ແຂວງຫົວພັນໃນມຸມທີ່ທ່ານບໍ່ເຄີຍເຫັນ

Author:

Category:

spot_img

ເມືອງທີ່ຫ່າງໄກແຕ່ທຸກຄົນປະທັບໃຈເມື່ອ​ໄດ້ໄປເຍືອນ

ແຂວງຫົວພັນຕັ້ງຢູ່ໃຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຂອງ ສປປ ລາວ ແລະ ເປັນສະຖານທີ່ທີ່ຍັງບໍ່ທັນໄດ້ມີນັກທ່ອງທ່ຽວທ່ານໃດໄດ້ເຫັນ ແລະ ສໍາຜັດສະຖານທີ່ແຫ່ງນີ້ມາກ່ອນ. ແຂວງຫົວພັນແມ່ນເຕັມໄປດ້ວຍວິວທິວທັດທີ່ງົດງາມຂອງພູຜາປ່າໄມ້ໄປຈົນຮອດນໍ້າຕົກຕາດທີ່ສວຍງາມ ແລະ ຖ້ຳທີ່ແສນອັດສະຈັນ. ແຂວງນີ້ຍັງເຕັມໄປດ້ວຍຊົນເຜົ່າທີ່ຫຼາກຫຼາຍ ແລະ ໜ້າສົນໃຈ, ປະເພນີການທໍຜ້າທີ່ງົດງາມ ແລະ ປະຫວັດສາດອັນອຸດົມສົມບູນ. ອີງຕາມແຜນການເປີດສະໜາມບິນແຫ່ງໃໝ່, ແນ່ນອນວ່າ ແຂວງຫົວພັນຈະຕ້ອງມີນັກທ່ອງທ່ຽວເຂົ້າມາທ່ຽວຢ່າງຫຼວງຫຼາຍໃນອະນາຄົດ. ສະ​ນັ້ນ, ຖ້າ​ຫາກ​ທ່ານ​ຢາກ​ສຳພັດ​ຄວາມງົດງາມ​ທາງ​ທຳ​ມະ​ຊາດ​ຂອງແຂວງ​ຫົວ​ຜັນກໍ​ຈະຕ້ອງ​ໄດ້ໄປ​ຢ້ຽມ​ຢາມ​ກ່ອນ​ທີ່ກຸ່ມ​ນັກ​ທ່ອງ​ທ່ຽວ​ຈຳນວນຫຼາຍຈະເຂົ້າມາທ່ຽວ.

ຊຳເໜືອ
ເມືອງຫຼວງຂອງແຂວງຫົວພັນນັ້ນແມ່ນເມືອງຊຳເໜືອ ແລະ ເມືອງນີ້ແມ່ນເມືອງໜຶ່ງທີ່ມີເຄື່ອງຫັດຖະກໍາຂອງຊົນເຜົ່າມົ້ງ, ໄທດຳ, ໄທແດງ, ແລະ ໄທລື້ ຊຶ່ງຈະວາງຂາຍຢູ່ໃນຕະຫຼາດຊົນເຜົ່າ ທີ່ແຄມແມ່ນ້ຳຊຳ ໃນໝູ່ບ້ານທີ່ງຽບສະຫງົບແຫ່ງນີ້ ແມ່ນຕັ້ງຢູ່ໃນເຂດພູດອຍທີ່ງົດງາມທີ່ສຸດຂອງປະເທດລາວ ພ້ອມທັງເປັນສູນກາງເຕົ້າໂຮມຂອງການປະຕິວັດ. ນັກທ່ອງທ່ຽວສ່ວນຫຼາຍມາທ່ອງທ່ຽວທີ່ແຂວງຊຳເໜືອກໍ່ແມ່ນເພື່ອຈະມາທ່ຽວຊົມແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດອັນໂດດເດັ່ນຂອງຊາດລາວເຮົາ.

ເສົາຫຼັກເມືອງ
ຫຼາຍໆສະຖານທີ່ໃນປະເທດລາວແມ່ນກໍ່ມີເສົາຫຼັກເມືອງເຊັ່ນກັນ. ປະຊາຊົນໃນທ້ອງຖິ່ນໄດ້ເຊື່ອກັນວ່າສະຖານທີ່ແຫ່ງນີ້​ເປັນ​ບ່ອນພັກເຊົາຂອງ​ວິນ​ຍານທີ່ຄຸ້ມຄອງປົກປັກຮັກສາບ້ານເມືອງໃຫ້ມີສຸຂະພາບແຂງແຮງ ແລະ ລ້ຳລວຍ​ ຊຶ່ງຈະບູຊາດ້ວຍທູບທຽນ ແລະ ດອກໄມ້ເພື່ອຂໍພອນເລື່ອງສຸຂະພາບ, ຄວາມສໍາເລັດ, ຫຼື ຄວາມຮັ່ງມີ. ໃນເມືອງຊຳເໜືອ, ເສົາຫຼັກເມືອງແມ່ນຈະຕັ້ງຢູ່ສີ່ແຍກທີ່ປະດັບດ້ວຍລວດລາຍພື້ນເມືອງອັນສະດຸດຕາ.

ສວນອຸທິຍານມິດຕະພາບ ຫົວພັນ-ກວາງນິງ
ຊາວເມືອງພາກັນມາເຕົ້າໂຮມກັນທີ່ບໍລິເວນລານກວ້າງໃຈກາງເມືອງຊຳເໜືອແຫ່ງນີ້ ເພື່ອອອກກຳລັງກາຍ ໂດຍສະເພາະຕອນເຊົ້າ ແລະ ຕອນແລງ. ຊຶ່ງຈະມີຫີນ​​ຂະໜາດ​ໃຫຍ່​ທີ່ສື່ເຖິງຫີນ​ບູຮານ​ທີ່​ມີ​ຊື່​ສຽງໂດ່ງດັງທີ່ເ່າ​ ຫີນ​ຕັ້ງ ​ຊຶ່ງຕັ້ງ​ຢູ່​ໃນ​ແຂວງຫົວພັນ.

ວັດສີບຸນເຮືອງ
ທັດສະນີຍະພາບທີ່ສວຍງາມສະດຸດຕາຂອງພູມສັນຖານທີ່ອ້ອມຮອບໄປດ້ວຍທຳມະຊາດແມ່ນໜຶ່ງໃນຈຸດເດັ່ນຂອງວັດນີ້. ວັດສີບຸນເຮືອງຕັ້ງຢູ່ເທິງຈອມພູທີ່ສາມາດແນມເຫັນທິວທັດທີ່ກວ້າງໃຫຍ່ຂອງເມືອງຊຳເໜືອ ແລະ ພູຜາອ້ອມຮອບ. ນັກ​ທ່ອງ​ທ່ຽວ​ຍັງສາມາດໄປ​ໄຫວ້​ຮູບ​ປັ້ນ​ພະ​ເຈົ້າ​ອົງ​ຕື້​ທີ່​ມີ​ຊື່​ສຽງໂດ່ງດັງໄດ້ອີກດ້ວຍ.

ນ້ຳຕົກຕາດນ້ຳນົວ
ນໍ້າຕົກຕາດນ້ຳນົວ ເປັນນໍ້າຕົກຕາດແຫ່ງໜຶ່ງທີ່ນ່າທຶ່ງຂອງປະເທດລາວ. ນໍ້າຕົກຕາດນີ້ແມ່ນຈະມີຄວາມສວຍງາມເປັນພິເສດໃນລະດູຝົນ, ຊຶ່ງເປັນນໍ້າຕົກຕາດທີ່ໃຫຍ່ທີ່ສຸດ, ດ້ວຍຄວາມສູງ 80 ແມັດຈາກຂັ້ນທີ່ສອງ. ຊຶ່ງນັ້ນແມ່ນບ່ອນທີ່ເໝາະສຳລັບການກິນເຂົ້າປ່າ ແລະ ລອຍນໍ້ຳຫຼິ້ນໃນຕາດຂັ້ນລຸ່ມ.

ຖໍ້າປະຕິວັດ
ກອງບັນຊາການໃຫຍ່ຂອງຂະບວນການປະຕິວັດລາວແມ່ນໄດ້ຕັ້ງຢູ່ທີ່ແຫ່ງນີ້. ຜູ້ນໍາປະຕິວັດລາວແມ່ນລ້ວນແລ້ວແຕ່ສ້າງທີ່ພັກຢູ່ໃນຖ້ຳທແຂວງຫົວພັນໃນປີ 1964 ພ້ອມດ້ວຍໂຮງໝໍ, ຫ້ອງການ, ໂຮງຮຽນ, ໂຮງພິມ ແລະ ຕະຫຼາດທັງໝົດຢູ່ພາຍໃນຖ້ຳ ຊຶ່ງໄດ້ກາຍເປັນຈຸດໃຈກາງຂອງຂະບວນການຕໍ່ສູ້ປົດປ່ອຍປະເທດລາວ. ທ່ານສາມາດຫາຜູ້ນຳທ່ຽວຈາກສູນນັກທ່ອງທ່ຽວເພື່ອສຶກສາໃຫ້ເຂົ້າໃຈປະຫວັດສາດຢ່າງແທ້ຈິງຂອງພື້ນທີ່ນີ້.

ຫີນຕັ້ງ
ຫີນຕັ້ງອັນລຶກລັບແຫ່ງນີ້ແມ່ນໄດ້ຖືກສ້າງຂຶ້ນໂດຍອາລິຍະທໍາທີ່ຍັງບໍ່ມີໃຜຮູ້ທມາຊຶ່ງ​ຄາດວ່າ​ຈະມີ​ອາ​ຍຸ​າຍກວ່າ​ທົ່ງ​ໄຫ​ຫີນ, ໂດຍຄາດວ່າ້າຈະແມ່ນບັນ​ພະ​ບຸ​ລຸດ​ຜູ້​ສ້າງ​ທົ່ງໄຫ​ຫີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ ແຕ່ບໍ່ສາມາດລະບຸໄດ້ວ່າເມື່ອໃດທີ່ອາລິຍະທໍານີ້ໄດ້ຫາຍໄປ – ແຕ່ຄາດວ່າ້າຈະແມ່ນເມື່ອພັນປີກ່ອນ – ຫຼື ແມ້ແຕ່ພວກເຂົາແມ່ນໃຜ. ຫີນຕັ້ງຖືກຄາດວ່າເປັນສະຖານທີ່ໃນການຈັດງານສົບຄືກັບຕຳນານທົ່ງໄຫຫີນ. ນອກຈາກນັ້ນ, ພວກເຮົາກໍ່ບໍ່ຮູ້ຂໍ້ມູນອື່ນອີກ.

ຕາດສະເຫຼີ້ຍ
ໃນຊ່ວງເດືອນທີ່ອົບອຸ່ນ, ປະຊາຊົນຄົນລາວຈະມັກພາກັນມາພັກຜ່ອນຢູ່ທີ່ນ້ຳຕົກຕາດແຫ່ງນີ້. ແມ່ນໍ້າແມ່ນຈະໄຫຼລິນລົງມາຜ່ານທາງດ່ານຫີນ. ຖ້າທ່ານຕ້ອງການປີນຂຶ້ນໄປເທິງຈູດສູງສຸດ ແມ່ນກໍ່ຈະມີເສັ້ນທາງທີ່ຢູ່ໃກ້ໆບໍລິເວນນັ້ນ. ຊຶ່ງຢູ່ໃນເຂດນັ້ນກໍ່ຈະມີບັນດາ​ພໍ່​ຄ້າຊາວຂາຍທີ່ພາກັນມາ​ຂາຍອາຫານວ່າງ​ ​ແລະ ​ແຜ່ນ​ແພ​ທີ່​ຜະລິດ​ຢູ່ໃນເຂດ​ທ້ອງ​ຖິ່ນ​ຂອງປະຊາຊົນ​ບັນດາຊາວ​ເຜົ່າ​.

ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ
ຄົນຮັກທຳມະຊາດແມ່ນຈະຖືກໃຈພື້ນທີ່ນີ້ເປັນພິເສດ ເພາະເປັນພື້ນທີ່ທີ່ມີໂອກາດສູງສຸດທີ່ຈະເຫັນສັດປ່າທີ່ມີຢູ່ໃນປະເທດລາວ. ການທ່ອງທ່ຽວທີ່ເປັນທີ່ນິຍົມທີ່ສຸດແມ່ນຈະເປັນແບບ Night Safari ການເບັດຍາມກາງຄືນດີໃນໜຶ່ງມື້ ຊຶ່ງນັກທ່ອງທ່ຽວຈະສາມາດເຫັນກວາງ, ແມວ, ແລະ ນົກ ຫຼາຍຊະນິດທີ່ອາໄສຢູ່ຕາມທຳມະຊາດຂອງພວກມັນລຽບຕາມແມ່ນ້ຳ. ນອກຈາກນີ້, ຍັງມີການຍ່າງປ່າແບບຫຼາຍມື້ ຊຶ່ງຈະໄດ້ຍ່າງຜ່ານປ່າເມກໝອກໄປຈົນຮອດຍອດຂອງພູເລີຍ.

ການເດີນທາງໄປສູນ
ການບິນລາວມີຖ້ຽວບິນໄປແຂວງຊຽງຂວາງຢາງເປັນປະຈ. ັຈາກນນແມນຕ່ລົດເມ ຫຼືລົດຕູ້ ທີ່ສາມາດເດີນທາງໄປເມືອງຊຳເໜືອ.

ຮູບໂດຍ ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ ແອ໋ນດີ໋ ຄຳສິງ

Read More

Related Articles