Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບໃນປະເທດລາວ

posted by Billy
Sep 7, 2022 1596 0 0
Share

ເພື່ອຮັບປະກັນການອະນຸລັກຄວາມສວຍງາມຂອງປະເທດໃຫ້ແກ່ຄົນລຸ້ນຫຼັງ

ໃນຖານະທີ່ທ່ານເປັນນັກເດີນທາງທ່ອງທ່ຽວ ບໍ່ວ່າໃນ ປະເທດລາວ ຫຼື ຢູ່ທົ່ວທຸກແຫ່ງໃນໂລກ, ສິ່ງທີ່ມີຄວາມສຳຄັນແມ່ນທ່ານຈະຕ້ອງຄຳນຶງເຖິງບົດບາດຂອງຕົວເອງທີ່ມີຕໍ່ລະບົບນິເວດ. ຕໍ່ການເປັນນັກເດີນທາງທ່ອງທ່ຽວຢ່າງມີຄວາມຮັບຜິດ
ຊອບ, ພວກເຮົາຈະຕ້ອງມີຄວາມເຂົ້າໃຈເຖິງບັນຫາດ້ານຄວາມສ່ຽງ ແລະ ວິທີການໃນການປ້ອງກັນບັນຫາດັ່ງກ່າວ ເພື່ອຫຼຸດຜ່ອນການຖິ້ມຮ່ອງຮອຍຂອງພວກເຮົາໄວ້. ນອກຈາກນີ້ ແມ່ນຍັງພົວພັນເຖິງ ຄວາມມີສະຕິວ່າການກະທຳຂອງພວກເຮົາ ອາດຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ອື່ນ, ພືດ, ສັດສາວາສິ່ງ ແລະ ສິ່ງແວດລ້ອມ ທີ່ພວກເຮົາຮ່ວມອາໄສຢູ່ ຄືແນວໃດ.
ດ້ວຍການຄິດຕຶກຕອງພຽງແຕ່ເລັກນ້ອຍ, ກໍ່ຈະເປັນສິ່ງທີ່ງ່າຍທີ່ຈະຫຼຸດຜ່ອນຮ່ອງຮອຍການເດີນທາງຂອງທ່ານ ແລະ ຄຳນຶງເຖິງສະຖານທີ່ທີ່ທ່ານກຳລັງຢ້ຽມຊົມ. ຈົ່ງຊ່ວຍກັນຮັກສາສິ່ງແວດລ້ອມ, ຜູ້ຄົນ ແລະ ສັດສາວາສິ່ງຂອງປະເທດລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີສຸຂະພາບທີ່ດີ ແລະ ມີຄວາມປອດໄພໃນອານາຄົດ.

ການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບມີປະໂຫຍດແນວໃດແດ່?
ການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບຊ່ວຍໃຫ້:

• ຫຼຸດຜ່ອນຜົນກະທົບດ້ານລົບທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ;

• ສ້າງຜົນປະໂຫຍດທາງດ້ານເສດຖະກິດຢ່າງໃຫຍ່ຫຼວງສຳລັບປະຊາຊົນໃນທ້ອງຖິ່ນ ແລະ ຊຸກຍູ້ສົ່ງເສີມຊີວິດການເປັນຢູ່ທີ່ດີກວ່າເກົ່າຂອງບັນດາຊຸມຊົນ, ປັບປຸງສະພາບແວດລ້ອມການເຮັດວຽກ ແລະ ການເຂົ້າເຖິງອຸດສາຫະກຳດ້ານການທ່ອງທ່ຽວ;

• ປະຊາຊົນໃນທ້ອງຖິ່ນໄດ້ມີສ່ວນຮ່ວມໃນການດໍາເນີນການຕັດສິນໃຈ ຕໍ່ບັນຫາທີ່ສົ່ງຜົນຕໍ່ຄວາມເປັນຢູ່ ແລະ ການປ່ຽນແປງຂອງຊີວິດ;

• ມີການປະກອບສ່ວນດ້ານບວກຕໍ່ການອະນຸລັກມໍລະດົກທາງດ້ານວັດທະນະທຳ ແລະ ທຳມະຊາດຂອງປະເທດລາວ ເພື່ອເປັນການປົກປ້ອງ ຊີວະນາໆພັນ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ;

• ມອບປະສົບການຄວາມມ່ວນຊື່ນຍິ່ງຂຶ້ນໃຫ້ແກ່ບັນດານັກທ່ອງທ່ຽວ ໂດຍຜ່ານການເຊື່ອມໂຍງຢ່າງມີຄວາມໝາຍປະຊາຊົນໃນທ້ອງຖິ່ນ ແລະ ຄວາມເຂົ້າໃຈທີ່ດີຍິ່ງຂຶ້ນຕໍ່ກັບບັນຫາທາງດ້ານວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມໃນທ້ອງຖິ່ນ;

• ໃຫ້ການເຂົ້າເຖິງທີ່ສະດວກສະບາຍແກ່ຜູ້ພິການ;

• ກໍ່ໃຫ້ເກີດຄວາມເຂົ້າໃຈທາງດ້ານວັດທະນະທຳ ແລະ ໃຫ້ຄວາມເຄົາລົບນັບຖືລະຫວ່າງ ບັນດານັກທ່ອງທ່ຽວ ແລະ ປະຊາຊົນໃນບ້ານ, ສ້າງຄວາມພາກພູມໃຈ ແລະ ຄວາມໝັ້ນໃຈໃຫ້ທ້ອງຖິ່ນ.

ຂ້າພະເຈົ້າສາມາດເດີນທາງທ່ອງທ່ຽວຢ່າງມີຄວາມຮັບຜິດຊອບໄດ້ຄືແນວໃດ?
ຕໍ່ໄປນີ້ແມ່ນ 5 ສິ່ງງ່າຍໆ ທີ່ທ່ານສາມາດປະຕິບັດໄດ້ ເມື່ອທ່ານເດີນທາງມາທ່ອງທ່ຽວທີ່ປະເທດລາວ ແລະ ເພື່ອໃຫ້ເປັນການຊ່ວຍເຫຼືອປະເທດໃນຂະນະດຽວກັນ:

1. ເພີດເພີນໄປກັບອາຫານລາວ. ເງິນຂອງທ່ານຈະຢູ່ໃນຊຸມຊົນ ແລະ ຈະເປັນການຊ່ວຍເຫຼືອຊາວກະສິກອນລາວ. ເມື່ອທ່ານເດີນທາງມາທ່ອງທ່ຽວ, ຂໍໃຫ້ທ່ານກິນອາຫານຢູ່ໃນໝູ່ບ້ານ ແທນທີ່ ທ່ານຈະນຳເອົາອາຫານຈາກຕົວເມືອງມາກິນ. ການກະທຳເຊັ່ນນີ້ ຈະເຮັດໃຫ້ຊາວບ້ານໄດ້ມີແຫຼ່ງລາຍຮັບ, ແລະ ໃນຂະນະດຽວກັນ ທ່ານຍັງຈະໄດ້ເພີດເພີນໄປກັບລົດຊາດອາຫານລາວແບບທ້ອງຖິ່ນທີ່ມີຄວາມແຊບຊ້ອຍ ແລະ ສຳຜັດກັບປະສົບການວັດທະນະທຳທ້ອງຖິ່ນທີ່ມະຫັດສະຈັນ.

2. ຊ່ວຍອຸດໜູນເຄື່ອງຫັດຖະກຳທ້ອງຖິ່ນ. ສະໜັບສະໜູນຊ່າງຫັດຖະກຳໂດຍກົງ ແລະ ຊ່ວຍຮັກສາເຄື່ອງຫັດຖະກຳພື້ນເມືອງໃຫ້ມີຊີວິດຊີວາ ດ້ວຍການອຸດໜູນເຄື່ອງຫັດຖະກຳທີ່ຈຳໜ່າຍຢູ່ໃນໝູ່ບ້ານ ແລະ ຕະຫຼາດ.

3. ຂໍຄຳແນະນຳ. ການເດີນທາງທ່ອງທ່ຽວຂອງທ່ານຈະໄດ້ຮັບຄວາມມ່ວນຊື່ນ ແລະ ຂໍ້ມູນຫຼາຍຂຶ້ນ ຖ້າຫາກວ່າທ່ານຈ້າງຜູ້ນຳທ່ຽວໃນທ້ອງຖິ່ນ. ເຊງນອກຈາກນີ້, ແມ່ນຍັງເປັນການຊ່ວຍສະໜັບສະໜູນເສດຖະກິດໃນທ້ອງຖິ່ນອີກດ້ວຍ. ໃຫ້ທ່ານຊອກຫາແພັກເກັດການທ່ອງທ່ຽວທີ່ຄອບຄຸມ ທີ່ພັກອາໄສ, ອາຫານ ແລະ ຜູ້ນຳທ່ຽວໃນທ້ອງຖິ່ນ.

4. ໃຫ້ທ່ານລອງໃຊ້ບໍລິການເຮືອນພັກແບບໂຮມສະເຕ. ເຊງຈະຊ່ວຍໃຫ້ທ່ານໄດ້ຮັບຄວາມຮູ້ເບື້ອງຕົ້ນກ່ຽວກັບ ວັດທະນະທຳ ແລະ ຊີວິດຂອງຄົນລາວ ດ້ວຍການພັກຄ້າງຄືນກັບຊາວບ້ານ ເຊງເປັນສ່ວນໜຶ່ງຂອງການເດີນທາງທ່ອງທ່ຽວ. ແຕ່ຢ່າລືມທີ່ຈະຈ່າຍຄ່າທີ່ພັກ ແລະ ຄ່າອາຫານໃຫ້ຊາວບ້ານໃນທ້ອງຖິ່ນ ແລະ ຢ້ຽມຊົມບ້ານກັບຜູ້ນຳທ່ຽວທ້ອງຖິ່ນ.

5. ຫຼີກລ່ຽງການລົບກວນສັດປ່າ. ສັດປ່າແມ່ນມີບົດບາດທີ່ມີຄວາມສຳຄັນໃນຕ່ອງໂສ້ອາຫານ. ນອກຈາກນີ້, ສັດປ່າຍັງຊ່ວຍສ້າງຄວາມສົມດຸນຂອງລະບົບນິເວດພາຍໃນປ່າ. ການສູນເສຍ ແລະ ການສູນພັນຂອງຫຼາຍສາຍພັນ ເນື່ອງມາຈາກການລ່າສັດ ແມ່ນສາມາດນຳໄປສູ່ຄວາມບໍ່ສົມດຸນຂອງລະບົບນິເວດທີ່ເປັນອັນຕະລາຍ ແລະ ການແຜ່ລະບາດຂອງພະຍາດຕ່າງໆ. ດັ່ງນັ້ນ, ທ່ານຈົ່ງປະຕິບັດຕາມຂັ້ນຕອນຕ່າງໆ ເພື່ອຮັບປະກັນວ່າມີການປະຕິສຳພັນລະຫວ່າງທ່ານກັບປະຊາຊົນ ແລະ ສັດ ມີຄວາມປອດໄພ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງພະຍາດຈາກສັດສູ່ຄົນ. ພຽງແຕ່ນັກທ່ອງທ່ຽວຜູ້ດຽວທີ່ຕິດເຊື້ອ ກໍ່ສາມາດປ່ຽນແປງສຸຂະພາບຂອງຄົນເປັນຈຳນວນຫຼາຍໄດ້ – ຈົ່ງຢ່າປ່ອຍໃຫ້ມັນເກີດຂຶ້ນກັບຕົວທ່ານ!

ບົດຄວາມນີ້ແມ່ນໄດ້ຂຽນ ແລະ ອອກແບບ ໂດຍຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ແລະ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ກັບເນື້ອຫາດັ່ງກ່າວ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ.

ແຫຼ່ງຂໍ້ມູນ: https://responsibletourismpartnership.org/what-is-responsible-tourism

ຂໍ້ມູນເພີ່ມເຕີມ
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການຕ້ານຄວາມສ່ຽງດ້ານສຸຂະພາບຈາກການຊື້ຂາຍສັດປ່າ, ທ່ານສາມາດເຂົ້າເບີ່ງໄດ້ທີ່: fb.com/onehealthlaos

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ ພູນຊັບ ເທບວົງສາ / Southern Laos

One Health LaosTravel Laos
Share

Previous

[:en]Discover Layers of the Past[:la]ມິຕິການເວລາ​ຂອງອະດີດ[:]

Next

[:en]Run for Children[:la]ກິດຈະກຳການແລ່ນເພື່ອເດັກນ້ອຍ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ວິຖີຊີວິດ, ທ່ອງທ່ຽວ
Feb 3, 2020

Southern Hospitality

The people of Southern Laos are well known for their positive energy, big hearts, and close family ties. This...

Read More
0 0
ອາຫານ, ທ່ອງທ່ຽວ
Jan 15, 2022

ທ່ອງທ່ຽວເພື່ອກິນ. ກິນເພື່ອຢູ່. ຢູ່ເພື່ອທ່ອງທ່ຽວ.

ບົດຄວາມແນະນໍາອາຫານແບບຂ້າງທາງ (ສະຕຣີດຟູດ) ທີ່ ຫຼວງພະບາງ ອາຊີ ແມ່ນທະວີບທີ່ຂຶ້ນຊື່ດ້ານອາຫານຂ້າງທາງເຊິ່ງ ຫຼວງພະບາງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top