ເພື່ອກະຈາຍຄວາມຮູ້ໄປສູ່ເມືອງຕ່າງໆ ແລະ ປັບປຸງຄຸນນະພາບໃນການເບງແຍງສຸຂະພາບໃນເຂດຊຸມຊົນຕ່າງໆໃນເຂດຊົນນະບົດ. ໂຮງໝໍຫາກໍ່ໄດ້ທຳການວ່າຈ້າງ ຜູ້ອຳນວຍການຝ່າຍປ້ອງກັນພະຍາດ ເພື່ອຄົ້ນຄວ້າ ແລະ ຫຼຸດຜ່ອນພະຍາດທີ່ຂັດຂວາງການຈະເລີນເຕີບໂຕຂອງເດັກ ແລະ ພະຍາດທີ່ກ່ຽວຂ້ອງກັບການຂາດສານອາຫານໃນຊຸມຊົນເຂດຊົນນະບົດເພື່ອຫຼຸດຈຳນວນຄົນເຈັບ.
ຄຳຂວັນທີ່ຈາລຶກໄວ້ເທິງປ້າຍທາງເຂົ້າໂຮງໝໍເພື່ອນລາວສຳລັບເດັກນ້ອຍ ແມ່ນຄຳວ່າ: “ປະຕິບັດຕໍ່ກັບເດັກນ້ອຍທຸກຄົນຄືກັນກັບວ່າພວກເຂົາເປັນລູກຂອງທ່ານເອງ.” ເຊງນີ້ແມ່ນຄໍາຂວັນທີ່ກ່າວໂດຍນັກຖ່າຍຮູບຍີ່ປຸ່ນຜູ້ໜຶ່ງ ຊື່ວ່າ Kenro Izu ແລະ ລາວເປັນຄົນທຳອິດທີ່ມີແນວຄິດລິເລີ່ມເລື່ອງໂຮງໝໍ ເມື່ອລາວໄດ້ເຫັນພໍ່ຜູ້ໜຶ່ງທີ່ສູນເສຍລູກສາວ ທີ່ມີອາຍຸ 7 ປີໄປຍ້ອນວ່າບໍ່ສາມາດຈ່າຍຄ່າຢາຮັກສາຈຳນວນ ພຽງ 2 ໂດລາ. ພະນັກງານ LFHC ໄດ້ຍຶດໝັ້ນຄຳກ່າວນີ້ມາຈົນເຖິງປັດຈຸບັນ ໂດຍໃຫ້ການເບີ່ງແຍງເອົາໃຈໃສ່ເດັກນ້ອຍທຸກຄົນທີ່ຕ້ອງການຊ່ວຍເຫຼືອ.

ກິດຈະກຳແລ່ນເພື່ອເດັກນ້ອຍ ແມ່ນໂອກາດທີ່ເໝາະສົມທີ່ສຸດໃນການສະໜັບສະໜູນວຽກງານຂອງ LFHC ທີ່ກຳລັງດໍາເນີນຢູ່ ແລະ ເປັນສ່ວນໜຶ່ງຂອງກິດຈະກຳຊຸມຊົນທີ່ເປັນເອກະລັກໃນຫຼວງພະບາງ. ທຸກບາດກ້າວທີ່ທ່ານກ້າວເດີນເພື່ອໄປສູ່ເສັ້ນໄຊ ເປັນການປະກອບສ່ວນຊ່ວຍໃຫ້ LFHC ບັນລຸເປົ້າໝາຍໃນການຊ່ວຍເຫຼືອເດັກນ້ອຍໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້!

“ປະຕິບັດຕໍ່ກັບເດັກນ້ອຍທຸກຄົນຄືກັນກັບວ່າພວກເຂົາເປັນລູກຂອງທ່ານເອງ.”

ການເດີນທາງ
ການບິນລາວມີຖ້ຽວບິນໄປຫຼວງພະບາງ ຈາກນະຄອນຫຼວງວຽງຈັນ ແລະ ບາງກອກທຸກມື້.

ຂໍ້ມູນເພີ່ມເຕີມ
ສະແກນລະຫັດ QR code ຂ້າງລຸ່ມ ເພື່ອຄົ້ນຫາຂໍ້ມູນເພີ່ມເຕີມ.

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ (LFHC)

Luang PrabangRun of Children
Share

Previous

[:en]Travel Responsibly in Laos[:la]ການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບໃນປະເທດລາວ[:]

Next

[:en]Shimmering Boats of Light[:la]ເຮືອໄຟສ່ອງແສງລະຍິບລະຍັບ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ອາຫານ, ວິຖີຊີວິດ, ທ່ອງທ່ຽວ
May 8, 2019

(English) Southern Confluences

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທຸລະກິດ, Environment, Social Enterprise
Jul 2, 2022

ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ

ຄວາມຍືນຍົງສາມາດບັນລຸໄດ້ງ່າຍກວ່າທີ່ທ່ານຄິດ ໂຄງການ SUSTOUR Laos ທີ່ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top