ຄໍ່າຄືນອັນແສນມະຫັດສະຈັນທີ່ແຄມຝັ່ງແມ່ນໍ້າຂອງ

Author:

Category:

spot_img

ເຖິງແມ່ນຈະມີເທດສະການງານບຸນຕ່າງໆຫຼາກຫຼາຍໃນປະເທດລາວ, ແຕ່ງານບຸນໄຫຼເຮືອໄຟໃນເມືອງຫຼວງພະບາງ ຍັງຄົງເປັນໜຶ່ງງານບຸນທີ່ມີເອກະລັກສະເພາະ ທັງໜ້າຈົດຈໍາຈົນຍາກຈະລືມເລືອນ. ຖ້າຈະວ່າໄປແລ້ວ, ງານບຸນໄຫຼເຮືອໄຟ ຖືເປັນງານແຫ່ງຄວາມມ່ວນຊື່ນ ທີ່ເຕັມໄປດ້ວຍແສງສີສຽງ ລວມທັງບັນຍາກາດທີ່ໜ້າຕື່ນເຕັ້ນ.

ພາຍໃນຕົວເມືອງຈະເຕັມໄປດ້ວຍໂຄມໄຟປະດັບດ້ວຍທຽນຫຼາຍສີສັນ ທີ່ສົ່ງແສງສະຫວ່າງສະໄຫວ. ຕາມບໍລິເວນວັດວາອາຮາມ, ເຮືອນຊານບ້ານຊ່ອງ, ຕະຫຼອດຮອດທຸລະກິດຫ້າງຮ້ານຕ່າງໆ ກໍຈະພາກັນແຂວນໂຄມໄຟໄຕ້ແສງທຽນແທນການໄຕ້ໄຟຟ້າ ເຮັດໃຫ້ຕົວເມືອງມີສີສັນດ້ວຍແສງອັນເຮືອງຮຸ່ງຢ່າງໜ້າອັດສະຈັນ. ໃນແຕ່ລະບ້ານ, ປະຊາຊົນຈະເຮັດວຽກຮ່ວມກັນເພື່ອສ້າງເຮືອໄຟຂະໜາດໃຫຍ່ທີ່ຕົກແຕ່ງປະດັບປະດາດ້ວຍໂຄງໄມ້ໃຜ່ຫຸ້ມດ້ວຍເຈ້ຍສີ ແລະ ທຽນຫຼາຍເຫຼັ້ມ, ໃນການສ້າງເຮືອໄຟຂະໜາດໃຫຍ່ນີ້ ແມ່ນຜ່ານຫຼາຍຂັ້ນຕອນ ນັບແຕ່ການອອກແບບທີ່ຮຽບງ່າຍໄປຈົນຮອດໂຄງສ້າງທີ່ຊັບຊ້ອນຫຼາຍຂຶ້ນຈົນກາຍເປັນຮູບສັດຕ່າງໆໃນຕໍານານ.

ໂຄມໄຟປະດັບລານໜ້າວັດຊຽງມ່ວນ

ໃນຕອນຄໍ່າ, ຈະມີຂະບວນແຫ່ເຮືອໄຟໄປຕາມຖະໜົນສາຍສໍາຄັນຕ່າງໆ ຍິ່ງເປັນການເພີ່ມບັນຍາກາດໃຫ້ງານບຸນມີຊີວິດຊີວາຫຼາຍຂຶ້ນ. ຊາວບ້ານຈະພາກັນຕີຄ້ອງຕີກອງ ພ້ອມຮ້ອງລໍາທໍາເພງທັງຟ້ອນ-ເຕັ້ນໄປພ້ອມກັບຂະບວນແຫ່ ເຊິ່ງເປັນພາບທີ່ເຕັມໄປດ້ວຍມົນສະເໜ່ທີ່ສາມາດຈັບຕ້ອງໄດ້ ທັງຍາກທີ່ຈະບໍ່ຫຼົງເພີນໄປກັບຄວາມຕື່ນເຕັ້ນດັ່ງກ່າວ.

ພາຍຫຼັງຂະບວນແຫ່ສິ້ນສຸດລົງ ກໍຈະມີການປ່ອຍເຮືອໄຟລົງສູ່ແມ່ນໍ້າຂອງ, ເຮັດໃຫ້ແສງອັນມະຫັດສະຈັນເປັ່ງປະກາຍລົງສູ່ໜ້ານໍ້າໄປພ້ອມກັນ. ແສງຂອງໂຄມໄຟທີ່ສະທ້ອນຈາກໜ້ານໍ້າ ບວກກັບເປວໄຟທີ່ປັດປ່າຍໄປມາໃນຄວາມມືດ ຖືເປັນພາບທີ່ໜ້າຈົດຈໍາອີກຢ່າງໜຶ່ງ ເຊິ່ງເຮັດໃຫ້ສາມາດເຂົ້າໃຈໄດ້ງ່າຍໆເລີຍວ່າ ຍ້ອນຫຍັງຄົນລາວຈິ່ງມີຄວາມເຊື່ອວ່າ ເຮືອໄຟເປັນສິ່ງນໍາໂຊກທີ່ພາໃຫ້ພານພົບແຕ່ເລື່ອງລາວດີໆ.

ເຮືອຮູບໂຕຫົງລອຍຢູ່ແມ່ນໍ້າຂອງ

ງານບຸນໄຫຼເຮືອໄຟຍັງເປັນພິທີກໍາທາງສາສະໜາ ເນື່ອງຈາກປະຊາຊົນລາວພາກັນເຊື່ອວ່າ ການໄຫຼເຮືອໄຟຖືເປັນການສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ແມ່ນໍ້າ. ແລະໃນຂະນະທີ່ທ່ານນັ່ງຊົມເຮືອໄຟທີ່ກໍາລັງໄຫຼລ່ອງໄປຕາມກະແສນໍ້ານັ້ນ ທ່ານຈະຮູ້ສຶກຂອບໃຈ ແລະ ຊາບຊຶ້ງໃຈຕໍ່ຄວາມງົດງາມຂອງທໍາມະຊາດ ລວມທັງຄວາມອຸດົມສົມບູນຂອງແມ່ນໍ້າຂອງ.

ງານບຸນໄຫຼເຮືອໄຟສໍາລັບປີນີ້ ແມ່ນກົງກັບວັນທີ 30 ຕຸລາ, ດັ່ງນັ້ນ ທ່ານຄວນວາງແຜນໄປທ່ຽວຫຼວງພະບາງໃນຊ່ວງງານບຸນນີ້ເພື່ອເພີດເພີນໄປກັບປະສົບການອັນໃໝ່ ແລະ ຍາກທີ່ຈະລືມໄດ້.

ຄວາມອະລັງການຂອງບຸນອອກພັນສາຢູ່ຫຼວງພະບາງ

ນັກສຶກສາແຫ່ໂຄມໄຟ

ການສະແດງພົ່ນໄຟເພີ່ມສີສັນໃນຄໍ່າຄືນອອກພັນສາ

ເຮືອໄຟປະດັບດ້ວຍທຽນຫຼາຍເຫຼັ້ມ

ການເດີນທາງ
ສາຍການບິນລາວມີບໍລິການຖ້ຽວບິນທຸກວັນ ຈາກບັນດາເມືອງຕ່າງໆທັງພາຍໃນ ແລະ ພາກພື້ນເພື່ອມຸ່ງໜ້າໄປຍັງເມືອງຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles