Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

108 ອາຊີບ ຜູ້ນຳກະແສ ທຸລະກິດ ແບບ start-up ໃນລາວ

posted by Champa Meuanglao
May 1, 2017 6721 0 0
Share

ເມື່ອເວົ້າເຖິງທຸລະກິດທີ່ໃຊ້ເຕັກໂນໂລຢີເປັນຫຼັກ ຫຼື ບໍ່ວ່າຈະເປັນ ທຸລະກິດໃໝ່ ແບບໃດກໍ່ຕາມ, ສິ່ງທີ່ເຈົ້າຂອງຕ້ອງການແມ່ນຢາກໃຫ້ທຸລະກິດຂອງຕົນເປີດໂຕຢ່າງຍິ່ງໃຫຍ່, ໃຫ້ກາຍເປັນທີ່ເວົ້າເຖິງ ກັນໃນວົງກວ້າງ, ເອົາຊະນະຄູ່ແຂ່ງ ແລະ ຕີຕະຫຼາດຢ່າງໄວວາ.

ສຳລັບ ແກ້ວວິສຸກ ດາລາແສນ ຫຼື ທີ່ຫຼາຍຄົນຮູ້ຈັກໃນນາມ “ແກ້ວ108” ກໍ່ເຊັ່ນ ດຽວກັນ. ແກ້ວເປັນຜູ້ບຸກເບີກວົງການ ການສັນຫາບຸກຄະລາກອນ ໂດຍຜ່ານທາງ ເວັບໄຊ 108.Jobs (ແຕ່ກ່ອນແມ່ນ 108job.la) ແລະວາລະສານ 108 ອາຊີບ(108.Jobs). ເວັບໄຊດັ່ງກ່າວກາຍເປັນເຄື່ຶອງມື ສື່ກາງ ໃຫ້ຫຼາຍໆອົງກອນທີ່ ຕ້ອງການຮັບສະໝັກ ພະນັກງານ ແລະ ຜູ້ທີ່ກຳລັງ ຊອກວຽກ. ຖານຂໍ້ມູນທີ່ ອັບເດດຢ່າງສະໝ່ຳສະເໝີ ແລະ ເວັບໄຊທີ່ໃຊ້ງ່າຍ ເຮັດໃຫ້ 108 ອາຊີບ ເປັນທີ່ ນິຍົມໃນວົງກວ້າງ ໃນເວລາອັນສັ້ນ.

ຫຼ້າສຸດ ກໍ່ໄດ້ເປີດຕົວແອ໋ບ ທາງມືຖື ກັບຮູບແບບທີ່ ໂດດເດັ່ນ ແລະ ແປກໃໝ່ ເຊິ່ງແນໃສ່ກຸ່ມຄົນ ຈຳນວນຫຼາຍທີ່ໃຊ້ຊີວິດຕິດພັນກັບໂທລະສັບມືຖື. ເວັບໄຊ 108 ອາຊີບ ເຂົ້າມາຕີຕະຫຼາດ ລາວໃນເວລາທີ່ ເໝາະສົມ, ໃນຍຸກທີ່ ຄົນນຳໃຊ້ອິນເຕີເນັດກັນຢ່າງ ແຜ່ຫຼາຍ, ບວກກັບການຫຼຸດໜ້ອຍຖອຍລົງຂອງບັນດາສື່ ສິ່ງພິມ, ເຮັດໃຫ້ 108 ອາຊີບ ສ້າງຂີດໝາຍໃໝ່ ໃຫ້ແກ່ທຸລະກິດແບບ start-up ໃນລາວ.

ແກ້ວເກີດຢູ່ແຂວງຜົ້ງສາລີ ແຕ່ມາເຕີບໃຫຍ່ຢູ່ ນະຄອນຫຼວງວຽງຈັນ ແລະ ຮຽນຈົບຢູ່ອຸດົມ ວຽງຈັນ ກ່ອນທີ່ຈະໄປສຶກສາຕໍ່ດ້ານ ຊັບພະຍາກອນມະນຸດ ຢູ່ປະເທດໄທ ໂດຍທີ່ ບໍ່ໄດ້ຄິດຝັນເລີຍວ່າ ອີກສອງທົດສະວັດຕໍ່ມາ, ລາວຈະກາຍ ເປັນຜູ້ນຳໃນ້ຕະຫຼາດການວ່າ ຈ້າງງານໃນວຽງຈັນ. ຫຼັງຈາກຮຽນຈົບ ແກ້ວກໍ່ ກັບມາເຮັດວຽກເກັບກ່ຽວປະສົບການ ຢູ່ລາວ
ເປັນເວລາສອງປີ ກ່ອນຈະໄປສືບຕໍ່ຮຽນປະລິນຍາໂທ ສາຂາເສດຖະສາດ ຢູ່ປະເທດຍີ່ປຸ່ນ. ຫຼັງຈາກເລີ່ມຮຽນຫຼັກສູດປະລິນຍາເອກ, ແກ້ວກໍ່ປ່ຽນ ແນວຄວາມຄິດ ແລະ ຈຶ່ງຕັດສິນໃຈ ຍຸດຕິການຮຽນຕອນຢູ່ ປີທີ 3.

ເຖິງຢ່າງໃດກໍ່ຕາມ, ແກ້ວບໍ່ເຄີຍເສຍດາຍເວລາສອງປີເຄິ່ງທີ່ຮຽນມາ. ເຖິງຈະບໍ່ໄດ້ປະລິນຍາເອກ, ປະສົບການທີ່ໄດ້, ແນວຄວາມຄິດໃໝ່ ແລະ ວິທີວິເຄາະແກ້ໄຂ ບັນຫາ ກໍ່ກາຍເປັນບົດຮຽນ ທີ່ສຳຄັນໃນການປະກອບທຸລະກິດ ໃນໄລຍະຕໍ່ມາ.ເມື່ອແກ້ວກັບມາວຽງຈັນໃນທ້າຍປີ 2009, ລາວກໍ່ພ້ອມທີ່ຈະລົງຫຼັກປັກຖານ, ສ້າງຄອບຄົວ ແລະ ຊອກຫາຊ່ອງຫວ່າງ ເພື່ອດຳເນີນ ທຸລະກິດແບບລິເລີ່ມ. ເຖິງແມ່ນວ່າຢູ່ລາວເຮົາຕອນນັ້ນ ອິນເຕີເນັດຍັງເປັນສິ່ງໃໝ່ຢູ່, ແກ້ວກໍ່ຮູ້ໄດ້ຈາກ ປະສົບການຂອງລາວ ຕອນຢູ່ຕ່າງປະເທດ ວ່າຂະແໜງດັ່ງກ່າວ ຈະສາມາດ ຈະເລີນເຕີບ ໂຕຢ່າງໄວວາຢ່າງແນ່ນອນ. ການບໍລິການທາງອິນເຕີເນັດມີທ່າແຮງສູງ ໃນການຫັນເປັນກຳໄລ ຖ້າຫາກລິເລີ່ມໃນເວລາທີ່ເໝາະສົມ.

ແກ້ວວິສຸກ ດາລາແສນ

ແກ້ວມີປະສົບການເຮັດວຽກ ຢູ່ບໍລິສັດຄົ້ນຄວ້າຕະຫຼາດອອນລາຍຢູ່ປະເທດຍີ່ປຸ່ນ ເຊິ່ງວຽກດັ່ງກ່າວ ໄດ້ເປີດໂອກາດໃຫ້ລາວໄດ້ເດີນທາງໄປ ປັກກິ່ງ, ຊຽງໄຮ້, ຮົງກົງ, ກຸງເທບ, ສິງກະໂປ ແລະ ເມືອງຕ່າງໆ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ລາວຈຶ່ງພໍເດົາໄດ້ວ່າຕະຫຼາດ ອອນລາຍໃນບ້ານເຮົາຈະພັດທະນາໄປໃນທິດທາງໃດ.

ດັ່ງນັ້ນ, ມາຮອດປີ 2012, 108 ອາຊີບ ຈຶ່ງໄດ້ກຳເນີດຂຶ້ນມາ ເຊິ່ງຕັ້ງຊື່ຕາມຄຳເວົ້າ ‘ຮ້ອຍແປດພັນເກົ້າ’ ທີ່ໝາຍຄວາມວ່າ ມີວຽກໃຫ້ເລືອກຢ່າງຫຼວງຫຼາຍນັ້ນເອງ. ໃນສະໄໝທີ່ແກ້ວ ເປີດຕົວເວັບໄຊ 108 ອາຊີບ ກໍ່ມີ ເວັບໄຊຊອກວຽກອື່ນໆນຳ, ແຕ່ສິ່ງທີ່ເຮັດໃຫ້ 108 ອາຊີບ ໂດດເດັ່ນ ແລະ ແຕກຕ່າງ ຈາກເວັບໄຊອື່ນ ຍ້ອນວ່ານອກຈາກ ຊ່ອງທາງອິນເຕີເນັດແລ້ວ, ຜູ້ຊົມໃຊ້ຍັງສາມາດໃຊ້ຊ່ອງທາງ ວາລະສານອີກນຳ. ທີມງານທີ່ເອົາໃຈໃສ່ບໍລິການລູກຄ້າກໍ່ເປັນຈຸດດີອີກອັນໜຶ່ງ ທີ່ພາໃຫ້ທຸລະກິດນີ້ ປະສົບຜົນສຳເລັດ ພາຍໃນເວລາພຽງແຕ່ ສອງປີເຄິ່ງເທົ່ານັ້ນ.

ໃນໄລຍະສອງປີທີ່ຜ່ານມາ, ແກ້ວໄດ້ຂະຫຍາຍທຸລະກິດໄປສູ່ ການບໍລິການຈັດຫາບຸກຄະລາກອນ, ບໍລິການຈ່່າຍເງິນເດືອນ ແລະ ອື່ນໆ. “ສິ່ງທີ່ພວກເຮົາສະໜອງໃຫ້ລູກຄ້າ ບໍ່ແມ່ນພຽງແຕ່ພື້ນທີ່ໂຄສະນາຫາວຽກເທົ່ານັ້ນ, ແຕ່ພວກເຮົາສາມາດສະໜອງທຸກຢ່າງທີ່ລູກຄ້າຕ້ອງການ ໃນວຽກງານຊັບພະຍາກອນມະນຸດ”.

ນອກນັ້ນ, ແກ້ວຍັງໄດ້ເປີດຕົວເວັບໄຊ ວຽກຈິບຈິບ (JobJibJib.la)ໄປຄຽງຄູ່ ກັນເຊິ່ງເວັບໄຊດັ່ງກ່າວ ແມ່ນແນໃສ່ຂະແໜງ ການໂຮງແຮມ ແລະ ການບໍລິການສຳລັບຜູ້ທີ່ ຕ້ອງການຊອກຫາວຽກໄລຍະສັ້ນ. ວຽກຈິບຈິບ ເປັນເວັບໄຊທີ່ໃຊ້ງ່າຍເຊິ່ງຜູ້ໃຊ້ພຽງແຕ່ຂຽນປະໂຫຍກ 3 ແຖວ ເພື່ອລະບຸອາຍຸ, ເວລາເຮັດ ວຽກ ແລະ ວຽກທີ່ຕ້ອງການຢາກເຮັດ. ແກ້ວກ່າວວ່າ ລາວກຳລັງຈະເປີດຕົວ ແອ໋ບພລີເຄຊັນ (application)ນຳ ເຊິ່ງຄາດວ່າ ຈະສະເທືອນວົງການກວ່າ 108 ອາຊີບອີກ ເພາະເປັນຂະແໜງ ທີ່ກຳລັງມາແຮງ.

ພາຍຫຼັງຜູ້ໃຊ້ລົງທະບຽນໃນແອ໋ບດັ່ງກ່າວແລ້ວ, ເຈົ້າຂອງຮ້ານອາຫານກໍ່ຈະສາມາດເຂົ້າມາເບິ່ງມາຊອກເອົາພະນັກງານໃນແອ໋ບໄດ້, ແລະ ຜູ້ໃຊ້ເອງກໍ່ສາມາດ ສະໝັກວຽກ ແລະສົນທະນາກັບເຈົ້າຂອງຮ້ານຜ່ານແອ໋ບດັ່ງກ່າວໄດ້, ເຊິ່ງປັດຈຸບັນຊ່ອງທາງນີ້ກຳລັງເປັນທີ່ນິຍົມຫຼາຍ ໃນຕ່າງປະເທດ.

ນອກຈາກການບໍລິການຕ່າງໆ ທີ່ໄດ້ກ່າວມາ ຂ້າງເທິງແລ້ວ, ທາງທີມງານ 108 ຍັງໄດ້ ພັດທະນາ ເວັບໄຊ Spoon.la ທີ່ຮວບຮວມເອົາບັນດາ ຮ້ານອາຫານຕ່າງໆ ໃນວຽງຈັນ ສ່ວນວາລະສານ ປັດຈຸບັນ ແມ່ນໄດ້ປ່ຽນຊື່ເປັນ ວາລະສານ 108, ເພື່ອໃຫ້ກວມລວມໄດ້ຫຼາກຫຼາຍ ຂະແໜງ ບໍ່ແມ່ນສະເພາະແຕ່ຂະແໜງວຽກງານເທົ່ານັ້ນ.

ສາເຫດທີ່ແກ້ວເຮັດຫຼາຍໆຢ່າງພ້ອມກັນນີ້ ກໍ່ຍ້ອນວ່າ ປັດຈຸບັນ ເຮົາດຳລົງຊີວິດ ຢູ່ໃນສັງຄົມ ທີ່ມີນະວັດຕະກຳໃໝ່ໆອອກມາຢູ່ຕະຫຼອດ ແລະຍັງມີຫຼາຍຄົນ ທີ່ ພ້ອມຈະມາແຂ່ງກັບເຮົາ ຕະຫຼອດເວລາ ດັ່ງນັ້ນ, ສິ່ງທີ່ສຳຄັນແມ່ນເມື່ອຢູ່ຈຸດສູງແລ້ວຍິ່ງຕ້ອງສືບຕໍ່ປັບປຸງພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ແລະ ພ້ອມດຽວກັນນັ້ນ ກໍ່ໃຫ້ເປີດກວ້າງ ແນມຫາໂອກາດໃໝ່ໆ ຢູ່ຢ່າງສະເໝີ.

 

facebook.com/108jobslaos

108.jobs

 

ບົດໂດຍ: Sally Pryor

Share

Previous

[:en]Bangkok Beats[:la]ສຽງເພງ ບັນເລງ ຢູ່ບາງກອກ[:]

Next

[:en]Or laam: a dish fit for a king[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ
Jan 20, 2021

ພະລັງງານແຫ່ງອະນາຄົດ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ

ສະຖານທີ່ທີ່ບໍ່ວ່າໃຜໄດ້ໄປກໍ່ຕ້ອງຫຼົງໄຫຼຕົກຫຼຸມຮັກກັບນາກາຍ ແລະ ຍົມມະລາດ. ແຂວງຄຳມ່ວນ...

Read More
0 0
ທຸລະກິດ, Stay, ທ່ອງທ່ຽວ
Feb 5, 2020

ຄວາມຫລູຫລາ ເໜືອຍອດໄມ້

ທີ່ພັກແຫ່ງໃຫມ່ທີ່ທັນສະໄຫມຫລູຫລາທີ່ສຸດໃນແຂວງຫລວງພະບາງ....

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top