Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ວັດພູ

posted by Billy
Jan 15, 2022 757 0 0
Share

ສະຖານ​ທີ່​ສັກສິດ​ຂອງ​ວັດ​ພູ ​ແຕ່​ເດີມ​ແມ່ນສ້າງມາເພື່ອ​ອຸທິດ​ໃຫ້​ແກ່ ພຣະ​ສິວະ ປັດຈຸ​ບັນ​ໄດ້ກາຍເປັນ​ສະຖານ​ທີ່ສັກກະລະບູຊາ​ຂອງ​ຊາວ​ພຸດ.

ຜາສາດຫີນວັດພູ ​ແມ່ນ​ຜົນງານຊີ້ນເອກດ້ານບູຮານສະຖານ ທີ່ເກີດຈາກແນວຄິດປະ​ດິດ​ສ້າງ​ຂອງມະນຸດເຮົາ ເຊິ່ງເປັນການປະສົມປະສານດ້ານ​ສິ​ລະ​ປະ​ລະ​ອຽດອ່ອນ, ສະແດງໃຫ້ເຫັນເຖິງສັນ​ຍາ​ລັກອັນ​ສໍາຄັນ​ຂອງ​ສາສະໜາ​ຮິນ​ດູ ຄຽງຄູ່ໄປ​ກັບ​ທິວ​ທັດ​ທຳ​ມະ​ຊາດອັນສວຍສົດງົດງາມ. ແນວຄວາມຄິດເຫຼົ່ານີ້ໄດ້ເກີດມາຈາກເອກະລັກທາງທໍາມະຊາດພື້ນເມືອງ, ມະໂນພາບທາງສາສະໜາ ແລະ ຄວາມກ້າວຫນ້າທາງດ້ານເຕັກນິກລວມໂຕຂຶ້ນມາ.
ວັດພູ ເປັນຕົວຢ່າງທີ່ສຳຄັນທາງສະຖາປັດຕະຍະກຳບູຮານຂອງຂະເໝນ ແລະ ຖືກກໍ່ສ້າງຢ່າງສືບເນື່ອງແກ່ຍາວແຕ່ສະຕະວັດທີ 7 ຈົນເຖິງສະຕະວັດທີ 12. ສະຖານທີ່ດັ່ງກ່າວເປັນຈຸດລວມສູນຂອງຊຸມຊົນທົ່ງພຽງຈໍາປາສັກທີ່ໜ້າຫຼົງໄຫຼ ໂດຍຕິດກັບພູເກົ້າໃນທາງທິດຕາເວັນຕົກ ແລະ ແມ່ນໍ້າຂອງໃນທາງທິດຕາເວັນອອກ.
ໃນຊ່ວງສະຕະວັດທີ 13, ກະສັດຂອງນະຄອນອັງກໍ ໄດ້ຫັນປ່ຽນມາອານາຈັກຂອງຕົນມາຖືສາສະໜາພຸດ ສົ່ງຜົນໃຫ້ທຸກໆວັດຂອງອານາຈັກດັ່ງກ່າວໄດ້ປັບປ່ຽນເຂົ້າກັນກັບຄວາມເຊື່ອໃໝ່, ເຊິ່ງໃນນັ້ນກໍ່ລວມທັງວັດພູ ທີ່ຍັງຄົງສືບຕໍ່ເຮັດໜ້າທີ່ເປັນສະຖານທີ່ທາງສາສະໜາທີ່ສໍາຄັນມາຈົນທຸກມື້ນີ້.

1. ຢູ່ຊັ້ນລຸ່ມຂອງວັດພູມີອ່າງເກັບນ້ຳຂະໜາດໃຫຍ່ ແລະ ໂຮງຊາວສອງຫຼັງ.
2. ບັນດາໂຮງຊາວແມ່ນຄາດວ່າຖືກນໍາໃຊ້ສໍາລັບການຈັດພິທີຕ່າງໆນັບຕັ້ງແຕ່ສະຕະວັດທີ 11 ມາ.
3. ຟານເຂົາໃຫວັດພູຖືກສ້າງເປັນວິຫານຂອງສາສະໜາຮິນດູ ແຕ່ໄດ້ຫັນປ່ຽນເປັນທີ່ບູຊາຂອງຊາວພຸດ.

1. ໃນວັນຂຶ້ນ 15 ຄໍ່າ ຂອງເດືອນກຸມພາ, ວັດພູ ຈະຖືກຈັດບຸນນະມັດສະການທີ່ໃຫຍ່ທີ່ສຸດໃນພາກໃຕ້ຂອງລາວ. ໃນ​ຮູບພາບດັ່ງກ່າວ​ນີ້, ຊາວ​ເມືອງທ້ອງ​ຖິ່ນໄດ້ຮ່ວມກັນ​ເຮັດ​ບຸນ​ດ້ວຍ​ການ​ປ່ອຍ​ໂຄມ​ໄຟ.
2. ງານ​ບຸນ​ວັດ​ພູ​ດຳ​ເນີນ​ໄປ​ເປັນ​ເວ​ລາ​ຫຼາຍ​ວັນ ແລະ​ ມີ​ປະ​ຊາ​ຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ.
3. ຟານເຂົາໃຫແສງຈາກຫຼອດໄຟສ້າງບັນຍາກາດທີ່ສັງສັນ ໃນຂະນະທີ່ຜູ້ຄົນພາກັນຖືທູບທຽນເດີນທາງໄປຫາວັດ.

1. ຄົນລາວຍັງພາກັນເຮັດບຸນດ້ວຍການຖວາຍຜ້າສະບົງຜືນໃໝ່ໃຫ້ແກ່ພະພຸດທະຮູບ.
2. ບັນດາພະສົງຈາກທົ່ວປະເທດ ໄດ້ເດີນທາງມາເຂົ້າຮ່ວມພິທີບິນທະບາດ.
3. ຟານເຂົາໃຫ ທາງທິດເໜືອຂອງພະວິຫານຫຼັກ ແມ່ນສະຫຼັກຫີນໃຫຍ່ຮູບຊ້າງ ແລະ ແຂ້ ເຊິ່ງມີມາແຕ່ສະຕະວັດທີ 7.
4. ຟານເຂົາໃຫຢູ່ທາງຫຼັງຂອງພະວິຫານແມ່ນບໍ່ນໍ້າສັກສິດແບບທໍາມະຊາດທີ່ໄຫຼມາຈາກຫີນສັກສິດທີ່ຢູ່ເທິງຍອດພູ. ໃນສະໄໝບູຮານ, ຄອງນໍ້າທີ່ຖືກສ້າງຂຶ້ນເພື່ອໃຫ້ນໍ້າໄຫຼໄປຮົດຫີນສິວະລິງຢູ່ພາຍໃນພະວິຫານ.
5. ຟານເຂົາໃຫປະຊາຊົນທ້ອງຖິ່ນພາກັນເກັບ ແລະ ນໍາໃຊ້ນໍ້າສັກສິດເພື່ອອະທິຖານ ແລະ ຮັບພອນ.

ວິທີເດີນທາງໄປ:
ສາຍການບິນລາວ ມີຖ້ຽວບິນປະຈໍາຈາກ ນະຄອນຫຼວງວຽງຈັນ ໄປ ປາກເຊ ໄວ້ໃຫ້ບໍລິການທ່ານ.

ຂໍ້ມູນເພີ່ມເຕີມ:
ບຸນນະມັດສະການວັດພູ ຈະຖືກຈັດຂຶ້ນໃນຊ່ວງກາງ ເດືອນກຸມພາ ປີ 2022.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ພູນຊັບ ເທວົງສາ

ChampasakLaosWat Phou
Share

Previous

[:en]The Academy Training Hotel & Restuarant[:la]ໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດ[:]

Next

[:en]Pachyderm’s Paradise[:la]ສະຫວັນຂອງຊ້າງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທ່ອງທ່ຽວ
May 10, 2018

(English) In the Heart of Hanoi

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ວິຖີຊີວິດ, ທ່ອງທ່ຽວ
Nov 14, 2022

ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ຄຳແນະນຳການຊອກຊື້ຊອກຫາຂອງຝາກທີ່ລະນຶກຈາກແຂວງຫຼວງພະບາງ ທ່ານກຳລັງຊອກຫາຂອງຝາກທີ່ລະນຶກບໍ່?...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top