ຊຽງຂວາງ — ຍັງມີສິ່ງທີ່ຫຼາຍກວ່າທົ່ງໄຫຫີນ

Author:

Category:

spot_img

ໄຫຫີນອັນເກົ່າແກ່ທີ່ທົ່ງໄຫຫີນ 3

ແຂວງຊຽງຂວາງ ຕັ້ງຢູ່ເທິງພູພຽງທີ່ສູງຂຶ້ນໄປເທິງເຂດພູດອຍທາງພາກຕາເວັນອອກສຽງເໜືອຂອງປະເທດລາວ ແລະ ເປັນບ່ອນທີ່ມີສະພາບແວດລ້ອມທີ່ໜາວເຢັນ ແລະ ແຫ້ງແລ້ງ ທີ່ຕ່າງຈາກເຂດອື່ນໆໃນປະເທດລາວ. ຊຽງຂວາງ ບໍ່ພຽງແຕ່ມີຊື່ສຽງດ້ານສະພາບອາກາດເທົ່ານັ້ນ ແຕ່ຍັງເປັນທີ່ຕັ້ງສໍາຄັນຂອງ ໄຫຫີນອັນລຶກລັບ ເຊິ່ງປັດຈຸບັນໄດ້ຖືກບັນຈຸເຂົ້າເປັນມໍລະດົກໂລກແຫ່ງໃໝ່ຫຼ້າສຸດໃນປະເທດລາວຂອງອົງການ UNESCO. ທົ່ງໄຫຫີນ ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງຊຽງຂວາງ, ແຕ່ຕົວຈິງແລ້ວຍັງມີສະຖານທີ່ອີກຫຼາຍແຫ່ງທີ່ໜ້າຄົ້ນຫາທ່ຽວຊົມເພື່ອຮຽນຮູ້ທໍາຄວາມເຂົ້າໃຈກັບປະຫວັດສາດຂອງພື້ນທີ່ດັ່ງກ່າວໃຫ້ຫຼາຍຂຶ້ນ.

ພູກຸດ ຖືເປັນສະຖານທີ່ທາງຍຸດທະສາດໃນໄລຍະການຕໍ່ສູ້ປົດປ່ອຍຊາດ ແລະ ທັງເປັນບ່ອນທີ່ມີທິວທັດສວຍງາມ.

1. ເສດຊາກຈາກສົງຄາມໄດ້ຖືກນຳໃຊ້ມາສ້າງເປັນຮົ້ວຢູ່ ບ້ານທ່າໂຊກ ທີ່ຕັ້ງຢູ່ລະຫວ່າງເສັ້ນທາງໄປຫາ ເມືອງ ຄຳ
2. ປະຊາຊົນບ້ານນາເພຍໄດ້ນໍາໃຊ້ຫົວຄິດປະດິດສ້າງ ເກັບເອົາເສດໂລຫະທີ່ຫຼົງເຫຼືອຈາກສົງຄາມມາຫຼໍ່ເປັນບ່ວງ
3. ຟານເຂົາໃຫລົດຖັງໂຊຫວຽດ PT-76 ຈອດຢູ່ເດີ່ນໃກ້ກັບ ພູກຸດ

1. ຊາກປັກຫັກພັງຂອງໂຮງໝໍຝຣັ່ງທີ່ ເມືອງຄູນ
2. ພະພຸດທະຮູບທີ່ວັດເພຍວັດ ເລັດລອດຈາກການຖືກຖີ້ມລະເບີດຢ່າງໜ້າອັດສະຈັນ ໃນຂະນະທີ່ສ່ວນເຫຼືອຂອງວັດລ້ວນ ຖືກທໍາລາຍຈາກລະເບີດ

3. ຟານເຂົາໃຫຊາວບ້ານພາກັນເຂົ້າໄປລີ້ໄພໃນຖໍ້າປິວ ແຕ່ກໍ່ຈົບຊີວິດລົງເມື່ອລະເບີດຖືກຍິງເຂົ້າໄປໃນຖໍ້າດັ່ງກ່າວ.
4. ຟານເຂົາໃຫບ້ານນາອູ ເມືອງຄູນ ແຂວງຊຽງຂວາງ ຂຶ້ນຊື່ວ່າເປັນບ້ານທີ່ຜະລິດເສັ້ນເຝີແຊບທີ່ເຮັດເອງດ້ວຍມື.
5. ຟານເຂົາໃຫທາດຝຸ່ນຖືກສ້າງຂຶ້ນໃນປີ 1576 ແລະ ຖືກເລົ່າຂານວ່າມີເຖົ່າກະດູກຂອງພະພຸດທະເຈົ້າຢູ່ຂ້າງໃນທາດ.

 

ວິທີເດີນທາງໄປ:
ສາຍການບິນລາວ ມີຖ້ຽວບິນເປັນປະຈໍາ ທີ່ເດີນທາງຈາກ ນະຄອນຫຼວງວຽງຈັນ ໄປ ແຂວງຊຽງຂວາງ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ Jason Rolan

Read More

Related Articles