ບຸນກິນຈຽງ ປີໃໝ່ຂອງຊົນເຜົ່າມົ້ງ

Author:

Category:

spot_img

ເພີດເພີນກັບເຄື່ອງແຕ່ງກາຍ ແລະ ການນຸ່ງຖືທີ່ມີຫຼາຍສີສັນຕາມປະເພນີ

ບຸນປີໃໝ່ຂອງຊາວເຜົ່າມົ້ງ ຫຼື ບຸນກິນຈຽງ (ນໍ່ເປ້ເຈົ່າ) ຖືເປັນການສະເຫຼີມສະຫຼອງທາງວັດທະນະທໍາຂອງປະຊາຊົນເຜົ່າມົ້ງ ເຊິ່ງເປັນກຸ່ມຊົນເຜົ່າທີ່ມີປະຫວັດສາດ ແລະ ມໍລະດົກຕົກທອດທາງວັດທະນະທໍາອັນຍາວນານໃນອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະກໍແມ່ນໃນເຂດພູດອຍຂອງຈີນ, ຫວຽດນາມ, ໄທ ແລະ ລາວ. ໂດຍທົ່ວໄປແລ້ວ, ງານບຸນດັ່ງກ່າວຈະຈັດຂຶ້ນໃນຕອນທ້າຍຂອງລະດູການເກັບກ່ຽວໃນຊ່ວງເດືອນພະຈິກ ຫາ ເດືອນທັນວາ ແຕ່ກໍຂຶ້ນຢູ່ກັບປະຕິທິນຈັນທະຄະຕິ (ປະຕິທິນລາວ).

ງານບຸນປີໃໝ່ຊົນເຜົ່າມົ້ງ ຖືເປັນຊ່ວງເວລາທີ່ປະຊາຊົນຊາວເຜົ່າມົ້ງຈະມາລວມຕົວກັນ ເພື່ອສະເຫຼີມສະຫຼອງງານບຸນທີ່ເປັນເອກະລັກທາງວັດທະນະທໍາຂອງພວກຕົນ ແລະ ສະແດງຄວາມເຄົາລົບບັນພະບຸລຸດຂອງຕະກຸນ. ຈຸດປະສົງຂອງການຈັດງານບຸນນີ້ ກໍເພື່ອເປັນອະນຸລັກຮີດຄອງປະເພນີ ແລະ ຖ່າຍທອດໄປສູ່ຮຸ່ນລູກຫຼານ. ງານບຸນນີ້ປະກອບມີພິທີກໍາ ແລະ ພິທີການຕ່າງໆເຊັ່ນ: ການເຕັ້ນແບບພື້ນເມືອງ, ການເອ້ຍ້ອງຮ່າງກາຍດ້ວຍເຄື່ອງນຸ່ງຫົ່ມ ແລະ ເຄື່ອງປະດັບອັນມີສີສັນສົດໃສທີ່ຜ່ານການຖັກແສ່ວດ້ວຍມືອັນປານີດ ແລະ ການຫຼິ້ນເຄື່ອງດົນຕີພື້ນເມືອງ ເຊັ່ນ ເກັງ (ແຄນມົ້ງ). ອົງປະກອບເຫຼົ່ານີ້ເປັນສ່ວນສໍາຄັນຂອງການສະເຫຼີມສະຫຼອງງານບຸນ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເຊື່ອໃນເລື່ອງຜີ ແລະ ນິທານພື້ນເມືອງຂອງເຜົ່າມົ້ງ..

ສໍາລັບງານບຸນປີໃໝ່ຂອງຊົນເຜົ່າມົ້ງໃນລາວ ແມ່ນຈະມີເອກະລັກສະເພາະ ເຊິ່ງຈະມີການແຂ່ງຂັນງົວຊົນງົວ ທີ່ບໍ່ຮຸນແຮງ ທັງບໍ່ເປັນອັນຕະລາຍແກ່ຊີວິດ, ເຊິ່ງງົວທີ່ຈັດຫາມາໃນທ້ອງຖິ່ນຈະຕໍ່ສູ້ກັນເພື່ອເກັບຄະແນນ, ຖ້າງົວໂຕໃດແລ່ນໜີກ່ອນ ແມ່ນຈະຖືກປະກາດເປັນຝ່າຍປະລາໄຊ. ໄວໜຸ່ມຊາວເຜົ່າມົ້ງໃນທ້ອງຖິ່ນ ຍັງນິຍົມພະນັນກັນຫຼິ້ນກິລາຕີໝາກຂ່າງ ແລະ ຍິງໜ້າເກັກນໍາອີກ.

ງານບຸນກິນຈຽງ ຍັງເປັນໂອກາດຂອງພວກຊາຍໜຸ່ມຍິງສາວຈະໄດ້ອອກງານສັງຄົມ ແລະ ອາດພົບຮັກໃນງານບຸນ. ເປັນເລື່ອງປົກກະຕິທີ່ພວກຊາຍໜຸ່ມ ແລະ ຍິງສາວຈະໄດ້ເຂົ້າຮ່ວມພິທີກໍາການກ້ຽວພາລາສີໃນຊ່ວງເທດສະການນີ້ ພ້ອມທັງຫວັງວ່າຈະໄດ້ສ້າງຄວາມສໍາພັນໃໝ່ ໂດຍສະເພາະກໍແມ່ນການກ້ຽວພາລາສີຜ່ານການໂຍນໝາກຄອນ ເຊິ່ງພາສາມົ້ງເອີ້ນວ່າ pov pob.

ການສະເຫຼີມສະຫຼອງງານບຸນກິນຈຽງນໍ່ເປເຈົ່າຈັດຂຶ້ນໃນທຸກພື້ນທີ່ທາງພາກເໜືອຂອງລາວ, ແຕ່ງານທີ່ຍິ່ງໃຫຍ່ກວ່າໝູ່ກໍແມ່ນຈັດຢູ່ທີ່ແຂວງຊຽງຂວາງ ເຊິ່ງຈັດຂຶ້ນໃນຊ່ວງເດືອນທັນວາ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles