Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ການປະຈົນ​ໄພ​ເທິງອ່າງ​ນໍ້າ​ມໍ​ລະ​ກົດ

posted by Mai
Jul 1, 2018 12392 2 0
Share

ການ​ທີ່​​ເຕີບໃຫຍ່​ມາ​ໂດຍ​ການ​ອ່ານນະວະ​ນິຍາຍ​ປະຈົນ​ໄພ​ມາຕັ້ງ​ແຕ່ນ້ອຍ, ຂ້າພະ​ເຈົ້າ​ບໍ່​ເຄີຍ​ຄິດ​​ວ່າ​ຈະ​ໄດ້​ພົບ​ກັບ​ສະຖານ​ທີ່​ໃນນິຍາຍທີ່ໃຫ້​ຄວາມ​ຮູ້ສຶກ​ຢາກ​ເຂົ້າ​ໄປ​ຄົ້ນຫາ​ການປະຈົນໄພດັ່ງໃນນິຍາຍທີ່ເຄີຍຝັນໄວ້. ເມື່ອຂ້າພະເຈົ້າກ້າວເຂົ້າມາຣີສອດ Spring River ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກ​ເຖິງກິ່ນອາຍຂອງການປະຈົນໄພຄັ້ງໃໝ່. ຂ້າພະເຈົ້າຮູ້ສຶກປະທັບໃຈໃນການບໍລິການທີ່ອົບອຸ່ນຂອງຣີສອດ Spring River,ການເຂົ້າ​ເຖິງເລື່ອງ​ຄວາມ​ຍືນ​ຍົງ ​ແລະ ຄວາມ​ມຸ້ງໝັ້ນ​ໃນ​ການ​ປົກ​ປັກ​ຮັກສາ​ທໍາ​ມະ​ຊາດ​ທີ່​ສວຍ​ງາມ​ໃນ​ເຂດ​ນັ້ນ​ໃຫ້​ຄົງ​ຢູ່​ຕະຫຼອດ​ໄປ.

​

ຣີສອດ Spring River ​ເປັນໜຶ່ງ​ໃນ​ບັນດາ​ໂຮງ​ແຮມ​ທີ່​​ໄດ້ລິ​ເລີ່​ມສ້າງ​ຂຶ້ນ​ຢູ່​ເຂດກອງ​ລໍໃນ​ຊ່ວງຫຼາຍປີຜ່ານມາ ໃນ​ບໍລິ​ເວນແມ່​ນໍ້າ​ຫີນ​ບູນທີ່​ສວຍ​ງາມ​. ຣິສອດແມ່ນຢູ່ພາຍໃຕ້ການບໍລິຫານຂອງຄູ່ຜົວເມຍຄົນສະວິດ-ໄທ ຕັ້ງແຕ່ປີ 2015, ທ່ານ ໂທມັສ ​ແລະ ທ່ານນາງ ວິກກີ້, ໄດ້ຮັບການປັບປຸງໃໝ່ ກາຍ​ເປັນສະຫວັນໃນຝັນ​ຂອງນັກທ່ອງທ່ຽວຄົນ​ລາວ ​ແລະ ຕ່າງປະ​ເທດ​ທີ່​ກໍາລັງ​ຊອກ​ຫາ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ແປກ​ໃໝ່​ໃນ​ເຂດ​ປ່າ​ສະຫງວນ​​ແຫ່ງ​ຊາດ​ພູ​ຫີນ​ບູນ. ຄວາມງາມຂອງທຳມະຊາດຍັງຖືກຄົງໄວ້ບໍ່ມີການປ່ຽນແປງດັ່ງໂລກລ້ານປີກ່ອນ ຈົນຂ້າພະ​ເຈົ້າ​​ຫວັງ​ລຶກໆວ່າຈະ​ໄດ້​ເຫັນ​ ໄດ​ໂນ​ເສົາ​ ສົ່ງສຽງຮ້ອງ​ຄໍາ​ລາມ​ຈາກພູເຂົາທີ່ຖືກປົກຫຸ້ມດ້ວຍຕົ້ນໄມ້ໜາທຶບ.

ທ່ານ ໂທມັສ ​ໄດ້​ພາ​ຂ້າພະ​ເຈົ້າ​ຂີ່​ເຮືອ​ໄປ​ສໍາຫຼວດອ້ອມ​ຮອບ​ບໍລິ​ເວນ​ໂຮງ​ແຮມ ​ເພື່ອ​ເດີນທາງໄປຍັງສະຖານທີ່ພິເສດຂອງຣີສອດນັ້ນ​ກໍ​ຄືບຶງນໍ້າສີຟ້າ! ບຶງນີ້​ຕັ້ງ​ຢູ່​ຝັ່ງ​ກົງກັນຂ້າມ​ກັບ​ແມ່​ນໍ້າ​ທີ່​ໄຫຼມາ​ຈາກ​ບໍລິ​ເວນ​ໂຮງ​ແຮມ ​ເຊິ່ງ​ເປັນ​ປາກ​ແມ່​ນໍ້າຂອງ​ສາຍ​ທາລາ​ສີຟ້າ​ນັ້ນ​ເອງ. ໃນຕອນອ່າວສວາຍ ເມື່ອຂ້າພະເຈົ້າເດີນທາງໄປຮອດນັ້ນ, ຂ້າພະເຈົ້າໄດ້​ເຫັນ​ສາຍ​ໝອກ​ອັນ​ລຶກລັບທີ່​ໄຫຼມາ​ຈາກ​ປາກ​ແມ່​ນໍ້າ, ຕອນ​ທີ່ພາຍ​ເຮືອ​ເຂົ້າ​ໄປ​ນັ້ນ, ຂ້າພະ​ເຈົ້າ​ກໍ​ໄດ້​ເອົາ​ມື​ຈຸ່ມ​ນໍ້າ​ເພື່ອ​ສໍາ​ພັດ​ສາຍທາລາສີຟ້າໃສ. “ນໍ້າ​ນີ້​ມີ​ຄວາມ​ເຢັນ​ເຖິງ 4 ອົງສາກວ່ານໍ້າຫີນບູນ, ສະ​ນັ້ນ ​ໃນ​ມື້​ທີ່​ມີ​ອາກາດ​ຮ້ອນ​ອົບ​ເອົ້າ​ ຈະ​ເຮັດ​ໃຫ້​ເກີດ​ມີ​ປາກົດ​ການ​ນໍ້າ​ຄ້າງ​ເທິງ​ອາກາດ ​ແລະ ສ້າງ​ເປັນ​ຊັ້ນໝອກທັງ​ໃນ​ຕອນ​ເຊົ້າ ​ແລະ ຕອນ​ແລງ” ກ່າວໂດຍທ່ານ ໂທມັສ.

​ໃນ​ຂະນະ​ທີ່ພວກ​ເຮົາ​ໄດ້​ພາຍ​ເຮືອ​ເຂົ້າ​ໄປ​, ທ່ານ ໂທມັສ ກໍໄດ້ກ່າວຕື່ມວ່າ ​ເຂດ​ນີ້​ເປັນ​ແຫຼ່ງລວມ​ສັດ​ນໍ້າ​ຫຼາກຫຼາຍສາຍພັນ, ​​ໃນສະເພາະ​ເຂດ​ນີ້​ ​ມີປາຫຼາຍ​ເຖິງ 21 ສາຍ​ພັນ​. ນອກ​ນີ້, ຍັງ​ມີ​ສັດປ່າອື່ນໆເຊັ່ນ: ​ເຈຍ ​ແລະ ຂ່າງທີ່​ຕ່າງ​ກໍ​ພາກັນ​ຕັ້ງ​ຖິ່ນ​ຖານ​ຕາມແນວ​ປ່າ​ໄມ້​ທັງສອງ​ຂ້າງ​ຂອງ​ລໍາ​ນໍ້າ. ​ນໍ້າໃນບຶງ​​ມີຄວາມ​ໃສຫຼາຍ​ ຈົນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຫັນຊາກ​ຕົ້ນ​ໄມ້​​ໃຫຍ່​​ໃນ​ນໍ້າທີ່ຈົມ​ຢູ່ກ້ອງນໍ້າທີ່ມີຄວາມເລິກຫຼາຍ​ແມັດ​ໄດ້​ຢ່າງ​ງ່າຍດາຍ. ມັນປຽບດັ່ງເຮືອສົມບັດທີ່ຜ່ານຜ່າພາຍຸມາ ແຕກກະຈາຍ ແລະ ຈົມຢູ່ໃຕ້ນໍ້າ.

ເມື່ອ​ລະດູ​ໃບ​ໄມ້​ປົ່ງມາເຖິງ, ​ເຮົາຈະສາມາດແນມເຫັນໜ້ານໍາເປັນສີຟ້າມໍລະກົດ. ປະຊາຊົນ​ທ້ອງ​ຖິ່ນ​ມັກພາຍ​ເຮືອ​ເຂົ້າ​ມາ​ຕັກ​ເອົາ​ນໍ້າຈາກ​ບຶງນີ້​ໄປ​ນໍາ​ໃຊ້​ໃນ​ຊີວິດ​ປະ​ຈໍາ​ວັນ. ເມື່ອຫຼຽວ​ລົງເບິ່ງ​ກ້ອນ​ຫີນ​ໃນ​ນໍ້າ​, ຂ້າພະ​ເຈົ້າ​ກໍ​ໄດ້​ສັງ​ເກດ​ເຫັນ​ບາງ​ຢ່າງ​ກໍາລັງ​ເຄື່ອນ​ໄຫວ​ໄປມາ, ນັ້ນ​ກໍ​ຄື​ກຸ້ງ​ນໍ້າ​ຈືດ​ຊຶ່ງກໍາລັງພະຍາຍາມຫຼົບໜີຂ້າພະ​ເຈົ້າ​ຢູ່!

​​ເຈົ້າຂອງ ຣີສອດທີ່ໜ້າຮັກທັງສອງທ່ານ ແມ່ນ​ມີ​ຄວາມ​ຮັກໃນດິນແດນເຂດນີ້ ​ແລະ ຫວັງທີ່ຈະເຫັນເຂດນີ້ພັດທະນາ ແລະ ຈະເລີນກ້າວໜ້າຢ່າງມີຄວາມຍຸດຕິທຳ ແລະ ຄວາມສົມດູນ. ທ່ານ ໂທມັສ ​ໄດ້​ກ່າວ​ຕື່ມ​ວ່າ “ພວກເຮົາໄດ້ຊື້ດິນເຂດອ້ອມຮອບບໍລິເວນເກືອບທັງໝົດໄວ້ ເພື່ອທີ່ຈະສາມາດສ້າງເຂດນີ້ເປັນເຂດສະຫງວນທາງທຳມະຊາດ ແລະ ປ້ອງກັນບໍ່ໃຫ້ມັນຖືກທຳລາຍຈາກການທ່ອງທ່ຽວທີ່ສະແຫວງຫາປະໂຍດທີ່ບໍ່ຖືກຕ້ອງ. ພວກເຮົາຢາກຮັກສາບຶງນໍ້າອັນສວຍງາມ ແລະ ປ່າໄມ້ອ້ອມຂ້າງນີ້ໄວ້, ເພື່ອໃຫ້ລຸ້ນຄົນຕໍ່ໆໄປ ຈະໄດ້ຊື່ນຊົມ.”

ນັກ​ທ່ອງ​ທ່ຽວທີ່ມາພັກມັກເດີນທາງໄປຢ້ຽມຢາມ ຖໍ້າ​ກອງ​ລໍ, ສະ​ນັ້ນ ທາງຣີສອດໄດ້ຮ່ວມນຳປະຊາຊົນໃນເຂດນີ້ ຕັ້ງບໍລິການເຮືອໂດຍສານໃຫ້ນັກທ່ອງທ່ຽວລ່ອງເຮືອຈາກຣີສອດໄປຫາຖໍ້າກອງລໍ ເຊິ່ງໃຊ້ເວລາປະມານ 30 ນາທີ. ​​ໃນ​ລະຫວ່າງການເດີນທາງ, ນັກທ່ອງທ່ຽວ​ຍັງ​ສາມາດ​ເຫັນວິຖີ​ຊີວິດການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ​ແລະ ທໍາ​ມະ​ຊາດທີ່ສວຍງາມທີ່ຖືກເຊື່ອງຊ້ອນໄວ້ຕາມສາຍນໍ້າເສັ້ນນີ້.

ຣີສອດມີຫ້ອງພັກຫຼາຍແບບຕາມທີ່ທ່ານມັກ: ຫ້ອງ​ພັກ​ທີ່​ເຫັນ​ວິວ​ໃນ​ສວນ, ​ເຊິ່ງມີ​ບັນຍາກາດ​ອົບ​ອຸ່ນ, ​ປຸກ​ສ້າງ​ດ້ວຍ​ໄມ້​ໄຜ່ ​ແລະ ມີອຸປະກອນອໍານວຍ​ຄວາມ​ສະດວກ​ທີ່​ສາມາດ​ໃຊ້​ຮ່ວມ​ກັນ​ໄດ້; ​ແລະ ຫ້ອງ​ທີ່​ເຫັນ​ວິວ​ແມ່​ນໍ້າ ​ເຊິ່ງສາມາດ​ແນມ​ເຫັນ​ສາຍ​ນໍ້າ​ຫີນ​ບູນສີຟ້າ ​ແລະ ​ມີຫ້ອງນ້ຳສ່ວນຕົວ. ​ອາຫານທີ່ເສີບໃນຮ້ານອາຫານຂອງຣີສອດເປັນອາຫານທີ່ມີລົດຊາດເປັນເອກະລັກ ເຊິ່ງປະສົມ​ປະສານ​ລະຫວ່າງ ອາຫານລາວ-​ໄທ ​ໂດຍໃຊ້ວັດຖຸດິບຕາມລະດູການຈາກທ້ອງຖິ່ນ.

ການ​ເດີນທາງໄປ​ຣີສອດ:

ຣີສອດ Spring River ຕັ້ງ​ຢູ່​ໃກ້​ຖໍ້າ​ກອງ​ລໍ, ປະມານ 310 ກິ​ໂລ​ແມັດ​ ຈາກ​ວຽງຈັນ​ ດ້ວຍ​ເສັ້ນທາງ​ເລກ 13 ​ໃຕ້, ຫຼື ປະມານ 180 ກິ​ໂລ​ແມັດ ຈາກ ທ່າ​ແຂກ. ມີລົດ​ເມສາ​ທາ​ລະນະເດີນທາງຈາກ​ວຽງຈັນ ແລະ ທ່າ​ແຂກ, ​ແຕ່​​ຖ້າ​ທ່ານຢາກ​ໄປ​ຮອດ​ໄວ ​ແມ່ນ​ແນະ​ນໍາ​ໃຫ້ໃຊ້​ລົດ​ສ່ວນ​ຕົວ​ຈະ​ເປັນ​ການ​ປະ​ຫຍັດ​ເວລາ​ກວ່າ. ສ່ວນ​ການ​ຈອງ​ຫ້ອງ​ພັກ​ແມ່ນ​ ທ່ານ​ສາມາດ​ເຂົ້າ​​ໄປ​ພົວພັນ​ໄດ້​ທີ່​ເວັບ​ໄຊ​້: http://springriverresort.com

 

ຂຽນໂດຍ JASON ROLAN

ແປ ແລະ ຮຽບຮຽງໂດຍ ວາທິດາ ພອນແກ້ວ

ຮູບ​ພາບ​ໂດຍ ພູນຊັບ ເທວົງສາ

Blue LagoonkhammouaneSpring River resortອ່າງນໍ້າມໍລະກົດແຂວງຄຳມ່ວນ
Share

Previous

[:en]The King of Ventures and Adventures[:la]ເຈົ້າແຫ່ງຄວາມທ້າທາຍ[:]

Next

[:en]Bangkok Street Eats[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Mar 1, 2019

(English) One Step Beyond – Exploring Oudomxay

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທ່ອງທ່ຽວ
Sep 7, 2022

ການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບໃນປະເທດລາວ

ເພື່ອຮັບປະກັນການອະນຸລັກຄວາມສວຍງາມຂອງປະເທດໃຫ້ແກ່ຄົນລຸ້ນຫຼັງ ໃນຖານະທີ່ທ່ານເປັນນັກເດີນທາງທ່ອງທ່ຽວ ບໍ່ວ່າໃນ ປະເທດລາວ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top