ຣີສອດນໍ້າຄານ ແລະ ອີໂຄ-ຟາມ

Author:

Category:

spot_img

ພື້ນທີ່ອັນອຸດົມສົມບູນທີ່ອ້ອມຮອບດ້ວຍສາຍນໍ້າແຫ່ງຄວາມງຽບສະຫງົບ ທາງພາກເໜືອຂອງລາວ

ຣີສອດນໍ້າຄານ ແລະ ອີໂຄ-ຟາມ ຕັ້ງຢູ່ສ່ວນໂຄ້ງອັນງົດງາມຂອງແມ່ນໍ້າຄານ, ເມື່ອກ່ອນຣີສອດແຫ່ງນີ້ມີຊື່ວ່າ ນໍ້າຄານ ອີໂຄລອດຈ໌ (NamKhan Ecolodge) ຖືເປັນພື້ນທີ່ອັນອຸດົມສົມບູນທີ່ອ້ອມຮອບດ້ວຍສາຍນໍ້າແຫ່ງຄວາມງຽບສະຫງົບ ທີ່ມອບໂອກາດແບບພິເສດໃຫ້ແກ່ຜູ້ທີ່ເຂົ້າມາພັກແຮມສາມາດເຊື່ອມໂຍງຕົນເອງເຂົ້າກັບທໍາມະຊາດໄດ້ຢ່າງມີຊີວິດຊີວາອີກຄັ້ງ.

ຣີສອດນໍ້າຄານເປີດໃຫ້ບໍລິການມາແຕ່ປີ 2019 ທັງໃຫ້ຄວາມສໍາຄັນໃນລະດັບສູງຕໍ່ຜູ້ເຂົ້າໃຊ້ບໍລິການ ເພື່ອຮັບປະກັນການບໍລິການໃນລະດັບແຖວໜ້າແກ່ຜູ້ຄົນເຫຼົ່ານັ້ນ. ເນື່ອງຈາກມີຈຸດພິເສດທີ່ແຕກຕ່າງທັງສາມາດເຂົ້າເຖິງໄດ້ງ່າຍ, ຣີສອດແຫ່ງນີ້ຈິ່ງໄດ້ຮັບການອອກແບບເພື່ອສະແດງອອກເຖິງພູມປັນຍາທາງໂລກ, ວິທີການປະຕິບັດແບບຍືນຍົງ ແລະ ມີຄວາມເປັນມິດ. ຊຸມຊົນໄດ້ຖືກກໍານົດໂດຍການເຊື່ອມໂຍງລະຫວ່າງບຸກຄົນຜ່ານແຮງຈູງໃຈຮ່ວມກັນ ແລະ ຄວາມຢຶດໝັ້ນໃນຄຸນຄ່າຮ່ວມກັນ. ສິ່ງທີ່ເຮັດໃຫ້ຣີສອດນໍ້າຄານມີຄວາມແຕກຕ່າງນັ້ນກໍຄື ຄວາມມຸ່ງໝັ້ນຢ່າງຈິງຈັງຕໍ່ຄວາມຍືນຍົງ ແລະ ການປົກປັກຮັກສາຄວາມງາມຕາມທໍາມະຊາດທີ່ຢູ່ຮອບຕົວ ເຊິ່ງຖືເປັນຄຸນຄ່າຫຼັກທີ່ສໍາຄັນ.

ໃນ​ປະ​ເທດ​ທີ່ຢຶດຖືເອົາ​ກະ​ສິ​ກໍາ​ເປັນເສດ​ຖະ​ກິດ​ຫຼັກ​​, ຣີສອດນໍ້າຄານ ​ໄດ້​ຮັບແຮງບັນດານໃຈ​ຈາກ​ຄວາມ​ເຊື່ອ​ທີ່ວ່າ​ ການ​ສົ່ງ​ເສີມວຽກງານ​ດ້ານ​ກະ​ສິ​ກໍາ​ອິນຊີແມ່ນມີຄວາມ​ສໍາ​ຄັນເປັນຢ່າງຍິ່ງ​ ໂດຍແນໃສ່ຄວາມຫຼາກຫຼາຍທາງຊີວະນາໆພັນ, ມີການປູກຜັກ, ສະໝຸນໄພ ແລະ ໝາກໄມ້ຫຼາຍກວ່າ 50 ຊະນິດ, ພ້ອມທັງການສົ່ງເສີມລະບົບນິເວດກະສິກໍາໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ. ນີ້ບໍ່ພຽງແຕ່ໃຫ້ໂອກາດໃນການຈ້າງງານເທົ່ານັ້ນ, ແຕ່ຍັງຊ່ວຍເຮັດໃຫ້ພະນັກງານ ແລະ ແຂກທີ່ມາໃຊ້ບໍລິການສາມາດເຂົ້າເຖິງອາຫານເພື່ອສຸຂະພາບໄດ້.

ຣີສອດນໍ້າຄານ ຕັ້້ງຢູ່ທ່າມກາງການໂອບອ້ອມຂອງທໍາມະຊາດ ເຊິ່ງເປັນສະຖານທີ່ພັກຜ່ອນຢ່ອນອາລົມສໍາລັບຜູ້ທີ່ໄຝ່ຫາຄວາມງຽບສະຫງົບ ແລະ ຫ່າງໄກຈາກຕົວເມືອງອັນວຸ້ນວາຍ. ທັງຣີສອດ ແລະ ກະສິກໍານິເວດ ຍັງສາມາດດຶງດູດບັນດານັກສໍາຫຼວດທີ່ຕ້ອງການດື່ມດໍາກັບກິດຈະກໍາທີ່ໜ້າຕື່ນເຕັ້ນ ພ້ອມຄົ້ນພົບວັດທະນະທໍາລາວໃນແບບທ້ອງຖິ່ນອັນແທ້ຈິງ. ຄວາມຫວັງອີກຢ່າງໜຶ່ງນັ້ນກໍຄື ຕ້ອງການໃຫ້ແຂກທີ່ມາພັກເຊົາທຸກຄົນເດີນທາງອອກຈາກຣີສອດນໍ້າຄານດ້ວຍຄວາມຮູ້ສຶກອັນສະຫງົບສຸກ, ມີຊີວິດຊີວາ ແລະ ມີຄວາມປາຖະໜາທີ່ຈະແບ່ງປັນປະສົບການອັນໜ້າປະທັບໃຈນີ້ໃຫ້ກັບຜູ້ອື່ນ.

ນັບແຕ່ຫ້ອງພັກທີ່ກວ້າງຂວາງ ລວມທັງບັງກາໂລອັນສະດວກສະບາຍ ຕະຫຼອດເຖິງເຕັ້ນພັກຫຼູຫຼາ, ຣີສອດນໍ້າຄານມີທາງເລືອກດ້ານທີ່ພັກງາມໆ ທີ່ສາມາດຕອບໂຈດໃຫ້ແກ່ນັກທ່ອງທ່ຽວທຸກຄົນໄດ້. ແຕ່ລະຮູບແບບລ້ວນແຕ່ໄດ້ຮັບການອອກແບບມາຢ່າງພິຖີພິຖັນ ເພື່ອມອບຄວາມສະດວກສະບາຍບວກກັບຄວາມຜ່ອນຄາຍໄດ້ໃນລະດັບສູງ ລວມທັງສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ແລະ ທິວທັດອັນງົດງາມຕະການຕາ. ພາຍໃນປີນີ້, ທາງຣີສອດນໍ້າຄານ ຈະມີການເປີດຕົວຫ້ອງພັກໃໝ່ ສີ່ ປະເພດ ໄດ້ແກ່: ຫ້ອງພັກແບບເຫັນວິວແມ່ນໍ້າ, ຫ້ອງພັກແບບຄູ່ຮັກ, ຫ້ອງພັກຂະໜາດໃຫຍ່ ແລະ ຫ້ອງພັກແບບສ່ວນຕົວ. ໃນການເພີ່ມສິ່ງເຫຼົ່ານີ້ເຂົ້າມາ ຈະຊ່ວຍເພີ່ມທາງເລືອກທີ່ຫຼາກຫຼາຍໃຫ້ກັບແຂກ ແລະ ມອບໂອກາດພິເສດທີ່ຈະໄດ້ຕື່ນຕາຕື່ນໃຈກັບສິ່ງມະຫັດສະຈັນທີ່ເປັນຕົວສໍາຄັນຂອງສະພາບແວດລ້ອມອ້ອມຂ້າງ.

ທີ່ຣີສອດນໍ້າຄານນີ້, ນັກທ່ອງທ່ຽວສາມາດສໍາຜັດກັບມົນສະເໜ່ແບບຊົນນະບົດຂອງກະສິກໍານິເວດຂອງພວກເຮົາ ໂດຍມີສ່ວນຮ່ວມໃນກິດຈະກໍາການເຮັດກະສິກໍາອິນຊີ ທັງຮຽນຮູ້ກ່ຽວກັບວິທີການປະຕິບັດທາງການກະເສດແບບຍືນຍົງໃນຊ່ວງເວລາທີ່ເຂົ້າພັກຢູ່ສະຖານທີ່ດັ່ງກ່າວ. ກິດຈະກໍາອັນຫຼາກຫຼາຍນີ້ ເໝາະສໍາລັບຜູ້ທີ່ມັກການພະຈົນໄພເປັນຊີວິດຈິດໃຈ ແລະ ຜູ້ທີ່ຕ້ອງການວັນພັກຜ່ອນແບບບ້ານໆໃນເຂດຊົນນະບົດເຊັ່ນ ການພາຍເຮືອຄາຍັກ ແລະ ການລ່ອງນໍ້າດ້ວຍຮ່ວງຢາງ, ຍິງທະນູ, ປັ່ນລົດຖີບເສືອພູເຂົາ ແລະອື່ນໆອີກຫຼາຍຢ່າງ. ແຕ່ຖ້າຕ້ອງການຜ່ອນຄາຍແບບຈິງຈັງ ກໍສາມາດເຂົ້າຮ່ວມຫ້ອງຮຽນໂຍຄະອັນງຽບສະຫງົບແຄມແມ່ນໍ້າ, ລວມທັງດື່ມດໍາກັບສະປາເພື່ອຄວາມຜ່ອນຄາຍຢ່າງມີຄວາມສຸກ ຫຼື ເຂົ້າຮ່ວມເຮັດສະມາທິເພື່ອສະຫງົບຈິດໃຈ, ສໍາລັບຜູ້ທີ່ມີຄວາມສົນໃຈທາງວັດທະນະທໍາ ກໍມີການທ່ອງທ່ຽວທາງວັດທະນະທໍາ ລວມທັງການປະຕິບັດຕົວຈິງ ເປັນຕົ້ນແມ່ນ ຫ້ອງຮຽນສໍາລັບການຈັກສານໄມ້ໄຜ່ ແລະ ການປຸງແຕ່ງອາຫານ. ແຂກທີ່ເຂົ້າພັກໃນຣີສອດແຫ່ງນີ້ ຍັງສາມາດທ່ຽວຊົມຕາມເຂດບ້ານໃກ້ຄຽງ ເພື່ອຮຽນຮູ້ກ່ຽວກັບປະເພນີທີ່ສືບທອດກັນມາແຕ່ດົນນານ ລວມທັງວັດທະນະທໍາທ້ອງຖິ່ນໃນເຂດນັ້ນ.

ຣີສອດນໍ້າຄານ ໄດ້ນໍາໃຊ້ວິທີການປະຕິບັດດ້ານຄວາມຍືນຍົງຫຼາຍປະການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສົ່ງເສີມການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ. ໜຶ່ງໃນຄວາມຄິດລິເລີ່ມທີ່ສໍາຄັນເຫຼົ່ານີ້ ໄດ້ມີການລວມເອົາພະລັງງານຈາກດວງຕາເວັນເຂົ້າມານໍາໃຊ້ໃນທຸກຈຸດເທົ່າທີ່ສາມາດເຮັດໄດ້ ລວມທັງໃຊ້ໃນລະບົບການຄຸ້ມຄອງນໍ້າ ແລະ ແສງໄຟອ້ອມຮອບຣີສອດ. ສາມາດເວົ້າໄດ້ວ່າຣີສອດນໍ້າຄານມີຄວາມຮັບຜິດຊອບໃນການເຄົາລົບຕໍ່ສິ່ງແວດລ້ອມອັນສວຍງາມຂອງພວກເຮົາ ລວມເຖິງການອະນຸລັກສັດປ່າ ແລະ ລະບົບນິເວດ ໂດຍໃຊ້ແຫຼ່ງພະລັງງານທົດແທນ.

ປັດຈຸບັນ, ຣີສອດນໍ້າຄານ ກໍາລັງດໍາເນີນການເສີມຂະຫຍາຍ ເພື່ອປັບປຸງຂໍ້ສະເໜີຂອງພວກເຮົາ ທັງເພື່ອເປັນການສົ່ງມອບປະສົບການທີ່ໜ້າອັດສະຈັນຍິ່ງຂຶ້ນໃຫ້ແກ່ແຂກທີ່ມາພັກເຊົາ. ຈຸດມຸ່ງໝາຍນັ້ນກໍຄື ການສົ່ງມອບປະສົບການທີ່ສົມບູນແບບອັນແທ້ຈິງ ເຊິ່ງຂະຫຍາຍມຸມມອງຂອງແຂກຜູ້ມາພັກເຊົາ ທັງສ້າງຜົນໃນໄລຍະຍາວ. ດ້ວຍການມຸ່ງເນັ້ນໃສ່ປະສົບການແບບອົງລວມ ນັບແຕ່ການປູກພືດອິນຊີ ຕະຫຼອດຮອດກິລາພະຈົນໄພຈົນເຖິງໂຍຄະ, ການເຮັດສະມາທິ ແລະ ການຝຶກສະຕິ, ເຊິ່ງຜູ້ຄົນສາມາດສໍາຜັດໄດ້ເຖິງຄວາມສະບາຍໃຈ ແລະ ຄວາມກົມກຽວກັນໃນບັນຍາກາດອັນງຽບສະຫງົບຂອງແມ່ນ້ຳຄານ ເຊິ່ງເປັນສະຖານທີ່ແຫ່ງຄວາມສຸກທີ່ບຳລຸງລ້ຽງຈິດວິນຍານທີ່ແຕກຕ່າງຈາກບ່ອນອື່ນໆ.

ການເດີນທາງ
ສາຍການບິນລາວມີບໍລິການຖ້ຽວບິນໄປຫຼວງພະບາງທຸກວັນ ເຊິ່ງສາມາດເດີນທາງຈາກນະຄອນຫຼວງວຽງຈັນ, ກຸງເທບ, ຊຽງໃໝ່ ແລະ ຮ່າໂນ່ຍ

ຂໍ້ມູນເພີ່ມເຕີມ
ສໍາລັບການຈອງ ແລະ ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງທີ່ namkhanecolodge.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ຣີສອດນໍ້າຄານ ແລະ ອີໂຄ-ຟາມ

Read More

Related Articles