Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ວິຖີຊີວິດ

ແຕ່ງແຕ້ມຄວາມຝັນຜ່ານສອງຝາມື

posted by Billy
Mar 16, 2022 1006 0 0
Share

ສຽງຈາກສິລະປິນຍິງລາວ

ສິລະປິນຍິງລາວທ່ານທຳອິດ ທີ່ເຮົາມີໂອກາດໄດ້ໂອ້ລົມໃນມື້ນີ້ ແມ່ນ ໂອ່ເລ້ ວິຣະວົງ ສະໂກວິວ.ໂອ່ເລ້ ເຕີບໃຫຍ່ຢູ່ນະຄອນຫຼວງວຽງຈັນ ແລະ ເລີ່ມແຕ້ມຮູບເທື່ອທຳອິດຕັ້ງແຕ່ຕອນລາວອາຍຸ 7 ປີ ໂດຍລິເລີ່ມຈາກການແຕ້ມຮູບປຶ້ມນິທານ ກ່ຽວກັບເລື່ອງລາວຂອງເດັກຍິງຜູ້ໜຶ່ງທີ່ໄຝ່ຝັນຢາກຈະເປັນນັກແຕ້ມຮູບ ແຕ່ດ້ວຍຄວາມທຸກຍາກ ເດັກນ້ອຍຜູ້ນັ້ນ ຈຶ່ງບໍ່ສາມາດສານຝັນໃຫ້ກາຍເປັນຈິງໄດ້.
ພາຍຫຼັງທີ່ໂອ່ເລ້ຮຽນຈົບອຸດົມລາວກໍ່ໄດ້ໄປຮ່ຳຮຽນທາງທັດສະນະສິນ ຢູ່ມະຫາສາລະຄາມ ທີ່ປະເທດໄທ ຕອນອາຍຸ 18 ປີ, ເຊິ່ງເປັນຄັ້ງທຳອິດ ທີ່ລາວໄດ້ຢູ່ຫ່າງໄກຈາກຄອບຄົວ ແລະ ບ້ານເກີດເມືອງນອນ. ໃນໄລຍະນັ້ນ, ໂອ່ເລ້ກໍ່ໄດ້ຮຽນຮູ້ ແລະ ຄົ້ນພົບຫຼາຍໆຢ່າງ, ເຊິ່ງສິ່ງທຳອິດທີ່ລາວຄົ້ນພົບ ກໍ່ແມ່ນວ່າ ການຮຽນສິລະປະ ແລະ ການເປັນສິລະປິນນີ້ ບໍ່ແມ່ນເລື່ອງງ່າຍເລີຍ. ການທີ່ຈະແຕ້ມຮູບຜົນງານໃດໜຶ່ງໃຫ້ອອກມາສົມບູນແບບໄດ້ ຕ້ອງໄດ້ໃຊ້ເວລາຫຼາຍອາທິດ, ຫຼາຍເດືອນ, ຫຼາຍປີ ບໍ່ວ່າຈະເປັນການແຕ້ມຮູບເປືອຍ, ຮູບມື, ຮູບດອກໄມ້, ຮູບຕາເວັນຂຶ້ນ-ຕາເວັນຕົກ ແມ່ນລ້ວນແລ້ວແຕ່ຕ້ອງໃຊ້ເວລາ ແລະ ຄວາມອົດທົນ.

ອີກສິ່ງໜຶ່ງທີ່ໂອເລ້ຄົ້ນພົບ ໃນໄລຍະທີ່ຮ່ຳຮຽນຢູ່ນັ້ນ ແມ່ນສາຍພົວພັນອັນສະຫຼັບຊັບຊ້ອນຂອງສີ, ເຊິ່ງອາຈານຜູ້ໜຶ່ງໄດ້ເຕືອນໂອ່ເລ້ວ່າລາວອາດຈະຕາບອດສີ ກໍ່ເປັນໄດ້, ເພາະເຫັນວ່າຜົນງານຂອງໂອ່ເລ້ ແມ່ນອອກໂທນມືດ, ທັງດ້ານສີ ແລະ ດ້ານອາລົມ. ໂອ່ເລ້ໄດ້ເລືອກ ເອົາຫົວຂໍ້ ໂສເພນີ ສຳລັບບົດວິທະຍານິພົນຂອງລາວແລະ ໃຊ້ເວລາ 6 ເດືອນເພື່ອສຶກສາຄົ້ນຄວ້າກ່ຽວກັບຫົວຂໍ້ດັ່ງກ່າວ ສັງເກດຢູ່ຕາມຖະໜົຫົນທາງໃນບາງກອກ ແລະ ວຽງຈັນ.ອາຈານຂອງລາວແນະນຳໃຫ້ນຳໃຊ້ສີເຂັ້ມ ສຳລັບຫົວຂໍ້ຂອງລາວ, ແລະ ລາວກໍ່ໃຊ້ສີມ່ວງ, ສີຟ້າ, ທັງຍັງໄດ້ລອງໃຊ້ສີຮ້ອນ ແລະ ເສົ້າເຊັ່ນສີແດງ, ແຕ່ສຸດທ້າຍມັນກໍ່ອອກມາເປັນສີນ້ຳຕານ.
ພາຍຫຼັງທີ່ຮຽນຈົບ, ໂອເລ້ກໍ່ໄດ້ກັບມາວຽງຈັນ ມາຢູ່ນຳພໍ່ ແລະ ເອື້ອຍນ້ອງ, ແລະ ໄດ້ນໍາສີອາຄຣີລິກກັບເຈ້ຍແຕ້ມຮູບກັບມາລາວນຳ. ໂອເລ້ກ່າວວ່າ ລາວຮູ້ສຶກ ແລະ ສຳຜັດເຫັນສີສັນໄດ້ ຕອນທີ່ລາວພົບກັບສາມີຂອງລາວເຊິ່ງເປັນນາຍແປພາສາ ຄົນອາເມລິກາທີ່ມັກຮັກໃນການແຕ້ມຮູບເຊັ່ນດຽວກັນ.
ຫຼັງຈາກນັ້ນ, ໂອເລ້ກໍ່ໄດ້ຍ້າຍໄປຢູ່ສະຫະລັດອາເມລິກາໃນປີ 2004 ແລະ ເລີ່ມແຕ້ມຮູບພາບຢ່າງຈິງຈັງ ທັງຍັງໄດ້ເລີ່ມວາງສະແດງຜົນງານຂອງຕົນເອງ ຢູ່ຫ້ອງວາງສະແດງສິລະປະຫຼາຍໆແຫ່ງໃນທົ່ວປະເທດ. ຕັ້ງແຕ່ນັ້ນມາ ເຫັນໄດ້ວ່າຜົນງານຂອງໂອ່ເລ້ ມີສີສັນ, ຄວາມສຸກ ແລະ ຄວາມາກາຍກວ່າເກົ່າ.
ໃນໄລຍະເວລາ 20 ປີ ທີ່ໂອ່ເລ້ເຮັດວຽກຢູ່ໃນວົງການສິລະປະ, ຜົນງານຂອງໂອ່ເລ້ ເຊິ່ງສ່ວນໃຫຍ່ແມ່ນຮູບແຕ້ມ, ຮູບຖ່າຍ ແລະ ສິລະປະແບບຈັດວາງ ແມ່ນລ້ວນແລ້ວແຕ່ເນັ້ນໜັກໃສ່ແມ່ຍິງເປັນຫຼັກ, ເຊິ່ງສະແດງໃຫ້ເຫັນເຖິງ ແນວຄິດຈິດໃຈຂອງລາວ ໃນການສົ່ງເສີມວຽກງານແມ່ຍິງ, ທັງຍັງເປັນສິລະປິນ ທີ່ຕໍ່ສູ້ເພື່ອສິດ ແລະ ຄວາມສະເໝີພາບຂອງແມ່ຍິງ. ຮູບແບບຜົນງານຂອງໂອ່ເລ້ ເປັນສິລະປະທີ່ມີພະລັງແອບແຝງດ້ວຍຄວາມດຸດັນ, ບາງເທື່ອກໍ່ແຍກຊິ້ນສ່ວນອອກມາຢ່າງແປກປະຫຼາດ, ເປັນຜົນງານສິລະປະທີ່ເຕັມໄປດ້ວຍພະລັງຊີວິດ, ມີຄວາມຊັດເຈນ, ປານີດ ແລະ ໃສ່ໃຈໃນທຸກໆລາຍລະອຽດ, ກັບສີສັນໂດດເດັ່ນ, ທ້າທາຍຕໍ່ທຸກສາຍຕາທີ່ພົບເຫັນ.
ສິລະປິນຍິງອີກທ່ານໜຶ່ງ ທີ່ເຮົາໄດ້ນັ່ງສົນທະນານຳໃນມື້ນີ້ ແມ່ນ ສຸພາລັກ ພົງສະຫວັດ. ລາວເຕີບໃຫຍ່ຢູ່ແຂວງໄຊຍະບູລີ, ລາວໄດ້ຄົ້ນພົບວ່າຕົນເອງ ມີຄວາມມັກຮັກໃນການແຕ້ມຮູບ ຕັ້ງແຕ່ຕອນຍັງນ້ອຍເຊັ່ນດຽວກັນກັບໂອເລ້. ຕອນຍັງນ້ອຍ, ສຸພາລັກເປັນຄົນຢ້ານຜີ ແລະ ທຸກໆເທື່ອທີ່ລາວຍ່າງກາຍວັດລາວຈະຟ້າວຍ່າງໄວໆ. ແຕ່ມີມື້ໜຶ່ງ ແມ່ລາວໄດ້ພາເຂົ້າໄປເບິ່ງຮູບແຕ້ມຕາມຝາພາຍໃນວັດ. ສຸພາລັກກ່າວວ່າ ຕອນທີ່ລາວເຫັນພາບດັ່ງກ່າວ ລາວຮູ້ສຶກຕື່ນຕາຕື່ນໃຈຫຼາຍ, ເຫັນຮູບແຕ້ມທີ່ເປັນຮູບພະ, ເປັນພາບທີ່ລາວພົບເຫັນທຸກໆມື້ ແຕ່ຖືກບັນຈົງແຕ່ງແຕ້ມ ໃນມຸມມອງທີ່ແຕກຕ່າງ.
ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ, ຄວາມຢ້ານກົວທີ່ສຸພາລັກມີຕໍ່ວັດກໍ່ຫາຍໄປ, ຄົງເຫຼືອໄວ້ແຕ່ຄວາມມັກຮັກໃນການແຕ້ມຮູບ ທີ່ຝັງເລິກແຕ່ນັ້ນມາ. ສຸພາລັກເລີ່ມແຕ້ມຮູບຕາມສິ່ງຕ່າງໆທີ່ລາວພົບເຫັນ, ແລະ ປ້າຂອງລາວກໍ່ໄດ້ມາເຫັນພອນສະຫວັນຂອງລາວ ຈຶ່ງໄດ້ຊຸກຍູ້ສົ່ງເສີມໃຫ້ລາວ ມາຮຽນສິລະປະຢູ່ແຂວງສະຫວັນນະເຂດ. ຫຼັງຈາກນັ້ນ, ສຸພາລັກກໍ່ໄດ້ສືບຕໍ່ຮ່ຳຮຽນທາງດ້ານສິລະປະຢູ່ທີ່ ສະຖາບັນວິຈິດສິນແຫ່ງຊາດ ໃນນະຄອນຫຼວງວຽງຈັນ, ລວມທັງໝົດເປັນເວລາ 9 ປີ. ໃນໄລຍະນັ້ນ,ສຸພາລັກໄດ້ໄປຄົ້ນຄວ້າຢູ່ຫ້ອງສະໝຸດຢູ່ສະຖາບັນຝຣັ່ງ ເຊິ່ງປະກອບມີປຶ້ມສິລະປະດີໆຈຳນວນຫຼາຍ, ແລະ ລາວເອງກໍ່ໄດ້ຄົ້ນພົບຜົນງານຂອງສິລະປິນເອີຣົບຫຼາຍໆທ່ານ ເປັນຕົ້ນແມ່ນ ແວນ ໂກ, ແລະ ໄດ້ມີຄວາມເຂົ້າໃຈຢ່າງຖ່ອງແທ້ ເຖິງການແນມເບິ່ງໂລກຈາກຫຼາກຫຼາຍແງ່ມຸມ ຜ່ານສິລະປະ. ສຸພາລັກເລີ່ມຄິດໄດ້ວ່າ ລາວຄວນຈະມີຮູບແບບສິລະປະທີ່ເປັນຂອງຕົນເອງ ແລະ ຄວນຈະມີຜົນງານທີ່ມີຄວາມແຕກຕ່າງ.

ສຸພາລັກກ່າວວ່າ ສຳລັບລາວແລ້ວ, ການຮຽນຮູ້ແມ່ນໄດ້ຈາກພາຍນອກ ຫຼາຍກວ່າການຮຽນໃນຫ້ອງຮຽນ, ບໍ່ວ່າຈະເປັນການຖອດຖອນຈາກຜົນງານຂອງສິລະປິນອື່ນ, ຈາກເພື່ອນຮ່ວມຫ້ອງ, ຫຼື ຈາກການເດີນທາງເຂົ້າຮ່ວມງານວາງສະແດງຢູ່ປະເທດເພື່ອນບ້ານ. ປະສົບການຂອງສຸພາລັກໃນການຮ່ຳຮຽນສິລະປະ ແມ່ນຂ້ອນຂ້າງແຕກຕ່າງຈາກໂອ່ເລ້ ຍ້ອນປັດໄຈຫຼາຍໆຢ່າງ, ໂດຍສະເພາະໃນຕອນທຳອິດ ທີ່ມາລາວມາຮອດໂຮງຮຽນຊ້າ ແລ້ວບ່ອນນັ່ງໃນຫ້ອງຮຽນແຕ້ມຮູບເຕັມກ່ອນ ຈົນລາວໄດ້ໄປເຂົ້າຮຽນແກະສະຫຼັກແທນ. ແຕ່ເຖິງວ່າສຸພາລັກຈະຜິດຫວັງໃນຕອນນັ້ນ, ມາຮອດທຸກມື້ນີ້ ລາວເອງກໍ່ຍັງຄົງໄດ້ນຳໃຊ້ເຕັກນິກ ທີ່ຮຽນມາຈາກການແກະສະຫຼັກ ເຂົ້າໃນຜົນງານສິລະປະຮູບແຕ້ມຂອງລາວ.
ສຸພາລັກກ່າວວ່າ ລາວມັກຮູບດອກໄມ້, ດອກບົວ, ແລະ ລາວເອງກໍ່ນຳໃຊ້ຮູບແບບລວດລາຍລາວ ເຂົ້າໃນການແຕ້ມຮູບ. ເມື່ອທ່ານໄດ້ຍິນສຸພາລັກເລົ່າເລື່ອງກ່ຽວກັບທີ່ມາທີ່ໄປ ໃນການແຕ້ມຮູບຂອງລາວແລ້ວ, ທ່ານອາດຈະຄິດວ່າ ຜົນງານຂອງລາວ ແມ່ນເປັນຮູບແຕ້ມປະເພນີ ສາສະໜາຕາມທີ່ພົບເຫັນທົ່ວໆໄປໃນວັດວາອາຮາມ. ແຕ່ຖ້າທ່ານສັງເກດເບິ່ງດີໆ, ທ່ານຈະພົບເຫັນວ່າຜົນງານສິລະປະຂອງລາວ ແມ່ນມີຄວາມເປັນເອກະລັກ, ກ້າຫານ ແລະ ໂລດໂຜນຫຼາຍ. ຮູບແຕ້ມຂະໜາດໃຫຍ່ຂອງສຸພາລັກ ມີຄວາມສະຫຼັບັບຊ້ອນ, ປະກອບມີຮູບດອກບົວ ແລະ ຮູບແມ່ຍິງແບບດັ້ງເດີມຕາມຄຳສອນຂອງສາສະໜາພຸດ, ແຕ່ໃນຂະນະດຽວກັນ ລວດລາຍດັ່ງກ່າວ ກໍ່ປະສົມປະສານກັນກັບຮູບຮ່າງຂອງແມ່ຍິງ, ຮູບສັດປະຫຼາດຈາກນອກໂລກ ທີ່ບໍ່ມີໜ້າ ແລະ ເປັນຕາຢ້ານ, ທັງຍັງມີຝູງປາສີເງິນລອຍໄປຕາມຮູບ, ປານຮູບພາບໃນຝັນ,ແປກຫູແປກຕາແຕ່ກໍ່ປະສົມປະສານເຂົ້າກັນຢ່າງກົມກຽວ.
ເຖິງວ່າງານສິລະປະແຕ່ລະອັນຂອງສຸພາລັກຈະເບິ່ງຄືວ່າມີຄວາມສອດຄ່ອງຕິດພັນກັນ, ແຕ່ໃນຄວາມເປັນຈິງແລ້ວ ເມື່ອລາວເລີ່ມແຕ້ມຫົວຂໍ້ໃຫມ່ ລາວກ່າວວ່າລາວຕ້ອງໄດ້ລືມອັນເກົ່າທີ່ເຮັດແລ້ວໄປໃຫ້ໝົດ.ສຳລັບຕົວສຸພາລັກເອງ ກໍ່ສືບຕໍ່ຮຽນຮູ້ຢູ່ຕະຫຼອດ ເຊິ່ງເຫັນໄດ້ຜ່ານຜົນງານສິລະປະອັນໃໝ່ຂອງລາວ ທີ່ມີຄວາມແຕກຕ່າງໄປເລື້ອຍໆ.
ປັດຈຸບັນ, ສຸພາລັກຄິດວ່າລາວຄົງຈະບໍ່ຮຽນຕໍ່ໃນໂຮງຮຽນແລ້ວ, ແຕ່ປະສົງທີ່ຈະຮຽນຮູ້ຕື່ມ ຈາກປະສົບການຊີວິດ ແລະ ຖອດຖອນບົດຮຽນນຳສິລະປິນທ່ານອື່ນ. ສຸພາລັກກ່າວວ່າ: “ສິລະປິນສາມາດເຂົ້າໃຈກັນ ແລະ ກັນຜ່ານຜົນງານຂອງແຕ່ລະຄົນ ພວກເຮົາເວົ້າພາສາດຽວກັນ ເຖິງແມນວ່າຈະບໍ່ມີຄໍາເວົ້າໃດອອກມາກໍຕາມ. ພວກເຮົາເຂົ້າໃຈກັນເມື່ອເຮົາໄດ້ສະແດງຜົນງານໃຫ້ອີກຝ່າຍໜງເບິ່ງ ແລະ ແລກປ່ຽນຄວາມຄິດເຫັນ, ຂ້ອຍມັກທີ່ຈະຮຽນຮູ້ປະສົບການແບບນີ້ ຫຼາຍກວ່ານັ່ງຮຽນໃນຫ້ອງ.”

ເຖິງແມ່ນວ່າເສັ້ນທາງສູ່ການເປັນສິລະປິນຂອງທັງສອງຄົນຈະແຕກຕ່າງກັນ ແລະ ອາຍຸຈະຫ່າງກັນເຖິງ 10 ປີກໍ່ຕາມ, ແຕ່ທັງສອງກໍ່ລ້ວນແລ້ວແຕ່ມີໃຈມັກຮັກ ແລະ ຍຶດໝັ້ນໃນວຽກງານສິລະປະ, ແລະ ທັງສອງຕ່າງກໍ່ລ້ຽງລູກ ແລະ ມີຄອບຄົວທີ່ເຂົ້າອົກເຂົ້າໃຈ, ສົ່ງເສີມ ແລະ ໃຫ້ກຳລັງໃຈຢ່າງສະໝ່ຳສະເໝີ. ໂອ່ເລ້ເຊື່ອໝັ້ນວ່າ ຢູ່ລາວເຮົາຍັງມີສິລະປິນອີກຫຼາຍໆຄົນທີ່ມີພອນສະຫວັນ, ແລະ ລາວເອງກໍ່ພ້ອມທີ່ຈະສະໜັບສະໜູນ ໃຫ້ຄໍາປຶກສາແກ່ສິລະປິນຮຸ່ນນ້ອງຄືດັ່ງສຸພາລັກ, ແລະ ສຸພາລັກເອງ ກໍ່ຕ້ອງການສິລະປິນຮຸ່ນເອື້ອຍຄືດັ່ງໂອ່ເລ້ ມາສົ່ງເສີມເຊັ່ນດຽວກັນ, ມາແບ່ງປັນປະສົບການ ແລະ ເປັນກຳລັງໃຈໃຫ້ກັນ
ແລະ ກັນ.

ບົດ​ຄວາມ​ນີ້​ໄດ້​ປະກົດ​ຢູ່​ໃນວາລະສານຈໍາປາ​ເມືອງ​ລາວສະບັບກ່ອນໆ. ຕັ້ງແຕ່ນັ້ນມາ ໂອ່ເລ້ກໍ່ໄດ້ຍ້າຍຖິ່ນຖານໄປຍັງສະຫະລັດອາເມຣິກາ. ສຸພາລັກ ຍັງສືບຕໍ່ສ້າງສິລະປະໃນປະເທດລາວ.

ແປ ແລະ ຮຽບຮຽງໂດຍ ຕຸ້ມຄຳ ຫຼວງລາດ
ຮູບໂດຍ ພູນຊັບ ເທວົງສາ

Arts
Share

Previous

[:en]Wet Wet Wet[:la]ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່[:]

Next

[:en]Beyond Vientiane[:la]ເໜືອຄວາມຄາດໝາຍ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ
May 1, 2017

ໂຕະລາວ ຊຸມຊົນຄົນເຮັດວຽກ ໃນພື້ນທີ່ຮ່ວມກັນ

ຊີວິດຂອງຄົນທີ່ເຮັດວຽກແບບອິດສະຫຼະ ບາງເທື່ອ ອາດຈະຮູ້ສຶກໂດດດ່ຽວປ່ຽວເຫງົາໄດ້ ຖ້າຫາກບໍ່ມີຫ້ອງການໃຫ້ນັ່ງເຮັດວຽກເປັນຫຼັກ...

Read More
2 0
ທຸລະກິດ
Feb 11, 2020

(English) A Shot in the Dark

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top