ສະຫວັນນະເຂດເມືອງແຫ່ງສວງສະຫວັນ

Author:

Category:

spot_img

ດ້ານເທິງດາດຟ້າຂອງໂຮງໜັງເກົ່າ ລາວຈະເລີນ ທີ່ໄດ້ຮັບການບູລະນະຟື້ນຟູຄືນໃໝ່

ເມືອງທີ່ໃຫຍ່ເປັນອັນດັບສອງຂອງລາວ, ຕັ້ງຢູ່ຕາມລ່ອງແມ່ນໍ້າຂອງອັນເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ລະຫວ່າງໄທ ແລະ ຫວຽດນາມ, ສະຫວັນນະເຂດ ໄດ້ຮັບອິດທິພົນຈາກວັດທະນະທໍາທີ່ແຕກຕ່າງ ແລະ ຫຼາກຫຼາຍ. ແຂວງດັ່ງກ່າວຍັງເປັນແຂວງທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດ ແລະ ຍັງເປັນພື້ນທີ່ອັນສຳຄັນຂອງສັດປ່າທຳມະຊາດ. ຕົວເມືອງດັ່ງກ່າວ ໄດ້ຖືກສ້າງຂຶ້ນໂດຍຝຣັ່ງເພື່ອເປັນທ່າເຮືອການຄ້າທີ່ສຳຄັນໃນການດຶງດູດເອົາພໍ່ຄ້າ-ແມ່ຄ້າຈີນ ແລະ ຫວຽດນາມ ໃຫ້ເຂົ້າມາຄ້າຂາຍໃນພາກສ່ວນດັ່ງກ່າວ.

ໃນທ້າຍທົດສະວັດທີ່ຜ່ານມາ, ໄດ້ມີການສຸມໃສ່ການສ້ອມແປງບູລະນະອາຄານເກົ່າໃນຕົວເມືອງ ແທນການທຳລາຍທັບມ້າງຖິ້ມ ເຊິ່ງການປ່ຽນແປງເຫຼົ່ານີ້ ໄດ້ເຮັດໃຫ້ເຫັນເຖິງເອກະລັກທີ່ແທ້ຈິງຂອງເມືອງໄດ້ດີຍິ່ງຂຶ້ນ. ນັບແຕ່ຕຶກອາຄານເກົ່າແບບຝຣັ່ງ ສູ່ຮ້ານກາເຟ ທີ່ງົດງາມ ແລະ ມີເອກະລັກ, ຈຸດກິນດື່ມແບບຮິບສະເຕີ້ໄທ ຈົນເຖິງວັດວາອາຮາມບູຮານຂອງລາວ, ເມືອງແຫ່ງນີ້ ຖືເປັນການປະສົມປະສານດ້ານແຮງບັນດານໃຈ ຈາກຫຼາກຫຼາຍວັດທະນະທຳ ຄຸ້ມຄ່າແກ່ການມາຢ້ຽມຢາມ ແລະ ສຳຫຼວດຢ່າງແນ່ນອນ.

1. ຕຶກຮ້າງຕັ້ງແຕ່ສະໄໝລ່າເມືອງຂຶ້ນຝຣັ່ງ
2. ຂັ້ນໄດໂຄ້ງພາຍໃນຮ້ານກາເຟທີ່ໂຮງໜັງເກົ່າ ລາວ ຈະເລີນ
3. ລົດຖີບເປີໂຊອັນເກົ່າແກ່ ທີ່ຖືກນໍາມາເຮັດເປັນເຄື່ອງຕົບແຕ່ງປະດັບປະດາ
4. ສິລະປິນໄດ້ສ້າງສັນຜົນງານເທິງຝາອັນມີສີສັນໂດດເດັ່ນ
5. ຮ້ານບູຕິກແບບຍ້ອນຍຸກ ອັນເປັນທີ່ນິຍົມໃນແຂວງສະຫວັນນະເຂດ

1. ຫໍປະຊຸມເກົ່າທີ່ສ້າງຂຶ້ນດ້ວຍໄມ້ຍັງເຫຼືອໜ້ອຍຫຼາຍໃນປະເທດລາວ
2. ພະພຸດທະຮູບຂະໜາດໃຫຍ່ທີ່ຖືກອ້ອມຂ້າງໄປດ້ວຍບັນດາພະພຸດທະຮູບຂະໜາດນ້ອຍຫຼາຍໆອົງ
3. ໜຶ່ງໃນຈຸດທ່ອງທ່ຽວຍອດນິຍົມຂອງສະຫວັນນະເຂດ ກໍ່ຄືຫໍໄຕປີດົກແຫ່ງນີ້

1. ພະທາດອີງຮັງອັນຂຶ້ນຊື່ສັກສິດທີ່ສຸດໃນສະຫວັນນະເຂດ
2. ເຊໂນຕັ້ງຢູ່ທີ່ທາງແຍກເຊິ່ງເປັນຈຸດຍຸດທະສາດ ແລະ ເປັນບ່ອນຍອດນິຍົມສໍາລັບປີ້ງໄກແຊບໆ
3. ບັນດາພໍ່ຄ້າແມ່ຄ້າຂາຍໝາກມ່ວງ, ໄຂ່ປີ້ງ ແລະ ປີ້ງໄກ່ໃຫ້ລົດເມທີ່ແລ່ນຜ່ານ
4. ທ່ານສາມາດແນມເຫັນປະເທດໄທໄດ້ຜ່ານເສັ້ນທາງຍ່າງຫຼິ້ນທີ່ສ້າງຂຶ້ນໃໝ່ຕາມແຄມແມ່ນໍ້າຂອງ

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ Jason Rolan

Read More

Related Articles