ເມືອງສີຫານຸວິນ

Author:

Category:

spot_img

ເຂດອະນຸລັກພັນສັດແຄມທະເລ ທີ່ໄດ້ຮັບການຟື້ນຟູຄືນໃໝ່ຂອງກໍາປູເຈຍ
ນໍ້າທະເລສີສັນສົດໃສຄືກັບແກ້ວມໍລະກົດນີ້ໄດ້ກະທົບກັບຫາດຊາຍຂາວອ່ອນໆ, ຕະຫຼາດອັນຄຶກຄັກທີ່ເຕັມໄປດ້ວຍອາຫານທ້ອງຖິ່ນ, ບວກກັບສະຖານບັນເທິງຍາມລາຕີພາໃຫ້ບັນຍາກາດຍາມຄໍ່າຄືນມີຊີວິດຊີວາດ້ວຍການສະໜອງຄວາມລື່ນເລີງບັນເທິງສຸກແບບບໍ່ມີມື້ຈົບສິ້ນ… ທັງໝົດນີ້ຄືການຕ້ອນຮັບເຂົ້າສູ່ເມືອງສີຫານຸວິນ, ທີ່ປຽບເໝືອນປະຕູສູ່ແດນສະຫວັນຂອງກໍາປູເຈຍ. ອັນຍະມະນີແຄມຊາຍຝັ່ງທະເລທີ່ມີສະເໜ່ງົດງາມແຫ່ງນີ້ຕັ້ງຢູ່ລຽບເຂດອ່າວໄທ, ເຊິ່ງໄດ້ກາຍເປັນຈຸດໝາຍປາຍທາງສໍາລັບນັກທ່ອງທ່ຽວ, ຜູ້ທີ່ຕ້ອງການຄວາມງຽບສະຫງົບພ້ອມສໍາຜັດກັບການພະຈົນໄພ, ແລະ ເມື່ອບໍ່ດົນຜ່ານມາ, ສະຖານທີ່ດັ່ງກ່າວກໍໄດ້ເປັນເຈົ້າພາບທີ່ດີໃນການຈັດກອງປະຊຸມ ແລະ ກິດຈະກໍາຂອງບໍລິສັດຕ່າງໆ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານການທ່ອງທ່ຽວ ສໍາລັບປະເທດອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2023 ໄດ້ເນັ້ນໃສ່ຄວາມສໍາຄັນທີ່ເພີ່ມຂຶ້ນຂອງ ສີຫານຸວິນ ໃນຖານະທີ່ເປັນສູນກາງຂອງພາກພື້ນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມ Independence ເຊິ່ງເປັນໂຮງແຮມຫຼູຫຼາ ແລະ ມີຊື່ສຽງ, ໂດຍມີຕົວແທນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 200 ກວ່າຄົນ, ໃນກອງປະຊຸມໄດ້ມີການພິຈາລະນາພາຍໃຕ້ຫົວຂໍ້ “ການ​ທົບທວນ​ຄືນ​ໃໝ່​ເພື່ອ​ຄວາມ​ຢືດ​ຢຸ່ນ ​ແລະ ການ​ຫັນເປັນດີ​ຈິຕອນ”. ເຫດຜົນທີ່ເມືອງສີຫານຸວິນ ປະສົບຄວາມສໍາເລັດໃນການເປັນເຈົ້າພາບຈັດງານສໍາຄັນດັ່ງກ່າວນັ້ນ ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ສັກກາຍະພາບໃນການເປັນຈຸດໝາຍປາຍທາງແກ່ທຸລະກິດທີ່ກ່ຽວຂ້ອງຂອງອຸດສາຫະກໍາໄມສ໌ (MICE) ໃນການນໍາສະເໜີການຈັດງານຕ່າງໆ ເຊັ່ນ: ກອງປະຊຸມຂອງອົງກອນ, ການທ່ອງທ່ຽວເພື່ອເປັນລາງວັນ, ກອງປະຊຸມວິຊາຊີບ ແລະ ງານວາງສະແດງ ຫຼື ງານກິດຈະກໍາອື່ນໆ.

ກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ຊົງກຽດນີ້ ແມ່ນຄວາມພະຍາຍາມຂອງການຮ່ວມມືລະຫວ່າງ ກະຊວງທ່ອງທ່ຽວ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຫ້ອງການປະສານງານການທ່ອງທ່ຽວແມ່ນໍ້າຂອງ (MTCO). ​ຜູ້​ເຂົ້າ​ຮ່ວມທີ່ມາ​ຈາກທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ໄດ້ມາເຕົ້າໂຮມກັນ ເພື່ອສຶກສາ​ຄົ້ນ​ຄວ້າກ່ຽວກັບອະນາຄົດ​ຂອງ​ການ​ທ່ອງ​ທ່ຽວ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (GMS), ລວມທັງປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ຂອງ​ການ​ຫັນ​ເປັນ​ດີຈິ​ຕອນ ​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ​ຫຼັງ​ການລະບາດຂອງພະຍາດ​ໂຄ​ວິດ-19, ​ແລະ ສົ່ງເສີມແນວທາງ​ປະຕິບັດດ້ານ​ການທ່ອງທ່ຽວ​ທີ່​ຍືນ​ຍົງ.

ເລື່ອງທີ່ກ່ຽວຂ້ອງກັບເຈົ້າຊີວິດ
ເມືອງສີຫານຸວິນ ໄດ້ຮັບການຕັ້ງຊື່ເພື່ອເປັນກຽດແກ່ ເຈົ້າໂນໂຣດົມ ສີຫານຸກ, ເຈົ້າຊີວິດອົງສຸດທ້າຍທີ່ປົກຄອງກໍາປູເຈຍມາດົນກວ່າ 6 ທົດສະວັດ. ເມືອງດັ່ງກ່າວ ເປັນເມືອງທ່ານໍ້າເລິກພຽງແຫ່ງດຽວຂອງປະເທດ ທີ່ສ້າງຕັ້ງຂຶ້ນໃນປີ 1955 ເພື່ອສົ່ງເສີມການຄ້າສາກົນ ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ.

ໃນຂອບເຂດຂອງ GMS, ຄວາມຍືນຍົງເວລາໃດກໍຍັງເປັນຫົວໃຈສໍາຄັນຂອງການລິເລີ່ມການທ່ອງທ່ຽວໃນລາວ, ໂຄງການ SUSTOUR ເຊິ່ງຈັດຕັ້ງປະຕິບັດໂດຍອົງການ ແພລນ ສາກົນ ປະຈໍາ ສປປ ລາວ ແລະ ການຢັ້ງຢືນລາວຍືນຍາວ (Lasting Laos) ໄດ້ສະໜັບສະໜູນແນວທາງປະຕິບັດສີຂຽວ (ການປະຕິບັດທີ່ເປັນມິດຕໍ່ສິ່ງແວດລ້ອມ), ໃນຂະນະທີ່ປະເທດຫວຽດນາມກໍາລັງມີການຊຸກຍູ້ສົ່ງເສີມພາກກະສິກໍາ ໃນການປູກກາເຟແບບຍືນຍົງ. ປະເທດໄທກໍເຊັ່ນກັນ ໂດຍໄດ້ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການທ່ອງທ່ຽວ​ແບບ​ອະນຸລັກ​ ດ້ວຍ​ການ​ຟື້ນ​ຟູ​ອ່າວ​ມາ​ຫຍາ. ທະນາຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ສາ​ທາ​ລະ​ນະ​ທີ່​ທົນ​ທານ​ຕໍ່​ດິນ​ຟ້າ​ອາ​ກາດ ​ແລະ​ ການ​ຝຶກ​ອົບ​ຮົມ​ເພື່ອ​ປັບ​ປຸງ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ໃນ​ທົ່ວ​ພາກ​ພື້ນ. ​ຄວາມ​​ພະຍາຍາມເຫຼົ່ານີ້ ​ໄດ້​ເນັ້ນ​ໃຫ້ເຫັນ​ເຖິງ​ຄວາມມຸ່ງໝັ້ນຂອງພາກພື້ນໃນການກ້າວໄປສູ່ອະນາຄົດ​ທີ່​ຍືນ​ຍົງ.

ສະເໜ່ຂອງເຂດຊາຍຝັ່ງເມືອງສີຫານຸວິນ ໄດ້ປາກົດຄວາມໂດດເດັ່ນຢ່າງເຫັນໄດ້ຊັດເຈນ ໂດຍສະເພາະກໍແມ່ນຫາດຊາດສີທອງອັນກວ້າງໃຫຍ່ໄພສານ, ເຊິ່ງແຕ່ລະແຫ່ງລ້ວນແຕ່ມີຄວາມງາມດຶງດູດໃຈທີ່ມີເອກະລັກສະເພາະໃນຕົວ. ຜູ້ທີ່ກໍາລັງຊອກຫາສະຖານທີ່ອັນງຽບສະຫງົບເພື່ອຜ່ອນຄາຍ ຈະຮູ້ສຶກປະທັບໃຈໃນທັນທີເມື່ອໄດ້ພົບກັບຫາດຊາຍ Otres, ໃນຂະນະຜູ້ທີ່ມັກໃນຄວາມມ່ວນຊື່ນລື່ນເລີງນັ້ນ ອາດຈະມັກບັນຍາກາດທີ່ມີຊີວິດຊີວາຂອງຫາດຊາຍ Ochheuteal ເພາະເຕັມໄປດ້ວຍຮ້ານບາ, ຮ້ານອາຫານທີ່ຕັ້ງຢູ່ແຄມຫາດຊາຍ ລວມທັງກິລາທາງນໍ້າ. ໃນການເດີນທາງໄປທ່ຽວເມືອງສີຫານຸວິນ ແມ່ນພາດບໍ່ໄດ້ທີ່ຈະຕ້ອງໄປຢ້ຽມຢາມເກາະດອນຕ່າງໆທີ່ຕັ້ງຢູ່ໃກ້ຄຽງ ເຊັ່ນ ເກາະຣົງ ແລະ ເກາະຣົງສໍາລົນ, ບ່ອນທີ່ມີນໍ້າທະເລສີຄາມ ປະສົມປະສານກັບຫາດຊາຍສີຂາວ ປຽບເໝືອນແດນສະຫວັນໃນເຂດຮ້ອນ.

ເທດສະການນໍ້າ
ເທດສະການນໍ້າ (ເທດສະການອົມຕູກ) ແມ່ນເຕັມໄປດ້ວຍຄວາມມ່ວນຊື່ນສະໜຸກສະໜານ ທີ່ຈັດຂຶ້ນໃນເມືອງສີຫານຸວິນ ຖືເປັນງານບຸນປະເພດໜຶ່ງທີ່ຕ້ອງໄດ້ໄປສໍາຜັດເພື່ອຫາປະສົບການ, ການສະເຫຼີມສະຫຼອງວັດທະນະທໍາກໍາປູເຈຍ ໂດຍມີສາກຫຼັງທີ່ເປັນທິວທັດຂອງຊາຍຝັ່ງອັນງົດງາມ. ນັກທ່ອງທ່ຽວສາມາດເຂົ້າຮ່ວມຊົມ-ເຊຍການແຂ່ງຂັນເຮືອຊ່ວງອັນໜ້າຕື່ນເຕັ້ນ ໃນຂະນະທີ່ຜູ້ລົງແຂ່ງຂັນກໍໄດ້ສະແດງໃຫ້ເຫັນເຖິງການເຮັດວຽກເປັນທີມ ແລະ ມີຄວາມແຂງແຮງ, ໃນຕອນກາງຄືນກໍມີພິທີປ່ອຍໂຄມໄຟ ເຮັດໃຫ້ຄໍ່າຄືນນັ້ນສົ່ງແສງສະຫວ່າງສະໄຫວດ້ວຍໂຄມ​ໄຟ​ລອຍ ​ເພື່ອ​ໄຫວ້​ອາ​ໄລ​ຫາ​ດວງວິນ​ຍານທາງນໍ້າ. ຢ່າພາດໂອກາດໃນການເກັບກ່ຽວຄວາມຊົງຈໍາທີ່ຍາກຈະລືມໄດ້ ແລະ ດື່ມດໍາກັບມົນສະເໜ່ຂອງຊາຍຝັ່ງກໍາປູເຈຍ ໃນຊ່ວງເວລາຂອງການສະເຫຼີມສະຫຼອງທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ມີຊີວິດຊີວານີ້.

ເລື່ອງເລົ່າໃນອະດີດຂອງເມືອງນີ້ ໄດ້ກັບຄືນມາມີຊີວິດຊີວາອີກຄັ້ງໜຶ່ງທີ່ອຸທິຍານແຫ່ງຊາດ Ream, ເຊິ່ງເປັນທີ່ຕັ້ງຂອງປ່າຊາຍເລນ, ມີທັງສັດປ່າຫຼາຍຊະນິດ, ແລະ ຊຸມຊົນຊາວປະມົງທ້ອງຖິ່ນ. ນັກທ່ອງທ່ຽວຈະໄດ້ເພີດເພີນກັບຄວາມງົດງາມ ແລະ ກວ້າງໃຫຍ່ຂອງນໍ້າຕົກຕາດບານຊາຍ, ເຊິ່ງໃຊ້ເວລາຂັບລົດຈາກໃຈກາງເມືອງບໍ່ເທົ່າໃດຊົ່ວໂມງ, ຫຼື ສາມາດນັ່ງເຮືອທ່ອງທ່ຽວຜ່ານປ່າຊາຍເລນ ເພື່ອດື່ມດໍາກັບຄວາມມະຫັດສະຈັນທາງທໍາມະຊາດຕົວຈິງຂອງເຂດພາກພື້ນນີ້.

ໃນຕອນກາງຄືນ, ກໍສາມາດດື່ມດໍາກັບລົດຊາດຂອງອາຫານທ້ອງຖິ່ນ ທີ່ວາງຂາຍໃນຕະຫຼາດອັນຄຶກຄື້ນ ແລະ ຮ້ານຂາຍອາຫານແຄມທາງໃນເມືອງສີຫານຸວິນ. ນັກທ່ອງທ່ຽວສາມາດລອງຊີມອາຫານທະເລສົດໆແບບໂຕເປັນໆທີ່ຫາກໍຈັບຂຶ້ນມາແຕ່ນໍ້າແບບສົດໃໝ່, ຫຼື ແບບປີ້ງໃຫ້ສຸກກໍໄດ້, ແລະ ຢ່າພາດທີ່ຈະລອງຊີມອາມ໊ອກ (ໝົກປາໜຶ້ງ) ທີ່ເປັນອາຫານຍອດນິຍົມຂອງກໍາປູເຈຍ ຫຼື ນໍາບັນຈົ໊ກ (ເຂົ້າປຸ້ນນໍ້າກະທິ).

ຢ່າພາດໂອກາດທີ່ຈະໄປສໍາຜັດກັບຄວາມມະຫັດສະຈັນຂອງເມືອງສີຫານຸວິນ, ເຊິ່ງເປັນສະຖານທີ່ທີ່ມີການປະສົມປະສານກັນຢ່າງລົງຕົວລະຫວ່າງ ຄວາມງາມທີ່ເກີດຂຶ້ນເອງຕາມທໍາມະຊາດ ແລະ ຄວາມບັນເທິງທີ່ກໍາລັງລໍຖ້າຢູ່.

ການເດີນທາງ
ດ້ວຍສາຍການບິນລາວ ເປີດໃຫ້ບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນໄປຍັງສຽມຣຽບ, ​ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ການ​ສໍາ​ຫຼວດ​ແຜ່ນດິນກໍາ​ປູ​ເຈຍ ກ່ອນຈະມຸ່ງໜ້າໄປຍັງເມືອງສີຫານຸວິນ​. ການບິນລາວຍັງໃຫ້ບໍລິການຖ້ຽວບິນທີ່ໃຊ້ລະຫັດຮ່ວມກັນ ຈາກນະຄອນຫຼວງວຽງຈັນໄປພະນົມເປັນ, ຫຼັງຈາກນັ້ນຈິ່ງເດີນທາງຕໍ່ດ້ວຍລົດ ເຊິ່ງໃຊ້ເວລາບໍ່ເທົ່າໃດຊົ່ວໂມງເພື່ອໄປເມືອງສີຫານຸວິນ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ກະຊວງການທ່ອງທ່ຽວກຳປູເຈຍ, ຫ້ອງການປະສານງານການທ່ອງທ່ຽວແມ່ນໍ້າຂອງ

Read More

Related Articles