Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Outdoors, ທ່ອງທ່ຽວ

ກ້າວໄປສູ່ອະດີດຕະການ

posted by Billy
Mar 15, 2022 1472 0 0
Share

ເພີ່ມປະສົບການໃນການທ່ອງທ່ຽວພາກໃຕ້ຂອງລາວໃຫ້ຫຼາກຫຼາຍຍິ່ງຂຶ້ນ!

ເມື່ອຄິດເຖິງການເດີນທາງທ່ອງທ່ຽວໄປຍັງພາກໃຕ້ຂອງລາວ ເຮົາມັກຄິດເຖິງການຢ້ຽມຊົມ ວັດພູຈໍາປາສັກ ເຊິ່ງເປັນສະຖານທີ່ມໍລະດົກໂລກ ທີ່ໄດ້ຖືກຮັບຮອງໂດຍອົງການ UNESCO ຫຼື ເຂດສີ່ພັນດອນ ໃນແຂວງຈໍາປາສັກ. ແຕ່ຖ້າຫາກຕ້ອງການເພີ່ມຄວາມຫັນສາໃຫ້ກັບການທ່ອງທ່ຽວພາກໃຕ້ຍິ່ງຂຶ້ນ, ຄວນໄປແວ່ທ່ຽວແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເຊິ່ງເປັນສະຖານທີ່ຕັ້ງຂອງແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດທີ່ສວຍງາມ ແລະ ຈະເຮັດໃຫ້ທ່ານຕື່ນຕາຕື່ນໃຈແນ່ນອນ!

ເພື່ອໃຫ້ວັນພັກຜ່ອນມີຄວາມຫຼາກຫຼາຍຍິ່ງຂຶ້ນ ຄວນໄປຢ້ຽມຊົມ ແຂວງສະຫວັນນະເຂດ ແລະ ສາລະວັນ ເພື່ອທ່ຽວຊົມ ເຮືອນຫີນ ທີ່ມີພຽງແຕ່ບໍ່ເທົ່າໃດຄົນທີ່ຮູ້ຈັກ ແລະ ປະຕິມາກຳ 4000 ຂຸມ.
ເຮືອນຫີນ ທີ່ແຂວງສະຫວັນນະເຂດ ເປັນວັດຫີນຄືດັ່ງດຽວກັນກັບວັດພູຈຳປາສັກ, ໂດຍມີຄວາມເຊື່ອກັນວ່າ ເປັນສິ່ງປຸກສ້າງຂອງອະນາຈັກຂອມ ແລະ ປະຈຸບັນ ແມ່ນຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງໃນແຂວງສະຫວັນນະເຂດ, ປະເທດລາວ. ເຊື່ອກັນວ່າເຮືອນຫີນແຫ່ງນີ້ແມ່ນເປັນເຮືອນພັກຫຼັງໜຶ່ງທີ່ຖືກສ້າງຂຶ້ນໂດຍພະເຈົ້າໄຊຍະວາມັນ ລາຊະການທີ 7 ໃນສັດຕະວັດທີ 12. ໂດຍດັ້ງເດີມແມ່ນເປັນສະຖານທີ່ສັກກາລະບູຊາຂອງຊາວຮິນດູ, ຊຶ່ງຕໍ່ມາໄດ້ມີການດັດແປງບູລະນະເປັນບ່ອນສັກກາລະບູຊາຂອງຊາວພຸດ.

ຫ່າງອອກໄປທາງພາກໃຕ້ພຽງເລັກນ້ອຍ ແມ່ນພື້ນທີ່ທີ່ຮູ້ຈັກທີ່ເອີ້ນວ່າ: 4000 ຂຸມ ສະຖານທີ່ລຽບຕາມລຳແມ່ນໍ້າຂອງ ຕັ້ງຢູ່ ບ້ານທ່າ, ເມືອງລະຄອນເພັງ, ໃນແຂວງສາລະວັນ. ສະຖານທີ່ແຫ່ງນີ້ເກີດຈາກການກັດເຊາະເປັນເວລາຫຼາຍລ້ານປີ ເຮັດໃຫ້ເກີດການກໍ່ຕົວຂອງຫີນຊາຍທີ່ຈົມຢູ່ພື້ນນໍ້າຕາມລະດູການໃນທີ່ນີ້. ເຊີ່ງການກໍ່ຕົວປະເພດດັ່ງກ່າວນີ້ເອີ້ນວ່າ: “ໝໍ້ກາຕົ້ມນໍ້າຍັກ” ຫຼື “ຂຸມບໍ່” ແລະ ກໍ່ຕົວຂຶ້ນຈາກສາຍນໍ້າທີ່ໄຫຼຜ່ານຫີນ ແລະ ເສດຊາກ. ກະແສນໍ້າເຮັດໃຫ້ພວກມັນໝູນໄປອ້ອມຮອບເທີງຫີນ ເຈາະເປັນຂຸມເປັນເວລາຫຼາຍພັນປີ. ຂຸມບາງແຫ່ງແມ່ນຂ້ອນຂ້າງຕື້ນ ແລະ ນ້ອຍ, ໃນຂະນະທີ່ ຂຸມບາງແຫ່ງກໍ່ເປັນຂຸມໃຫຍ່ ເຊິ່ງເໝາະຫຼາຍ ສຳລັບການລອຍນໍ້າຫຼິ້ນໃນລະດູແລ້ງ.

ເຮືອນຫີນເປັນປ້ອມດ່ານຂອງອະນາຈັກຂອມໃນແຕ່ກ່ອນ

1. ເຮືອນຫີນຍັງບໍ່ທັນໄດ້ຖືກສຶກສາຄົ້ນຄວ້າຢ່າງເລິກເຊິ່ງ ແລະ ບູລະນະ ຄືດັ່ງວັດພູ.
2. ຫີນສະຫຼັກເປັນພະຍານາກ.
3. ຟານເຂົາໃຫເຮືອນຫີນຕັ້ງຢູ່ໃຈກາງຂອງເຂດບ້ານນ້ອຍໆ ແລະ
ຍັງເປັນສະຖານທີ່ສັກກາລະບູຊາຂອງຊາວບ້ານ.
4. ຟານເຂົາໃຫປະຊາຊົນທ້ອງຖິ່ນພາກັນມາຖວາຍເຄື່ອງເພື່ອບູຊາ ແລະ ໄຫວ້ພະພຸດທະເຈົ້າຢູ່ໃນພະວິຫານ.

1. ເຂດ 4000 ຂຸມເປັນເຂດພື້ນທີ່ຂະໜາດໃຫຍ່ຂອງຫີນຊາຍ ທີ່ຖືກເຊາະເຈື່ອນໂດຍແມ່ນໍ້າຂອງ.
2. ຂຸມບາງຂຸມມີຂະໜາດໃຫຍ່ພໍທີ່ຈະລອຍຫຼິ້ນໄດ້.
3. ຟານເຂົາໃຫໃນໄລຍະລະດູຮ້ອນ, ເຂດຂຸມໃຫຍ່ດັ່ງກ່າວເປັນບ່ອນທີ່ດີເລີດສໍາລັບການສ້າງຄວາມສົດຊື່ນ.

1. ການກໍ່ຕົວຂອງພື້ນທີ່ດັ່ງກ່າວແມ່ນມີຄວາມເປັນເອກະລັກສະເພາະ.
2. ຍິນດີຕ້ອນຮັບສູ່ສະຖານທີ່ 4000 ຂຸມ.
3. ຟານເຂົາໃຫໜື່ງໃນຂຸມທີ່ໃຫຍ່ທີ່ສຸດແມ່ນເກີດຈາກການໄຫຼວຽນຂອງນໍ້າຢູ່ເທິງຫີນ.

ການເດີນທາງ:
ສາຍການບິນລາວ ມີຖ້ຽວບິນໄປສະຫວັນນະເຂດສີ່ຖ້ຽວຕໍ່ອາທິດ. ເຮືອນຫີນຕັ້ງຢູ່ທາງໃຕ້ 70 ກມ ຈາກຕົວເມືອງສະຫວັນນະເຂດ. 4000 ຂຸມຫ່າງຈາກສະຫວັນນະເຂດ 150 ກມ.

ຮູບໂດຍ ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ

SavannakhetSouthern Laos
Share

Previous

[:en]Pachyderm’s Paradise[:la]ສະຫວັນຂອງຊ້າງ[:]

Next

[:en]Turning Heads on the Runway[:la]ອາພອນລາວຈາກຜືນດິນສູ່ຂອບຟ້າ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Mar 15, 2023

ບຸນປະເພນີ ປີໃໝ່ລາວ

ບຸນປີໃໝ່ລາວ ຫຼື ທີ່ເອີ້ນວ່າ ປີໃໝ່ ແມ່ນງານບຸນຮີດຄອງປະເພນີ...

Read More
0 0
ທ່ອງທ່ຽວ
Mar 1, 2020

(English) Discover Central Vietnam

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top