Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ

ບິນລັດຟ້າຈາກນິວຢອກມາສວນມອນ

posted by Thanouphet
Feb 13, 2020 2567 0 0
Share

ຄວາມສຸກທີ່ໄດ້ຊິມອາຫານທີ່ແຊບທີ່ສຸດ, ຢູ່ໃກ້ກວ່າທີ່ທ່ານຄິດ.

ທ່ານ Tyson Ophaso, ກັບຊົງຜົມທີ່ທັນສະໄໝ, ຮອຍຍິ້ມ ແລະ ທ່າທາງທີ່ມີຄວາມສຸກຢູ່ໃນສວນຂອງລາວຂ້ອຍຮັກໃນສິ່ງທີ່ຂ້ອຍເຮັດ. ຂ້ອຍເລີ່ມວຽກແຕ່ລະມື້ໃນສວນ ເພື່ອເກັບສ່ວນປະກອບອາຫານສົດໆຈາກສວນ ເຊິ່ງຂ້ອຍປະສົມປະສານມັນດ້ວຍຄວາມສຸກ ແລະ ຄວາມມັກຮັກໃນການປຸງແຕ່ງອາຫານ

ລາວຮຽນຮູ້ເອົາວິທີການ ແລະ ຄວາມເປັນເລີດມາຈາກອາຊີບທີ່ລາວເຮັດ ຢູ່ ປະເທດອາເມລິກາ. ເຊິ່ງເຫັນໄດ້ຊັດເຈນວ່າລາວເປັນຄົນມີມາດຕະຖານສູງ. ເຫັນແຕ່ເຮືອນຄົວຂອງລາວກໍ່ຮູ້ແລ້ວວ່າ ຜູ້ຊາຍຄົນນີ້ເປັນມືອາຊີບ. ສຳລັບອາຫານສວາຍ, ຂ້ອຍເລືອກປາແຊມອນ ກັບໝາກບວບ  ແລະ    ກະຣົດ ສົດໆຈາກສວນມື້ເຊົ້ານີ້, ປຸງສຸກແຕ່ຍັງຄົງຄວາມກອບ ລາດດ້ວຍຊອສທີ່ເຮັດມາຈາກວາຍ. ໃນລາຄາ 45.000 ກີບ ຖືວ່າຄຸ້ມຄ່າທັງລາຄາ ແລະ ການທີ່ຕ້ອງຂີ່ລົດມາຈາກໃນເມືອງ.

ຍິນດີຕ້ອນຮັບສູ່ຮ້ານອາຫານ Swan, ບ່ອນທີ່ມີທັງຄວາມງາມ ແລະ ຄຸນນະພາບເທົ່າຮ້ານອາຫານຊັ້ນສູງ. ຍ້ອນຫຍັງຜູ້ຊາຍຄົນໜຶ່ງທີ່ອາໄສຢູ່ອາເມລິກາ ເປັນເວລາ 32 ປີ, ເຮັດວຽກຢູ່ຮ້ານອາຫານທີ່ໂດ່ງດັງໃນ ນິວຢອກ ແລະ ລອດສແອງເຈີລີສຈຶ່ງຍ້າຍມາຢູ່ທີ່ບ້ານ ສວນມອນ ເຊິ່ງຢູ່ນອກຕົວເມືອງວຽງຈັນ?

ປະເທດລາວເປັນບ້ານເກີດຂອງຂ້ອຍ. ຂ້ອຍເລີ່ມຮູ້ສຶກວ່າຕົນເອງຕ້ອງການຢາກເຊື່ອມສາຍສພັນກັບບ້ານເກີດຄືນໃໝ່. ສັນຊາດຕະຍານມັນບອກຂ້ອຍວ່າຕ້ອງເລີ່ມເຮັດຫຍັງໃໝ່ໆ. ຂ້ອຍໃຊ້ເວລາສາມປີໃນການກະກຽມ ເນື່ອງຈາກວ່າຂ້ອຍເປັນພໍ່ຄົວຢູ່ຮ້ານອາຫານໃຫຍ່ແຫ່ງໜຶ່ງ ໃນນິວຢອກ. ຂ້ອຍເດີນທາງຕະຫຼອດ ແລະ ມັນຮູ້ສຶກກົດດັນ. ຂ້ອຍຮູ້ສຶກວ່າຕົນເອງບໍ່ສະບາຍຫຼາຍເທື່ອ. ຄວາມເຫົງາເວລາທີ່ເຮົາບໍ່ສະບາຍຢູ່ໃນເມືອງໃຫຍ່ ທຽບກັບຫຍັງບໍ່ໄດ້ເລີຍ. ຄອບຄົວຄືຢາທີ່ດີທີ່ສຸດ

ແທນທີ່ຈະເປັນເມືອງ ແມນຮັດຕັນ ທີ່ເຕັມໄປດ້ວຍຕຶກສູງໃຫຍ່, ຢູ່ນີ້ຂ້ອຍໄດ້ເຫັນຕົ້ນໄມ້. ຂ້ອຍຕື່ນມາຢູ່ທ່າມກາງສວນທີ່ສວຍງາມ ແທນທີ່ຈະແມ່ນເມືອງທີ່ແອອັດ. ບໍ່ມີຫຍັງດີໄປກວ່ານີ້ອີກແລ້ວ

ທຸກຢ່າງມັນເລີ່ມຈາກຕອນຂ້ອຍຮຽນມັດທະຍົມ. ໝູ່ຂ້ອຍຄົນໜຶ່ງໄດ້ແນະນຳໃຫ້ຂ້ອຍໄປເຮັດວຽກຢູ່ຮ້ານອາຫານຂອງພີ່ນ້ອງລາວ. ຂ້ອຍຕົກລົງໄປເຮັດ ແລະ ຮູ້ວ່າຂ້ອຍຕັດສິນໃຈຖືກແລ້ວທີ່ໄປລອງ. ການໄດ້ຄົນເຮັດຂອງກິນ, ສ້ອມຜັກ, ຄົນໝໍ້, ປຸງລົດຊາດອາຫານ ມັນປຽບຄືໜັງມ້ວນໜຶ່ງ ທີ່ລົງທ້າຍດ້ວຍອາຫານທີ່ແສນພິເສດ

ອາຫານຢູ່ຮ້ານ Swan ເປັນເມນູທີ່ສ້າງຂຶ້ນໃໝ່, ສົດໃໝ່ ແລະ ໃສ່ໃຈສຸຂະພາບ. Tyson ປະສົມປະສານຄວາມແຕກຕ່າງທາງວັດທະນະທຳ, ລົດຊາດຂອງໝາກເຜັດໃນສະເຕັກທາທາ, ກິ່ນອາຍຂອງໃບບົວລະພາກັບປາແຊວມອນ ແລະ ລົດຊາດຂອງຂີງ.

ຂ້ອຍໄດ້ນຳເອົາມາດຕະຖານທີ່ດີກັບຄືນມາໃຊ້ຢູ່ບ້ານເກີດທ່ານອາດຈະຄິດວ່າອາຫານລະດັບຫ້າດາວແບບນີ້ ອາດຈະລາຄາສູງ. ແຕ່ Tyson ຄິດວ່າ ອາຫານຄຸນນະພາບດີ ບໍ່ຈຳເປັນຕ້ອງແພງ.

ຂ້ອຍຕ້ອງສ້າງຖານລູກຄ້າໃຫ້ໄດ້. ຄືກັນກັບການປູກເມັດພືດ, ເຮົາຕ້ອງລໍຖ້າເອົາເບິ່ງຜົນທີ່ຈະໄດ້ຮັບ. ຂ້ອຍຫວັງວ່າຊື່ສຽງໃນດ້ານຄຸນຄ່າ ແລະ ຄວາມເປັນເລີດຂອງພວກເຮົາ ຈະສາມາດດຶງດູດລູກຄ້າໄດ້, ເຖິງແມ່ນວ່າຮ້ານເຮົາຈະຢູ່ນອກເມືອງແນ່ກໍຕາມ. ຄວາມຈິງແລ້ວ, ນີ້ເປັນເຫດຜົນທີ່ຂ້ອຍເລືອກສະຖານທີ່ແຫ່ງນີ້. ມັນເຮັດໃຫ້ຂ້ອຍບໍ່ຄິດເຖິງ ນິວຢອກ

ຄືນນີ້ ເປັນຄືນທີ່ພະຈັນເຕັມດວງ. ຫຼັງຈາກວາຍ ສອງຈອກ ກັບ ອາຫານເລີດລົດ, ຂ້ອຍຍ່າງຢ່າງອາລົມດີຜ່ານສວນທີ່ສວຍງາມກັບໄປປະຕູທາງອອກ. ຮ້ານນີ້ເໝາະທີ່ຈະໄປກັບຄົນຮັກ ຫຼື ຍາດພີ່ນ້ອງຜູ້ຮັກແພງ, ໃນວັນຄົບຮອບຂອງຄູ່ຮັກ ຫຼື ໄປຄົນດຽວກໍໄດ້ພ້ອມກັບປື້ມດີໆຫົວໜຶ່ງ.

 

ຂໍ້ມູນເພີ່ມເຕີມ 

ຮ້ານອາຫານ Swan ຕັ້ງຢູ່ບ້ານສວນມອນ, ຫ່າງຈາກຕົວເມືອງປະມານ 6 km.

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ

foodFrom New York to Souan MoneRestaurantWhere to eat in Vientiane
Share

Previous

[:en]Pakse The Essentials[:]

Next

[:en]Rest Assured[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ, Environment, Social Enterprise
Jul 2, 2022

ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ

ຄວາມຍືນຍົງສາມາດບັນລຸໄດ້ງ່າຍກວ່າທີ່ທ່ານຄິດ ໂຄງການ SUSTOUR Laos ທີ່ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ...

Read More
0 0
ທຸລະກິດ, Café, ອາຫານ, Stay
Dec 20, 2018

(English) Grounds for Success

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top