Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ເມັດທີ່ສົມບູນແບບ

posted by Yuki
Nov 8, 2017 4966 1 0
Share

ຈາກເບ້ຍສູ່ຕົ້ນ, ຈາກເມັດກາເຟສູ່ຄວາມຮູ້ສຶກດີໆທີ່ມອບໃຫ້ແກ່ທ່ານ

ບໍ່ມີຫຍັງທຽບໄດ້ກັບການຄົ້ນພົບຮ້ານກາເຟດີໆ ແມ່ນບໍ່? ມັນເປັນຄວາມຮູ້ສຶກທີ່ດີຕໍ່ໃຈ ເວລາທີ່ຍ່າງເຂົ້າຮ້ານ ແລະ ທຸກສິ່ງທຸກຢ່າງມັນລົງຕົວກັບຄວາມຮູ້ສຶກ. ບາງເທື່ອອາດແມ່ນຍ້ອນບັນຍາກາດ, ການຕົບແຕ່ງ, ສຽງດົນຕີ, ຫຼືສຽງບົດເມັດກາເຟທີ່ຄຸ້ນຫູ. ແຕ່ທີ່ແນ່ນອນແມ່ນກິ່ນອັນຫອມຫວນຂອງເມັດກາເຟທີ່ຂົ້ວມາໃໝ່ໆ. ຂະໜາດຍັງບໍ່ທັນໄດ້ລອງຊິມໄດ໋ນິ! ບາງຄັ້ງ ຄວາມຮູ້ສຶກນີ້ເຫຼົ່ານີ້ ກໍ່ພາໃຫ້ກາເຟຈອກທຳມະດາ ກາຍເປັນກາເຟລົດເລີດໄປເລີຍກໍ່ມີ.

 

ແຕ່ຖ້າເວົ້າເຖິງຮ້ານ ຊາຟຣອນ ຄອຟ໌ຟີ ທີ່ຫຼວງພະບາງ, ການຄັດສັນກາເຟແມ່ນສິ່ງທຳອິດທີ່ທາງຮ້ານໃຫ້ຄວາມສໍາຄັນ. ເພິ່ນເອົາໃຈໃສ່ຕັ້ງແຕ່ເບ້ຍຈົນເຖິງຕົ້ນ, ຕັ້ງແຕ່ດອກຈົນເຖິງໝາກ, ຕັ້ງແຕ່ການຂົ້ວເມັດກາເຟຈົນເຖິງການບັນຈຸຫີບຫໍ່.

ເມືອງທ່ອງທ່ຽວຄືຫຼວງພະບາງ ມີຮ້ານອາຫານຫຼາກຫຼາຍ, ແຕ່ກໍ່ຍັງບໍ່ມີຮ້ານກາເຟ ທີ່ພິຖີພິຖັນກັບເມັດກາເຟຫຼາຍເທົ່າທີ່ຄວນ.  ເມື່ອ 10 ປີກ່ອນ, ຮ້ານຊາຟຣອນເປີດເປັນຮ້ານຂາຍຜະລິດຕະພັນການກະເສດ ໂດຍສະເພາະແມ່ນເມັດກາເຟ ຈາກຊາວກະສິກອນທ້ອງຖິ່ນ ບໍລິຫານຮ້ານໂດຍທ່ານ ເດວິດ ເດວ,​ ນັກທຸລະກິດສັນຊາດອາເມລິກາ. ພາຍຫຼັງ ທີ່ຜູ້ບໍລິຫານໃໝ່ ທ່ານ ທ໋ອດ ມໍ ແລະ ເດເຣັກ ສະມິດ ມາບໍລິຫານຕໍ່ ຈຶ່ງເລີ່ມມາຈິງຈັງກັບການຂາຍກາເຟ ແລະ ເຮັດໃຫ້ຮ້ານກາຍມາເປັນຈຸດໝາຍປາຍທາງຂອງຄໍກາເຟ ແລະ ບັນດານັກທ່ອງທ່ຽວທີ່ມາຢ້ຽມຢາມຫຼວງພະບາງ.

ທ່ານ ເດເຣັກໄດ້ກ່າວວ່າ: “ມັນກໍ່ຍັງເປັນຮ້ານເກົ່ານັ້ນລະ, ພຽງແຕ່ເຮົາວາງວິໄສທັດໃໝ່, ວາງຈຸດປະສົງໃໝ່, ແລະວາງຈຸດສຸມ  ໃໝ່ຊື່ໆ”. ທ່ານໄດ້ເສີມຕື່ມວ່າ: “ຕອນທີ່ພວກເຮົາມາເຮັດທຸລະກິດນີ້ ເຮົາຄິດຢາກປ່ຽນແປງບາງຢ່າງ ເພາະໃນຫຼວງພະບາງມີຄູ່ແຂ່ງຫຼາຍ, ສະນັ້ນ ພວກເຮົາຈຶ່ງມຸ່ງເນັ້ນກັບການຄັດສັນຄຸນນະພາບກາເຟ ແລະ ຄວາມແຊບຂອງອາຫານເປັນຫຼັກ. ແຕ່ຈຸດສຸມໃຫຍ່ຂອງເຮົາແມ່ນຈະຢູ່ທີ່ກາເຟ, ເຊິ່ງຈະເຫັນໄດ້ຈາກທຸກມຸມໃນຮ້ານເຮົາເລີຍວ່າເຮົາພະຍາຍາມສຸມໃສ່ກາເຟ ແລະ ຮ່ວມມືກັບບັນດາຊາວສວນທີ່ປູກກາເຟໃຫ້ເຮົາ”

ທ່ານ ທ໋ອດ ໄດ້ກ່າວວ່າ: “ເຮົາພະຍາຍາມນຳໃຊ້ກຳໄລເປັນທຶນໝູນວຽນ ແທນທີ່ຈະໄປກູ້ຢືມມາ. ສະນັ້ນ ຍິ່ງເຮົາມີຄູ່ຮ່ວມງານຫຼາຍ ກໍ່ຈະຍິ່ງດີ, ແລະ ຍິ່ງເຮົາເຮັດວຽກກັບຊາວສວນໂດຍກົງໄດ້ຫຼາຍເທົ່າໃດ, ເຮົາກໍ່ຈະຍິ່ງສາມາດຊ່ວຍເຂົາເຈົ້າໄດ້ຫຼາຍຂຶ້ນເທົ່ານັ້ນ”

 

ທ່ານ ທ໋ອດ ແລະ ທີມງານ ເຊິ່ງສ່ວນຫຼາຍເປັນຄົນທ້ອງຖິ່ນ, ຕັ້ງແຕ່ຄົນເຮັດກາເຟ, ພະນັກງານບໍລິການ, ຄົນຂົ້ວ, ແລະ ຄົນ ຄັດກາເຟ, ຕ່າງກໍ່ມີສ່ວນຮ່ວມໃນຂະບວນການຜະລິດກາເຟ ຕັ້ງແຕ່ຂັ້ນຕອນທຳອິດ. ປະຈຸບັນ, ເມັດກາເຟຂອງເພິ່ນສ່ວນຫຼາຍແມ່ນ ມາຈາກທາງພາກເໜືອ ເຊັ່ນ ແຂວງຫຼວງພະບາງ, ຜົ້ງສາລີ, ຊຽງຂວາງ, ແລະ ຫົວພັນ.

ທ່ານ ທ໋ອດ ໄດ້ກ່າວເສີມວ່າ: “ເປົ້າໝາຍຂອງເຮົາແມ່ນການນຳໃຊ້ເມັດກາເຟຈາກພາກເໜືອ 100 ເປີເຊັນ. ແຕ່ປີກາຍນີ້ ເຮົາຕ້ອງໄດ້ຊື້ເມັດກາເຟຈຳນວນໜຶ່ງຈາກພາກໃຕ້ ເພາະມີໝອກຫຼາຍ ເຮັດໃຫ້ໄດ້ຮັບຜົນລະປູກບໍ່ພຽງພໍ. ທາງພາກໃຕ້ ກໍ່ມີກາເຟທີ່ຄຸນນະພາບດີ, ແຕ່ເຮົາບໍ່ສາມາດເດີນທາງລົງໄປເພື່ອສຶກສາເບິ່ງສວນຂອງທາງນັ້ນໄດ້. ແຕ່ຢູ່ນີ້ ເຮົາສາມາດໄປຢາມ ແລະ ກວດເບິ່ງສວນໄດ້ ເພື່ອຮັບປະກັນວ່າທຸກຢ່າງເປັນໄປຕາມມາດຕະຖານ ແລະ ຊ່ວຍແນະນໍາຊາວສວນໃນການສ້າງຜົນຜະລິດໃຫ້ໄດ້ດີກວ່າເກົ່າ.”

 ເພື່ອໃຫ້ໄດ້ແນວນັ້ນ, ບໍລິສັດໄດ້ມີສ່ວນຮ່ວມໃນການອົບຮົມ ຊາວສວນກ່ຽວກັບການປູກໄມ້ເປັນຮົ່ມ, ການບຳລຸງຮັກສາສວນ, ການເລືອກເວລາໃນການເກັບໝາກ, ແລະ ການຄັດເລືອກໝາກດີອອກຈາກໝາກບໍ່ດີ ຫຼື ທີ່ສຸກເກີນຄວນ. ປັດຈຸບັນມີຊາວສວນ 750 – 800ຄອບຄົວ ທີ່ປູກກາເຟຂາຍໃຫ້ຮ້ານຊາຟຣອນ. ທ່ານ ທ໋ອດ ກໍຫວັງຢາກເຫັນຊາວສວນສາມາດປູກໄດ້ຫຼາຍກວ່າເກົ່າ ແຕ່ທຸກສິ່ງທຸກຢ່າງລ້ວນຕ້ອງໃຊ້ເວລາ.

ທາງຮ້ານຍັງມີການຈັດລາຍການທ່ອງທ່ຽວ ເພື່ອໃຫ້ລູກຄ້າໄປເບິ່ງຂັ້ນຕອນການເກັບກ່ຽວເມັດກາເຟ, ຂັ້ນຕອນການກະກຽມ, ແລະ ສຳພັດກັບລົດຊາດ ແລະ ກິ່ນອາຍຂອງກາເຟແຕ່ລະຊະນິດ ທີ່ໂຮງຂົ້ວກາເຟ ທີ່ຫ່າງຈາກຕົວເມືອງໄປພຽງແຕ່ 15 ນາທີ ເທົ່ານັ້ນ.  

facebook.com/SaffronCoffee

Instagram @saffroncoffee

www.saffroncoffee.com

 

ຂຽນໂດຍ: Sally Pryor

ຮູບໂດຍ: ພູນຊັບ ເທວົງສາ

Share

Previous

[:en]ENDURING SINHS[:]

Next

[:en]A River Runs Through It[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ
Feb 3, 2021

ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ

ວຽກງານການປັບປຸງຍົກລະດັບຊຸມຊົນຈາກຂັ້ນພື້ນຖານຂຶ້ນມາ. ຕົ້ນໃບຢາສູບ ແມ່ນພືດທີ່ມີຄວາມຊັບຊ້ອນແຕ່ໃຫ້ຜົນຕອບແທນທີ່ດີໃນການປູກ....

Read More
2 0
ທຸລະກິດ
Jul 1, 2017

ກາເຟ ເພື່ອສັງຄົມ

ໃນປີ 1994 ຄົນແຄນາດາຜູ້ໜຶ່ງໄດ້ເປີດຮ້ານ ເຂົ້າຈີ່ຊື່ວ່າ Much and more ຂຶ້ນເພື່ອ ຕອບສະໜອງ ສອງຈຸດປະສົງຫຼັກ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top