Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

ກາເຟ ເພື່ອສັງຄົມ

posted by Champa Meuanglao
Jul 1, 2017 4131 0 0
Share

ໃນປີ 1994 ຄົນແຄນາດາຜູ້ໜຶ່ງໄດ້ເປີດຮ້ານ ເຂົ້າຈີ່ຊື່ວ່າ Much and more ຂຶ້ນເພື່ອ ຕອບສະໜອງ ສອງຈຸດປະສົງຫຼັກ ກໍ່ຄືສະໜອງເຂົ້າຈີ່ ເຮັດແຊນວິດໃຫ້ຮ້ານອາຫານອື່ນ ແລະ ສ້າງບ່ອນ ເຮັດວຽກໃຫ້ຄົນລາວທີ່ອົບພະຍົບກັບມາໃຊ້ຊີວິດ ຢູ່ລາວ, ໂດຍສະເພາະແມ່ນຊົ່ນເຜົ່າລາວສູງ.

ສອງທົດສະວັດຕໍ່ມາ, ຮ້ານດັ່ງກ່າວກາຍເປັນຮ້ານ ກາເຟຊື່ດັງຊື່ວ່າ Joma ທີ່ໄດ້ມາຈາກຊື່ຂອງຜູ້ກໍ່ຕັ້ງ 4 ຄົນ Jonathan, Jocelyn, Michael ແລະ Aun. ປັດຈຸບັນ Joma ມີ 5 ສາຂາຢູ່ລາວ, 2 ສາຂາ ຢູ່ຫວຽດນາມ ແລະ ອີກ 2 ສາຂາຢູ່ກຳປູເຈຍ.

ກວ່າຮ້ານເຂົ້າຈີ່ຂາຍສົ່ງນ້ອຍໆ ຈະກາຍມາເປັນຮ້ານ ກາເຟອັນດັບຕົ້ນຂອງລາວ, Joma ໄດ້ມີການປັບປຸງ ຫຼາຍຢ່າງ. ທັງປ່ຽນຊື່, ປ່ຽນເຈົ້າຂອງຫຼາຍຄັ້ງ, ແຕ່ສິ່ງໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ແມ່ນວິໄສທັດໃນການເລືອກພະນັກງານຂອງຮ້ານ. ພະນັກງານຫຼາຍຄົນບໍ່ເຄີຍເຂົ້າໂຮງຮຽນ, ບໍ່ມີປະສົບການໃນການເຮັດວຽກໃນຮ້ານ ອາຫານ ແລະບາງຄົນກໍ່ເສຍອົງຄະ.

ເຈັຟ ສະປໍ, ຜູ້ຈັດການຮ້ານ Joma ກ່າວວ່າແນວຄິດ ເລີ່ມຕົ້ນທີ່ຢາກສ້າງວຽກໃຫ້ຜູ້ອົບພະຍົບ ກາຍເປັນ ແຮງບັນດານໃຈໃຫ້ເຮົາໃຫ້ໂອກາດ ຄົນທີ່ບໍ່ໄດ້ຮັບ ໂອກາດໃນສັງຄົມ. ຫຼາຍຄົນເຄີຍສຳພາດຂ້ອຍວ່າ ຊອກຫາຄົນເຮັດວຽກເກັ່ງໆຍາກບໍ່? ຂ້ອຍບອກ ເຂົາເຈົ້າວ່າ ເຮົາໃຫ້ໂອກາດຄົນທີ່ຍັງເຮັດວຽກບໍ່ເປັນ
ແລະ ຖ້າຜູ້ນັ້ນເສຍອົງຄະ, ຈະຍິ່ງໄດ້ຮັບການ ພິຈາລະນາເປັນພິເສດ.

Jeff Spohr, Alicia Patenaude Spohr ແລະ ພະນັກງານ

ເຖິງວ່າ ຈະມີຜູ້ຄຸມງານທີ່ຕອນເຮັດວຽກໃໝ່ ອ່ານ ພາສາລາວກໍ່ບໍ່ໄດ້ ຫຼື ແມ່ຄົວເຮັດເຂົ້າໜົມທີ່ພິການ ທາງຫູ, ແຕ່ຄວາມດ້ອຍໂອກາດ ແລະ ຝີມືເຫົລ່ານັ້ນບໍ່ ໄດ້ເປັນອຸປະສັກ ໃນການມອບປະສົບການອັນພິເສດແລະ ຄວາມສະດວກສະບາຍລວມທັງລົດຊາດຂອງ ອາຫານໃຫ້ກັບລູກຄ້າເລີຍ.

ເຈັຟເປັນໝູ່ສະໄໝມັດທະຍົມກັບຜູ້ກໍ່ຕັ້ງ Joma ລຸ້ນທຳອິດ. ລາວກັບເມຍມາທ່ຽວລາວໃນປີ 2003 ແລະ ເກີດຄວາມຮັກປະເທດລາວ. ສີ່ປີຕໍ່ມາລາວກໍ່ຕັດສິນໃຈ ມາເຮັດວຽກຢູ່ Joma. ຫຼາຍຄັ້ງລາວໄດ້ ຍິນວ່າ ການບໍລິການຂອງຄົນລາວຍັງບໍ່ດີ, ແຕ່ລາວ ກໍ່ບໍ່ໄດ້ໃສ່ໃຈ.

ຂ້ອຍຄິດວ່າພະນັກງານຂອງຂ້ອຍກໍ່ຄືກັນກັບຂ້ອຍ, ຕ່າງແຕ່ວ່າຂ້ອຍໄດ້ຮັບການລ້ຽງດູທີ່ດີ, ມີໂອກາດ ໄດ້ເຂົ້າໂຮງຮຽນດີ, ມີອາຫານການກິນທີ່ດີ ແລະ ມີ ສຸຂະພາບທີ່ດີ. ຖ້າພວກເຂົາໄດ້ຮັບ ໂອກາດນັ້ນຄືກັນ ກັບຂ້ອຍ, ເຂົາອາດຈະເຮັດວຽກນີ້ ໄດ້ດີກວ່າຂ້ອຍຊ້ຳ. ສະນັ້ນພວກເຂົາພຽງຕ້ອງການໂອກາດ ແລະກຳລັງໃຈ.

ຈາກຮ້ານຂາຍສົ່ງເຂົ້າຈີ່ Much and More ກາຍມາ ເປັນຮ້ານກາເຟ Healthy and Fresh ກ່ອນຜູ້ກໍ່ຕັ້ງ Joma ທັງສີ່ຄົນຈະຊື້ກິດຈະການຕໍ່ໃນປີ 1999. ໃນປີ 2003 Joma ກໍ່ໄດ້ຮັບການປັບປຸງຄັ້ງຍິ່ງໃຫຍ່, ແລະ ເລີ່ມເຮັດກິດຈະກຳການກຸສົນຫຼາຍຂຶ້ນ.

ໃນເບື້ອງຕົ້ນແຂກຂອງຮ້ານແມ່ນຄົນຕ່າງປະເທດເປັນສ່ວນຫຼາຍ ແລະການແຂ່ງຂັນຍັງບໍ່ທັນສູງ. ໃນໄລຍະ 5 ປີຜ່ານມາ, Joma ກໍ່ມີກຸ່ມລູກຄ້າໃໝ່ຫຼາຍຂຶ້ນ ຈຶ່ງຕ້ອງໄດ້ປັບປ່ຽນ ລາຍການອາຫານ ໃຫ້ແທດເໝາະ ກັບຄວາມຕ້ອງການຂອງຕະຫຼາດ ເປັນຕົ້ນແມ່ນ ການເພີ່ມອາຫານເພື່ອສຸຂະພາບ ມາຮອງຮັບກະແສ ຮັກສຸຂະພາບທີ່ກຳລັງເປັນທີ່ນິຍົມ.

ການຊ່ວຍເຫຼືອສັງຄົມກໍ່ແມ່ນອີກຂໍ້ໜຶ່ງທີ່ Joma ໃຫ້ ຄວາມສຳຄັນ ໂດຍການໃຊ້ເງິນ 10 ສ່ວນຮ້ອຍຂອງ ກຳໄລທັງໝົດເຂົ້າໃນການຊຸກຍູ້ກິດຈະກຳຕ່າງໆຂອງ ຊຸມຊົນ ແລະ ໂຄງການຊ່ວຍເຫຼືອຜູ້ດ້ອຍໂອກາດ.

 

facebook.com/jomabakerycafe

joma.biz

 

ບົດໂດຍ: Francis Savanhkham
ຮູບໂດຍ: Phoonsab Thevongsa

Share

Previous

[:en]Endless forms most beautiful: strolling through Laos’ first botanic gardens[:la]ສວນພຶກສາຊາດ ແຫ່ງທຳອິດ ຂອງລາວ[:]

Next

[:en]Beauty in objects[:la]ຄວາມງາມ ຜ່ານວັດຖຸ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ
Mar 22, 2018

ຄວາມ​​ແຕກ​ຕ່າງ​ທີ່​ເໜືອກວ່າ

ເນື່ອງຈາກຈໍານວນປະຊາກອນທີ່ເພີ່ມຂຶ້ນ ແລະ ຖະໜົນຫົນທາງທີ່ມີການຂະຫຍາຍອອກຫຼາຍສາຍ, ນະຄອນຫຼວງວຽງຈັນ...

Read More
39 0
ທຸລະກິດ
Jul 3, 2022

ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ

ECCIL EuroCham (ສະພາການຄ້າເອີຣົບ) ເຮັດວຽກ ເພື່ອສະໜັບສະໜູນທ່າແຮງທຸລະກິດລາວ-ເອີຣົບ ໃນປີ 2021, ສະຫະພາບເອີຣົບ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top