ໂຮງແຮມ ພູແມນ ຫຼວງພະບາງ

Author:

Category:

spot_img

ນິຍາມໃໝ່ແຫ່ງຄວາມຫຼູຫຼາດ້ວຍມົນສະເໜ່ແບບທ້ອງຖິ່ນ

ໂຮງແຮມ ພູແມນ ຫຼວງພະບາງ ຕັ້ງຢູ່ເຂດຊານເມືອງຂອງຫຼວງພະບາງ, ເມືອງມໍລະດົກໂລກຂອງອົງການອຸຍເນສໂກ ຖືເປັນສະຖານທີ່ພັກຜ່ອນທີ່ເຕັມໄປດ້ວຍຄວາມຫຼູຫຼາ ທັງປະສົມປະສານຢ່າງກົມກືນກັນລະຫວ່າງປະຫວັດສາດອັນຍາວນານຂອງຕົວເມືອງ ບວກກັບຄວາມສະດວກສະບາຍແບບສະໄໝໃໝ່.

ການອອກແບບຂອງໂຮງແຮມ ກໍຍັງເປັນການສະແດງເຖິງຄວາມເຄົາລົບຢໍາເກງຕໍ່ວັດທະນະທໍາ ແລະ ປະຫວັດຄວາມເປັນມາຂອງທ້ອງຖິ່ນ. ໂຮງແຮມແຫ່ງນີ້ປະກອບມີຫ້ອງພັກທີ່ກວ້າງຂວາງຈໍານວນ 123 ຫ້ອງ ລວມທັງ ຫ້ອງດີລັກສ໌ ແລະ ຫ້ອງພຣີມຽມ, ດີລັກສ໌, ສວິດ ເຊິ່ງສາມາດຕອບໂຈດດ້ານປະສົບການອັນຫຼູຫຼາໄດ້. ທີ່ພັກ ພູວິນລາສ່ວນຕົວ ແບບສອງຫ້ອງນອນ ກໍແມ່ນຈຸດເດັ່ນຂອງຄວາມຫຼູຫຼາ ທີ່ມາພ້ອມກັບສະລອຍນໍ້າສ່ວນຕົວ. ບັນດາຫ້ອງພັກເຫຼົ່ານີ້ ໄດ້ຮັບການຕົກແຕ່ງປະດັບປະດາດ້ວຍສິລະປະຜ້າລາຍລາວທີ່ຕໍ່າດ້ວຍມືແບບດັ້ງເດີມ, ລວມທັງເຄື່ອງປະດັບທີ່ເຮັດດ້ວຍເງິນ ແລະ ເຄື່ອງໄມ້ທ້ອງຖິ່ນ.

ຈຸດທີ່ພົ້ນເດັ່ນທີ່ບໍ່ຄວນພາດນັ້ນກໍຄື ສວນຄົວ ເຊິ່ງເປັນສວນຜັກປອດສານພິດ ທີ່ໃຊ້ເສີບພ້ອມກັບໝາກໄມ້ສົດໃໝ່ໃນຮ້ານອາຫານ L’Atelier ຂອງຣີສອດ ພ້ອມທັງສະແດງໃຫ້ເຫັນເຖິງຄວາມງົດງາມທາງທໍາມະຊາດຂອງຫຼວງພະບາງ. ອາຫານທີ່ມາພ້ອມກັບລົດຊາດອັນແສນພິເສດກໍາລັງລໍຖ້າທ່ານໄປລິ້ມລອງ, ໂດຍທາງໂຮງແຮມໄດ້ໃຫ້ຄວາມສໍາຄັນຕໍ່ວັດຖຸດິບໃນທ້ອງຖິ່ນ ພ້ອມບໍລິການແບບເສີບສົດຈາກສວນເຖິງຈານອາຫານຂອງຜູ້ບໍລິໂພກ ຫຼື ແນວຄິດ “ຈາກສວນ-ສູ່-ໂຕະອາຫານ”, ເຊິ່ງທາງຮ້ານໄດ້ໃຫ້ບໍລິການທັງອາຫານລາວ, ຝຣັ່ງເສດ ແລະ ຈີນ.

ໂຮງແຮມ ພູແມນ ຫຼວງພະບາງ ໄດ້ນໍາສະເໜີກິດຈະກໍາທີ່ເປັນເອກະລັກສະເພາະ ເປັນຕົ້ນແມ່ນ ຫຼັກສູດ ພູແມນ ມາສເຕີ ເຊຟ ສໍາລັບຜູ້ທີ່ມັກຮັກດ້ານການປຸງແຕ່ງອາຫານ ແລະ ນັ່ງຮັບປະທານອາຫານກາງແຈ້ງແບບສ່ວນຕົວ ທ່າມກາງສະພາບແວດລ້ອມອັນສວຍງາມ. ນອກນັ້ນຍັງສາມາດອອກໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ລືຊ່າ ເຊັ່ນ ນໍ້າຕົກຕາດກວາງຊີ ຫຼື ເຂົ້າຮ່ວມສຶກສາຮຽນຮູ້ທາງດ້ານວັດທະນະທໍາ ເຊັ່ນ ການຕັກບາດ ຫຼື ອາດຈະເລືອກນັ່ງສະມາທິຮ່ວມກັບພະພິກຂຸໃນທ້ອງຖິ່ນ ແລະ ພິທີບາສີສູ່ຂວັນ ທີ່ຈະໃຫ້ຂໍ້ມູນສໍາຄັນໄດ້ຫຼາຍຂຶ້ນ. ແຂກທີ່ມາພັກໃນໂຮງແຮມແຫ່ງນີ້ ຍັງສາມາດເຂົ້າຮ່ວມກິດຈະກໍາເພື່ອທົດລອງດໍານາ ແລະ ກ່ຽວເຂົ້າຕາມລະດູການ ເຊິ່ງຈະເປັນການສົ່ງເສີມການມີສ່ວນຮ່ວມກັບຊຸມຊົນໃນທ້ອງຖິ່ນ.

ໂຮງແຮມ ພູແມນ ຫຼວງພະບາງ ເວລາໃດກໍໃຫ້ຄວາມສໍາຄັນຕໍ່ຄວາມຍືນຍົງຢ່າງຈິງຈັງ ໂດຍມີການຍົກເລີກນໍາໃຊ້ຢາງປລາສຕິກແບບໃຊ້ຄັ້ງດຽວ ແລະ ນໍາເອົາແນວທາງການຈັດຕັ້ງປະຕິບັດທີ່ເປັນມິດກັບສິ່ງແວດລ້ອມມານໍາໃຊ້. ຣີສອດແຫ່ງນີ້ຍັງໄດ້ຮັບການຍອມຮັບສໍາລັບໂຄງການລິເລີ່ມດ້ານຄວາມຍືນຍົງ, ລວມທັງລາງວັນມາດຕະຖານໂຮງແຮມສີຂຽວອາຊຽນ, ເຊິ່ງກວມເອົາການຄຸ້ມຄອງນໍ້າ ແລະ ຂີ້ເຫຍື້ອ, ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ, ແລະ ປະສິດທິພາບການນໍາໃຊ້ພະລັງງານ.

ການບໍລິການແບບປັບປ່ຽນໄປຕາມຄວາມຕ້ອງການຂອງລູກຄ້າ ຖືເປັນພື້ນຖານສໍາຄັນທີ່ທາງໂຮງແຮມ ພູແມນ ຫຼວງພະບາງ ໄດ້ມອບໃຫ້ຕໍ່ລູກຄ້າ. ພະນັກງານໂຮງແຮມແຕ່ລະຄົນ ຕ່າງກໍທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ເພື່ອຕອບສະໜອງຕາມຄວາມຕ້ອງການ ແລະ ຄວາມເພິ່ງພໍໃຈຂອງແຂກແຕ່ລະຄົນ. ທີມງານສາມາດຮັບປະກັນໄດ້ວ່າ ແຂກທຸກຄົນຈະຮູ້ສຶກວ່າຕົນມີຄວາມສໍາຄັນ ແລະ ໄດ້ຮັບການດູແລເບິ່ງແຍງເປັນຢ່າງດີ ບໍ່ວ່າຈະເປັນການຈັດກຽມປະສົບການທີ່ອອກແບບຕາມຄວາມຕ້ອງການ, ຂໍ້ຈຳກັດດ້ານອາຫານ ຫຼື ການສະເຫຼີມສະຫຼອງເນື່ອງໃນໂອກາດພິເສດຕ່າງໆ.

ຄວາມມຸ່ງໝັ້ນຂອງໂຮງແຮມກໍຄື ການສະໜອງທີ່ພັກເຊົາທີ່ສະດວກສະບາຍ ແລະ ມີຄວາມສຸກ ຄຽງຄູ່ກັບສິ່ງອໍານວຍຄວາມສະດວກ ແລະ ບໍລິການຕ່າງໆ ນັບຕັ້ງແຕ່ສະປາ ລວມທັງສູນອອກກໍາລັງກາຍ ຈົນຮອດບ່ອນຫຼິ້ນສໍາລັບເດັກນ້ອຍ ແລະ ສະລອຍນໍ້າ 3 ຈຸດ ເນື່ອງຈາກທາງໂຮງແຮມຈະໃຫ້ຄວາມສໍາຄັນເປັນອັນດັບຕົ້ນໆ ໃນການສົ່ງມອບຄວາມສະດວກສະບາຍ ແລະ ຄວາມເປັນຢູ່ທີ່ດີຂອງແຂກທຸກຄົນ.

ໃນຂະນະທີ່ໂຮງແຮມ ພູແມນ ຫຼວງພະບາງ ກໍໄດ້ຮັບການພັດທະນາ, ຄວາມມຸ່ງໝັ້ນໃນການເປັນມິດຕໍ່ສິ່ງແວດລ້ອມ, ຄວາມເປັນມິດກັບຜູ້ໃຊ້ ແລະ ການປັບປຸງຢ່າງຕໍ່ເນື່ອງຍັງຄົງມີຄວາມເຂັ້ມແຂງ. ທາງໂຮງແຮມໄດ້ສົ່ງມອບປະສົບການອັນແສນພິເສດ ດ້ວຍການສຸມໃສ່ດ້ານຄວາມຍືນຍົງ, ການບໍລິການແບບສາມາດປັບປ່ຽນໄປຕາມຄວາມຕ້ອງການຂອງລູກຄ້າ ແລະ ການປັບປຸງຢ່າງຕໍ່ເນື່ອງ. ບໍ່ວ່າທ່ານຈະສະແຫວງຫາຄວາມງຽບສະຫງົບ, ການຜະຈົນໄພໄປກັບລົດຊາດອາຫານ ຫຼື ການດື່ມດໍາທາງດ້ານວັດທະນະທໍາ, ໂຮງແຮມ ພູແມນ ຫຼວງພະບາງ ສາມາດຮັບປະກັນວ່າທ່ານຈະມີຊ່ວງເວລາທີ່ໜ້າຈົດຈໍາໄປກັບຈຸດໝາຍປາຍທາງອັນຫຼົງໄຫຼແຫ່ງນີ້ໄດ້.

ການເດີນທາງ
ສາຍການບິນລາວມີບໍລິການຖ້ຽວບິນໄປຫຼວງພະບາງທຸກວັນ ເຊິ່ງສາມາດເດີນທາງຈາກນະຄອນຫຼວງວຽງຈັນ, ກຸງເທບ, ຊຽງໃໝ່ ແລະ ຮ່າໂນ່ຍ

ຂໍ້ມູນເພີ່ມເຕີມ
ສໍາລັບການຈອງ ແລະ ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງທີ່ pullman-luangprabang.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ໂຮງແຮມ ພູແມນ ຫຼວງພະບາງ

Read More

Related Articles