Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ອາຫານ, ທ່ອງທ່ຽວ

ທ່ອງທ່ຽວເພື່ອກິນ. ກິນເພື່ອຢູ່. ຢູ່ເພື່ອທ່ອງທ່ຽວ.

posted by Champa Meuanglao
Jan 15, 2022 1300 0 0
Share

ບົດຄວາມແນະນໍາອາຫານແບບຂ້າງທາງ (ສະຕຣີດຟູດ) ທີ່ ຫຼວງພະບາງ

ອາຊີ ແມ່ນທະວີບທີ່ຂຶ້ນຊື່ດ້ານອາຫານຂ້າງທາງເຊິ່ງ ຫຼວງພະບາງ ກໍ່ເປັນໜຶ່ງໃນສະຖານທີ່ດັ່ງກ່າວ. ຕາມຖະໜົນຫົນທາງທີ່ລຽບລຽງກັນໄປເປັນສາຍ ຈະເຕັມໄປດ້ວຍຮ້ານຂາຍເຄື່ອງຂາຍສິນຄ້ານ້ອຍໆທີ່ຂາຍນັບຕັ້ງແຕ່ ໂຣຕີໃສ່ກ້ວຍ ຈົນໄປເຖິງ ໄຂ່ນົກກະທາຕົ້ມ. ຍ້ອນມີຕົວເລືອກຫຼາກຫຼາຍແນວນີ້ ຈຶ່ງເປັນເລື່ອງຍາກໂດຍທີ່ເຮົາວ່າຄວນລອງຊິມຫຍັງແດ່ ແລະ ບໍ່ຄວນພາດໂຕໃດແດ່. ດັ່ງນັ້ນ ບົດຄວາມນີ້ຈະຊ່ວຍນໍາພາທ່ານໄປສໍາຫຼວດຄົ້ນພົບກັບຄວາມສຸກດ້ານການກິນອາຫານຂອງເມືອງຫຼວງພະບາງນໍາກັນເລີຍ!

ໃນຕອນເຊົ້າແມ່ນຊ່ວງເວລາທີ່ມີທາງເລືອກອາຫານການກິນທີ່ຫຼາກຫຼາຍໆແບບບໍ່ຊໍ້າກັນໄວ້ໃຫ້ທ່ານເລືອກ. ຍ້ອນຄົນລາວເປັນຄົນທີ່ຕື່ນເດິກລຸກເຊົ້າ ແລະ ສ່ວນຫຼາຍຈະລຸກອອກໄປຕະຫຼາດຕັ້ງແຕ່ 4 ໂມງ ດັ່ງນັ້ນ ຄາບອາຫານເຊົ້າຈຶ່ງເປັນຊ່ວງເວລາເໝາະສົມທີ່ສຸດທີ່ທ່ານຈະໄດ້ສຳຜັດກັບວິຖີຊີວິດຂອງຊາວເມືອງ, ຮັບຊົມພະສົງອອກມາບິນທະບາດແລ້ວຊອກເລາະກິນເຂົ້າ.
ຢູ່​ທີ່​ຮ້ານ​ໃກ້​ກັບ​ຕະຫຼາດ​ດາ​ຣາ, ມາລອງກິນເຂົ້າຈີ່ປາເຕ້ ເມນູທີ່ເອົາເຂົ້າຈີ່ບາແກັດຝຣັ່ງມາສອດໄສ້ໃສ່ຊີ້ນໝູແຜ່ນ, ໝູ​ຟອຍ, ຈືນໄຂ່, ກະຣົດ, ໝາກ​ແຕງດອງ ຕົບທ້າຍດ້ວຍຊ໋ອດລົດເຜັດຫວານ ແລະ ແຕ່ງໜ້າດ້ວຍ​ຜັກ​ຊີ​ສົດ. ເມນູດັ່ງກ່າວນີ້ແມ່ນໄດ້ຮັບອິດທິພົນ ສືບທອດຢ່າງຍາວນານມາ​​ຕັ້ງແຕ່​ສະໄໝ​ລາວ​ຍັງ​ເປັນຫົວເມືອງຂຶ້ນ​ຂອງ​ຝຣັ່ງ.
ນອກນີ້ ທ່ານຍັງສາມາດເດີນທາງໄປແຖວຫົວມຸມຂອງແຄມແມ່ນໍ້າຂອງ, ເຂົ້າໄປຕະຫຼາດເຊົ້າແລ້ວໄປລັດເລາະເບິ່ງຮ້ານຂາຍ ເຂົ້າປຽກເຂົ້າ, ເມນູແກງໃສ່ກັບເຂົ້າແບບຂຸ້ນໆທີ່ໂຮຍດ້ວຍກຸ້ງແຫ້ງນ້ອຍໆ, ລູກຊີ້ນໝູ, ເຫັດ ພ້ອມກັບຕ່ອນຊີ້ນໝູທີ່ຕົບທ້າຍດ້ວຍໄຂ່ຕົ້ມ. ນັ່ງກິນຢູ່ໂຕະແຄມແມ່ນໍ້າຂອງ, ຈິບກາເຟລາວຫອມໆທີ່ໃສ່ນົມຂົ້ນຫວານໜຽວໆເປັນຊັ້ນໆຢູ່ລຸ່ມຈອກ ທັງເບິ່ງເຮືອລ່ອງຢູ່ຕາມແມ່ນໍ້າ ສາມາດເປັນວິທີການເລີ່ມຕົ້ນວັນດີໆຂອງທ່ານເລີຍກໍ່ວ່າໄດ້.

ຫຼັງ​ຈາກ​ໃສ່ບາດກັບ​ພະ​ສົງ​ຢູ່​ໃກ້​ກັບ​ວັດແສນແລ້ວ ລອງ​ຂ້າມທາງ​ໄປ​ທີ່ຮ້ານ​ອາ​ຫານ​ເກົ່າ​ແກ່​ທີ່​ສຸດ​ຂອງ​ເມືອງ​ກໍ່ຄື ຮ້ານແມ່ຈັນ ອັນເປັນຮ້ານເຂົ້າຊອຍທີ່ຂຶ້ນຊື່. ເຂົ້າຊອຍຫຼວງພະບາງ ແມ່ນເມນູທີ່ປະກອບມີເສັ້ນເຂົ້າຊອຍສົດໆທີ່ຖືກໂຮຍໜ້າດ້ວຍຖົ່ວງອກ, ໝູຟອຍ ແລະ ໜ້າເຂົ້າຊອຍທີ່ເປັນເອກະລັກສະເພາະ (ໜ້າເຂົ້າຊອຍ ແມ່ນເຮັດມາຈາກການປະສົມປະສານລະຫວ່າງຖົ່ວເໜົ່າ, ຊີ້ນໝູສັບ ແລະ ໝາກເລັ່ນເຂົ້າກັນ) ພ້ອມກັບນ້ຳຊຸບຮ້ອນໆຕັກໃສ່ເຂົ້າໃນຖ້ວຍດຽວກັນ. ຈາກນັບຢິບເອົາຜັກສົດມາກິນກັບເພື່ອຄວາມແຊບຊ້ອຍຍິ່ງຂຶ້ນ. ພະຍາຍາມໄປແຕ່ເຊົ້າໆເດີ ເພາະຮ້ານນີ້ມັກຈະຂາຍໝົດກ້ຽງກ່ອນຮອດຕອນທ່ຽງ.

ຢູ່​ຕາມຕະຫຼາດ, ໂຕະ​ຂອງຮ້ານຂາຍຂອງກິນຫຼາຍໆຮ້ານຈະ​ເຕັມ​ໄປ​ດ້ວຍເມນູ ໝົກ ທີ່ຫໍ່ດ້ວຍໃບຕອງເຊິ່ງມີຫຼາກຫຼາຍລົດຊາດໃຫ້ເລືອກຊິມ​ໄປຕາມ​ລະດູ​ການ. ໝົົກປາແດກ ເມນູທີ່ຖືກເອີ້ນຕາມ​ ປາ​ແດກ ​ອັນຂຶ້ນຊື່​ຂອງ​ປະ​ເທດ​ລາວ ທີ່ໃຊ້ເປັນສ່ວນປະກອບສໍາຄັນໃນການເຮັດໃຫ້ເກີດລົດຊາດທີ່ແຊບນົວໂດຍບໍ່ມີກິ່ນຄາວຂອງປາ. ນອກນັ້ນ ກໍ່ມີເມນູ ໝົກໝາກເຜັດ ທີ່ເຮັດຈາກຊີ້ນໝູບົດລະອຽດປະສົມໃສ່ກັບຫົວສິງໄຄ, ຫອມປ້ອມ, ຜັກທຽມ, ໜັງຄວາຍແຫ້ງ ແລະ ໝາກເຜັດເປັນຕ່ອນ ກໍ່ເປັນເມນູງ່າຍໆທີ່ແນະນໍາໃຫ້ລອງຖ້າທ່ານບໍ່ແມ່ນນັກກິນແບບປະຈົນໄພ.
ຄວັນອາຫານຈາກເຕົາປີ້ງທີ່ລ່ອງລອຍໄປກັບສາຍລົມດັ່ງກັບເມກເທິງທ້ອງຟ້າຈະຊັກຈູງໃຫ້ທ່ານສົນໃຈຢາກລອງຢາກຊີມອາຫານເມື່ອໄດ້ກິ່ນ. ນອກຈາກເມນູທີ່ເຫັນປົກກະຕິປົກກະຕິທົ່ວໄປເຊັ່ນຂອງປີ້ງໝູ, ປີ້ງໄກ່, ຫຼື ປີ້ງປາແລ້ວ ໃຫ້ລອງຊີມໄສ້ກອກຫຼວງພະບາງ (ໄສ້ອົ່ວ) ເບິ່ງ. ມັນແມ່ນອາຫານເມນູໜຶ່ງທີ່ມີຊື່ສຽງທີ່ສຸດຂອງເມືອງ ເຊິ່ງສາມາດຊອກຫາກິນໄດ້ຢູ່ຕາມຕະຫຼາດເຊົ້າ ແລະ ໜ້າບ່ອນຮົມຢາແຖວ ອົງການກາແດງລາວ.

ທ່ານອາດຈະໄດ້ພົບເຫັນກັບບັນດາແມ່ຍິງພາກັນຫ້ອມລ້ອມໝໍ້ສີດໍາທີ່ມີຮູກົມໆສໍາລັບເຮັດເຂົ້າໜົມຄົກ. ເຂົ້າໜົມດັ່ງກ່າວຈະມີຄວາມກອບ ແລະ ຮ້ອນທາງນອກແຕ່ມີລົດຊາດຫອມຫວານນຸ້ມນວນທາງໃນແບບແຊບສຸດໆໄປເລີຍທີ່ເສີບໃສ່ໃບຕອງໃຫ້ສາມາດຢ່າງໄປນໍາກິນໄປນໍາໄດ້. ເມນູຕໍ່ໄປແມ່ນ ເຂົ້າສີມ່ວງປົນຂາວ ທີ່ຖືກປຸງແຕ່ງໃສ່ກັບນ້ຳຕານ ແລະ ກະທິ ແລ້ວນຳມາເສີບໃສ່ໃບຕອງໂຮຍໜ້າດ້ວຍເນື້ອໝາກພ້າວທີ່ເຂັ້ມຂຸ້ນ (ເຂົ້າກໍ່າ) ເປັນອາຫານວ່າງສຸດຟິນສໍາລັບກິນເວລາເລາະໄປຕາມຫົນທາງຕາມຮ່ອມຕາມຊອຍທີ່ມີມົນສະເໜ່ຂອງເມືອງຫຼວງພະບາງ.

ຫຼວງພະບາງ ມີຫຼາຍເມນູອາຫານທີ່ເປັນເອກະລັກໄວ້ໃຫ້ນັກຊິມມາຢ້ຽມຢາມເລາະກິນ. ມາລອງຮ່ວມກັບກິນອາຫານກັບຜູ້ຄົນຢູ່ຕາມຮ້ານຂາຍຂອງກິນທ້ອງຖິ່ນທີ່ທ່ານອາດຈະໄດ້ພົບກັບໝູ່ໃໝ່ໆໃນຂະນະທີ່ເພີດເພີນໄປກັບອາຫານ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ອານິຕາ ເພຣສຕັ້ນ / ອີເວັນຊອງ ຟິມ

Luang Prabangtravel
Share

Previous

[:en]Forging the next Generation[:la]ສ້າງມືອາຊີບລຸ້ນໃໝ່ດ້ານການທ່ອງທ່ຽວແກ່ປະເທດລາວ[:]

Next

[:en]Xieng Khouang — More than just jars[:la]ຊຽງຂວາງ — ຍັງມີສິ່ງທີ່ຫຼາຍກວ່າທົ່ງໄຫຫີນ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Jul 1, 2017

(English) Stunning Vang Vieng

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
3 0
ອາຫານ
May 1, 2017

(English) Or laam: a dish fit for a king

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
4 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top