ລົດຊາດອາຫານ ກັບປະສົບການຊີວິດ

Author:

Category:

spot_img

ສໍາຜັດເສັ້ນທາງອາຫານທີ່ເຕັມໄປດ້ວຍຈຸດເດັ່ນອັນໜ້າຕື່ນຕາຕື່ນໃຈທີ່ພາກກາງຂອງຫວຽດນາມ
ອາຫານທະເລທີ່ປຸງລົດຊາດແບບເຜັດໆຮ້ອນໆ, ປະສົມກັບສະໝຸນໄພຫອມໆ, ເຄື່ອງເທດແບບແປກໃໝ່, ລົດຊາດຂອງນໍ້າແຈ່ວແບບເຂັ້ມຂຸ້ນ, ແລະ ຜັກສົດໃໝ່ຫຼາຍສີສັນ… ທັງໝົດນັ້ນແມ່ນມີຄົບທຸກຢ່າງໃນອາຫານຫວຽດນາມ. ອາຫານຂອງຫວຽດນາມກາງ ຖືໄດ້ວ່າເປັນອາຫານທີ່ມີຊື່ສຽງຮຽງນາມດ້ານການນໍາໃຊ້ສະໝຸນໄພສົດໃໝ່ ພ້ອມກັບເຄື່ອງເທດທີ່ປະຊາຊົນໄດ້ປູກໄວ້ຢູ່ຕາມຮ່ອມພູຕ່າງໆ, ລວມທັງປາ ແລະ ອາຫານທະເລທີ່ຫາໄດ້ຈາກມະຫາສະໝຸດ ແລະ ແມ່ນໍ້າຫຼາຍສາຍໃນຫວຽດນາມ. ຂະນະທີ່ປັດຈຸບັນ ກໍມີສາຍການບິນລາວ ທີ່ໄດ້ເປີດໃຫ້ບໍລິການຖ້ຽວບິນໂດຍຕົງ ຈາກນະຄອນຫຼວງວຽງຈັນ (ລາວ) ສູ່ດານັງ (ຫວຽດນາມ), ເຊິ່ງໃຊ້ເວລາເດີນທາງເພື່ອໄປລິ້ມລອງກັບລົດຊາດອາຫານຫວຽດນາມກາງ ທີ່ຕັ້ງຢູ່ຫ່າງຈາກສະໜາມບິນດານັງ ພຽງແຕ່ໜຶ່ງຊົ່ວໂມງເທົ່ານັ້ນ! ມາເບິ່ງລາຍການອາຫານທ້ອງຖິ່ນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງດານັງ ແລະ ຮອຍອັນ ພ້ອມສະຖານທີ່ທີ່ຈະໄດ້ເພີດເພີນກັບລົດຊາດຂອງບັນດາອາຫານເຫຼົ່ານັ້ນ!

ສໍາລັບເມນູເລີ່ມຕົ້ນ, ເຂົ້າໜົມຈີບກຸຫຼາບຂາວ ຫຼື ເຂົ້າໜົມຈີບຮອຍອັນ (bánh vạc Hội An) ຖືເປັນເມນູທີ່ຕ້ອງໄດ້ລອງຊີມ. ເຂົ້າໜົມຈີບຊະນິດນີ້ ເຮັດດ້ວຍແຜ່ນແປ້ງອັນອ່ອນນຸ້ມ ໂດຍຫໍ່ຫຸ້ມສ່ວນປະສົມຂອງຊີ້ນໝູສັບລະອຽດ, ລວມທັງກຸ້ງ, ເຫັດຫູໜູ, ໂຮຍໜ້າດ້ວຍຫອມແດງຈຽວກອບໆ ພ້ອມໃບຜັກບົ່ວສົດໆ, ແລະ ປິດທ້າຍດ້ວຍນໍ້າແຈ່ວລົດຊາດສົ້ມຫວານນົວ. ອາຫານປະເພດນີ້ ຖືເປັນອາຫານທີ່ຮຽບງ່າຍ ແລະ ໜ້າຕາກໍສວຍງາມໜ້າຮັບປະທານ ບວກກັບລົດຊາດອັນແຊບຊ້ອຍ ແລະ ເນື້ອສໍາຜັດທີ່ອ່ອນນຸ້ມກົມກ່ອມ.

ສໍາລັບອາຫານຈານຫຼັກທີ່ເພີ່ມຄວາມແຊບຕື່ມຂຶ້ນນັ້ນກໍຄື ເກົາເຫຼົາຫວຽດນາມ (cao lầu) ຖືເປັນອາຫານທ້ອງຖິ່ນປະຈໍາເມືອງຮອຍອັນ. ເສັ້ນໝີ່ອັນໜານຸ້ມນີ້ ແມ່ນເຮັດຈາກເຂົ້າ ແລະ ແປ້ງສາລີປະສົມກັນ, ເຊິ່ງເຮັດໃຫ້ມີເສັ້ນໜາແຕ່ໜຽວນຸ້ມ. ການປະສົມປະສານກັນລະຫວ່າງລົດຊາດຂອງສ່ວນປະສົມ ແລະ ເສັ້ນໝີ່ ໄດ້ກາຍເປັນສ່ວນສໍາຄັນໃນການລິ້ມລອງກັບລົດຊາດອາຫານພື້ນເມືອງຂອງຫວຽດນາມກາງ.

ຮ້ານອາຫານທ້ອງຖິ່ນ Orivy ຮອຍອັນ ຕັ້ງຢູ່ 546 Cửa Đại, Cẩm Châu, Hội An, ແລະ ເປີດໃຫ້ບໍລິການທຸກວັນ ແຕ່ 11:00 ໂມງເຊົ້າຈົນຮອດ 9:30 ໂມງແລງ.

ດ້ວຍຄວາມຄິດຢາກລອງຊີມບັນແຊວ ທີ່ຂຶ້ນຊື່ວ່າແຊບທີ່ສຸດໃນຫວຽດນາມກາງ ເຮັດໃຫ້ພວກເຮົາມຸ່ງເປົ້າໄປທີ່ຮ້ານນາງ Ngọc (Quán Bà Ngọc Huế ຫຼື ຮ້ານອາຫານສະໄຕເວ້ຂອງນາງ Ngọc), ເຊິ່ງເປັນທຸລະກິດແບບຄອບຄົວທີ່ຕັ້ງຢູ່ຫ່າງຈາກຕົວເມືອງໄປທາງທິດເໜືອພຽງເລັກໜ້ອຍ. ບັນແຊວ ແມ່ນໄຂ່ທອດແບບຫວຽດນາມ ແຕ່ຮັບຮອງວ່າທ່ານຕ້ອງຖືກໃຈແນ່ນອນ ເພາະເຕັມໄປດ້ວຍເຄື່ອງປະສົມຫຼາຍຢ່າງບໍ່ວ່າຈະເປັນ ໝູ, ກຸ້ງ, ຖົ່ວງອກ, ແລະ ສະໝຸນໄພຫອມໆ. ຖ້າທ່ານແມ່ນຄົນໜຶ່ງທີ່ມັກກິນອາຫານຫວຽດນາມ ຫຼື ຢາກລອງສໍາຜັດກັບລົດຊາດອາຫານໃໝ່ໆ ຂໍບອກເລີຍວ່າ ບັນແຊວຮ້ານນາງ Ngoc ຈະເຮັດໃຫ້ທ່ານຮູ້ສຶກປະທັບໃຈ ແລະ ຄິດຢາກສັ່ງເພີ່ມຕື່ມອີກແນ່ນອນ.

ອາຫານພິເສດປະຈໍາທ້ອງຖິ່ນອີກຢ່າງໜຶ່ງທີ່ຜູ້ຂຽນຢາກແນະນໍານັ້ນກໍຄື ບໍ໋ຫຼາໂຫຼດ (Bò lá lốt) ຫຼື ພັນໃບນາງເລີດ, ເຊິ່ງເປັນເຄື່ອງພັນປະເພດໜຶ່ງທີ່ຈັດເປັນອາຫານຍອດນິຍົມທາງພາກກາງ ແລະ ພາກໃຕ້ຂອງຫວຽດນາມ. ອາຫານຊະນິດນີ້ແມ່ນເຮັດດ້ວຍຊີ້ນງົວທີ່ແສນນຸ້ມ ພັນດ້ວຍໃບຜັກນາງເລີດທີ່ມີກິ່ນຫອມຊວນຊີມ, ເຊິ່ງຂຶ້ນຊື່ໃນເລື່ອງລົດຊາດທີ່ເປັນເອກະລັກ ແລະ ມີຂັ້ນຕອນການປຸງແຕ່ງທີ່ສັບຊ້ອນພໍສົມຄວນ. ບໍ໋ຫຼາໂຫຼດ ຫຼື ພັນໃບນາງເລີດ ແມ່ນເຮັດດ້ວຍຊີ້ນງົວຟັກໃຫ້ລະອຽດແລ້ວນໍາມາໝັກປະສົມກັບເຄື່ອງເທດຫຼາຍຢ່າງ ເຮັດໃຫ້ເກີດມີລົດຊາດແຊບນົວ ແລະ ເຜັດຮ້ອນ. ຈາກນັ້ນຈິ່ງນໍາເອົາໃບຜັກນາງເລີດມາຫໍ່ແລ້ວມ້ວນເຂົ້າ ໂດຍໃຊ້ມືເບົາໆເພື່ອປ້ອງກັນບໍ່ໃຫ້ໃບນາງເລີດຈີກຂາດ ທັງນີ້ກໍເພື່ອເຮັດໃຫ້ໄດ້ຮູບຊົງທີ່ສວຍງາມ ພ້ອມມີກິ່ນຫອມ ຈາກນັ້ນຈິ່ງນໍາໄປປີ້ງດ້ວຍໄຟອ່ອນໆຈົນກວ່າຈະສຸກດີ. ອາຫານປະເພດນີ້ແມ່ນເໝາະສໍາລັບຜູ້ທີ່ຕ້ອງການລິ້ມລອງອາຫານຫວຽດນາມດ້ວຍລົດຊາດທີ່ແປກໃໝ່ ແລະ ບໍ່ຄືໃຜ.

ຮ້ານອາຫານ Quán Bà Ngọc Huế ຕັ້ງຢູ່ 228 Đống Đa, Thuận Phước, Hải Châu, ດານັງ, ແລະ ເປີດໃຫ້ບໍລິການທຸກວັນ ແຕ່ 8:30 ໂມງເຊົ້າຈົນຮອດ 10:30 ໂມງແລງ.

ໃນຂະນະທີ່ ກ້ວນ (cuốn) ຫຼື ພັນຍໍ່ຂາວ, ເຊິ່ງບໍ່ພຽງແຕ່ຈະເປັນອາຫານສູດສະເພາະຂອງດານັງເທົ່ານັ້ນ, ແຕ່ຍັງເປັນອາຫານວ່າງອັນແຊບຊ້ອຍ ແລະ ບັນເທົາຄວາມຫິວໄດ້ ທັງເປັນອາຫານວ່າງທີ່ມັກເວົ້າເຖິງຫຼາຍພໍສົມຄວນໃນພາກກາງຂອງຫວຽດນາມ ໃນນາມອາຫານທ້ອງຖິ່ນຍອດນິຍົມ. ຮ້ານອາຫານ Bếp Cuốn ດານັງ (ຫຼື “ຄົວພັນຍໍ່ດານັງ”) ທີ່ເປັນສູດສະເພາະໃນນາມພັນຊີ້ນໝູ ຫຼື ພັນຍໍ່ຂາວຫໍ່ຊີ້ນໝູ. ອາຫານສູດສະເພາະທີ່ພາໃຫ້ນໍ້າລາຍໄຫຼປະເພດນີ້ ເຮັດຈາກສ່ວນປະສົມຫຼາຍຢ່າງ ເຊັ່ນ: ຊີ້ນໝູສາມຊັ້ນປີ້ງສຸກທີ່ຊອຍເປັນຕ່ອນບາງໆ, ຕາມດ້ວຍຜັກສະຫຼັດ, ໝາກແຕງ, ແລະ ຜັກສະໝຸນໄພອື່ນໆ ເຊັ່ນ ຜັກຫອມລາບ, ຫອມປ້ອມ, ແລະ ຜັກຫອມເປ ກ່ອນຈະນໍາມາຫໍ່ດ້ວຍແຜ່ນຍໍ່ຂາວ. ຖ້າມີເຄື່ອງດື່ມພິເສດຈັກຈອກຍິ່ງຈະຊ່ວຍໃຫ້ເພີດເພີນໄດ້ດີສົມຄວນ ໂດຍສະເພາະກໍແມ່ນ ໂມຮິໂຕະໝາກໜອດ ລົດຊາດສົ້ມຫວານ. ບໍ່ວ່າຈະເປັນຄັ້ງທໍາອິດທີ່ທ່ານຈະໄດ້ສໍາຜັດກັບລົດຊາດຂອງອາຫານຫວຽດນາມ, ຜູ້ຂຽນຂໍບອກໄດ້ເລີຍວ່າ ພັນຍໍ່ຂາວຫໍ່ຊີ້ນໝູປະເພດນີ້ ຄືອາຫານທີ່ທ່ານຢາກຈະກັບມາລິ້ມລອງອີກຄັ້ງແນ່ນອນ.

ຮ້ານອາຫານ Bếp Cuốn ດານັງ ຕັ້ງຢູ່ທີ່ 54 Nguyễn Văn Thoại, Đà Nẵng ແລະ ເປີດໃຫ້ບໍລິການທຸກວັນ ແຕ່ 10:00 ໂມງເຊົ້າຈົນຮອດ 09:00 ໂມງແລງ.

ການເດີນທາງ
ສາຍການບິນລາວໃຫ້ບໍລິການຖ້ຽວບິນປະຈໍາໂດຍຕົງ ຈາກນະຄອນຫຼວງວຽງຈັນ ສູ່ ດານັງ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ມະນີພອນ ວົງພະຈັນ / ການທ່ອງທ່ຽວກວ໋າງນາມ

Read More

Related Articles