Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ

posted by Billy
Jan 16, 2023 344 0 0
Share

ຫວຽດນາມເປັນປະເທດໜຶ່ງທີ່ຂຶ້ນຊື່ລືນາມດ້ານການທ່ອງທ່ຽວ ທັງໄດ້ຮັບການຂະໜານນາມໃຫ້ເປັນແຫຼ່ງທ່ອງທ່ຽວດ້ານ “ໄອທີ” ແຫ່ງໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້. ປະເທດດັ່ງກ່າວມີຄວາມໂດດເດັ່ນດ້ານຄວາມງົດງາມທາງທໍາມະຊາດ, ລວມທັງມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະ ປະຫວັດສາດ. ຫວຽດນາມຍັງມີຕົວເມືອງໃຫຍ່ທີ່ຄຶກຄື້ນ ແລະ ເຕັມໄປດ້ວຍຜູ້ຄົນຫຼາກຫຼາຍ ໂດຍສະເພາະກໍແມ່ນ ຮາໂນ່ຍ ແລະ ໂຮ່ຈິມິນ ເຊິ່ງໄດ້ກາຍເປັນຈຸດເຊື່ອມຕໍ່ກັບບັນດາຕົວເມືອງໃຫຍ່ຕ່າງໆໃນທົ່ວໂລກ.
ຢ່າງໃດກໍຕາມ, ປະເທດດັ່ງກ່າວກໍຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າປະທັບໃຈ, ໂດຍສະເພາະກໍແມ່ນແຂວງກວາງນາມ ເຖິງແມ່ນຈະມີຜູ້ຄົນເດີນທາງຜ່ານບໍ່ຫຼວງຫຼາຍພາຍມາກ ແຕ່ກໍມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍທີ່ເດີນທາງໄປຢ້ຽມຢາມບັນດາແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈທີ່ຕັ້ງຢູ່ໃນເຂດດັ່ງກ່າວ. ແຂວງອັນສວຍງາມແຫ່ງນີ້ ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ເຂດໃຈກາງທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ. ແຂວງກວາງນາມຖືກປົກຄຸມໄປດ້ວຍສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວນ້ອຍ ຫຼື ໃຫຍ່ ກໍລ້ວນແຕ່ສ້າງຄວາມສົນໃຈແກ່ນັກທ່ອງທ່ຽວຫຼາຍພໍສົມຄວນ ເປັນຕົ້ນແມ່ນ ຫາດຊາຍ, ນໍ້າຕົກຕາດ, ພູເຂົາ, ແລະ ຕົວເມືອງທີ່ສວຍງາມແປກຕາທັງມີເອກະລັກບໍ່ຄືໃຜພ້ອມຈະນໍາພາທ່ານຢ້ອນເວລາກັບຄືນອະດີດພ້ອມກັບບັນດາຕຶກອາຄານ ແລະ ຄອງນໍ້າໃນຍຸກອະນານິຄົມ.

5 ແຫຼ່ງທ່ອງທ່ຽວລຸ່ມນີ້ ຖືເປັນສະຖານທີ່ສໍາຄັນທີ່ທ່ານຕ້ອງຍາດເວລາໄປທ່ຽວຊົມໃຫ້ໄດ້ ໃນຊ່ວງທີ່ທ່ານພັກຢູ່ແຂວງກວາງນາມ ຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ ເຊິ່ງສະຖານທີ່ສໍາຄັນດັ່ງກ່າວ ລວມມີ:
1. ເມືອງບູຮານຮອຍອັນ
ຮອຍອັນຕັ້ງຢູ່ແຄມຝັ່ງເບື້ອງເໜືອໃກ້ກັບປາກແມ່ນໍ້າທູ່ໂບນ (Thu Bon), ເມືອງດັ່ງກ່າວໄດ້ຮັບການຮອງຮັບໃຫ້ເປັນເມືອງມໍລະດົກຂອງໂລກໂດຍອົງການອຸຍເນສໂກ ເຊິ່ງເມື່ອກ່ອນເຄີຍເປັນທ່າເຮືອທາງການຄ້າສາກົນທີ່ຄຶກຄື້ນທີ່ສຸດແຫ່ງໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້. ເມືອງຮອຍອັນ ໄດ້ຮັບການອະນຸລັກເປັນຢ່າງດີເປັນພິເສດ ແລະ ທ່ານສາມາດນຶກພາບໃນຈິນຕະນາການໄດ້ເຖິງຄວາມສີວິໄລທາງດ້ານວັດທະນະທໍາແບບປະສົມປະສານກັນລະຫວ່າງວັດທະນະທໍາຈາກຕາເວັນຕົກ ແລະ ຕາເວັນອອກ ໂດຍບໍ່ຈໍາເປັນຕ້ອງເບິ່ງຫາສະຖານທີ່ອື່ນໃດອີກ.
ປັດຈຸບັນ, ເມືອງດັ່ງກ່າວໄດ້ເກັບຮັກສາວັດຖຸບູຮານປະມານ 1,360 ລາຍການ ໃນນັ້ນປະກອບມີ ເຮືອນບູຮານຫຼາຍສິບຫຼັງ, ໂບດປະຈໍາຕະກຸນ, ໝູ່ບ້ານ​ຊຸມ​ຊົນ, ພະທາດ, ວັດ​ວາອາ​ຮາມ, ຫໍ​ປະຊຸມ, ນ້ຳສ້າງ​ບູຮານ, ທ່າ​ເຮືອ, ​ແລະ ອື່ນໆ. ໃນນັ້ນກໍມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດນໍາອີກ ໂດຍສະເພາະກໍແມ່ນ ຂົວໄມ້ແບບຍີ່ປຸ່ນ ເຊິ່ງມີການກໍ່ສ້າງພະທາດທີ່ມີອາຍຸຢ້ອນກັບໄປໃນຊ່ວງສະຕະວັດທີ 18. ບໍ່ພຽງແຕ່ເທົ່ານັ້ນ, ດ້ວຍຄວາມງົດງາມທີ່ສົມບູນແບບຂອງເມືອງໂຮຍອ່ານ ຈິ່ງເຮັດໃຫ້ຕົວເມືອງດັ່ງກ່າວໄດ້ຮັບຄວາມນິຍົມ ແລະ ຖືກກ່າວເຖິງຫຼາຍທີ່ສຸດໃນກຸ່ມຜູ້ຫຼິ້ນ Instagram.

2. ຮ່ອມພູສັກສິດໝີເຊິນ
ຮ່ອມພູສັກສິດໝີເຊິນ ຫຼື ບູຮານສະຖານ ຜາສາດໝີເຊິນ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງໂລກໂດຍອົງການອຸຍເນສໂກ, ເປັນຮ່ອມພູທີ່ມີຄວາມກວ້າງເຖິງ 2 ກິໂລແມັດ ອ້ອມຮອບດ້ວຍພູຜາທີ່ມີປ່າໄມ້ຂຽວກະຈີ ທັງເປັນທີ່ຕັ້ງຂອງວັດຫໍຈໍາປາ ທີ່ສ້າງຂຶ້ນແບບສະຫຼັບຊັບຊ້ອນໃນຊ່ວງສະຕະວັດທີ 4 ແລະ ສະຕະວັດທີ 13. ວັດເຫຼົ່ານີ້ມີຕົ້ນກໍາເນີດທາງຄວາມເຊື່ອດ້ານຈິດວິນຍານທີ່ມາຈາກສາສະໜາຮິນດູໃນອິນເດຍ ແລະ ສ້າງຂຶ້ນເພື່ອໃຊ້ເປັນສາສະໜາສະຖານສໍາລັບບູຊາບັນດາເທບພະເຈົ້າໃນສາສະໜາຮິນດູ ເປັນຕົ້ນແມ່ນພະຄຣິສນາ, ພະວິສນຸ, ແລະທີ່ສໍາຄັນທີ່ສຸດກໍແມ່ນພະສິວະ. ຮ່ອມພູສັກສິດໝີເຊິນແຫ່ງນີ້ ຈັດເປັນກຸ່ມສະຖາປັດຕະຍະກໍາທີ່ໜ້າອັດສະຈັນ, ເຊິ່ງມີຜົນງານດ້ານສະຖາປັດຕະຍະກໍາກວ່າ 70 ລາຍການ ທີ່ມີຄຸນຄ່າທາງປະຫວັດສາດ, ວັດທະນະທໍາ, ສິລະປະ ແລະ ໂຄງສ້າງສະຖາປັດ. ໃນນາມນັກທ່ອງທ່ຽວແລ້ວ, ທ່ານຈະໄດ້ສໍາຜັດກັບຄວາມສະຫງົບທາງດ້ານຈິດໃຈຢ່າງທີ່ບໍ່ເຄີຍສໍາຜັດຢູ່ແຫ່ງໃດມາກ່ອນ, ສະຖານທີ່ດັ່ງກ່າວຍັງມີລັກສະນະຄ້າຍຄືກັບອະນຸສອນສະຖານທີ່ມີຊື່ສຽງອື່ນໆ ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະກໍແມ່ນ ອັງກໍວັດ.

3. ອະນຸສາວະລີແມ່ວິລະຊົນຫວຽດນາມ
ຖ້າຫາກສະຖາປັດຕະຍະກຳອະນຸສອນສະຖານອັນຍິ່ງໃຫຍ່ເຮັດໃຫ້ທ່ານຫຼົງໄຫຼ ແລະ ສ້າງຄວາມຕື່ນຕາຕື່ນໃຈຢ່າງບໍ່ນ້ອຍໜ້າສະຖານທີ່ທ່ອງທ່ຽວແຫ່ງອື່ນໃດ, ຮູບປັ້ນແມ່ວິລະຊົນຫວຽດນາມ ກໍ່ສາມາດຕອບໂຈດໃຫ້ແກ່ທ່ານໄດ້ເຊັ່ນກັນ ແລະກໍເປັນຈຸດໝາຍປາຍທາງທີ່ບໍ່ຄວນພາດໃນການໄປຢ້ຽມຢາມທ່ຽວຊົມ. ສະຖານທີ່ດັ່ງກ່າວຕັ້ງຢູ່ເທິງຈອມພູແຄມ (Cam) ເຊິ່ງຈັດເປັນສະຖານທີ່ທີ່ມີຄວາມໝາຍສໍາຄັນອັນໃຫຍ່ຫຼວງທາງດ້ານວັດທະນະທໍາ, ສັງຄົມ ແລະ ການເມືອງ. ອະນຸສາວະລີແມ່ວິລະຊົນຫວຽດນາມ ຕັ້ງເດັ່ນສະຫງ່າດ້ວຍຄວາມສູງເຖິງ 18.5 ແມັດ ແລະ ​ກວ້າງ​ໂຄ້ງ​ເຖິງ 117 ແມັດ, ເຊິ່ງເປັນສະ​ຖາ​ປັດ​ຕະ​ຍະ​ກຳ​ຫີນ​ຊາຍທີ່ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ພົບເຫັນ. ອະນຸສາວະລີ​ແຫ່ງນີ້ ໄດ້ຮັບການສ້າງຂຶ້ນເພື່ອລະນຶກເຖິງຄວາມຮູ້ບຸນຄຸນໃຫ້ກັບບັນດາແມ່ຍິງຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອອຸທິດຕົນເຂົ້າໃນການຕໍ່ສູ້ເພື່ອກອບກູ້ເອກະລາດ ແລະ ເສລີພາບມາໃຫ້ແກ່ປະເທດຊາດຫວຽດນາມ. ສະຖານທີ່ດັ່ງກ່າວໄດ້ຮວບຮວມລາຍຊື່ນັກຮົບແມ່ຍິງຜູ້ທີ່ມີຄວາມອົງອາດກ້າຫານກວ່າ 100,000 ຄົນ, ພ້ອມປະຫວັດກ່ຽວກັບການອຸທິດຕົນເພື່ອປະເທດຊາດຂອງພວກເຂົາເຈົ້າ.

4. ເຂດອະນຸລັກຮັກສາຊີວະນາໆພັນໂລກຂອງໝູ່ເກາະຈ່າມ
ໝູ່ເກາະ ຈ່າມ ໄດ້ຮັບການຂຶ້ນທະບຽນເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ ໂດຍອົງການອຸຍເນສໂກ, ເນື່ອງຈາກເປັນກຸ່ມເກາະດອນທີ່ມີຊື່ສຽງໃນດ້ານການອະນຸລັກຮັກສາລະບົບນິເວດທາງທະເລ ໃນຮູບແບບທີ່ໄດ້ຮັບການຈັດສັນເປັນຢ່າງດີ ໂດຍສະເພາະກໍແມ່ນບັນດາສັດນໍ້າສາຍພັນຕ່າງໆທີ່ໄດ້ຮັບການອະນຸລັກກວ່າ 950 ສາຍພັນ. ທ່ານຈະຫຼົງມົນສະເໜ່ທາງທໍາມະຊາດໃນທັນທີທີ່ໄດ້ເດີນທາງມາເຖິງ ເນື່ອງຈາກປ່າໄມ້ສີຂຽວປົກຫຸ້ມ ລວມທັງນໍ້າທະເລສີຄາມ, ແລະ ໝູ່ບ້ານຊາວປະມົງອັນງຽບສະຫງົບ ໂດຍມີຕົ້ນໝາກພ້າວລຽງລາຍກັນຫຼາຍສິບຕົ້ນ ພ້ອມມີເກາະນ້ອຍໃຫຍ່ລວມທັງໝົດ 8 ແຫ່ງຕັ້ງຢູ່ຕິດແປະກັນ ແລະແຕ່ລະເກາະກໍມີຄວາມງາມ ແລະ ມົນສະເໜ່ທີ່ເປັນເອກະລັກສະເພາະ ເຮັດໃຫ້ທ່ານຮູ້ສຶກຄ້າຍກັບວ່າ ໄດ້ຕົກເຂົ້າສູ່ວັງວົນແຫ່ງທໍາມະຊາດອັນແທ້ຈິງ. ຖ້າທ່ານເປັນຄົນມັກການທ່ອງທ່ຽວແບບພະຈົນໄພ, ການເດີນທາງດ້ວຍເຮືອໄວເພື່ອສໍາຫຼວດຕາມທ້ອງທະເລອັນງົດງາມ ຖືເປັນການຕອບໂຈດ ທັງເປັນວິທີການສຸດທີ່ລໍ້າຄ່າຫາໃສປຽບບໍ່ໄດ້ ຫຼື ທ່ານສາມາດດໍານໍ້າເພື່ອຢ້ຽມຊົມປະກາລັງອັນສວຍງາມໃນພາກພື້ນແຫ່ງນີ້. ສິ່ງທີ່ທ່ານຈະປະທັບໃຈອີກຢ່າງໜຶ່ງໃນການທ່ຽວຊົມບັນດາເກາະເຫຼົ່ານີ້ກໍຄື ເຂດດັ່ງກ່າວບໍ່ມີການນໍາໃຊ້ພລາສຕິກ ເຊິ່ງພວກເຂົາຈະເລືອກນໍາໃຊ້ສະເພາະວັດສະດຸຣີໄຊເຄິນ ທີ່ສາມາດນໍາມາໃຊ້ຄືນໃໝ່ໄດ້ ທັງນີ້ກໍເພື່ອເປັນການປົກປັກຮັກສາ ແລະ ອະນຸລັກໃຫ້ເຂດສະຫງວນແຫ່ງດັ່ງກ່າວມີຄວາມສວຍງາມປາສະຈາກເສດພລາສຕິກ.

5. ຕະຫຼາດກາງຄືນຫງວຽນຮວ່າງ, ຮອຍອັນ
ການທ່ອງທ່ຽວທີ່ປັດສາຈາກການເລາະຊື້ເຄື່ອງ ຖືວ່າເປັນການທ່ອງທ່ຽວທີ່ຍັງບໍ່ທັນສົມບູນແບບພໍປານໃດ, ຖ້າເປັນເຊັ່ນນັ້ນຂໍແນະນໍາຕະຫຼາດກາງຄືນຫງວຽນຮວ່າງ ເຊິ່ງເປັນຕະຫຼາດກາງຄືນທີ່ສໍາຄັນ ແລະ ຄຶກຄື້ນທີ່ສຸດແຫ່ງໜຶ່ງໃນເມືອງຮອຍອັນ. ຕະຫຼາດກາງຄືນແຫ່ງນີ້ຕັ້ງເປັນສາຍຍາວຢຽດປະມານ 300 ກວ່າແມັດ, ເປີດໃຫ້ບໍລິການທຸກໆວັນ ເລີ່ມແຕ່ 4:00 ໂມງແລງ ເຖິງ 10:30 ໂມງແລງ. ນັກທ່ອງທ່ຽວບໍ່ພຽງແຕ່ຈັບຈ່າຍເງິນເພື່ອຊື້ສິນຄ້າຫຼາກຫຼາຍລາຍການ ນັບແຕ່ສິນຄ້າຫັດຖະກໍາຕະຫຼອດເຖິງເສື້ອຜ້າເຄື່ອງນຸ່ງຫົ່ມ, ທູບ, ໂຄມໄຟ ແລະ ເຄື່ອງປັ້ນດິນເຜົາເທົ່ານັ້ນ, ແຕ່ຍັງສາມາດຊີມອາຫານຍອດນິຍົມ ເຊິ່ງເປັນອາຫານທ້ອງຖິ່ນໄດ້ນໍາອີກ. ຕະຫຼາດກາງຄືນແຫ່ງນີ້ຍັງຕັ້ງຢູ່ຕິດກັບແຄມແມ່ນໍ້າຮວ່າຍ ເຊິ່ງຖືເປັນສະຖານທີ່ພັກຜ່ອນຢ່ອນອາລົມສໍາລັບຜູ້ເຂົ້າທ່ຽວຊົມ ເຖິງແມ່ນວ່າທ່ານຈະບໍ່ແມ່ນຄົນມັກຊັອບປິ້ງກໍຕາມ, ແລະທ່ານຈະໄດ້ດື່ມດໍ່າກັບບັນຍາກາດອັນຄຶກຄື້ນຂອງຕົວເມືອງເກົ່າແກ່ໃນທີ່ນີ້ ພ້ອມກັບການປະກົດຕົວຂອງໂຄມໄຟທີ່ສົ່ງແສງລະຍິບລະຍັບຕະຫຼອດທາງ.

ແຂວງກວາງນາມຍັງມີການຈັດງານສະແດງສິລະປະ ແລະ ວັດທະນະທໍາທີ່ໜ້າຕື່ນເຕັ້ນໃນແຕ່ລະປີ, ທ່ານສາມາດວາງແຜນການເດີນທາງຂອງຕົນໄດ້ທຸກເວລາ. ກອງປະຊຸມທ່ອງທ່ຽວອະນຸ​ພາກ​ພື້ນລຸ່ມ​ແມ່​ນ້ຳ​ຂອງປະຈໍາປີ 2022 ຫຼື Mekong Tourism Forum 2022 ທີ່ຫວຽດນາມເປັນເຈົ້າພາບຫາກໍໄດ້ປິດສາກລົງຢ່າງເປັນທາງການເມື່ອບໍ່ດົນມານີ້ ທີ່ໂຮງແຮມ New World Hoiana ເຊິ່ງເປັນໂຮງແຮມລະດັບ 5 ດາວໃນເມືອງຮອຍອັນ ໂດຍມີຄະນະຜູ້ແທນຈາກທ້ອງຖິ່ນ ແລະ ພາກພື້ນເຂົ້າຮ່ວມ 250 ທ່ານ.

ການເດີນທາງ
ສາມາດເດີນທາງດ້ວຍການບິນລາວ ໂດຍມຸ່ງໜ້າໄປຍັງຮາໂນ່ຍ, ຫວຽດນາມ ຫຼື ບາງກອກ, ປະເທດໄທ ເຊິ່ງສາມາດຕໍ່ເຮືອບິນເພື່ອເດີນທາງໄປນະຄອນດານັງໄດ້.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ຫ້ອງການທ່ອງທ່ຽວແຂວງກວາງນາມ

Quang NamVietnam
Share

Previous

[:en]Checking Out the C Check [:la]ການກວດສອບເຮືອບິນ C Check [:]

Next

[:en]Go with the Flow[:la]ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

Stay, ທ່ອງທ່ຽວ
Jun 3, 2019

ຜ່ອນກາຍຄາຍໃຈທີ່ ອາ​ວາ​ນີ + ຫຼວງພະບາງ

ສະຖານທີ່ທີ່ລວມທຸກຄວາມງາມຂອງຫລວງພະບາງພຽງແຕ່ໜຶ່ງກ້າວຍ່າງ...

Read More
0 0
ທຸລະກິດ, ທ່ອງທ່ຽວ
Feb 14, 2020

ສັດທີ່ມີໄວ້ເພື່ອລາກແກ່

ກະແລ້ມ ແລະ ຊີສ ທີ່ເຮັດຈາກນົມຄວາຍ ກຳລັງເປັນທີ່ນິຍົມຢູ່ຫຼວງພະບາງ. ພາບຝູງຄວາຍທີ່ຢືນຢູ່ກາງທົ່ງສີຂຽວ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top