Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ, Social Enterprise, Stay

ໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດ

posted by Billy
Jan 15, 2022 1019 0 0
Share

ມາລອງເພື່ອຊຸກຍູ້ສົ່ງເສີມ, ຢູ່ຕໍ່ຍ້ອນການບໍລິການທີ່ດີເລີດ

ໂຮງແຮມ & ຮ້ານອາຫານຝຶກປະຕິບັດຕັ້ງຢູ່ໃຈກາງຂອງ ເມືອງ ວັງວຽງ ທີ່ປະກອບມີທີ່ພັກ, ອາຫານ, ສະຖານທີ່ຈັດກອງປະຊຸມ ແລະ ຝຶກອົບຮົມໄວ້ໃຫ້ບໍລິການແກ່ທ່ານ ພ້ອມທັງເປັນບ່ອນຝຶກຫຼໍ່ຫຼອມຄວາມຮູ້ຄວາມສາມາດໃຫ້ແກ່ບັນດາມືອາຊີບດ້ານການທ່ອງທ່ຽວ ແລະ ການບໍລິການໃນອະນາຄົດຂອງປະເທດລາວ.

ໂຮງແຮມຝຶກປະຕິບັດ ເປັນສ່ວນໜຶ່ງຂອງວິທະຍາໄລເຕັກນິກແຂວງວຽງຈັນ ທີ່ສະໜອງສະພາບແວດລ້ອມການຝຶກອົບຮົມແບບພາກປະຕິບັດແກ່ບັນດານັກສຶກສາພາກວິຊາການທ່ອງທ່ຽວ ແລະ ການບໍລິການ. ບັນດາມືອາຊີບໄວໜຸ່ມເຫຼົ່ານີ້ຈະປະຕິບັດໜ້າທີ່ພາຍໃຕ້ການຮັບຜິດຊອບຊີ້ນໍານໍາພາຂອງຄູອາຈານ ແລະ ທີມງານຜູ້ບໍລິຫານໂຮງແຮມທີ່ມາຈາກສາກົນເພື່ອຮຽນຮູ້ພັດທະນາທັກສະທີ່ສໍາຄັນ ຄຽງຄູ່ໄປກັບການກຽມຕົວເຂົ້າສູ່ຕະຫຼາດແຮງງານຂອງພວກເຂົາ.
ນອກຈາກແຂກຈະສາມາດລີ້ມລອງກັບອາຫານແຊບໆ ແລະ ຮັບການບໍລິການຈາກພະນັກງານທີ່ມີຄວາມກະຕືລືລົ້ນໄປກັບໂຮງແຮມ ແລະ ຮ້ານອາຫານທີ່ເປັນເອກະລັກບໍ່ຄືໃຜແລ້ວ ສະຖານທີ່ແຫ່ງນີ້ຍັງເປັນຫຼາຍກວ່ານັ້ນອີກ, ການທີ່ທ່ານມາພັກເຊົາ ແລະ ຮັບປະທານອາຫານຢູ່ທີ່ນີ້ຈະຍັງເປັນການຊ່ວຍໃຫ້ນັກສຶກສາໄດ້ຝຶກຝົນທັກສະ ແລະ ສ້າງຄວາມຮູ້ທີ່ເປັນປະໂຫຍດໂດຍກົງຕໍ່ກັບອະນາຄົດຂອງພວກເຂົາ.

ໂຮງແຮມຝຶກປະຕິບັດເປັນສະຖານທີ່ທີ່ທ່ານສາມາດສຳພັດກັບການພັກຜ່ອນທີ່ສະດວກສະບາຍໃນຫ້ອງພັກທີ່ມີມົນສະເໜ່ພ້ອມກັບລະບຽງ ແລະ ຫ້ອງນ້ຳສ່ວນຕົວ. ໂຮງແຮມຂອງພວກເຮາມີຫ້ອງພັກໄວ້ໃຫ້ບໍລິການໃນລາຄາ 150,000 ກີບ ຕໍ່ຄືນ ທີ່ລວມອາຫານເຊົ້າສຳລັບສອງທ່ານ ແລະ ນອກຈາກນີ້ ທ່ານກໍ່ຍັງສາມາດເພີ່ມຕຽງຕື່ມອີກໄດ້ດ້ວຍພຽງແຕ່ທ່ານທຳການຈອງລ່ວງໜ້າແລະຈ່າຍຄ່າບໍລິການເສີມເພິ່ມເຕິມ.
ທີມງານຄູອາຈານ ແລະ ນັກສຶກສາປະຈໍາຫ້ອງຄົວໄດ້ຜ່ານການຝຶກອົບຮົມຢ່າງຊ່ຽວຊານຈາກພໍ່ຄົວມືອາຊີບເພື່ອສ້າງສັນເມນູຟິວຊັ້ນແບບປະສົມປະສານລະຫວ່າງສາກົນ ແລະ ທ້ອງຖິ່ນທີ່ແຊບຊ້ອຍໂດຍການນໍາເອົາສ່ວນປະກອບທີ່ສົດໃໝ່, ພືດຜັກສະໝຸນໄພພື້ນເມືອງ ແລະ ເຄື່ອງເທດລວມເຂົ້າກັນເພື່ອສ້າງເມນູອາຫານທີ່ງ່າຍດາຍແຕ່ມີຄວາມເປັນເອກະລັກທີ່ແປກໃໝ່. ພິຊຊ່າ ແບບໂຮມເມດ ແມ່ນເມນູທີ່ທ່ານຈະພາດບໍ່ໄດ້ ແລະ ເປັນທີ່ນິຍົມຫຼາຍໃນການຖືກສັ່ງໃຫ້ໄປສົ່ງຢູ່ບ້ານ ຫຼື ທີ່ພັກ.ຮ້ານອາຫານຂອງໂຮງແຮມຝຶກປະຕິບັດ ເປີດຕັ້ງແຕ່ວັນພະຫັດ ເຖິງ ວັນອາທິດ, ທີທັງບໍລິການສົ່ງເຖິງທີ່ພັກ ແລະ ກິນໃນຮ້ານ.

ຖ້າທ່ານກຳລັງຊອກຫາບ່ອນນັ່ງຊິວໆຜ່ອນຄາຍດື່ມເຄື່ອງດື່ມ, ໂຮງແຮມຝຶກປະຕິບັດກໍ່ມີໄວ້ໃຫ້ບໍລິການແກ່ທ່ານເຊັ່ນກັນ ຕັ້ງແຕ່ເຄື່ອງດື່ມຄ໋ອກເທວແບບຄລາສສິກ ຈົນໄປເຖິງ ເຫຼົ້າແວງຫຼາກຫຼາຍຊະນິດພ້ອມກັບອາຫານຫວ່າງກັບແກ້ມທີ່
ແຊບໆ.
ເຂົ້າມາລອງ ແລະ ມ່ວນຊຶ່ນໄປກັບຊ່ວງເວລາແຮັບປີ້ອາວເວີ້ (happy hours) ຂອງພວກເຮົາແຕ່ 5–7 ໂມງແລງ ທຸກໆວັນພະຫັດ, ວັນສຸກ, ແລະ ວັນເສົາ.
ການໃຊ້ເວລາຂັບລົດພຽງແຕ່ຊົ່ວໂມງດຽວ ຫຼື ພຽງແຕ່ນັ່ງລົດໄຟຜ່ານ 2 ສະຖານີຈາກ ນະຄອນຫຼວງວຽງຈັນ ທ່ານກໍ່ຈະສາມາດມາຮອດມາເຖິງໂຮງແຮມຝຶກປະຕິບັດໄດ້ ບ່ອນທີ່ຈະສະໜອງສະຖານທີ່ຈັດທຣິບພັກຜ່ອນໃຫ້ແກ່ພະນັກງານຂອງທ່ານ, ຈັດຝຶກອົບຮົມ ຫຼື ກອງປະຊຸມ. ຫາກທ່ານເດີນທາງມາແຕ່ ຫຼວງພະບາງ, ຂີ່ລົດໄຟບໍ່ຮອດຊົ່ວໂມງກໍ່ຮອດວັງວຽງແລ້ວ!
ກະລຸນາຕິດຕໍ່ຫາພວກເຮົາຖ້າທ່ານຕ້ອງການລອງຊິມອາຫານທີ່ມີລົດຊາດແຊບຊ້ອຍ ແລະ ຫ້ອງນອນທີ່ສະດວກສະບາຍຄຽງຄູ່ໄປກັບການຊຸກຍູ້ຝຶກຝົນພັດທະນານັກສຶກສາທີ່ມີຄວາມທະເຍີທະຍານຂອງພວກເຮົາ!

ໂຮງແຮມຝຶກປະຕິບັດ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029), ສົມທົບທຶນໂດຍ ລັດຖະບານ ສປປ ລາວ, ໄດ້ຮັບການຊ່ວຍເຫຼືອລ້າຈາກປະເທດ ລຸກຊໍາບວກ ແລະ ສະວິດເຊີແລນ ແລະ ຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ອົງການຮ່ວມມືເພື່ອການພັດທະນາ ລຸກຊໍາບວກ (LuxDev).

ຂໍ້ມູນເພີ່ມເຕີມ:
ໂຮງແຮມຝຶກປະຕິບັດ, ເມືອງ ວັງວຽງ
ໂທ: +856 30 522 1052
ອີເມລ: theacademytraininghotel@gmail.com
facebook: @TheAcademy.VangVieng

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029)

LaosThe Academy VangViengVangvieng
Share

Previous

[:en]Xieng Khouang — More than just jars[:la]ຊຽງຂວາງ — ຍັງມີສິ່ງທີ່ຫຼາຍກວ່າທົ່ງໄຫຫີນ[:]

Next

[:en]Wat Phou[:la]ວັດພູ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ
Mar 15, 2018

ດັ່ງເພັດໃນກອງເມັດຊາຍ

ເມື່ອນຶກເຖີງການຂັບລົດໄປທ່ຽວເມືອງວັງວຽງໃນຊ່ວງລະດູຝົນ, ທ່ານກໍຈະມັກພົບກັບທົ່ງນາຂຽວຊຸ່ມຕະການຕາຕັດກັບທັດສະນີຍະພາບທ້ອງຟ້າ...

Read More
51 0
Stay, ທ່ອງທ່ຽວ
Nov 8, 2020

ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ

ບັນດາໂຮງແຮມທີ່ຈະມາສ້າງຄວາມມ່ວນຊື່ນໃຫ້ທຸກເພດທຸກໄວ....

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top