Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ຄວາມສຸດຍອດຂອງທຳມະຊາດ

posted by Billy
May 17, 2022 1774 0 0
Share

ຕາດກວາງຊີທີ່ປຽບດັ່ງສວງສະຫວັນຂອງບັນດາສັດ ແລະ ພືດ

ປະຊາຊົນທ້ອງຖິ່ນຕ່າງກໍ່ພາກັນຄອຍບອກຄອຍຍ້ຳທ່ານຢູ່ສະເໝີວ່າ ຖ້າໄດ້ມາທ່ຽວປະເທດລາວແລ້ວຕ້ອງໄປຫຼິ້ນນ້ຳຕົກຕາດເດ. ລາວເປັນປະເທດທີ່ອຸດົມໄປດ້ວຍນໍ້າຕົກຕາດຫຼາກຫຼາຍແຫ່ງ, ດັ່ງນັ້ນ ຫາກທ່ານໄດ້ໄປບ່ອນໃດບ່ອນໜຶ່ງແລ້ວ ມັນກໍ່ຈະມີແຮງດຶງດູດທີ່ຊວນໃຫ້ທ່ານໄປຫຼິ້ນຕາດບ່ອນຕໍ່ໆໄປບໍ່ມີມື້ຈົບ. ແຕ່ນໍ້າຕົກຕາດກວາງຊີເອງເປັນຕາດທີ່ທ່ານພາດບໍ່ໄດ້ເດ. ເພາະຕາດກວາງຊີເປັນນໍ້າຕົກເຂດຮ້ອນທີ່ຖືກຊຸກເຊື່ອງໄວ້ຢູ່ໃນປ່າ ເຊິ່ງເອີ້ນໄດ້ວ່າເປັນໜຶ່ງໃນສິ່ງທີ່ດີທີ່ສຸດທີ່ທໍາມະຊາດປະທານໃຫ້ມາເລີຍກໍ່ວ່າໄດ້.
ລອງຈິນຕະນາການເບິ່ງວ່າໃນຂະນະທີ່ທ່ານກໍາລັງຍ່າງໄປຕາມປ່າ ທ່ານຈະໄດ້ພົບກັບແສງທີ່ສອດສ່ອງເຕັ້ນລໍາຜ່ານຕົ້ນໄມ້, ຄວບຄູ່ກັບແມງກະເບື້ອທີ່ສວຍງາມໂບຍບິນໄປຕາມສາຍລົມ. ສຽງຂັບຮ້ອງເບົາໆດັງມາແຕ່ໄກກະທົບເຂົ້າກັບປະສາດສໍາຜັດຂອງທ່ານ, ແຕ່ທ່ານບໍ່ແນ່ໃຈວ່າສຽງນັ້ນແມ່ນສຽງຫຍັງ. ທ່ານຈຶ່ງຕັດສິນໃຈຍ່າງໄປອີກໜ້ອຍໜຶ່ງຕາມທາງຮົ່ມຕົ້ນໄມ້ ເລິກເຂົ້າໄປໃນປ່າທີ່ຮົ່ມເຢັນສະບາຍກາຍໃຈ.

ສະພາບແວດລ້ອມທີ່ສວຍສົດງົດງາມນີ້ເຕັມໄປດ້ວຍພືດ ແລະ ສັດທີ່ຫຼາກຫຼາຍນາໆພັນ, ນັບຕັ້ງແຕ່ໃບເຜືອກຂະໜາດໃຫຍ່ໄປຈົນເຖິງ ດອກປາກນົກແກ້ວ ທີ່ເປັນສີເຫຼືອງແດງແຈດຈ້າ. ຫາກທ່ານລອງກວາດສາຍຕາໄປຈະເຫັນໄດ້ເຖິງກີບດອກສີແດງທີ່ໜາໆຂອງ ດອກຂີງປີດິນ ແລະ ດອກພວງພີ່. ນອກນີ້, ທ່ານກໍ່ຈະໄດ້ພົບກັບບັນດາແມງໄມ້ທີ່ໃຊ້ຊີວິດຢ່າງອຸດົມສົມບູນໃນເຂດດັ່ງກ່າວ. ຢູ່ຕາມໃບໄມ້ຈະມີບົ້ງເກາະຢູ່​, ມີທັງຕັກກະແຕນ​, ແມງແຮດສີສັນ​ສົດ​ໃສ ທີ່​ຢູ່​ຕາມຕົ້ນໄມ້ໃບຫຍ້າທາງທີ່ເຮົາເດີນທາງຜ່ານ.
ເມື່ອຍ່າງຕໍ່ໄປເລື່ອຍໆ ບໍ່ດົນທ່ານກໍ່ຈະຖືກຕ້ອນຮັບດ້ວຍສາຍນໍ້າໃສໆສີຟ້າສົດສວຍງາມໄຫຼລ່ອງລົງຕາມໂງ່ນຫີນ.
ສືບຕໍ່ເດີນທາງໄປຕາມເສັ້ນທາງຍ່າງ ແລ້ວທ່ານກໍ່ຈະພົບກັບດາວເດັ່ນຂອງທຣິບນີ້ເຊິ່ງກໍ່ຄື ນໍ້າຕົກຕາດທີ່ໄຫຼທັ່ງລົງມາຈາກດ້ານເທິງນັ້ນເອງ. ລອງມາຍ່າງໄຕ່ຂົວແລ້ວຖ່າຍຮູບກັບພາບພື້ນຫຼັງທີ່ສວຍສົດງົດງາມນີ້ເບິ່ງເດ. ທ່ານອາດຈະຕ້ອງໃຊ້ເລນກ້ອງທີ່ກວ້າງໆແນ່ຈຶ່ງຈະສາມາດເຫັນວິວທັງໝົດໄດ້.

ຖ້າທ່ານຕ້ອງການແຍກໂຕເອງອອກຈາກເສັ້ນທາງທີ່ບັນດານັກທ່ອງທ່ຽວທ່ານອື່ນໃຊ້,ທ່ານສາມາດລອງຂຶ້ນໄປເທິງຈຸດສູງສຸດຂອງນໍ້າຕົກດັ່ງກ່າວນີ້ໄດ້. ທາງຍ່າງເສັ້ນນີ້ຈະນໍາພາທ່ານຂຶ້ນໄປເທິງພູສູງຊັນທີ່ຢູ່ທາງຊ້າຍມືຂອງນໍ້າຕົກ, ທ່ານຈະພົບກັບຕົ້ນນຂອງຕາດທີ່ໄຫຼລ່ອງລົງໄປຫາອ່າງນໍ້າຢູ່ຂ້າງລຸ່ມ.
ຜ່ານວິວດັ່ງກ່າວທ່ານຍັງສາມາດແນມເຫັນສັດປ່າຂະໜາດໃຫຍ່ທີ່ອາໄສຢູ່ສູນຊ່ວຍເຫຼືອໝີໄດ້. ເວລາທີ່ເຮົາເບິ່ງໝີທີ່ໃຊ້ຊີວິດຢູ່ໃນສະຖານທີ່ແຫ່ງນັ້ນຢອກລໍ້ຫຼິ້ນນໍາກັນ ກໍ່ຈະໃຫ້ຄວາມຮູ້ສຶກຕະຫຼົກມ່ວນຊື່ນດີຄືກັນ. ໝີຄນ ເປັນສັດທີ່ໃກ້ຈະສູນພັນທີ່ມີຈຸດເດັ່ນແຕກຕ່າງຈາກຈໍາພວກອື່ນບ່ອນທີ່ມີເຄື່ອງໝາຍສ້ຽວພະຈັນສີຂາວຢູ່ໜ້າເອິກ ແລະ ສ່ວນໃຫຍ່ເໝືອຍເຫຼົ່ານີ້ຈະເປັນລູກກຳພ້າ ຫຼື ໄດ້ຮັບການຊ່ວຍເຫຼືອຈາກນັກລ່າສັດທີ່ຜິດກົດໝາຍ ແລະ ຟາມບີໝີ.

ຫາກທ່ານໄດ້ຮູ້ຈັກໃຜທີ່ເຄີຍໄປຫຼວງພະບາງ ແນ່ນອນເລີຍວ່າຜູ້ນັ້ນຕ້ອງເຄີຍໄປນ້ຳຕົກຕາດກວາງຊີ.
ຕາດດັ່ງກ່າວບໍ່ແມ່ນມີພຽງແຕ່ນັກທ່ອງທ່ຽວທີ່ໄປທ່ຽວຊົມເທົ່ານັ້ນ, ປະຊາຊົນທ້ອງຖິ່ນຫຼາຍໆຄອບຄົວກໍ່ພາກັນໄປກິນເຂົ້າປິກນິກ ແລະ ຖ່າຍຮູບຄືກັນ, ໂດຍສະເພາະໃນຊ່ວງທ້າຍອາທິດ ແລະ ຊ່ວງທີ່ໃກ້ກັບປີໃໝ່ລາວ.

ການເດີນທາງໄປສູນ:
ນ້ຳຕົກຕາດກວາງຊີ ຫ່າງຈາກ ຫຼວງພະບາງ 30 ກິໂລແມັດ ຫຼື ຂັບລົດປະມານ 45 ນາທີ. ການບິນລາວມີຖ້ຽວບິນເປັນປົກກະຕິໄວ້ໃຫ້ບໍລິການທ່ານເພື່ອເດີນທາງໄປ ຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ Anita Preston / Evensong Film

Kouang Si FallsLuang Prabang
Share

Previous

[:en]Searching for Manola[:la]ຕາມຫານາງມະໂນລາ[:]

Next

[:en]Welcome Back to Laos![:la]ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ![:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Feb 3, 2021

ຄວາມສວຍງາມຂອງລາວໃຕ້

ມາຮູ້ຈັກກັບທຸກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນອັນພາດບໍ່ໄດ້ຂອງດິນແດນພາກໃຕ້....

Read More
0 0
ອາຫານ, Stay, ທ່ອງທ່ຽວ
Sep 4, 2018

(English) 48 Hours in Thakhek

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top