Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Festival

ບຸນທາດຫຼວງ

posted by Thanouphet
Sep 4, 2020 6584 1 0
Share

ປະຊາຊົນທຸກຄົນ ມີຄວາມສຸກ ກັບການສະເຫຼີມສະຫຼອງປາງບຸນໃຫຍ່ຂອງຊາດ.

ຊາວລາວຈາກທົ່ວທຸກຫົນແຫ່ງ ຖ້າມາຢ້ຽມຢາມນະຄອນຫຼວງວຽງຈັນ ແມ່ນປາສະຈາກບໍ່ໄດ້ທີ່ຈະບໍ່ໄປທ່ຽວຊົມທາດຫຼວງ (ພຣະທາດຫຼວງ). ທາດໃຫຍ່ສີທອງຄຳແຫ່ງນີ້ ແມ່ນອ້ອມຮອບດ້ວຍບໍຣິວານ (ທາດນ້ອຍ) 30 ອົງ, ທາດຫຼວງຖືເປັນສັນຍາລັກຂອງຊາດລາວ ແລະ ທ່ານຈະເຫັນຮູບທີ່ເປັນສັນຍາລັກພຣະທາດຫຼວງຢູ່ໃນສິ່ງຂອງວັດຖຸຕ່າງໆທີ່ເປັນຜະລິດຕະພັນລາວ ນັບຈາກພັນທະບັດ ໄປຈົນເຖິງເສື້ອຍືດ ແລະ ຍັງຄົງເປັນຄວາມາພາກພູມໃຈທີ່ສຸດຂອງປວງຊົນລາວທັງຊາດ.

ຕາມຕຳນານອຸຣັງຄະທາດ, ໃນ 307 ປີ ກ່ອນ ຄສ, ບັນດາພຣະອໍຣະຫັນ (ພຣະສົງລາວ) ໄດ້ເດີນທາງມາທີ່ບໍລິເວນດັ່ງກ່າວ ເພື່ອສຶກສາທຳມະ ແລະ ເຜີຍແຜ່ສາສະໜາ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ. ອັດຖິອັນເປັນທີ່ເຄົາລົບບູຊາດັ່ງກ່າວ ໄດ້ຖືກນຳມາຝັງໄວ້ທາງໃນຂອງອຸມຸງຫິນທຳມະດາທີ່ສ້າງຂຶ້ນເພື່ອປົກກວມເອົາພຣະບໍຣົມມະທາດຢູ່ບ່ອນນັ້ນ. ຜ່ານຫຼາຍສົງຄາມ ແລະ ການປະຕິສັງຂອນຫຼາຍຄັ້ງຫຼາຍສະໄຫມ ຈຶ່ງເຮັດໃຫ້ພວກເຮົາມີພຣະທາດຫຼວງດັ່ງທີ່ເຮົາເຫັນໃນທຸກມື້ນີ້. 

ໃນແຕ່ລະປີ, ໃນອາທິດກ່ອນເດືອນເຕັມ 15 ຄໍ່າ ເດືອນ 12 ເພັງ  (ໂດຍປົກກະຕິແມ່ນເດືອນ 11, ແຕ່ປີນີ້ ຖືກວັນທີ 31 ຕຸລາ) ຢູ່ເດີ່ນວັດທາດຫຼວງຈະມີບຸນປາງໃຫຍ່ເຊິ່ງເປັນບຸນ
ທີ່ໃຫຍທີ່ສຸດໃນປະເທດລາວ. ປະຊາຊົນລາວທີ່ມາຈາກທົ່ວປະເທດ ພາກັນຫຼັ່ງໄຫຼເຂົ້າມານະຄອນຫຼວງວຽງຈັນ ເພື່ອຮ່ວມໃນງານບຸນດັ່ງກ່າວ.

ການໄດ້ມາເຫັນບຸນທາດຫຼວງ ຖືວ່າເປັນການຮັກສາຮີດຄອງປະເພນີອັນໜຶ່ງຂອງຄົນລາວ. ມີການຕັ້ງຕະຫຼາດນັດຂຶ້ນຢູ່ໃນເດີ່ນພຣະທາດຫຼວງ, ເຊິ່ງທ່ານສາມາດເລາະເບິ່ງ
ຮ້ານຄ້າ, ເບິ່ງຜະລິດຕະພັນທີ່ມາຈາກທ້ອງຖິ່ນຕ່າງໆເຊັ່ນ ສິ້ນໄໝລາວ, ເຄື່ອງດົນຕີພື້ນເມືອງ, ກາເຟ ແລະຊາ ຕະຫຼອດຮອດ ໂທລະສັບມືຖືທີ່ນຳເຂົ້າ ແລະ ເຄື່ອງ
ໃຊ້ໃນຄົວເຮືອນ. ຄົນທີ່ມາຈາກພື້ນທີ່ຕ່າງໆຂອງປະເທດລາວມັກຈະຊື້ເຄື່ອງຂອງທີ່ລະນຶກເຫຼົ່ານີ້ກັບບ້ານ. ເມື່ອທ່ານຍ່າງເລາະໄປມາ ທ່ານຈະໄດ້ກິ່ນອາຫານສຸກ ເຊັ່ນ: ປີ້ງໄກ່, ເຂົ້າຫຼາມ, ລູກຊີ້ນ ແລະ ຂົ້ວໝີ່.

ຢູ່ໃນງານຍັງມີຫຼາກຫຼາຍເວທີການສະແດງທາງວັດທະນະທຳ ເພື່ອເຮັດໃຫ້ແຂກທີ່ເຂົ້າມາໃນງານບຸນຈາກທົ່ວທຸກບ່ອນໃນທົ່ວປະເທດ ມີຄວາມສຸກໃຈ. ການສະແດງ ແມ່ນລວມມີ ການສະແດງຟ້ອນປະເພນີຂອງກຸ່ມນັກຮຽນຕະຫຼອດຮອດການຮ້ອງໝໍລຳ, ການຮ້ອງເຊີ້ງໄປກັບສຽງເປົ່າແຄນອັນມ່ວນອອນຊອນ, ໃນລະຫວ່າງທາງຈະມີສະໜາມຫຼິ້ນ ເຊິ່ງເປັນສິ່ງທີ່ຊາວໜຸ່ມມັກ ເຊັ່ນ ຊິງຊ້າສະຫວັນ ແລະ ລົດຊິ້ງ.

ປະຊາຊົນຈຳນວນຫຼາຍໄດ້ແຫ່່ກັນມາທີ່ບຸນຕະຫຼອດອາທິດ, ໃນວັນທີ 30 ຕຸລາຈະມີການແຫ່ຜາສາດເຜິ້ງນັບຈາກວັດສີເມືອງ ຫາ ທາດຫຼວງ. ປະຊາຊົນພາກັນແຕ່ງກາຍໃນຊຸດປະເພນີ ແລະ ພາກັນຖືເຄື່ອງຖວາຍທີ່ເຮັດເອງດ້ວຍມື, ຕົກແຕ່ງດ້ວຍດອກໄມ້ ແລະ ທຽນ. ສິ່ງເຫຼົ່ານີ້ແມ່ນເປັນເຄື່ອງໝາຍແຫ່ງການເຄົາລົບບູຊາພະພຸດທະເຈົ້າທີ່ຝັງ
ໄວ້ໃນພຣະທາດແຫ່ງນີ້.

ໃນຕອນເຊົ້າຂອງວັນທີ 31 ຕຸລາ, ປະຊາຊົນພາກັນແຕ່ງກາຍດ້ວຍຜ້າໄໝ ແລະ ຮີບຮ້ອນໄປຈອງສະຖານທີ່ເພື່ອໃສ່ບາດ ເນື່ອງຈາກມີຄູບາຫຼາຍຮ້ອຍອົງຈະຍ່າງກາຍມາເພື່ອບິນທະບາດ. ໃນຕອນສວາຍ. ຕໍ່ມາ, ກໍຈະມີກິດຈະກຳຕີຄີ, ນຳໃຊ້ໄມ້ໄຜ່ຫົວກົ່ງ ແລະ ໝາກບານຫວາຍ ເຊິ່ງເປັນກິລາການແຂ່ງຂັນລະຫວ່າງພາກລັດ ແລະ ປະຊາຊົນ. ການຫຼິ້ນດັ່ງກ່າວແມ່ນຈະນຳມາຫຼິ້ນປີລະຄັ້ງເທົ່ານັ້ນ. ຖ້າທີມພາກລັດເປັນຝ່າຍຊະນະເກມນີ້, ໝາຍຄວາມວ່າປະຊາຊົນຈະໄດ້ຮັບການຄຸ້ມຄອງດ້ວຍຄວາມຍຸດຕິທຳຈາກລັດຖະບານ, ແຕ່ຖ້າທີມປະຊາຊົນຊະນະ, ສະແດງວ່າ ຈະບໍ່ເກີດມີໄພອຶດຫິວ ແລະ ຈະມີແຕ່ຄວາມໂຊກດີ ແລະ ວັດທະນາຖາວອນສຳລັບປີຕໍ່ໄປ. ເຊິ່ງມັນໝາຍເຖິງຕ່າງ
ຝ່າຍຕ່າງຊະນະ ແລະ ໄດ້ຮັບຜົນປະໂຫຍດ!

ໃນຕອນທ້າຍສຸດ, ຕອນຄໍ່າຂອງວັນດັ່ງກ່າວ, ພຸດທະສາສະນິກະຊົນ ຈະໄປທີ່ພຣະທາດຫຼວງອີກຄັ້ງເພື່ອວຽນທຽນໂດຍພາກັນເອົາດອກໄມ້, ທູບທຽນ ແລະ ຍ່າງອ້ອມຮອບພຣະທາດຫຼວງສາມຮອບເພື່ອຂໍໃຫ້ຕົນມີແຕ່ຄວາມສຸກ ແລະ ໂຊກດີຈາກສະຖານທີ່ສັກສິດແຫ່ງນີ້. ຄວາມໂຊກດີນີ້ ຈະນຳພາເຮັດໃຫ້ພວກເຮົາທຸກຄົນ ສາມາດມີໂອກາດມາບຸນທາດຫຼວງອີກໃນປີໜ້າ!

 

ປະຫວັດພະທາດຫຼວງໂດຍຫຍໍ້

307 ປີກ່ອນ ຄສ  

ກະດູກຂອງພະພຸດທະຮູບໄດ້ຖືກນຳມາຝັງໄວ້ທີ່ອຸມຸງຫີນ

ປີ ຄສ 1566  

ພຣະທາດຫຼວງຖືກປະຕິຮູບໂດຍເຈົ້າໄຊເສດຖາທິຣາດ

1828   

ບ້ານເມືອງຖືກຮຸກຮານໂດຍສະຫຍາມ, ພຣະທາດຫຼວງຈຶ່ງເພພັງ ແລະ ຖືກປ່ອຍປະໃຫ້ເປັນຊາກ

1900    

ຝຣັ່ງເລີ່ມບູລະນະຟື້ນຟູພຣະທາດຫຼວງ

 

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ

LaosThat Luang FestivalVientiane Capitalບຸນທາດຫຼວງ
Share

Previous

[:en]Supporting Livelihoods in Agriculture[:la]ສະໜັບສະໜູນການດຳລົງຊີວິດໃນຂະແໜງກະສິກຳ[:]

Next

[:en]Hmong New Year – Noj Peb Caug[:la]ບຸນກິນຈຽງ – ນໍ່ເປເຈົ່າ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

Festival, ທ່ອງທ່ຽວ
Mar 16, 2022

ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ເທດສະການສະເຫຼີມສະຫຼອງທີ່ຍາວນານທີ່ສຸດຂອງຊາວລາວ! ໃນເດືອນເມສາຂອງທຸກໆປີ, ປະເທດລາວຈະມີການຈັດງານຕາມທ້ອງຖະໜົນທີ່ໃຫຍ່ທີ່ສຸດ...

Read More
0 0
Festival, ທ່ອງທ່ຽວ
Nov 2, 2018

(English) What’s On

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top