ແກ່ນແທ້ຂອງຄວາມງົດງາມ ແລະ ທັນສະໄໝ

Author:

Category:

spot_img

ທີ່ພັກບັນຍາກາດດີແຫ່ງໃໝ່ທີ່ຫຼວງພະບາງ.

ພວກເຮົາຄົ້ນພົບສະຖານທີ່ພັກແຫ່ງໃໝ່ ໃນລາຄາທີ່ຈັບຕ້ອງໄດ້ ໃນຕົວເມືອງຫຼວງພະບາງ ທີ່ມີຊື່ວ່າ: ໂຮງແຮມສຸພັດຕຣາ.ດ້ວຍການຕົບແຕ່ງແບບໂຄໂລນຽວ ປະສົມປະສານກັບກິ່ນອາຍຂອງຄວາມເປັນລາວ. ການປະສົມປະສານລະຫວ່າງສອງວັດທະນະທຳບໍ່ພຽງແຕ່ເຂົ້າກັນຢ່າງລົງຕົວ ແຕ່ມັນຍັງເປັນສະຖານທີ່ເຕັມໄປດ້ວຍສິລະປະທີ່ເຕັມໄປດ້ວຍເອກະລັກ ໃນບັນຍາກາດທີ່ງຽບສະຫງົບ.

ຄວາມງົດງາມຂອງອາຄານ ແລະ ການຕົບແຕ່ງຂອງໂຮງແຮມ ສຸພັດຕຣາ ເປັນສີມືການອອກແບບຂອງນັກວິສະວະກອນທີ່ມີຊື່ສຽງຈາກປະເທດໄທ, ທ່ານສະຣາຍຸດ ຟອງວະນາລັກ. ດ້ວຍສະຖານທີ່ຕັ້ງທີ່ບໍ່ຫ່າງໄກຈາກຕົວເມືອງຫຼາຍ,ເພິ່ນຈິ່ງຢາກສ້າງສະຖາປັດຕະຍະກຳໂຄໂລນຽວແບບຝຣັ່ງ ທີ່ມີສິ່ງອຳນວຍຄວາມສະດວກຄົບຖ້ວນ. 

ເມື່ອຍ່າງເຂົ້າມາໃນບໍລິເວນໂຮງແຮມ,ຈະມີພະນັກງານຍືນຕ້ອນຮັບ ແລະ ພາທ່ານເຂົ້າໄປທີ່ລ໋ອບບີ້. ບັນຍາກາດໃນລ໋ອບບີ້ຕົບແຕ່ງດ້ວຍຝາສີຂາວ ແລະ ເຟີນີເຈິີ້ໄມ້ສີເຂັ້ມ, ເຄື່ອງຕົບແຕ່ງພາຍໃນສ່ວໃຫຍ່ຈະເປັນສີເທົາ ແລະ ສີຟ້າຊ່ວຍປັບບັນຍາກາດພາຍໃນຫ້ອງໃຫ້ທ່ານຮູ້ສຶກເຢັນສະບາຍຈາກຄວາມຮ້ອນທີ່ຢູ່ຂ້າງນອກ. ຕັ່ງຮັບແຂກຖືກອອກແບບໃຫ້ຄ້າຍຄືບ່ອນນັ່ງເທິງຫຼັງຊ້າງ ເພື່ອລະນຶກເຖິງສະໄໝທີ່ປະເທດລາວເຄີຍເປັນດິນແດນລ້ານຊ້າງມາກ່ອນ. 

ທາງຫຼັງຂອງຫ້ອງລອບບີ້ແມ່ນ ຮ້ານອາຫານ ລາວເດີມເຊິ່ງເປັນອີກສາຂາໜຶ່ງຂອງຮ້ານອາຫານລາວທີ່ມີຊື່ສຽງທີ່ສຸດໃນນະຄອນຫຼວງວຽງຈັນ. ທ່ານສາມາດຮັບປະທານອາຫານເຊົ້້າໄດ້ທີ່ຫ້ອງອາຫານແຫ່ງນີ້ແລະ ຂໍແນະນຳໃຫ້ບັນດາທ່ານລອງຊິມທັງອາຫານທ່ຽງ ແລະ ອາຫານຄໍ່າພ້ອມ. ພໍ່ຄົວຂອງເພິ່ນນໍາໃຊ້ວັດຖຸດິບຕາມລະດູການທີ່ຫາໄດ້ສົດໆຈາກທ້ອງຖິ່ນ ເພື່ອມາປຸງແຕ່ງ ແລະ ເສີບອາຫານລາວທີ່ແຊບຊ້ອຍໃຫ້ແກ່ທ່ານ ເຊັ່ນ ເມນູແກງປາດຸກໃສ່ໜໍ່ໄມ້ສົ້ມ, ຫຼື ລາບງົວສັບເຊິ່ງເປັນອາຫານດັ້ງເດີມຂອງແຂວງ ຫົວພັນ, ກິນກັບເຂົ້າໜຽວກໍ່າແມ່ນແຊບຫຼາຍ. 

ທ່ານສາມາດນໍາອາຫານ ແລະ ອາຫານວ່າງໄປຮັບປະທານຢູ່ທາງຂ້າງສະລອຍນໍ້າທີ່ມີຄວາມຍາວເຖິງ25 ແມັດເຊິ່ງປູດ້ວຍກະໂລໂທນສີຟ້າອົມຂຽວຊວນໃຫ້ທ່ານຢາກຈຸ່ມຕົວລົງລອຍໃນນໍ້າເຢັນໆ. ທາງໂຮງແຮມໄດ້ກຽມບ່ອນນັ່ງຫຼິ້ນ ແລະ ຕຽງພ້ອມຄັນຮົ່ມຢູ່ບໍລິເວນຂ້າງສະ ເພື່ອໃຫ້ທ່ານໄດ້ນອນອີງພັກຜ່ອນ. ນອກນັ້ນ, ຍັງມີບາຣ໌ແຄມສະນໍ້າທີ່ໃຫ້ບໍລິການເຄື່ອງດື່ມ ແລະ ຄອກເທວຫຼາກຫຼາຍລົດຊາດ ຊ່ວຍເຕີມຄວາມສົດຊື່ນໃຫ້ທ່ານໄດ້. 

ໂຮງແຮມ ສຸພັດຕຣາ ຍັງມີບໍລິການ ນວດສະປາ ສຳລັບທ່ານທີ່ຕ້ອງການການພັກຜ່ອນຢ່າງເຕັມຮູບແບບ, ມີຄອສການດູແລຜິວຫຼາຍຮູບແບບໄວ້ບໍລິການທ່ານເຊັ່ນ ການນວດແຜນບູຮານ ແລະ ຂັດຜິວ ເພື່ອບໍາລຸງຮັກສາສຸຂະພາບຜິວຂອງທ່ານໃນລະຫວ່າງການເດີນທາງ.

ໂຮງແຮມສຸພັດຕຣາປະກອບມີ 37 ຫ້ອງພັກ ທີ່ຕັ້ງຢູ່ອາຄານຮູບແບບຝຣັ່ງຈຳນວນສາມຫຼັງ, ແຕ່ລະຫຼັງຍັງຄົງເອກະລັກຂອງຄວາມເປັນລາວ ຕາມຈຸດປະສົງຂອງທາງໂຮງແຮມທີ່ຢາກຕົບແຕ່ງໂຮງແຮມດ້ວຍສິລະປະທີ່ຊວນໃຫ້ລະນຶກເຖິງປະຫວັດສາດຂອງລາວໃນແຕ່ລະສະໄໝ. ຫ້ອງພັກຂອງເພິ່ນແບ່ງອອກເປັນ ຫ້ອງພິເສດ (Deluxe Rooms), ຫ້ອງວິວສະລອຍນໍ້າ (Pool View Rooms), ຫ້ອງ Junior Suites ແລະ ຫ້ອງສະວີດໃຫຍ່ ສຸພັດຕຣາ (large Souphattra Suite). ຫ້ອງຂອງເພິ່ນມີການຕົບແຕ່ງລັກສະນະຮ່ວມສະໄໝ ແລະ ມີຕຽງນອນທີ່ນຸ້ມສະບາຍ ເພື່ອຮັບປະກັນວ່າການພັກຜ່ອນຂອງທ່ານຈະເຕັມອີ່ມຕະຫຼອດຄືນ. ຫ້ອງພັກຕ່າງໆຍັງມີລະບຽງພ້ອມບ່ອນນັ່ງຫຼິ້ນ ໃຫ້ທ່ານໄດ້ເພີດເພີນກັບວິວສະລອຍນໍ້າ ຫຼື ວິວຂອງຕົວເມືອງຫຼວງພະບາງ. ບາງຫ້ອງຍັງມີປະຕູເຊື່ອມຫ້ອງເຂົ້າກັນ ເໝາະກັບການມາພັກຜ່ອນແບບຄອບຄົວ.

ໂຮງແຮມ ສຸພັດຕຣາ ເຮັດໃຫ້ທ່ານສຳພັດໄດ້ເຖິງຄວາມເປັນເອກະລັກຂອງຫຼວງພະບາງ ດ້ວຍເຄື່ອງອຳນວຍຄວາມສະດວກຢ່າງຄົບຖ້ວນ. ຄວາມມີສະເໜ່ທີ່ໜ້າຄົ້ນຫາຂອງໂຮງແຮມ ຈະເຮັດໃຫ້ທ່ານຢາກກັບມາພັກອີກຄັ້ງ ແລະ ອີກຄັ້ງ.

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ ແລະ ໂຮງແຮມ ສຸພັດຕຣາ

Read More

Related Articles