Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ຄວາມສວຍງາມຂອງລາວໃຕ້

posted by Thanouphet
Feb 3, 2021 2610 0 0
Share

ມາຮູ້ຈັກກັບທຸກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນອັນພາດບໍ່ໄດ້ຂອງດິນແດນພາກໃຕ້.

ພາກໃຕ້ຂອງປະເທດລາວແມ່ນສະຖານທີ່ທີ່ມີຄວາມຫຼາກຫຼາຍໄປດ້ວຍແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວຊົມ. ທ່ານຈະໄດ້ພົບກັບປະສົບການໃໝ່ທີ່ບໍ່ເຄີຍມີຢູ່ໃສມາກ່ອນເໝາະສຳລັບທຸກຄົນນັບຕັ້ງແຕ່ນໍ້າຕົກຕາດໄປຈົນເຖິງຄວາມເປັນມາດ້ານປະຫວັດສາດ, ອາຫານ, ທຳມະຊາດ ແລະ ວັດທະນະທຳ ເຊິ່ງມີສິ່ງໜື່ງທີ່ເຊື່ອມໂຍງກັນ ນັ້ນກໍ່ຄືແມ່ນໍ້າຂອງ. ຜູ້ຄົນໃນພາກໃຕ້ແມ່ນມີຄວາມອົບອຸ່ນ ແລະ ເປັນມິດ ພ້ອມທີ່ຈະນຳພາຊ່ວຍເຫຼືອ ແລະ ເປັນເຈົ້າພາບທີ່ດີໃຫ້ທ່ານໄດ້ເຫັນດິນແດນອັນງົດງາມຂອງພວກເຂົາ ແລະ ແນະນຳທ່ານໃຫ້ໄດ້ຮັບຮູ້ເຖິງຄວາມງາມຂອງພາກໃຕ້ຂອງລາວ.

ແມ່ນໍ້າຂອງທາງພາກໃຕ້ຂອງລາວ

ເປັນທີ່ຮູ້ຈັກກັນດີໃນທ້ອງຖິ່ນວ່າແມ່ນໍ້າຂອງແມ່ນໜຶ່ງໃນລະບົບແມ່ນໍ້າທີ່ໃຫຍ່ທີ່ສຸດໃນໂລກ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຂອງພືດ ແລະ ສັດຫຼາຍຊະນິດຢ່າງໜ້າອັດສະຈັນໃຈໃນເຂດອາຊີຕາເວັນອອກສ່ຽງໃຕ້. ປະຕິເສດບໍ່ໄດ້ເລີຍວ່າວິວແມ່ນໍ້າຂອງຢູ່ເທິງ ພູສະເຫຼົາ ທີ່ປາກເຊ ແມ່ນມີຄວາມສວຍງາມອີ່ຫຼີ.

 

ຜາສາດຫີນວັດພູ ແລະ ເມືອງຈໍາປາສັກ

ຜາສາດຫີນວັດພູ ຖືເປັນແຫຼ່ງມໍລະດົກໂລກອັນດີງາມອີກແຫ່ງໜື່ງ ທີ່ໄດ້ຮັບການຈົດທະບຽນວ່າເປັນວັດທີ່ຖືກສ້າງຂຶ້ນໃນຊ່ວງກ່ອນສະໄໝ ອະນາຈັກອັງກໍ ຂະເໝນ ໂດຍ ອົງການຢູເນສໂກ, ເຊິ່ງມີທີ່ຕັ້ງທາງທໍາມະຊາດອັນສວຍສົດງົດງາມ ໃຫ້ກິ່ນອາຍບັນຍາກາດຂອງຄວາມລຶກລັບທີ່ມີມາແຕ່ສະໄໝນັ້ນ. ທ່ານຮູ້ບໍ່ວ່າງານບຸນທີ່ໃຫຍ່ທີ່ສຸດໃນພາກໃຕ້ຂອງລາວໃນຊ່ວງເດືອນມັງກອນ – ກຸມພາ (ໂດຍອີງຕາມປະຕິທິນຈັນທະຣະຄະຕິ) ແມ່ນງານສະເຫຼີມສະຫຼອງ ບຸນນະມັດສະການ ຜາສາດຫີນວັດພູ ອັນງົດງາມນັ້ນເອງ ແລ້ວຈະມີສງທີ່ໜ້າສົນໃຈຫຍັງແນ່ເກີດຂຶ້ນໃນການສະເຫຼີມສະຫຼອງງານທ້ອງຖິ່ນດັ່ງກ່າວທີ່ແກ່ຍາວເຖິງ 3 ວັນນີ້? ຄໍາຕອບແມ່ນ ເຮົາຈະໄດ້ຮັບຊົມບັນດາຝູງຊ້າງທີ່ຈະພາກັນຍ່າງລົງມາຈາກພູອາສາ – ຊົມວິວອັນໜ້າຕື່ນຕາຕື່ນໃຈຂອງຂະບວນແຫ່ດັ່ງກ່າວໄດ້ຈາກ ຈໍາປາສັກສະປາ, ເບິ່ງບັນດາແມ່ຊີນຸ່ງຂາວຢືນລຽນກັນເປັນແຖວເພື່ອຊ່ວຍມັດຝ້າຍຜູກແຂນໃສ່ຂໍ້ມືຂອງທ່ານເພື່ອເປັນການເອົາໂຊກເອົາໄຊ ແລະ ເປັນປົກປັກຮັກສາໃຫ້ຢູ່ດີມີແຮງ, ຊົມການສະແດງຟ້ອນລຳແບບພື້ນເມືອງ, ແລະ ຟັງສຽງເທດສະໜາຂອງຄູບາອາຈານ. ຜາສາດຫີນວັດພູ ແມ່ນໝາກຫົວໃຈຫຼັກທາງດ້ານວັດທະນະທຳສໍາລັບພື້ນທີ່ທົ່ງພຽງ ແລະ ປະຫວັດສາດອັນກວ້າງໃຫຍ່ໄພສານຂອງແຂວງຈຳປາສັກ. ສະນັ້ນ, ກະລຸນາຫຼີກລຽງການຖິ້ມຂີ້ເຫຍື້ອຊະຊາຍ ແລະ ໃຫ້ວາງແຜນລ່ວງໜ້າໄວ້ໂລດວ່າຈະບໍ່ໃຊ້ພລາສຕິກ! ຫາກຕ້ອງການຫຼີກລຽງບ່ອນທີ່ມີຜູ້ຄົນແອອັດ, ເປັນຫຍັງບໍ່ລອງໄປຢ້ຽມຊົມໝູ່ບ້ານທີ່ອາດຈະເປັນທີ່ຮູ້ຈັກໜ້ອຍກວ່າ ແຕ່ພັດມີຄວາມໜ້າສົນໃຈທຽບເທົ່າກັນທີ່ ທາດສາມປາງລອງເບິ່ງ?

 

ພູພຽງບໍລະເວນ: ກາເຟ, ຊາ, ຊິບລາຍ, ແລະ ນໍ້າຕົກຕາດ!

ທີ່ເຂດເນີນສູງຂຽວອຸ່ມທຸ່ມໃນພາກໃຕ້ຂອງປະເທດລາວທ່ານສາມາດສໍາຫຼວດເບິ່ງສວນກາເຟ ແລະ ຊາ ຜ່ານເສັ້ນທາງທ່ອງທ່ຽວຊົມກາເຟ ສໍາລັບການຮຽນຮູ້ເພີ່ມເຕີມກ່ຽວກັບຂັ້ນຕອນການຜະລິດທີ່ Mystic Mountain Coffee (ມິສຕິກ ເມົາເທັ້ນ ຄອບຟີ້), ສວນກາເຟອ້າຍ ວຽງ, Captain Hook (ກັບຕັນຮຸກ), ຈິງໃຈ, ແລະ ຫຼັກ 40. ສໍາລັບປະສົບການທ່ອງທ່ຽວແບບທ້າທາຍ ໜຶ່ງໃນ
ທາງເລືອກທີ່ດີແມ່ນຕ້ອງໄດ້ມາລອງຫຼິ້ນຊິບລາຍທີ່ ຣີສອດ ຕາດຟານ ແລະ ຂີ່ເຮືອຄາຢັກທີ່ ຫ້ວຍບາງລຽງ ກັບບໍລິສັດ Green Discovery (ກຣີນ ດິສຄອບເວີຣີ່) ເບິ່ງເດີ້! ນອກນີ້, ພູພຽງບໍລະເວນຍັງໄດ້ຮັບການລາຍງານຂ່າວເມື່ອບໍ່ດົນມານີ້ ວ່າເປັນບ່ອນທີ່ຖືກອຸ
ກະບາດຕົກລົງໃສ່ເມື່ອ 800,000 ປີ ກ່ອນເຊິ່ງເຮັດໃຫ້ເກີດເປັນສະເກັດດາວ Australasian tektites ກະຈາຍໄປທົ່ວພື້ນຜິວຂອງໂລກອີກດ້ວຍ.

 

ພູອາສາ ແລະ ເຂດປ່າສະຫງວນແຫ່ງຊາດເຊປຽນ

ບ້ານ ກຽດໂງ້ງ ຕັ້ງຢູ່ແຄມຂອງໜຶ່ງໃນໜອງນໍ້າທີ່ໃຫຍ່ທີ່ສຸດໃນພື້ນທີ່. ຊ່ວງເວລາທີ່ເໝາະສົມທີ່ສຸດໃນການໄປຢ້ຽມຊົມສະຖານທີ່ດັ່ງກ່າວແມ່ນຊ່ວງລະດູຝົນທີ່ມີຕົ້ນໄມ້ໃບຫຍ້າຂຽວງາມ ເພື່ອທີ່ທ່ານຈະສາມາດຂີ່ເຮືອອ້ອມຮອບໜອງນໍ້າທີ່ຢູ່ຫ່າງອອກໄປຈາກ Kingfisher Ecolodge (ຄິງຟິສເຊີ້ ອີໂຄ້ລອດຈ໌). ເສັ້ນທາງໃນການເຂົ້າເຖິງຍັງບໍ່ທັນໄດ້ຖືກປູຢາງເທື່ອ, ສະນັ້ນມັນຈຶ່ງຖືເປັນສິ່ງທີ່ທ້າທາຍອີກຢ່າງໜື່ງໃນການເດີນທາງໄປ ໂດຍສະເພາະແມ່ນໃນຊ່ວງລະດູຝົນ. ທຸກເສັ້ນທາງເດີນປ່າໃນເຂດປ່າສະຫງວນແຫ່ງຊາດເຊປຽນແມ່ນຄວນຕ້ອງໄດ້ມີຜູ້ນໍາທ່ຽວທ້ອງຖິ່ນເປັນຄົນນໍາພາໄປ. ຖ້າຫາກທ່ານໃດສົນໃຈ ທ່ານສາມາດຈອງທົວທ່ອງທ່ຽວໄດ້ທີ່ຫ້ອງການຂໍ້ມູນຂ່າວສານສໍາລັບນັກທ່ອງທ່ຽວເມືອງປາກເຊ ຫຼື ຈອງໂດຍກົງກັບຊາວບ້ານກຽດໂງ້ງ ແລະ ບ້ານພະໂພ. ອີກທາງເລືອກໜຶ່ງແມ່ນທ່ານອາດຈະລອງຕິດຕໍ່ຫາ Kingfisher Ecolodge ຫຼືບໍລິສັດທ່ອງທ່ຽວອື່ນໆໃນທ້ອງຖິ່ນ.

 

ສີ່ພັນດອນ

ສີ່ພັນດອນ ເຊິ່ງໝາຍເຖິງເກາະດອນຈໍານວນ 4000 ແຫ່ງ ທີ່ຕັ້ງຢູ່ໃກ້ກັບເຂດຊາຍແດນກຳປູເຈຍ. ສາມດອນທີ່ໃຫຍ່ກວ່າໝູ່ຈະແມ່ນ ດອນໂຂງ ເຊິ່ງມີຮອດຂົວຂ້າມທີ່ເຊື່ອມຕໍ່ກັບເສັ້ນທາງຫຼວງ ແລະ ອີກສອງດອນທີ່ເຫຼືອທີ່ຄ້າຍໆກັນແຕ່ຂະໜາດນ້ອຍກວ່າແມ່ນ ດອນເດດ ແລະດອນຄອນ. ພາດບໍ່ໄດ້ຫາກທ່ານເດີນທາງມາທີ່ນີ້ກໍ່ຄືການໄປຢ້ຽມຢາມທ່ຽວຊົມເບິ່ງປາຂ່າ (ໂລມານໍ້າຈືດ ອີຣະວະດີ) ທີ່ໃກ້ສູນພັນ. ພ້ອມກັບສຳຜັດກັບປະສົບການຊີວິດແຄມແມ່ນໍ້າຢ່າງແທ້ຈິງໄດ້ທີ່ສີ່ພັນດອນບໍ່ວ່າຈະເປັນ: ມາເບິ່ງຄວາຍໄຖນາ, ການສານກະຕ່າ, ການຫາປາດ້ວຍແຫທີ່ສານເອງດ້ວຍມື ແລະ ການປູກຜັກຢູ່ຕາມແຄມແມ່ນໍ້າຂອງຊາວບ້ານພາຍໃນເຂດນັ້ນ. 

 

ນໍ້າຕົກຕາດຄອນພະເພັງ

ເປັນທີ່ຮູ້ຈັກກັນດີໃນທ້ອງຖິ່ນວ່າເປັນອັນຍະມະນີ ຫຼື ໄຂ່ມຸກແຫ່ງແມ່ນໍ້າຂອງ, ເພາະ ນໍ້າຕົກຕາດຄອນພະເພັງ ຖືເປັນນໍ້າຕົກທີ່ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສຽງໃຕ້ໃນ. ໃນສະຕະວັດທີ 19, ຊ່ວງໄລຍະທີ່ປະເທດລາວຍັງເປັນສ່ວນໜຶ່ງຂອງອະນານິຄົມອິນດູຈີນຝຣັ່ງ ີການພະຍາຍາມສ້າງເສັ້ນທາງການຂົນສົ່ງຜ່ານຄອນພະເພັງ, ແຕ່ຫຼັງຈາກຄວາມພະຍາຍາມທີ່ຫຼາຍຕໍ່ຫຼາຍຄັ້ງ ກໍ່ບໍ່ປະສົບຜົນສຳເລັດໃນການເດີນເຮືອຜ່ານນໍ້າຕົກຕາດດັ່ງກ່າວ ພວກເຂົາຈຶ່ງໄດ້ຕັດສິນໃຈສ້າງເສັ້ນທາງທີ່ອ້ອມນໍ້າຕົກຕາດໄປດ້ວຍການສ້າງຂົວທາງລົດໄຟລະຫວ່າງດອນເດດ ແລະ ດອນຄອນ.

 

ຕາດເລາະ ແລະ ຕາດຮາງ

ຕາດເລາະ ແລະ ຕາດຮາງ ແມ່ນຈະໄຫຼລົງສູ່ພູພຽງບໍລະເວນອັນອຸດົມສົມບູນ. ຕາດຮາງແມ່ນຕັ້ງຢູ່ໃກ້ກັບໝູ່ບ້ານເຮືອນຄົນທີ່ສຸດ ແລະ ຍັງຖືເປັນບ່ອນລົງຫຼິ້ນນໍ້າອັນເປັນທີ່ນິຍົມສໍາລັບປະຊາຊົນໃນເຂດນັ້ນ, ເສັ້ນທາງການຍ່າງສັ້ນໆທີ່ທວນກັບສາຍນໍ້າໄຫຼແມ່ນ
ຈະນໍາພາທ່ານໄປພົບກັບ ຕາດເລາະ ອັນເປັນຜາຫີນກຣານິດຂະໜາດໃຫຍ່ທີ່ມີນໍ້າເຢັນໄຫຼຜ່ານລົງມາ.

 

 

 

ເຄື່ອງຫັດຖະກໍາ

ລອງມາພົບກັບປະສົບການໃໝ່ໃນການທ່ອງທ່ຽວແບບຫັດຖະກຳ ແລະ ຢ້ຽມຊົມວິທີການຕໍາແຜ່ນຢູ່ບ່ອນຕໍ່າຫູກເບີ່ງບໍ່? ໂດຍສະເພາະແມ່ນຢູ່ ບ້ານກັນດອນ ເຊິ່ງເປັນທີ່ຢູ່ອາໄສຂອງຊົນເຜົ່າກະຕູ ແລະ ເຜົ່າຕະລຽງ. ພວກເຂົາຈະມີການສະເຫຼີມສະຫຼອງງານບຸນໃຫຍ່ໃນແຕ່ລະປີໃນຊ່ວງເດືອນມີນາ ເຊິ່ງຈະຖືກຈັດຂຶ້ນອ້ອມຮອບເຮືອນຊຸມຊົນແບບດັ້ງເດີມ ທີ່ຕັ້ງຢູ່ໃຈກາງຂອງໝູ່ບ້ານ. ສິ່ງໜຶ່ງທີ່ໜ້າສົນໃຈຂອງຊົນເຜົ່າເຫຼົ່ານີ້ແມ່ນພວກເຂົາໄດ້ເຮັດການແກະສະຫຼັກໂລງສົບໄມ້ໃຫ້ກັບສະມາຊິກໃນຄອບຄົວແຕ່ລະຄົນກ່ອນທີ່ຈະເສຍຊີວິດເສຍຊີວິດ. ສະຖານທີ່ອື່ນທີ່ໜ້າສົນໃຈທີ່ຕ້ອງໄປຢ້ຽມຢາມແມ່ນບ້ານຫ້ວຍຫຸນ ແລະ ເສັ້ນທາງການຕໍ່າຜ້າທີ່ເມືອງ ຕຸ້ມລານ, ແຂວງ ສາລະວັນ.

 

ວິທີການເດີນທາງ  

ສາຍການບິນລາວມີ ຖ້ຽວບິນ ປະຈຳວັນ ຈາກ ນະຄອນຫຼວງວຽງຈັນ ຫາ ປາກເຊ.

ເຂົ້າເບິ່ງ southern-laos.com ສຳລັບຂໍ້ມູນເພີ່ມເຕີມ.

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ 

ຮູບໂດຍ Bart Verweij / Swisscontact

Southern LaosThe Beauty of Southern Laos
Share

Previous

[:en]The Pinnacle of British Excellence[:la]ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ[:]

Next

[:en]Maximizing Livelihoods[:la]ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທ່ອງທ່ຽວ
Mar 15, 2023

(English) SAYABOURY’S ELEVEN DISTRICT

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Festival, ທ່ອງທ່ຽວ
Jun 3, 2019

(English) Preparing for Liftoff

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top