Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ອາຫານ, ທ່ອງທ່ຽວ

ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ

posted by Billy
Aug 8, 2023 1523 0 0
Share

ສໍາຜັດປະເພນີການປຸງແຕ່ງອາຫານອັນເປັນເອກະລັກທີ່ສົມບູນພູນສຸກຂອງເມືອງມໍລະດົກໂລກ
ຕໍາໝາກຫຸ່ງພ້ອມເສີບແລ້ວເດີ! ທ້າວອຸ່ນ, ຜູ້ນໍາທ່ຽວຂອງຂ້າພະເຈົ້າເວົ້າຂຶ້ນ. ຕໍາໝາກຫຸ່ງລາວ ເປັນອາຫານທີ່ມີລົດຊາດເຜັດຮ້ອນປະເພດໜຶ່ງ ແລະ ເປັນອາຫານຄາບສຸດທ້າຍຂອງການເລາະຊີມລົດຊາດອາຫານໃນທ້ອງຕະຫຼາດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ດື່ມດໍາກັບຮ້ານຂາຍອາຫານຕ່າງໆທີ່ຕັ້ງຢູ່ອ້ອມຮອບວັດໃນເມືອງ. ເຊິ່ງກໍໄດ້ລອງຊີມອາຫານປະເພດເຂົ້າປຽກ-ເຂົ້າຊອຍ, ກາເຟ, ແນມຂາວ, ແລະ ເຂົ້າໜົມຄົກແຊບໆກ່ອນອາຫານທ່ຽງ!

“ຢູ່ລາວນີ້, ສ່ວນຫຼາຍເວລາຕໍາໝາກຫຸ່ງ, ພວກເຮົາຈະໃສ່ໝາກເຜັດຫຼາຍໆ,” ທ້າວອຸ່ນອະທິບາຍ. “ຫຼາຍຄົນມັກບອກວ່າ ຖ້າຕໍາໝາກຫຸ່ງບໍ່ເຜັດແມ່ນບໍ່ແຊບ.” ປົກກະຕິທ້າວອຸ່ນມັກກິນຕໍາໝາກຫຸ່ງໂດຍໃສ່ໝາກເຜັດປະມານ 10 ໜ່ວຍ. “ແຕ່ຂ້ອຍວ່າມື້ນີ້ໃສ່ແຕ່ສອງສາມໜ່ວຍກໍພໍແຫຼະ!” ຂ້າພະເຈົ້າຍອມຮັບວ່າ ທີ່ຈິງແລ້ວຕົນເອງກໍພະຍາຍາມຫຼີກລ່ຽງອາຫານລົດເຜັດແບບນີ້. ຄັ້ງຫຼ້າສຸດທີ່ຂ້າພະເຈົ້າຮັບປະທານຕໍາໝາກຫຸ່ງໃນລາວ ຮູ້ສຶກວ່າອອກຮ້ອນໃນປາກແຮງພໍສົມຄວນ.

ແຕ່ຂ້າພະເຈົ້າກໍຍັງຢາກລອງຊີມອີກຄັ້ງ. ທ້າວອຸ່ນບອກກັບເຈົ້າຂອງຮ້ານວ່າ ຄົນຝຣັ່ງອາດຈະກິນເຜັດໄດ້ປະມານສອງໜ່ວຍ. ທາງເຈົ້າຂອງຮ້ານຫັນມາທາງຂ້າພະເຈົ້າ ພ້ອມກວດສາຍຕາເບິ່ງແຕ່ຫົວຮອດຕີນ. “ໜ່ວຍດຽວກໍພໍແລ້ວ!” ລາວປະກາດດ້ວຍສຽງດັງຟັງຊັດ. ຂ້າພະເຈົ້າຮູ້ສຶກໂລ່ງໃຈຂຶ້ນມາທັນທີ. ແຕ່ເຖິງແມ່ນຈະເປັນໝາກເຜັດແດງໆພຽງໜຶ່ງໜ່ວຍ, ກໍຍັງເຮັດໃຫ້ຂ້ອຍຮູ້ສຶກແສບຮ້ອນໃນປາກໄດ້ແລ້ວ.

ທົວຂີ່ລົດຖີບຂອງພວກເຮົາໄດ້ເລີ່ມອອກທ່ຽວໃນຕອນເຊົ້າ ໂດຍມຸ່ງໜ້າໄປທີ່ຕະຫຼາດເຊົ້າເຊິ່ງຢູ່ໃກ້ກັບວັດໃໝ່. ພໍແຕ່ພວກເຮົາມາຮອດ, ກໍພົບກັບຜູ້ຄົນລວມທັງແມ່ຄ້າຊາວຂາຍອັ່ງອໍຫຼາກຫຼາຍ. ມີແມ່ຍິງຫຼາຍຄົນນັ່ງກັບພື້ນພ້ອມກັບຖາດ ແລະ ຖົງບັນຈຸທີ່ເຕັມໄປດ້ວຍອາຫານການກິນ ແລະ ກະຕ່າພ້ອມຄຸນໍ້າທີ່ບັນຈຸຈໍາພວກກົບຂຽດປູປາ. ພະສົງສາມະເນນໃນຊຸດຜ້າສະບົງກຸ່ມໜຶ່ງຍ່າງຜ່ານໄປ, ພວກລູກຄ້າຈໍານວນຫຼາຍທະຍອຍກັນເຂົ້າມາໃນຕະຫຼາດ, ສ່ວນພໍ່ຄ້າແມ່ຄ້າຈໍານວນໜຶ່ງກໍພາກັນວາງຫາບຜັກສົດໆລົງຈາກບ່າແລ້ວຕັ້ງລົງກັບພື້ນ.

ພວກເຮົາເລາະຜ່ານກຸ່ມຄົນຂາຍເຂົ້າຫຼາມ. ຂ້າພະເຈົ້າໄດ້ຮູ້ວ່າ ເຂົ້າຫຼາມນອກຈາກຈະມີລົດຊາດແຊບຫວານແລ້ວ, ໃນບັນດາໄມ້ໄຜ່ທຸກສາຍພັນນັ້ນ ມີພຽງໄຜ່ຊະນິດດຽວທີ່ສາມາດໃຊ້ເຮັດບັ້ງເຂົ້າຫຼາມໄດ້. ທ້າວອຸ່ນໃຊ້ມືຊີ້ໄປທີ່ປາໄນ ເຊິ່ງເຄີຍເຮັດລາບແບບພື້ນບ້ານຂອງລາວ (ຊີ້ນປາຕໍາໃຫ້ແຫຼກພ້ອມປະສົມກັບຜັກສະໝຸນໄພທ້ອງຖິ່ນທີ່ຊອຍເປັນຊິ້ນນ້ອຍໆ), ແລະ ປາແດກ ໜຶ່ງໄຫ, ໂດຍສ່ວນໃຫຍ່ຈະເປັນການວາງຂາຍອາຫານລາວ.

ອຸ່ນຫຼຽວເຫັນຮ້ານຂາຍເຂົ້າປຸ້ນ, ແລ້ວພວກເຮົາກໍພາກັນແວ່ກິນເຂົ້າປຸ້ນທີ່ນັ້ນ. ນໍ້າແກງຮ້ອນໆໄດ້ເລີ່ມເທລົງໃສ່ໜ້າເຂົ້າປຸ້ນທີ່ກຽມໄວ້ໃນຖ້ວຍ, ຕາມດ້ວຍສະໝຸນໄພຫອມໆ, ຜັກສະຫຼັດ, ຊີ້ນຄວາຍ, ຕັບໝູ ແລະ ໝາກເຜັດ. ຫຼັງຈາກຍ່າງເລາະຕະຫຼາດຈົນທົ່ວແລ້ວ, ພວກເຮົາກໍພາກັນຊອກກາເຟເພື່ອດື່ມ ເຊິ່ງກໍລົງເອີຍກັນທີ່ຮ້ານກາເຟທີ່ມີຊື່ສຽງອີກແຫ່ງໜຶ່ງທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ. ທ້າວອຸ່ນໄດ້ເລືອກດື່ມກາເຟປະສົມກັບນົມຂຸ້ນຫວານເຊິ່ງເປັນກາດໍາແບບເຂັ້ມຂຸ້ນ ທີ່ຜະລິດຈາກເຂດພູພຽງບໍລະເວນທາງພາກໃຕ້ຂອງລາວ.

ເນື່ອງຈາກທ້າວອຸ່ນຍັງຮູ້ສຶກຫິວ, ຈຶ່ງໄດ້ສັ່ງເຂົ້າປຽກເຂົ້າ, ເຊິ່ງເປັນເຂົ້າຕົ້ມໃສ່ຊີ້ນໝູ, ປະສົມຜັກຫອມປ້ອມ, ຫອມບົ່ວ, ແລະ ຈຽວຜັກທຽມ. “ບາງຄັ້ງຂ້ອຍກໍກິນແບບນີ້ໃນຕອນເຊົ້າ.” ອຸ່ນກ່າວ, “ແຕ່ຂອງມັກທີ່ສຸດກໍແມ່ນລາບຊີ້ນ, ຕໍາໝາກຫຸ່ງ, ແລະ ແກງໜໍ່ໄມ້.”

ຢູ່ບໍ່ໄກຈາກຮ້ານກາເຟນັ້ນ, ພວກເຮົາແນມເຫັນຊາຍໜຸ່ມຄົນໜຶ່ງ ເຊິ່ງອ້ອມຮອບຕົວຂອງລາວນັ້ນມີໄຂ່, ເຫັດສະໜຸນ, ຈານ ແລະ ນໍ້າມັນສໍາລັບເຮັດ ແນມຂາວ. ລາວໃຊ້ຈອງຕັກແປ້ງໃສ່ເທິງຜ້າຂາວທີ່ຖືກມັດຄຶງໄວ້ຢູ່ເທິງໝໍ້ນໍ້າຮ້ອນ. ກ່ອນຈະໃສ່ເຫັດແລ້ວທັບໄຂ່ລົງໃສ່ເທິງແຜ່ນແນມຂາວ ຈາກນັ້ນກໍມ້ວນມັນເຂົ້າກັນແລ້ວພັບໃສ່ແຜ່ນຈານ ກ່ອນຈະໂຮຍໜ້າດ້ວຍຫອມບົ່ວຈຽວ. ຈານນີ້ຈັດໄດ້ວ່າ “ແຊບຫຼາຍ,” ຂ້າພະເຈົ້າກ່າວຍ້ອງ. ຄວາມຈິງແລ້ວມັນກໍແຊບແທ້ນັ້ນແຫຼະ. ນີ້ຖ້າບໍ່ແມ່ນອາຫານຢ່າງທີສອງ ຫຼື ສາມຂອງວັນແລ້ວ, ຂ້າພະເຈົ້າຄົງຈະໄດ້ສັ່ງເພີ່ມອີກເປັນແນ່ແທ້.

ຄົນລາວນິຍົມກິນອາຫານທ້ອງຖິ່ນຂອງຕົນຫຼາຍສົມຄວນ ແມ່ນແຕ່ຍາມໄດ້ພົບພໍ້ກັນ, ພວກເຂົາຈະບໍ່ຖາມໄຖ່ກັນເລື່ອງອື່ນໃດ, ແຕ່ຈະຖາມກ່ອນວ່າ “ໄດ້ກິນເຂົ້າເຊົ້າ ຫຼື ເຂົ້າທ່ຽງແລ້ວ ຫຼື ຍັງ”. ຂ້າພະເຈົ້າ​ໄດ້​ລິ້ມລອງກັບ​ອາຫານ​ຫຼາຍ​ຢ່າງແລ້ວ ​ແຕ່​ກໍຍັງຄິດຢາກ​ຊີມຂອງ​ຫວານ.

ເຂົ້າໜົມຄົກ ຖືເປັນອາຫານທີ່ຊ່ວຍໃຫ້ຍຽວຍາຄວາມຫິວໄດ້ດີພໍສົມຄວນ. ດ້ວຍຂະໜາດແບບພໍດີຄໍາ, ແຊບ, ບໍ່ຫວານຫຼາຍ, ແລະ ຢູ່ທ້ອງໄດ້ດົນ. ພວກເຮົາພາກັນປັ່ນລົດຖີບມຸ່ງໜ້າໄປທາງຮ້ານຂາຍເຂົ້າໜົມຄົກເຊິ່ງຕັ້ງຢູ່ກົງກັນຂ້າມກັບສະຖານີຕໍາຫຼວດເມືອງຫຼວງພະບາງ. ແມ່ບີ ຜູ້ເຮັດເຂົ້າໜົມຄົກຂາຍມາເປັນເວລາ 27 ປີແລ້ວ ເຊິ່ງຮ້ານກໍຍັງຕັ້ງຢູ່ຈຸດເກົ່າຈຸດເດີມທີ່ຕັ້ງຢູ່ກ້ອງຄັນຮົ່ມໃຫຍ່. ເຂົ້າໜົມຄົກຂອງລາວ ໄດ້ຮັບຄວາມນິຍົມເປັນຢ່າງດີຂອງກຸ່ມຄົນໃນທ້ອງຖິ່ນ. ພວກເຮົາບໍ່ສາມາດກິນໝົດເປັນສິບໆກ້ອນໃນບາດດຽວໄດ້ ແຕ່ກໍ່ຫໍ່ສ່ວນທີ່ເຫຼືອກັບບ້ານນຳໄດ້ເດີ. ເມື່ອຂ້າພະເຈົ້າກັບມາຮອດຫ້ອງພັກຂອງໂຮງແຮມ, ກໍໄດ້ລົ້ມຫົວລົງນອນເພື່ອພັກຜ່ອນເອົາແຮງ. ແຕ່ຕອນແລງຂອງມື້ນັ້ນ, ຂ້າພະເຈົ້າກໍຍັງເດີນໜ້າຊອກຫາແນວກິນຕໍ່ທີ່ຮ້ານອາຫານລາວແຫ່ງໜຶ່ງ ເຊິ່ງເປັນຮ້ານທີ່ອຸ່ນແນະນໍາ. ຂອບໃຈປະເທດລາວ!

ການເດີນທາງ
ການບິນລາວໃຫ້ບໍລິການຖ້ຽວບິນເປັນປະຈໍາທຸກວັນ ຈາກນະຄອນຫຼວງວຽງຈັນສູ່ ຫຼວງພະບາງ ແລະ ຕົວເມືອງອື່ນໆໃນພາກພື້ນ.

ຂໍ້ມູນເພີ່ມເຕີມ
Tiger Trail ໃຫ້ບໍລິການທົວຊີມອາຫານເຄິ່ງວັນ. ສາມາດຈອງໄດ້ທີ່ laos-adventures.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Anita Preston / Evensong Film

foodTravel Luang Prabang
Share

Previous

[:en]The Exquisite Charm of Wat Sisaket[:la]ຄວາມງາມຂອງ ວັດສີສະເກດ[:]

Next

ແລ່ນເພື່ອເດັກນ້ອຍ
  • English
  • ລາວ

ບົດຄວາມຫຼ້າສຸດ

  • ງານສະແດງສິນຄ້າຫັດຖະກໍາພ້ອມສີສັນທາງສິລະປະທີ່ຊຽງໃໝ່
  • ໂຮງແຮມ ພູແມນ ຫຼວງພະບາງ
  • ສໍາຫຼວດເມືອງລາວກັບ CK Travel
  • ແມ່ຍິງຕົ້ນແບບແຫ່ງອຸດສະຫະກໍາ
  • ບຸນກິນຈຽງ ປີໃໝ່ຂອງຊົນເຜົ່າມົ້ງ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Charity
  • Culture
  • Environment
  • Festival
  • ອາຫານ
  • Handicraft
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • November 2023
  • September 2023
  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Nov 14, 2022

ວົງຈອນການທ່ອງທ່ຽວ

ເມືອງຈໍາພອນສະຖານທີ່ແຫ່ງວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດທີ່ປະສົມປະສານກັນຢ່າງລົງຕົວ ທານຮູ້ຫຼືບໍ່ວ່າ...

Read More
0 0
ອາຫານ
Jan 3, 2019

(English) Joop Phak

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top