ສໍາຫຼວດເມືອງລາວກັບ CK Travel

Author:

Category:

spot_img

ສໍາຫຼວດເມືອງລາວໄປກັບ CK Travel

ບໍລິສັດ CK Travel ເປັນບໍລິສັດນ້ອງໃໝ່ ແຕ່ມີຄວາມພະຍາຍາມສູງໃນທາງການຕະຫຼາດທ່ອງທ່ຽວລາວ ໂດຍມີເປົ້າໝາຍທີ່ຈະພິຊິດການເດີນທາງພາຍໃນປະເທດ ດ້ວຍການນໍາສະເໜີບໍລິການທີ່ສາມາດປັບແຕ່ງໃຫ້ກົງກັບຄວາມຕ້ອງການຂອງລູກຄ້າໄດ້ຫຼາກຫຼາຍ ເຊິ່ງເໝາະສໍາລັບນັກທ່ອງທ່ຽວທຸກປະເພດ. ດັ່ງນັ້ນ, ບໍ່ວ່າທ່ານຈະເປັນນັກທ່ອງທ່ຽວທີ່ຕ້ອງການປະຢັດຄ່າໃຊ້ຈ່າຍໃນການເດີນທາງ, ນັກທ່ອງທ່ຽວທີ່ໃສ່ໃຈດ້ານສິ່ງແວດລ້ອມ ຫຼື ແມ່ນແຕ່ນັກທ່ອງທ່ຽວແບບຫຼູຫຼາ, ທາງບໍລິສັດ CK Travel ກໍພ້ອມທີ່ຈະໃຫ້ບໍລິການແກ່ທ່ານໄດ້.

ແນວຄວາມຄິດຂອງຜູ້ປະກອບການ ເຊັ່ນ ທ່ານ ຄຣິສ ບາຣ໌ດ ທີ່ອາໄສຢູ່ໃນລາວເຖິງ 16 ປີ ແລະ ທ່ານ ເຄວິນ ແມ໊ກກຣໍວ໌ ທີ່ອາໄສຢູ່ໃນລາວເຖິງ 12 ປີ, ໄດ້ວາງຄໍາຂວັນຂອງ CK Travel ຄື “ຜ່ອນຄາຍ, ເຂົ້າໃຈແລ້ວ”, ໂດຍສະຫຼຸບລາຍການບໍລິການຫຼາຍຢ່າງ ທີ່ບໍລິສັດຕ້ອງການເພີ່ມຈໍານວນນັກທ່ອງທ່ຽວ ທີ່ຄາດວ່າຈະມີຂຶ້ນໃນປີໜ້າ ໃນຊ່ວງທີ່ລາວຈະເປັນປະທານອາຊຽນ ແລະ ເປີດປີທ່ອງທ່ຽວລາວ ປີ 2024.

ທ່ານ ເຄວິນ, ຜູ້ກໍ່ຕັ້ງບໍລິສັດ ASEAN Contact Center ເຊິ່ງເປັນບໍລິສັດພັດທະນາຄໍເຊັນເຕີ ທີ່ມີພະນັກງານກວ່າ 350 ຄົນ ໂດຍໃຫ້ບໍລິການລູກຄ້າຈາກລາວ, ໄທ, ຫວຽດນາມ ແລະ ບຣູໄນ ກ່າວວ່າ: “ເນື່ອງຈາກພວກເຮົາອາໄສຢູ່ໃນລາວມາເປັນເວລາຫຼາຍປີ, ພວກເຮົາຫວັງວ່າຈະສາມາດຊ່ວຍແກ້ໄຂຊ່ອງວ່າງໃນຂະແໜງການທ່ອງທ່ຽວພາຍໃນປະເທດ ໃຫ້ດີຂຶ້ນໄດ້. ໂດຍຜ່ານບໍລິສັດ CK Travel, ພວກເຮົາຕ້ອງການສົ່ງເສີມວຽກງານບໍລິການຂອງຄົນລາວ ແລະ ໂຮງແຮມຕ່າງໆຂອງລາວໃຫ້ກ້າວສູ່ລະດັບສາກົນ ແລະ ເປັນຈຸດເຊື່ອມໂຍງລະຫວ່າງ ບໍລິການທີ່ມີຢູ່ແລ້ວ ແລະ ນັກທ່ອງທ່ຽວທີ່ກໍາລັງຈະເດີນທາງມາເຖິງ”.

ເພື່ອຮັບປະກັນໃຫ້ການເດີນທາງທ່ອງທ່ຽວປັດສາຈາກບັນຫາອຸປະສັກໃດໆ ແລະ ສາມາດເຂົ້າພັກໃນທຸກທີ່ແມ່ນແຕ່ເຂດຫ່າງໄກສອກຫຼີກ, CK Travel ໄດ້ກາຍເປັນຄູ່ຮ່ວມງານລາຍທໍາອິດຂອງ Agoda ໃນລາວ, ເພື່ອຢັ້ງຢືນຄວາມເປັນສ່ວນຕົວ ແລະ ລະບຸຈຸດໝາຍປາຍທາງທ່ອງທ່ຽວສ່ວນນ້ອຍໃນເວັບໄຊ (www.cktravel.vip), ເຊິ່ງອາດຈະບໍ່ມີໃຫ້ບໍລິການໂດຍກົງໃນ Agoda.

ທ່ານ ຄຣິສ, ຜູ້ບໍລິຫານບໍລິສັດ Chris Barth Expat & Visa Services, ໂດຍໃຫ້ບໍລິການດ້ານເອກະສານ ແລະ ບໍລິການວີຊ່າແກ່ຄົນຕ່າງປະເທດ ແລະ ບໍລິສັດຕ່າງໆໃນລາວມາແຕ່ປີ 2012 ກ່າວວ່າ: “ພວກເຮົາມີເບີໂທສາຍດ່ວນທຸກວັນຕະຫຼອດ 24 ຊົ່ວໂມງ ເຊິ່ງສາມາດເຂົ້າເຖິງໄດ້ຜ່ານແອັບສົ່ງຂໍ້ຄວາມທາງມືຖືຫຼາຍປະເພດ ເຊັ່ນ WhatsApp, Line, Kakao, ແລະ WeChat, ເພື່ອສະເໜີການແປສົດ ສໍາລັບຄົນຕ່າງປະເທດ ດ້ວຍ 8 ພາສາ, ໃນຂະນະທີ່ພວກເຂົາກໍາລັງເດີນທາງທ່ອງທ່ຽວໄປທົ່ວປະເທດ.”

ນອກຈາກນີ້, CK Travel ຍັງໄດ້ແຕ່ງຕັ້ງຕົວແທນໃນ 7 ຕົວເມືອງທີ່ກະຈາຍຢູ່ທົ່ວປະເທດ ເຊັ່ນ: ນະຄອນຫຼວງວຽງຈັນ, ເມືອງຫ້ວຍຊາຍ (ແຂວງບໍ່ແກ້ວ), ຫຼວງພະບາງ, ໂພນສະຫວັນ (ຊຽງຂວາງ), ວັງວຽງ (ແຂວງວຽງຈັນ), ທ່າແຂກ (ແຂວງຄໍາມ່ວນ) ແລະ ປາກເຊ (ແຂວງຈໍາປາສັກ), ເພື່ອຊ່ວຍໃຫ້ນັກທ່ອງທ່ຽວໄດ້ຮັບສິດພິເສດ ໃນການເຂົ້າເຖິງແຫຼ່ງທ່ອງທ່ຽວ ແລະ ກິດຈະກໍາໃນທ້ອງຖິ່ນ ທີ່ໄດ້ຮັບການຢັ້ງຢືນຈາກບໍລິສັດ CK ທີ່ພວກເຂົາອາດຈະບໍ່ຮູ້ມາກ່ອນ.

“ການລວມເອົາຮູບແບບຈໍາລອງທາງກາຍະພາບດັ້ງເດີມ ຂອງຕົວແທນທ່ອງທ່ຽວໃນປະເທດລາວ ເຂົ້າກັບສະພາບການທາງສັງຄົມ ແລະ ລະບົບອອນລາຍຂອງພວກເຮົາ, ພວກເຮົາຍັງຕ້ອງການໃຫ້ນັກທ່ອງທ່ຽວສາມາດພົບປະກັບບຸກຄົນຕົວຈິງ ທີ່ເປັນຄົນໃນທ້ອງຖິ່ນ ແລະ ມີຄວາມຮູ້ໃນເລື່ອງຂໍ້ມູນເປັນຢ່າງດີກ່ຽວກັບແຂວງທີ່ມີການບໍລິການດ້ານການທ່ອງທ່ຽວຫຼາຍທີ່ສຸດຂອງລາວ ເພື່ອຈະໄດ້ຮູ້ວ່າມີຫຍັງແດ່ໃນທ້ອງຖິ່ນພໍຈະສາມາດເປີດໃຫ້ທ່ຽວຊົມໄດ້ ແລະ ປຶກສາຫາລືກ່ຽວກັບການສ້າງລາຍການນໍາທ່ຽວ, ກິດຈະກໍາຕ່າງໆ, ການສະແດງດົນຕີສົດໃນທ້ອງຖິ່ນ ເຊິ່ງພວກເຮົາຂໍແນະນໍາວ່າ ສິ່ງດັ່ງກ່າວຖືເປັນກິດຈະກໍາທີ່ໜ້າສົນໃຈ ແລະ ປອດໄພທີ່ສຸດທີ່ຈະຕ້ອງໄດ້ຈັດຂຶ້ນໃນທ້ອງຖິ່ນນັ້ນໆ,” ທ່ານ ເຄວິນກ່າວຢໍ້າ.

ນອກຈາກໃຫ້ການສະໜັບສະໜູນຢ່າງເຕັມທີ່ແກ່ນັກທ່ອງທ່ຽວ ດ້ວຍຄ່າໃຊ້ຈ່າຍທີ່ແຕກຕ່າງກັນ ເຊັ່ນ ໂຮງແຮມລະດັບ 5 ດາວ, ເຮືອບິນສ່ວນຕົວສໍາລັບນັກທ່ອງທ່ຽວແບບຫຼູຫຼາ ຫຼື ຖ້ຽວບິນເຊົ່າເໝົາລໍາທົ່ວປະເທດ ສໍາລັບກຸ່ມນັກທ່ອງທ່ຽວທີ່ມີຈໍານວນຮອດ 10 ຄົນ ເພື່ອທ່ຽວຊົມສະຖານທີ່ທີ່ເປັນມໍລະດົກທາງວັດທະນະທໍາໃນເວລາອັນສັ້ນ, ບໍລິສັດ CK Travel ຍັງມີປະກັນໄພສຸຂະພາບທີ່ມີຄຸນນະພາບນໍາອີກ ເພື່ອມອບໃຫ້ແກ່ລູກຄ້າທີ່ໃຫ້ການຄຸ້ມຄອງໃນການຍົກຍ້າຍກໍລະນີສຸກເສີນ ທັງທາງບົກ ແລະ ທາງອາກາດ.

ທ່ານ ຄຣິສ ກ່າວຕື່ມວ່າ “ແມ່ນແຕ່ນັກທ່ອງທ່ຽວທີ່ມີປະກັນໄພຢູ່ແລ້ວ ກໍອາດຈະບໍ່ໄດ້ຮັບຄວາມຄຸ້ມຄອງດ້ານການຍົກຍ້າຍທາງການແພດ. ດັ່ງນັ້ນ, ພວກເຮົາຈິ່ງໄດ້ນໍາສະເໜີທາງເລືອກການປະກັນໄພທີ່ເໝາະສົມ ເຊິ່ງຈະຊ່ວຍໃຫ້ສາມາດຍົກຍ້າຍທາງການແພດໄປຍັງປະເທດໄທໄດ້ຢ່າງວ່ອງໄວ ໃນກໍລະນີມີການເຈັບປ່ວຍກະທັນຫັນເກີດຂຶ້ນ.”

ຜູ້ປະກອບການຮູ້ສຶກວ່າ ເຖິງແມ່ນອັດຕາເງິນເຟີ້ພາຍໃນປະເທດຈະພຸ່ງສູງຂຶ້ນໃນປັດຈຸບັນ, ແຕ່ກໍເປັນຊ່ວງເວລາທີ່ດີສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງມາທ່ຽວລາວ ເນື່ອງຈາກເງິນຂອງພວກເຂົາ ຈະຊ່ວຍໃຫ້ພວກເຂົາສາມາດເດີນທາງໄດ້ຫຼາຍຂຶ້ນໃນທົ່ວປະເທດ.

“ຖືເປັນເລື່ອງດີທີ່ຈະເວົ້າໄດ້ວ່າ ເປັນຂໍ້ໄດ້ປຽບສໍາລັບນັກທ່ອງທ່ຽວ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວໄດ້ສໍາຜັດກັບປະເທດທີ່ສວຍງາມແຫ່ງນີ້ຫຼາຍຂຶ້ນ ແລະ CK Travel ກໍພ້ອມທີ່ຈະສະໜອງຂໍ້ມູນທັງໝົດ ແລະ ໃຫ້ການຊ່ວຍເຫຼືອທັງໝົດຕາມທີ່ທ່ານຕ້ອງການ,” ທ່ານ ເຄວິນກ່າວ.

ພາຍຫຼັງເປີດໂຕເວັບໄຊຂອງບໍລິສັດ CK Travel ຢ່າງເປັນທາງການໃນເດືອນພະຈິກ, ບໍລິສັດມີຄວາມມຸ່ງໝັ້ນທີ່ຈະສ້າງສັນປະສົບການອັນແປກໃໝ່ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວຊົມໃນອະນາຄົດ ເຊັ່ນ ການຮ່ວມມືກັບທາງບ້ານ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວສາມາດສໍາຜັດກັບຊີວິດຕົວຈິງໃນແບບຊົນນະບົດຂອງລາວ ແລະ ຂະຫຍາຍໄປຍັງບ້ານຕ່າງໆໃຫ້ຫຼາຍຂຶ້ນ. ສິ່ງສໍາຄັນທີ່ສຸດນັ້ນກໍຄື ຜູ້ກໍ່ຕັ້ງບໍລິສັດຍັງມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ຈາກຄວາມຜິດພາດຂອງຕົນຢ່າງຕໍ່ເນື່ອງ ແລະ ປັບປຸງປະສົບການທີ່ພວກເຂົາມີຄວາມຕັ້ງໃຈຈະສ້າງມັນຂຶ້ນມາຢ່າງຕໍ່ເນື່ອງເຊັ່ນກັນ.

“ປະເທດລາວອາດຈະບໍ່ມີຫາດຊາຍ ແຕ່ກໍມີແມ່ນໍ້າຫຼາຍສາຍທີ່ງົດງາມ, ລວມທັງບ້ານຕ່າງໆ, ບວກກັບຄວາມເປັນມິດຂອງປະຊາຊົນ ແລະ ສະພາບໂຄງສ້າງພື້ນຖານໂຄງລ່າງທີ່ໄດ້ຮັບການປັບປຸງດີຂຶ້ນເມື່ອທຽບໃສ່ໃນຊ່ວງ 10 ປີຜ່ານມາ. ປະເທດລາວຖືເປັນສະຖານທີ່ທີ່ສາມາດພັກຜ່ອນໄດ້ຢ່າງຜ່ອນຄາຍ ແລະ ມີຄວາມປອດໄພ ແລະ ພວກເຮົາຕ້ອງການໃຫ້ນັກທ່ອງທ່ຽວໄດ້ສໍາຜັດກັບຄວາມງົດງາມທາງທໍາມະຊາດພາຍໃນປະເທດແຫ່ງນີ້ ແລະ ລັກສະນະນິໄສທີ່ມີເອກະລັກຂອງຄົນລາວ ແລະ ພິເສດສຸດກໍແມ່ນການໃຊ້ບໍລິການຜ່ານບໍລິສັດຂອງພວກເຮົາ,” ທ່ານ ຄຣິສກ່າວສະຫຼຸບ.

“ພວກເຮົາຫວັງວ່າຈະສາມາດຊ່ວຍແກ້ໄຂຊ່ອງວ່າງໃນຂະແໜງການທ່ອງທ່ຽວພາຍໃນປະເທດໃຫ້ດີຂຶ້ນໄດ້.”

ຂໍ້ມູນເພີ່ມເຕີມ
ທ່ານສາມາດຈອງ ຫຼື ສຶກສາຂໍ້ມູນເພີ່ມເຕີມໄດ້ທີ່ cktravel.vip

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ຄຣິສ ບາຣ໌ດ

Read More

Related Articles