Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ຕາມຫານາງມະໂນລາ

posted by Billy
May 17, 2022 355 0 0
Share

ການເດີນທາງສູ່ດິນແດນແຫ່ງເທບນິຍາຍ ແລະ ຕໍານານເລົ່າຂານ

ນິທານພື້ນບ້ານຂອງລາວເຮົາເປັນເລື່ອງເລົ່າທີ່ອຸດົມສົມບູນໄປດ້ວຍຮ່ອງຮອຍທາງປະຫວັດສາດ ແລະ ຮີດຄອງປະເພນີ. ໜຶ່ງໃນນັ້ນແມ່ນເລື່ອງ ສີທົນ ມະໂນລາ ເຊິ່ງເປັນເລື່ອງລາວຂອງ ທ້າວສີທົນ, ອົງຊາຍທີ່ໄດ້ຕົກຫຼຸມຮັກມັກກັນກັບ ນາງ ມະໂນລາ. ທັງສອງໄດ້ແຕ່ງດອງກັນແຕ່ສຸດທ້າຍກໍ່ຕ້ອງຖືກພັດພາກຈາກກັນຍ້ອນສົງຄາມ. ເລື່ອງລາວດັ່ງກ່າວຈະເລົ່າເຖິງຄວາມພະຍາຍາມຂອງທັງສອງທີ່ຈະກັບຄືນມາຫາກັນໃຫ້ຈົນໄດ້.
​ໃນຊ່ວງຕົ້ນ​ເລື່ອງ​ ລະຫວ່າງທີ່ ທ້າ​ວ ສີທົນ ​ໄດ້ເຂົ້າໄປໃນປ່າເພື່ອລ່າ​ສັດກໍ່ໄດ້ປະຈົບ​ພົບພໍ້​ກັບ​ ນາງ​ ກິນ​ນາລີທັງເຈັດ
(​ແມ່ຍິງ​ເຄິ່ງ​ຄົນ ເຄິ່ງ​ນົກ) ທີ່ກໍາລັງອາບ​ນ້ຳຢູ່. ພະອົງຈຶ່ງໄດ້​ໃຊ້​ແຮ້ວ​​ຈັບ ນາງ ກິນນາລີ ໄດ້ໜຶ່ງຕົນທີ່ມີນາມວ່າ ມະ​ໂນລາ ​ເຊິ່ງກໍ່ໄດ້ກາຍມາ​ເປັນມະເຫສີ​ຂອງ​ພະອົງໃນເວລາຕໍ່ມາ. ປະຊາຊົນທ້ອງຖິ່ນເຊື່ອຖືກັນວ່າໃນເຂດດັ່ງກ່າວນີ້ເອງເປັນບ່ອນທີ່ ທ້າວ ສີທົນ ໄດ້ຈັບມາເອົາ ນາງ ມະໂນລາ.

ພື້ນທີ່ແຫ່ງນີ້ ເຕັມໄປດ້ວຍໂງ່ນຫີນຮູບຊົງທີ່ໜ້າແປກຕາ ອີກທັງຍັງມີໄມ້ຈັນທີ່ແຕກງອກອອກມາຕາມງ່າມຫີນ. ຊຶ່ງໃນຊ່ວງລະດູຝົນຈະມີນໍ້າໄຫຼອອກມາຈາກໂງ່ນຫີນດັ່ງກ່າວ ຈົນກໍ່ໃຫ້ເກີດກາຍເປັນອ່າງນໍ້າທີ່ ນາງ ມະໂນລາ ເຄີຍລົງອາບ.
ຢູ່ໃກ້ໆກັບເຂດດັ່ງກ່າວກໍ່ຍັງມີ ຜານາງມອນ ຜາຫີນທີ່ລຶກລັບທີ່ໄດ້ເຊື່ອງຊ້ອນຖໍ້າອັນເປັນບ່ອນໃຊ້ນັ່ງສະມາທິຂອງບັນດາພະສົງສາມະເນນ. ພາຍໃນຕົວຖໍ້າເອງມີສະຖານທີ່ສັກກາລະບູຊາຂອງພຸດທະສາສະນິກະຊົນທີ່ມາກາບໄຫວ້ຂໍພອນເພື່ອເອົາໂຊກເອົາໄຊ. ຖໍ້າທີ່ຮົ່ມເຢັນແຫ່ງນີ້ຍັງເປັນບ່ອນພັກຜ່ອນຢ່ອນໃຈທີ່ຊ່ວຍຄາຍຄວາມຮ້ອນຈາກທາງນອກ ແລະ ທັງເປັນສະຖານທີ່ງາມໆທີ່ໜ້າຖ່າຍຮູບເກັບໄວ້. ລອງມາທ່ຽວ ແລະ ຄົ້ນຫານໍາກັນເບິ່ງ ບາງເທື່ອທ່ານອາດຈະໂຊກດີເຫັນ ນາງ ມະໂນລາ ມາຫຼິ້ນນໍ້າກໍ່ເປັນໄດ້!

1. ໂງ່ນຫີນໃຫຍ່ຊ່ວຍບັງແດດອັນຮ້ອນອົບອ້າວຈາກດວງຕາເວັນໄດ້.
2. ໂງ່ນຫີນທີ່ຄ້າຍຄືກັນກັບແຂ້ວແຫຼມ.
3. ຟານເຂົາໃຫແມ່ນ້ຳຫີນບູນໄຫຼຢູ່ໃກ້ກັບອາງມະໂນລາ.

1. ເປັນຖ້ຳທີ່ງຽບສະຫງົບ ແລະ ເໝາະສຳລັບການຫຼົບຫຼີກຈາກສະພາບແວດລ້ອມພາຍນອກ.
2. ພະສົງສາມາດໃຊ້ຫົນທາງທີ່ລາບລຽບໃນຖ້ຳນີ້ເພື່ອຍ່າງຈົງກົມໄດ້.
3. ຟານເຂົາໃຫປ່ອງຢ້ຽມທີ່ເກີດຂື້ນຕາມທໍາມະຊາດໄດ້ສ້າງແສງສະຫວ່າງທີ່ສວຍງາມໃຫ້ເກີດຂື້ນພາຍໃນຕົວຖ້ຳ.
4. ຟານເຂົາໃຫເປັນໜຶ່ງໃນຖ້ຳທີ່ສາມາດເບິ່ງເຫັນວິວຂອງທົ່ງພຽງນ້ຳຫີນບູນໄດ້.

ການເດີນທາງ
ອ່າງ ມະໂນລາ ຕັ້ງຢູ່ ແຂວງ ຄໍາມ່ວນ ຢູ່ຫ່າງຈາກ ເມືອງ ຄູນຄໍາ ໄປທາງໃຕ້ປະມານ 20 ກມ ເຊິ່ງຢູ່ໃກ້ກັບບ້ານ ໂພນທອງ.

ຮູບໂດຍ ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

Travel Laos
Share

Previous

[:en]Head Spin[:la]ຫົວປິ່ນ[:]

Next

[:en]Super Natural[:la]ຄວາມສຸດຍອດຂອງທຳມະຊາດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ
  • ຖ້ຳເລິກຜາຊັນ
  • ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ
  • ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ
  • ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Save Wildlife
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ, ທ່ອງທ່ຽວ
Feb 14, 2020

(English) A Magical Retreat from the Modern World

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທ່ອງທ່ຽວ
Dec 28, 2017

(English) Phnom Penh

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top