Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Outdoors, Social Enterprise, Stay, Style, ທ່ອງທ່ຽວ

ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

posted by Billy
Jul 2, 2022 1273 0 0
Share

ມາເບິ່ງນໍາກັນວ່າມີສະຖານທີ່ໃດທີ່ທ່ານອາດຈະພາດໄປໃນຊ່ວງບໍ່ໄດ້ມາຢາມລາວ
ຖືໄດ້ວ່າເວລາໄດ້ຜ່ານໄປດົນພໍສົມຄວນ​​ທີ່ປະເທດລາວບໍ່ໄດ້​ຕ້ອນຮັບ​ແຂກ​ຕ່າງດ້າວທ້າວຕ່າງແດນໃຫ້ເຂົ້າມາ​ຢ້ຽມຢາມ, ​ດັ່ງນັ້ນ ພວກ​ເຮົາຈຶ່ງ​ດີ​ໃຈເປັນຢ່າງຍິ່ງທີ່ພວກທ່ານ​​ໄດ້​ກັບຫວນ​ຄືນ​ມາທ່ຽວປະເທດເຮົາອີກຄັ້ງ. ນັບໄດ້ວ່າເປັນເວລາ 777 ວັນແລ້ວທີ່ໄດ້ມີການປິດປະເທດ, ເຊິ່ງໃນຊ່ວງທີ່ທ່ານບໍ່ຢູ່ ປະເທດລາວໄດ້ພັດທະນາບັນດາຈຸດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ທີ່ເມື່ອທ່ານມາເຫັນແລ້ວຈະຕິດໃຈແນ່ນອນ.

ພູຫຍ້າຄາ
ພູຜາຫີນແຫ່ງນີ້ເໝາະສຳລັບການຍ່າງປ່າ ແລະ ຕັ້ງແຄ້ມ ເຊິ່ງສາມາດເດີນທາງເຂົ້າໄປໄດ້ແບບງ່າຍໆພຽງແຕ່ມີຜູ້ນໍາທ່ຽວທ້ອງຖິ່ນພາໄປ, ເພາະວ່າເສັ້ນທາງດັ່ງກ່າວຕັ້ງຢູ່ຫ່າງຈາກແຂວງອຸດົມໄຊພຽງແຕ່ 32 ກິໂລແມັດ ເທົ່ານັ້ນ. ທ່ານສາມາດເລືອກໄດ້ວ່າຈະທ່ຽວໃນປ່າເປັນເວລາໜຶ່ງ ຫຼື ສອງຄືນ ເພື່ອຊຶມຊັບກັບທິວທັດໂງ່ນຫີນອັນໜ້າແປກຕາທີ່ສາມາດພົບເຫັນໄດ້ຢູ່ບ່ອນນີ້ເທົ່ານັ້ນ, ມາຫາຍໃຈເອົາອາກາດບໍລິສຸດຈາກພູຜາປ່າດົງ ພ້ອມທັງຊົມດວງດາວກະພິບຍິບຍັບຢູ່ເຕັມທ້ອງຟ້າກັນເທາະ.

ລົດໄຟລາວ-ຈີນ
ລົດໄຟດັ່ງກ່າວແລ່ນດ້ວຍຄວາມໄວ 120 ກິໂລແມັດ ຕໍ່ ຊົ່ວໂມງ ຜ່ານທິວທັດທໍາມະຊາດທີ່ສວຍສົດງົດງາມ, ຂ້າມຂົວທີ່ມີຄວາມຍາວ 62 ກິໂລແມັດ ແລະ ຜ່ານອຸໂມງຍາວ 198 ກິໂລແມັດ ອອກໄປສູ່ ຊາຍແດນຈີນ. ນອກນັ້ນ, ເສັ້ນທາງດັ່ງກ່າວຍັງອໍານວຍຄວາມສະດວກໃຫ້ການເດີນທາງໄປເຂດນອກເມືອງເຊັ່ນ: ເມືອງກາສີ, ເມືອງງາ, ນາເຕີຍ ແລະ ບໍ່ເຕັນ ເຊິ່ງເປັນຈຸດໝາຍປາຍທາງເພີ່ມເຕີມຈາກສະຖານທີ່ທ່ອງທ່ຽວຫຼັກຄື: ເມືອງວັງວຽງ, ຫຼວງພະບາງ ແລະ ອຸດົມໄຊ.

ເດິ ຣັອກ ວິວພ້ອຍພູຜາມ່ານ
ແມ່ນຈຸດໝາຍປາຍທາງຂອງການປະຈົນໄພໃນແຂວງຄໍາມ່ວນ ທີ່ລວບລວມເອົາກິດຈະກໍາຕ່າງໆເຊັ່ນ: ການຂີ່ສາຍສະລີງ, ຂົວຕາໜ່າງແມງມຸມ ແລະ ເວຍ ເຟີຣາຕ້າ ທີ່ຕັ້ງຢູ່ລະຫວ່າງພູຫີນປູນອັນສວຍງາມ. ມາຮ່ວມເພີດເພີນໄປກັບການເຂົ້າພັກໃນຫ້ອງພັກແບບແຄັບຊູນທີ່ສະດວກສະບາຍ ຫຼື ສາມາດເລືອກເຮືອນຕົ້ນໄມ້ອັນຫຼູຫຼາ. ນອກນັ້ນ, ຍັງມີສາຂາຂອງ ຮ້ານອາຫານ ຂອບໃຈເດີ ທີ່ຂຶ້ນຊື່ໄວ້ຄອຍໃຫ້ບໍລິການທ່ານເພື່ອດື່ມດໍ່າໄປກັບບັນຍາກາດ ແລະ ທິວທັດອັນແສນສວຍງາມ.

ໂຮງແຮມ ສຸພັດຕຣາ
ທີ່ພັກສຸດເກ໋ແຫ່ງໃໝ່ຂອງຫຼວງພະບາງທີ່ມີຄວາມຫຼູຫຼາແຕ່ລາຄາຈັບຕ້ອງໄດ້. ສະຖານທີ່ດັ່ງກ່າວມີຫ້ອງພັກ 37 ຫ້ອງ, ຖືກຕົບແຕ່ງຢ່າງສວຍງາມທີ່ຍັງຄົງກິ່ນອາຍຄວາມເປັນລາວໄວ້. ມີສະລອຍນ້ຳສີຟ້າສົດໃສຄວາມຍາວ 25 ແມັດ ອັນໜ້າຕື່ນຕາຕື່ນໃຈເໝາະສຳລັບການລອງຊີມຄັອກເທວ ແລະ ເຕີມພະລັງຄວາມສົດຊື່ນກ່ອນຮັບປະທານອາຫານແຊບຊ້ອຍທີ່ ຫ້ອງອາຫານລາວເດີມ ຂອງໂຮງແຮມ.

ຮ້ານ ເຊົ່າສິ້ນ
ຮ້ານ ເຊົ່າສິ້ນ ​ເປັນຮູບແບບການ​ທ່ອງ​ທ່ຽວທາງ​ວັດທະນະທຳໃໝ່ທີ່ສ້າງສີສັນໃຫ້ກັບ ​ຫຼວງ​ພະ​ບາງ ເຊິ່ງເອີ້ນໄດ້ວ່າໃຫ້ບໍລິການ “ເຊົ່າ ແລ້ວໃສ່ເລາະ” ທໍາອິດຂອງເມືອງຫຼວງເລີຍກໍ່ວ່າໄດ້. ຮ້ານເຊົ່າສິ້ນມີເຄື່ອງທີ່ເປັນສິ້ນພື້ນເມືອງ, ເສື້ອ, ໂສ້ງ, ຜ້າບ່ຽງ, ເຄື່ອງປະດັບ, ແລະ ອຸປະກອນເສີມເພື່ອເຕີມແຕ່ງຕ່າງໆ ໃນທຸກຂະໜາດເພື່ອໃຫ້ນັກທ່ອງທ່ຽວໄດ້ເລືອກເຊົ່າໄປນຸ່ງ ບໍ່ວ່າຈະເປັນແບບເຄິ່ງມື້ ຫຼື ໝົດມື້ກໍ່ໄດ້.

ໂຮງແຮມຝຶກປະຕິບັດ
ສະຖານທີ່ເກີດຂຶ້ນໃໝ່ໃນວັງວຽງແຫ່ງນີ້ ໃຫ້ບໍລິການຕ້ອນຮັບແຂກທີ່ຕ້ອງການເຂົ້າມາພັກຄ້າງຄືນ, ຮັບປະທານອາຫານ, ຈັດກອງປະຊຸມ ແລະ ສໍາມະນາຝຶກອົບຮົມ. ນອກນີ້, ສະຖານທີ່ດັ່ງກ່າວຍັງເປັນບ່ອນສ້າງໂອກາດ ສ້າງສະພາບແວດລ້ອມພາກປະຕິບັດຕົວຈິງເພື່ອຊ່ວຍຝຶກຝົນຫຼໍ່ຫຼອມນັກສຶກສາ ສາຂາວິຊາການທ່ອງທ່ຽວ ແລະ ການບໍລິການ. ພະນັກງານໃນໂຮງແຮມ ແລະ ຮ້ານອາຫານລ້ວນແລ້ວແຕ່ແມ່ນນັກສຶກສາໜຸ່ມສາວໄຟແຮງທີ່ໄດ້ຮັບການເບິ່ງແຍງ ຊີ້ນໍາໃກ້ຊິດຈາກຄູອາຈານ ແລະ ທີມງານບໍລິຫານຈາກສາກົນ ເພື່ອພັດທະນາທັກສະສໍາຄັນ ແລະ ເພື່ອກຽມພ້ອມພວກເຂົາໃຫ້ກ້າວເຂົ້າສູ່ຕະຫຼາດແຮງງານ.

ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ
ຫາກທ່ານຕ້ອງການເດີນທາງໄປວັງວຽງແບບບໍ່ໃຊ້ເວລາດົນ, ທາງດ່ວນ ນີ້ຈະຊ່ວຍໃຫ້ເວລາການເດີນທາງດ້ວຍລົດຍົນຂອງທ່ານສັ້ນລົງເຫຼືອພຽງແຕ່ໜຶ່ງຊົ່ວໂມງເທົ່ານັ້ນ. ນອກນີ້, ເສັ້ນທາງດັ່ງກ່າວຍັງເຊື່ອມຕໍ່ໄປຫາຣີສອດຢູ່ດານເໜືອຂອງອ່າງນໍ້າງື່ມ ແລະ ບັນດາແຫຼ່ງທ່ອງທ່ຽວຕ່າງໆທີ່ຢູ່ໃກ້ກັບຂອບເຂດເຂື່ອນນ້ຳງື່ມ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ພູນຊັບ ເທວົງສາ

Travel Laos
Share

Previous

[:en]Super Natural[:la]ຄວາມສຸດຍອດຂອງທຳມະຊາດ[:]

Next

[:en]Save Wildlife Save Our Lives[:la]ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທ່ອງທ່ຽວ
Nov 9, 2017

(English) A River Runs Through It

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ວິຖີຊີວິດ, ທ່ອງທ່ຽວ
Feb 14, 2020

(English) A Magical Retreat from the Modern World

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top