Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ

posted by Billy
Jul 3, 2022 932 0 0
Share

ECCIL EuroCham (ສະພາການຄ້າເອີຣົບ) ເຮັດວຽກ ເພື່ອສະໜັບສະໜູນທ່າແຮງທຸລະກິດລາວ-ເອີຣົບ
ໃນປີ 2021, ສະຫະພາບເອີຣົບ ໄດ້ເລີ່ມດໍາເນີນການຕາມແຜນສໍາຄັນສູ່ພາກພື້ນອິນໂດ-ປາຊີຟິກ. ເຫດການສໍາຄັນນີ້ ສະທ້ອນໃຫ້ເຫັນເຖິງ ຄວາມສໍາຄັນທີ່ເພີ່ມຂຶ້ນຂອງພາກພື້ນ ແລະ ສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານການຄ້າລະຫວ່າງສອງພາກພື້ນ. ດ້ວຍເຫດນີ້, ບັນດາບໍລິສັດເອີຣົບ ຈຶ່ງມີຄວາມສົນໃຈເພີ່ມຂຶ້ນຢ່າງຫຼວງຫຼາຍໃນດ້ານການລົງທຶນຢູ່ ສປປ ລາວ ຊຶ່ງບັນດາທຸລະກິດລາວ ກໍມີຄວາມສົນໃຈເຊັ່ນດຽວກັນ. ໃນຫຼາຍບາດກ້າວ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ (ECCIL EuroCham) ກໍໄດ້ເຮັດໜ້າທີ່ເປັນຂົວເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກ ແລະ ເພີ່ມທະວີການລົງທຶນທັງສອງທາງ ພ້ອມທັງ ດ້ານການຄ້າລະຫວ່າງ ສປປ ລາວ ແລະ ເອີຣົບ.
ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ (ECCIL EuroCham) ເຮັດວຽກຫຼາຍກວ່າການເປັນພຽງແຕ່ຜູ້ຕິດຕໍ່ ແລະ ການຈັບຄູ່ທາງທຸລະກິດ. ຫ້ອງການຂອງພວກເຮົາ ຍັງເຮັດໜ້າທີ່ເປັນກະບອກສຽງ ເພື່ອສະໜັບສະໜູນ ໃນນາມຜົນປະໂຫຍດຂອງສະມາຊິກ ແລະ ເຮັດວຽກຮ່ວມກັບບັນດາຜູ້ມີສ່ວນກ່ຽວຂ້ອງໃນ ສປປ ລາວ ເພື່ອປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຢ່າງຕໍ່ເນື່ອງ. ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ (ECCIL EuroCham) ຍັງເຮັດວຽກ ເພື່ອປັບປຸງຂີດຄວາມສາມາດ ແລະ ພັດທະນາພາກເອກະຊົນລາວຜ່ານການຝຶກອົບຮົມ ແລະ ການສໍາມະນາວິຊາການ.

ໃນຫວ່າງບໍ່ດົນມານີ້, ECCIL EuroCham ແລະ ຫ້ອງການຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ຈັດງານສ້າງເຄືອຂ່າຍທຸລະກິດຊຶ່ງເປັນທີ່ນິຍົມຊົມຊອບຫຼາຍງານ ທັງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ເພື່ອໃຫ້ບັນດາສະມາຊິກ ແລະ ຜູ້ທີ່ຈະເຂົ້າມາເປັນສະມາຊິກ ໄດ້ພົບປະ ແລະ ສ້າງສາຍພົວພັນຕິດຕໍ່ເຊິ່ງກັນ ແລະ ກັນ.
ງານສົ່ງເສີມ ແລະ ສ້າງເຄືອຂ່າຍທຸລະກິດລະຫວ່າງ ສປປ ລາວ-ເອີຣົບ ຄັ້ງທີ 1 ໄດ້ຈັດຂຶ້ນທີ່ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ຕະຫຼອດຊ່ວງບ່າຍ, ບັນດາແຂກ ແລະ ຜູ້ເຂົ້າຮ່ວມງານ ໄດ້ຮັບຊົມຫ້ອງວາງສະແດງຂອງບັນດາສະມາຊິກ ECCIL EuroCham ທີ່ເຮັດທຸລະກິດ, ການບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍ, ແລະ ຕໍ່ມາ ກໍໄດ້ມີການແນະນໍາໃຫ້ຮູ້ຈັກກັບວຽກງານຂອງ EuroCham ແລະ ທີມງານຂອງສະຫະພາບເອີຣົບ ໃນການສະໜັບສະໜູນທາງດ້ານການຄ້າ, ການລົງທຶນ ແລະ ການພັດທະນາພາກເອກະຊົນ ໃນ ສປປ ລາວ.
ຫຼາຍວັນຕໍ່ມາ, ງານສົ່ງເສີມ ແລະ ສ້າງເຄືອຂ່າຍທຸລະກິດລະຫວ່າງ ສປປ ລາວ-ເອີຣົບ ຄັ້ງທີ 2 ໄດ້ຈັດຂຶ້ນທີ່ໂຮງແຮມພູລແມນ ທີ່ແຂວງ ຫຼວງພະບາງ ຊຶ່ງສາມາດ ດຶງດູດຄົນເຂົ້າຮ່ວມງານໄດ້ເກີນກວ່າ 100 ຄົນ ຊຶ່ງເປັນຕົວແທນຂອງຊຸມຊົນທຸລະກິດທີ່ກວ້າງຂວາງ. ທ່ານ ທຽນ ຄໍາວົງສາ, ຜູ້ອໍານວຍການບໍລິຫານ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບປະຈໍາ ສປປ ລາວ ໄດ້ໃຫ້ຄໍາເຫັນວ່າ “ECCIL EuroCham ໄດ້ເຮັດວຽກເປັນເວລາຫຼາຍກວ່າທົດສະວັດ ເພື່ອຍົກລະດັບ ໂປຣໄຟລ ຂອງ ສປປ ລາວ ໃນຖານະ ເປັນປະເທດຈຸດໝາຍປາຍທາງຂອງການລົງທຶນ ໃນຊຸມຊົນທຸລະກິດເອີຣົບ ແລະ ການສ້າງ “ສຽງດຽວກັນ” ຂອງບັນດາທຸລະກິດເອີຣົບ ເພື່ອສ້າງສະພາບແວດລ້ອມໃນການດໍາເນີນທຸລະກິດທີ່ດີຂຶ້ນໃນ ສປປ ລາວ. ໃນຂະນະທີ່ເຄືອຂ່າຍຫຼັກຂອງເຮົາ ແມ່ນຢູ່ນະຄອນຫຼວງວຽງຈັນ, ພວກເຮົາຫວັງວ່າ ຈະຂະຫຍາຍກິດຈະກໍາຕ່າງໆຂອງພວກເຮົາໄປຍັງ ແຂວງຫຼວງພະບາງ ຊຶ່ງປັດຈຸບັນ ບັນດາທຸລະກິດ ລວມທັງ ຂະແໜງຕ້ອນຮັບ, ພວມກຽມພ້ອມສໍາລັບປີທີ່ດີຂຶ້ນກວ່າເກົ່າ.”

ທີມເອີຣົບ ໄດ້ແນະນໍາການນໍາໃຊ້ຍຸດທະສາດດ້ານການສະໜັບສະໜູນທາງການຄ້າ ແລະ ພາກເອກະຊົນປີ 2021–2025 ໃນງານເຫຼົ່ານີ້. ທີມເອີຣົບ ແລະ ຫ້ອງການຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແມ່ນຄູ່ຮ່ວມມືທາງສະຖາບັນທີ່ເຂັ້ມແຂງຂອງ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ (ECCIL) ແລະ ພວກເຮົາໄດ້ມີການເຮັດວຽກຮ່ວມກັນໃນທຸກໆມື້ເພື່ອສົ່ງເສີມການລົງທຶນຂອງພາກເອກະຊົນແບບຍືນຍົງ ແລະ ຢ່າງມີຄວາມຮັບຜິດຊອບ, ສົ່ງເສີມບົດບາດແມ່ຍິງໃນແວດວົງທຸລະກິດ, ປັບປຸງສະພາບແວດລ້ອມທຸລະກິດຂອງລາວ ແລະ ເພີ່ມທະວີການສົ່ງອອກ ແລະ ການຄ້າລະຫວ່າງ ສປປ ລາວ, ສະຫະພາບ ເອີຣົບ ແລະ ພາກພື້ນອາຊຽນ.
ໃນງານດັ່ງກ່າວ, ທ່ານ ປີເຕີ ຟອດຈ, ປະທານຂອງ ECCIL EuroCham ໄດ້ກ່າວຢໍ້າຄືນໃຫ້ເຫັນເຖິງ ທ່າແຮງອັນຍິ່ງໃຫຍ່ສໍາລັບສາຍພົວພັນທຸລະກິດ ລາວ-ເອີຣົບ, “ສະຖິຕິການຄ້າສໍາລັບພາກພື້ນກັບ ສະຫະພາບເອີຣົບ ສະແດງໃຫ້ເຫັນຈະແຈ້ງວ່າ ພວກເຮົາຢູ່ເບື້ອງຫຼັງບັນດາປະເທດໃກ້ຄຽງ ຊຶ່ງໝາຍຄວາມວ່າ ຍັງມີຂອບເຂດທີ່ສຳຄັນ ເພື່ອເພີ່ມທະວີການຄ້າລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ. ພວກເຮົາ ຂໍນໍາໃຊ້ເຫດການນີ້ ເປັນຈຸດເລີ່ມຕນ ສໍາລັບການຮ່ວມມືທີ່ເຂັ້ມແຂງຂຶ້ນ ລະຫວ່າງບັນດາສະພາການຄ້າຕ່າງໆ, ແລະ ລະຫວ່າງສະພາການຄ້າກັບ ລັດຖະບານ ສປປ ລາວ ໂດຍມີເປົ້າໝາຍຮ່ວມກັນ ເພື່ອເພີ່ມທະວີການສົ່ງອອກຂອງລາວໄປຍັງ ສະຫະພາບເອີຣົບ, ແລະ ເພື່ອດຶງດູດນັກລົງທຶນເອີຣົບທີ່ມີຄວາມຮັບຜິດຊອບສູງມາຍັງ ສປປ ລາວ!”

ບົດຄວາມນີ້ໄດ້ຖືກຂຽນໂດຍໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກສະຫະພາບເອີຣົບ. ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ ຮັບຜິດຊອບຕໍ່ເນື້ອໃນ ແລະ ບໍ່ໄດ້ສະທ້ອນເຖິງທັດສະນະຂອງ ສະຫະພາບເອີຣົບ.

ຂໍ້ມູນເພີ່ມເຕີມ
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານ ຫຼື ການເປັນສະມາຊິກຂອງ ECCIL EuroCham, ກະລຸນາເຂົ້າເບິ່ງເວັບໄຊ້: eccil.org

ເນື້ອໃນ ແລະ ຮູບພາບ ໂດຍ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ

ECCIL Eurocham
Share

Previous

[:en]Caverns and Cliffs[:la]ຖ້ຳເລິກຜາຊັນ[:]

Next

[:en]Discover Layers of the Past[:la]ມິຕິການເວລາ​ຂອງອະດີດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ທຸລະກິດ, Environment, Social Enterprise
Jul 2, 2022

ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ

ຄວາມຍືນຍົງສາມາດບັນລຸໄດ້ງ່າຍກວ່າທີ່ທ່ານຄິດ ໂຄງການ SUSTOUR Laos ທີ່ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ...

Read More
0 0
ທຸລະກິດ
Jul 1, 2017

ກາເຟ ເພື່ອສັງຄົມ

ໃນປີ 1994 ຄົນແຄນາດາຜູ້ໜຶ່ງໄດ້ເປີດຮ້ານ ເຂົ້າຈີ່ຊື່ວ່າ Much and more ຂຶ້ນເພື່ອ ຕອບສະໜອງ ສອງຈຸດປະສົງຫຼັກ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top