Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ມົນສະເໜ່ຂອງຜົ້ງສາລີ

posted by Billy
Sep 10, 2021 3025 0 0
Share

ເອກະລັກພິເສດຂອງເມືອງເອກທີ່ສູງທີ່ສຸດໃນປະເທດລາວ

ເດີນທາງຂຶ້ນໄປທາງພາກເໜືອຂອງປະເທດລາວທ່າມກາງທິວທັດພູຜາປ່າດົງອັນງົດງາມ ທ່ານຈະພົບເຫັນຕົວເມືອງນ້ອຍໆທີ່ໜ້າຈັບຕາຈັບໃຈທີ່ສຸດໃນປະເທດ. ຕົວເມືອງດັ່ງກ່າວຖືກສ້າງຢູ່ຕາມເຈີ້ຍ
ພູຟ້າທີ່ສູງປະມານ 1625 ແມັດ ອັນເປັນເມືອງເອກຂອງແຂວງຜົ້ງສາລີ ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກວ່າ ທ່ານໄດ້ກ້າວຍ່າງເຂົ້າມາໃນເມືອງຈີນນ້ອຍໆກໍວ່າໄດ້.

ເມືອງຜົ້ງສາລີ ເປັນອີກສະຖານທີ່ໜຶ່ງທີ່ພິເສດ, ດ້ວຍຕົວເມືອງທີ່ມີປະຫວັດສາດອັນເກົ່າແກ່, ຫົນທາງຫີນ ແລະ ລັກສະນະບ້ານ-ເຮືອນແບບດັ້ງເດີມທີ່ຕັ້ງລຽນກັນລົງມາຈາກເນີນພູທີ່ບໍ່ວ່າເບິ່ງຍາມໃດ ກໍ່ຄືກັບວ່າມີມົນສະເໜ່ ຊວນໃຫ້ເຂົ້າໄປຄົ້ນຫາຍິ່ງຂຶ້ນ. ຮູບແບບການສ້າງເຮືອນດັ່ງກ່າວ ແມ່ນວິທີການຕັ້ງຖິ່ນຖານຂອງຊາວຢຸນນານບູຮານ ເຊິ່ງສ່ວນໃຫຍ່ຈະແມ່ນຊົນເຜົ່າ ພູນ້ອຍ ແລະ ຫໍ້ ທີ່ໄດ້ໜີຈາກຄວາມອຶດຢາກ ແລະ ສົງຄາມໃນປະເທດຈີນມາຕັ້ງຖິ່ນຖານຢູ່ຝັ່ງລາວໃນຊ່ວງສະຕະວັດທີ 19. ເຮືອນຫຼັງໃດທີ່ມີຄວາມອຸດົມສົມບູນແນ່ ພວກເຂົາກໍ່ຈະຖືກປະດັບປະດາຕົກແຕ່ງທາງດ້ານໜ້າເຮືອນດ້ວຍປະຕູໄມ້, ປ່ອງຢ້ຽມ ແລະ ລະບຽງໄມ້ທີ່ຖືກແກະສະຫຼັກມາຢ່າງສວຍງາມ. ສິ່ງໜຶ່ງທີ່ພົ້ນເດັ່ນກໍ່ແມ່ນວ່າ ເມືອງດັ່ງກ່າວ ຖືເປັນໜຶ່ງໃນບັນດາຕົວເມືອງອັນເກົ່າແກ່ແຫ່ງສຸດທ້າຍຂອງຊາວຢຸນນານທີ່ຍັງ ຫຼົງເຫຼືອຢູ່ ເນື່ອງຈາກວ່າ ສ່ວນທີ່ຢູ່ປະເທດຈີນ ຕົວເມືອງ ຫຼື ບ້ານເຮືອນຂອງປະຊາຊົນແມ່ນຖືກທຳລາຍລົງໝົດໃນຊ່ວງການປະຕິວັດດ້ານວັດທະນະທຳຂອງຈີນແຕ່ສະໄໝນັ້ນແລ້ວ.

ຜົ້ງສາລີ ເຄີຍເປັນທີ່ຕັ້ງຂອງຄ້າຍທະຫານຂອງຈີນ, ຫວຽດນາມ ແລະ ຝຣັ່ງ. ເຊິ່ງຝຣັ່ງໄດ້ເຮັດສົນທິສັນຍາແບ່ງດິນແດນດັ່ງກ່າວມາເປັນສ່ວນໜຶ່ງຂອງປະເທດລາວໃນປີ 1895. ທ່ານສາມາດໄປຢ້ຽມຢາມທ່ຽວຊົມປ້ອມປາການເກົ່າຂອງຝຣັ່ງໃນຕົວເມືອງດັ່ງກ່າວໄດ້.

ຜົ້ງສາລີ ຖືໄດ້ວ່າເປັນບ່ອນທີ່ເໝາະແກ່ການພະຈົນໄພທີ່ສຸດໃນປະເທດລາວ ສໍາລັບການຍ່າງປ່າ ແລະ ຍັງເປັນແຂວງທີ່ມີນັກທ່ອງທ່ຽວໜ້ອຍ ຖືໄດ້ວ່າເປັນແຂວງທີ່ຍັງຄົງຮັກສາລະບົບນິເວດໄດ້ດີ ພ້ອມທັງມີຊົນເຜົ່າທີ່ຫຼາກຫຼາຍ ຖ້າທຽບກັບແຂວງອື່ນໆ. ທຸກໆມື້ ທ່ານຈະໄດ້ເຫັນແມ່ຍິງຊົນເຜົ່ານຸ່ງເຄື່ອງຫຼາກຫຼາຍສີສັນຕາມທ້ອງຖະໜົນ ແລະ ຕາມຕະຫຼາດໃນຕົວເມືອງ. ປ່າດົງທີ່ຢູ່ແຖວນັ້ນ, ພູຫີນປູນ ແລະ ແຄມແມ່ນໍ້າອູທີ່ຢູ່ອ້ອມແອ້ມ ແມ່ນທີ່ຢູ່ອາໄສຂອງຊົນເຜົ່າຢ່າງນ້ອຍ 22 ຊົນເຜົ່າດ້ວຍກັນ, ເຊິ່ງບາງຄົນກໍ່ວ່າອາດມີເຖິງ 40 ຊົນເຜົ່າ ແລະ ໄດ້ຍິນມາວ່າມີ ກຸ່ມຍ່ອຍຂອງຊົນເຜົ່າອາຄ່າເຖິງ 14 ກຸ່ມອາໄສຢູ່ບ່ອນນີ້.

ຫໍພິພິທະພັນຊົນເຜົ່າຜົ້ງສາລີເຊິ່ງໄດ້ສະແດງໃຫ້ເຫັນເຖິງວິຖີຊີວິດ, ການນຸ່ງຖື, ຮີດຄອງປະເພນີຂອງຫຼາຍຊົນເຜົ່າທີ່ແຕກຕ່າງກັນໃນແຂວງ ບອກໄດ້ເລີຍວ່າຈະເປັນການຢ້ຽມຊົມທີ່ຄຸ້ມຄ່າທີ່ສຸດ.

ຜືນດິນທຸກໆຕາລາງແມັດຢູ່ບ່ອນນບໍ່ເຄີຍຖືກປ່ອຍໃຫ້ເປົ່າວ່າງ, ຜືນແຜ່ນດິນແມ່ນຖືກນຳໃຊ້ສຳລັບເຮັດສວນນ້ອຍ ຫຼື ໃຊ້ໄວ້ຕາກໃບຊາແຫ້ງອັນເປັນເອກະລັກສະເພາະຂອງເມືອງ ເຊິ່ງຖືກບັນຈຸໃສ່ກະຕ່າຫວາຍກຽມພ້ອມສໍາລັບຂົນສົ່ງ. ທ່ານສາມາດເຊົ່າລົດຈັກໄປທ່ຽວບ້ານ ກໍແມນ ທີ່ຫ່າງອອກໄປປະມານ 15 ກິໂລແມັດ ເພື່ອເບິ່ງສວນຊາ 400 ປີ ອັນກວ້າງໃຫຍ່ ພ້ອມທັງໂຮງງານຊາຢູ່ໃນຕົວເມືອງ ເຊິ່ງທ່ານສາມາດເບິ່ງວິທີການຜະລິດຊາໄດ້.

ຈຸດສູງສຸດຂອງຕົວເມືອງແມ່ນ ພະທາດ ພູຟ້າ ເຊິ່ງເປັນບ່ອນທີ່ສາມາດເຫັນວິວອັນງົດງາມຂອງພູເຂົາ ແລະ ເມກໝອກທີ່ຢູ່ອ້ອມຮອບໄດ້ ພຽງແຕ່ຍ່າງຂຶ້ນຂັ້ນໄດ 800 ຂັ້ນ ເທົ່ານັ້ນ. ນອກນັ້ນ, ຍັງມີເສັ້ນທາງເພື່ອຂັບລົດຂຶ້ນໄປເທິງຈອມພູ ແລະ ທ່ານຍັງສາມາດ ແວ່ ກິນເຂົ້າຢູ່ຮ້ານອາຫານທີ່ຕັ້ງຢູູ່່ລະຫວ່າງທາງໄດ້.

ສະຖານທີ່ທີ່ເໝາະແກ່ການສຳຫຼວດທ່ຽວຊົມໃນເຂດດັ່ງກ່າວ ກໍ່ຈະແມ່ນວັດເກົ່າຂອງຊົນເຜົ່າລື້ ແລະ ຫໍ້. ຫ່າງຈາກຕົວເມືອງພຽງປະມານ 5 ກິໂລແມັດ ມາຕາມເສັ້ນທາງທີ່ຂ້ອນຂ້າງທ້າທາຍຈະແມ່ນ ບ້ານຄູນສຸກນ້ອຍ ທີ່ທ່ານສາມາດເຂົ້າໄປເບິ່ງບ່ອນຕົ້ມເຫຼົ້າ ທີ່ໃຊ້ສ່ວນປະສົມຂອງເຂົ້າສີຂຽວ ແລະ ຍັງເປັນເຄື່ອງດື່ມທີ່ພິເສດສະເພາະຂອງເຂດນີ້.

ນອກເໜືອຈາກນັ້ນ, ຫາກເດີນທາງໄປອີກປະມານ 20 ກິໂລແມັດ ທ່ານກໍ່ສາມາດເດີນທາງໄປຫາຕົ້ນນໍ້າຂອງແມ່ນໍ້າອູໄດ້ ແລ້ວລ່ອງເຮືອລົງໄປຈົນສຸດຮອດແມ່ນໍ້າຂອງ ເຊິ່ງເປັນໜຶ່ງໃນການເດີນທາງນໍ້າທີ່ງົດງາມຕະການຕາ ແລະ ໜ້າປະທັບໃຈທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ແຕ່ດຽວນີ້ຍ້ອນມີເຂື່ອນໄຟຟ້າຫຼາຍແຫ່ງເກີດຂຶ້ນ ສົ່ງຜົນໃຫ້ມີການຂັ້ນເສັ້ນທາງເດີນເຮືອ ເຊິ່ງອາດຈະເຮັດໃຫ້ການເດີນທາງຂອງທ່ານອາດຈະບໍ່ສະດວກຄືແຕ່ກ່ອນ.

ຢ່າງໃດກໍ່ຕາມ, ຍ້ອນວ່າເສັ້ນທາງບົກໄດ້ຮັບການປັບປຸງຢ່າງຫຼວງຫຼາຍ, ທ່ານສາມາດເດີນທາງໄປຜົ້ງສາລີໄດ້ງ່າຍຂຶ້ນ ພຽງແຕ່ໃຊ້ເວລາເດີນທາງມື້ດຽວຈາກແຂວງອຸດົມໄຊ ແລະ ຍ້ອນຜົ້ງສາລີຕັ້ງຢູ່ໃນເຂດພູສູງທີ່ມີອາກາດເຢັນ, ຜົ້ງສາລີສາມາດກາຍເປັນສະຖານທີ່ພັກຜ່ອນແບບຣີສອດໃນຊ່ວງລະດູຮ້ອນໄດ້ເປັນຢ່າງດີຄືດັ່ງກັບ ເມືອງທ່ອງທ່ຽວເທິງພູຂອງຫວຽດນາມ ແລະ ອິນເດຍ ໄດ້.

 

ວິທີເດີນທາງ

ການເດີນທາງໄປແຂວງ ຜົ້ງສາລີ ແມ່ນບໍ່ຍາກພຽງແຕ່ນັ່ງລົດປະມານ 2-3 ຊົ່ວໂມງຈາກອຸດົມໄຊ. ການບິນລາວມີຖ້ຽວບິນປະຈຳທຸກມື້ ຈາກນະຄອນຫຼວງວຽງຈັນ ຫາ ອຸດົມໄຊ.

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ

LaosPhongsalyThe Charm of Phongsaly
Share

Previous

[:en] 4000 Islands, 4000 Memories[:la] 4000 ດອນ, 4000 ຄວາມຊົງຈໍາ[:]

Next

[:en]Open for Business[:la]ເປີດໃຫ້ບໍລິການແລ້ວ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ງານສະແດງສິນຄ້າຫັດຖະກໍາພ້ອມສີສັນທາງສິລະປະທີ່ຊຽງໃໝ່
  • ໂຮງແຮມ ພູແມນ ຫຼວງພະບາງ
  • ສໍາຫຼວດເມືອງລາວກັບ CK Travel
  • ແມ່ຍິງຕົ້ນແບບແຫ່ງອຸດສະຫະກໍາ
  • ບຸນກິນຈຽງ ປີໃໝ່ຂອງຊົນເຜົ່າມົ້ງ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Charity
  • Culture
  • Environment
  • Festival
  • ອາຫານ
  • Handicraft
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • November 2023
  • September 2023
  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

Outdoors, ທ່ອງທ່ຽວ
Jul 3, 2022

ຖ້ຳເລິກຜາຊັນ

ສໍາຫຼວດທ່ຽວຊົມປາກອູ ແລ້ວເດີນທາງເລິກເຂົ້າໄປສູ່ອະດີດຕະການ ຖ້ຳປາກອູ ເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໃນປະເທດລາວ...

Read More
0 0
Outdoors, ທ່ອງທ່ຽວ
Sep 4, 2020

ພາບເລົ່າເລື່ອງ – -ພູຫຍ້າຄາ ແຂວງ ອຸດົມໄຊ

ເຂດພູຫຍ້າຄາ,ເມືອງໄຊ ແຂວງອຸດົມໄຊ ໄດ້ຖືກຄົ້ນພົບເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເມື່ອບໍ່ດົນມານີ້. ເຂດພູຫີນແຫ່ງນີ້...

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top