ຈາກເມືອງລາວສູ່ມະຫານະຄອນນິວຢອກ

Author:

Category:

spot_img

ເມື່ອທ່ານໄດ້ອ່ານເລື່ອງລາວຂອງໂມນິກາ ພຣົມສະຫວັນ, ທ່ານຈະມີຄວາມຮູ້ສຶກວ່າເລື່ອງຂອງລາວຄ້າຍຄືກັນກັບໜັງຮໍລິວູດເລື່ອງໜຶ່ງເລີຍກໍວ່າໄດ້. ຈາກເດັກນ້ອຍຄົນລາວໃນຄ້າຍອົບພະຍົບໜ້ອຍໆທີ່ເມືອງອາເຈັນຕີນາ ໄດ້ພະຍາຍາຝັນຝ່າອຸປະສັກຕ່າງໆຈົນກາຍມາເປັນເຈົ້າຂອງກິດຈະການຫຼາຍລ້ານໂດລາໃນມະຫານະຄອນນິວຢອກ.

ໃນສະໄໝສົງຄາມຕໍ່ສູ້ປົດປ່ອຍ, ພໍ່ແມ່ຂອງໂມນິກາ ໄດ້ອົບພະຍົບຈາກລາວມາອາເຈັນຕິນາ, ແລະ ເລືອກທີ່ຈະລົງຫຼັກປັກຖານຢູ່ທີ່ລັດມິຊິໂອເນສ, ເຊິ່ງຄອບຄົວຂອງລາວຫາລ້ຽງຊີບດ້ວຍການເປັນຊາວນາ. ໂມນິກາເກີດ, ເຕີບໃຫຍ່ຢູ່ທີ່ຄ້າຍອົບພະຍົບ ແລະ ອາໄສຢູ່ໃນຊຸມຊົນຄົນລາວໃນຄ້າຍ. ລາວຕ້ອງ​ປະ​ເຊີນໜ້າກັບ​ຄວາມທຸກ​ຍາກ ​ແລະ ຮູ້​ລົດ​ຊາດ​ຂອງ​ການ​ດິ້ນຮົນ​ຕັ້ງ​ແຕ່​ອາຍຸຍັງ​ນ້ອຍ. ​ ຫຼັງຈາກພໍ່ແມ່ຂອງລາວຫຍ່າຮ້າງກັນ, ລາວໄດ້ອອກຈາກໂຮງຮຽນ ຕອນອາຍຸ 14 ປີ ແລ້ວໄປເຮັດວຽກໃນໂຮງງານ ແລະ ທ້າຍທີ່ສຸດລາວກໍໄດ້ເດີນທາງໄປອາເມາລິກາ. ລາວໄດ້ເຮັດອາຊີບຂາຍເຄື່ອງແຟຊັ່ນລາຍຍ່ອຍ ເຊິ່ງເປັນຈຸດເລີ່ມຕົ້ນໃນການພາລາວເຂົ້າມາໃນວົງການແຟຊັນ, ຈົນເມື່ອລາວອາຍຸໄດ້ 20 ປາຍປີ ລາວຈຶ່ງໄດ້ເປີດການບໍລິການທາງອອນລາຍຕາມຮູບແບບແນວຄິດຂອງລາວ, ກາຍເປັນຜູ້ປະກອບການດ້ານແຟຊັນຢ່າງເຕັມຕົວ.

ບໍລິສັດຂອງລາວ, ໂມດາບ໋ອກ, ໃຫ້ບໍລິການໃນການແນະນໍາເສື້ອຜ້າ ແລະ ເປັນຕົວແທນໃນການຊື້ເຄື່ອງອອນລາຍໃຫ້ລູກຄ້າ ໂດຍທີມງານນັກອອກແບບເສື້ອຜ້າມືອາຊີບ. ເລີ່ມຕົ້ນ, ລູກຄ້າຈະໄດ້ຕອບແບບສອບຖາມຄວາມມັກສ່ວນຕົວຂອງລູກຄ້າທາງດ້ານການແຕ່ງຕົວ, ມັກແຕ່ງຕົວແບບຄລາດສິກ ຫຼື ຕາມສະໄໝນິຍົມ, ແລະ ຖາມກ່ຽວກັບຂໍ້ມູນກ່ຽວກັບສັດສ່ວນຂອງລູກຄ້າເຊັ່ນ ສ່ວນສູງ, ນໍ້າໜັກ ແລະ ອື່ນໆ ເພື່ອນໍາມາວິເຄາະຮູບແບບການແຕ່ງຕົວທີ່ເໝາະກັບລູກຄ້າທີ່ສຸດ.

ປະຈຸບັນ, ມັນໄດ້ການເປັນທຸລະກິດທີ່ມີມູນຄ່າຫຼາຍລ້ານໂດລາ ແລະ ລາວກໍໄດ້ເປີດສາຂາຢູ່ເມືອງເຊວຊີ, ເມືອງແຫ່ງແຟຊັນແຫ່ງອາເມລິກາອີກດ້ວຍ. ໂມ​ນິກາຄິດວ່າທຸລະ​ກິດ​ຂອງ​ລາວ​ຕອນນີ້ຍັງຕ້ອງພັດທະນາຕື່ມອີກ ​ແລະ ລາວກໍຍັງບໍ່ຢຸດທີ່ຈະພັດທະນາຕໍ່ໄປເລື້ອຍໆ. ລາວຮູ້ດີວ່າກວ່າລາວຈະມາເຖິງຈຸດນີ້ໄດ້ ລາວຕ້ອງຜ່ານຜ່າ ແລະ ອົດທົນກັບອຸປະສັກຫຼາຍໆຢ່າງທີ່ເຂົ້າມາ ຕັ້ງແຕ່ນ້ອຍຮອດໃຫຍ່ຢູ່ໃນຄ້າຍ.

ລາວເຄີຍຮູ້ສຶກອາຍກັບການເປັນຜູ້ອົບພະຍົບລີ້ໄພ, ກັບບ່ອນທີ່ລາວເຕີບໃຫຍ່ມາ ແລະ ສັບສົນກ່ຽວກັບຕົວຕົນຂອງລາວ. ລາວຮູ້ສຶກສັບສົນວ່າລາວແມ່ນຄົນຊາດໃດກັນແທ້, ຄົນລາວກໍບໍ່ຄື, ຄົນລາຕິນກະບໍ່ແມ່ນ.

“ຕອນຂ້ອຍເປັນໄວລຸ້ນ, ຂ້ອຍເຄີຍອາຍກັບຊາດກຳເນີດຂອງຂ້ອຍ. ຂ້ອຍອາຍທີ່ພໍ່ແມ່ຂ້ອຍເປັນຄົນທຸກ, ຂ້ອຍອາຍທີ່ຂ້ອຍເປັນຄົນລາວ ທີ່ຕ້ອງເກີດ ແລະ ໃຫຍ່ຢູ່ໃນຄ້າຍອົບພະຍົບ. ແຕ່ເມື່ອຂ້ອຍໃຫຍ່ຂຶ້ນ, ເມື່ອຂ້ອຍເລີ່ມຫາຕົວຕົນຂອງຕົນເອງພົບ ຂ້ອຍໄດ້ໃຊ້ອະດີດເຫຼົ່ານັ້ນຊ່ວຍເຕືອນ​ຄວາມ​ຊົງ​ຈໍາ​ສະ​ເໝີວ່າ ​ຂ້ອຍ​ມາ​ຢູ່​ໃນ​ບ່ອນ​ທີ່​ຂ້ອຍ​ຢູ່​​ໃນທຸກ​ມື້​ນີ້​ໄດ້ແນວໃດ, ​ເພາະວ່າຖ້າບໍ່​ມີ​ວັນຄືນແຫ່ງຄວາມລໍາບາກໃນມື້ນັ້ນ, ຂ້ອບຄິດ​ວ່າ​ຂ້ອຍ​ຄື​ຊິ​ບໍ່ແຂງແກ່ງພໍ ແລະ ​ມີ​ມື້ນີ້ໄດ້.”

ລາວຍັງຈື່ໄດ້ເຖິງຄັ້ງທຳອິດທີ່ລາວໄດ້ໃຫ້ສຳພາດກັບສື່ຂ່າວຍັກໃຫຍ່, ສຳນັກຂ່າວ NBC, ເຊິ່ງເປັນຄັ້ງທຳອິດທີ່ລາວເວົ້າເຖິງຊີວິດໄວເດັກຂອງລາວ.

“ຂ້ອຍບໍ່ເຄີຍຄິດເລີຍວ່າການໃຫ້ສຳພາດຄັ້ງນັ້ນ ຈະເຮັດໃຫ້ຄົນສົນໃຈເລື່ອງລາວຂອງຂ້ອຍຫຼາຍຂະໜາດນີ້. ຫຼັງຈາກເລື່ອງລາວຂອງຂ້ອຍໄດ້ອອກອາກາດໄປ, ຂ້ອຍເລີ່ມຖືກເຊີນໄປແລກປ່ຽນເລື່ອງລາວຂອງຂ້ອຍໃນງານສຳມະນາຕ່າງໆ. ແຕ່ຂ້ອຍຈະເວົ້າສະເໝີວ່າຕອນນີ້ຂ້ອຍມີຄວາມພູມໃຈຫຼາຍກັບພໍ່ແມ່ຂອງຂ້ອຍ ແລະ ເລື່ອງລາວທີ່ຜ່ານມາ. ຂ້ອຍໄດ້ຮູ້ວ່າຂ້ອຍການເປັນຄົນທີ່ດີຂຶ້ນກວ່າເກົ່າ ແລະ ມາເຖິງຈຸດນີ້ໄດ້ຍ້ອນພໍ່ແມ່ຂອງຂ້ອຍ.”

ແລະ ເມື່ອສາມປີກ່ອນ, ໂມນິກາໄດ້ມາຢ້ຽມຢາມເມືອງລາວເປັນຄັ້ງທຳອິດ. ລາວໄດ້ໄປຫາຄອບຄົວທາງພໍ່ຂອງລາວທີ່ຢູ່ວຽງຈັນ, ໄດ້ມາເຫັນບ່ອນທີ່ຄອບຄົວຂອງລາວຈາກມາ.

“ຂີ້ຝຸ່ນ, ອາກາດ, ລົດຈັກ, ຕົ້ນໝາກມ່ວງ, ຕົ້ນໝາກຫຸ່ງ ລ້ວນ​ແລ້ວ​ແຕ່​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ພາບ​ຄວາມຫຼັງຕອນ​ທີ່​ຂ້ອຍ​ຢູ່ອາ​ເຈັນ​ຕິ​ນາ ເຊິ່ງເປັນບ່ອນ​ທີ່ຂ້ອຍເກີດ.”

“[ຂ້ອຍໄດ້ຮູ້ວ່າ] ພໍ່​ເລືອກ ​ອາ​ເຈັນ​ຕິ​ນາ, ​​ເປັນໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຈະ​ໄປຢູ່, ເນື່ອງ​ຈາກ​ວ່າ ພໍ່​ຢາກ​ເປັນ​ຊາວ​ໄຮ່​ຊາວສວນ, ​ແລະ ບ່ອນ​ຂ້ອຍ​ເກີດ​ນັ້ນ ທຸກ​ຢ່າງ​ຄ້າຍ​ຄືກັນກັບວຽງຈັນໝົດ.”

ລາວໄດ້ມີໂອກາດໄດ້ພົບກັບລູກຂອງນ້ອງສາວພໍ່ຂອງລາວ ເຊິ່ງເສຍຊີວິດຫຼັງຈາກສົງຄາມສິ້ນສຸດບໍ່ດົນ. ລູກໆຂອງອາແມ່ນຖືກຮັບໄປລ້ຽງ ແລະ ລູກອ້າຍລູກນ້ອງຂອງລາວຄົນນີ້ແມ່ນເຮັດວຽກເປັນແມ່ບ້ານຢູ່. ນີ້ເປັນຄັ້ງທຳອິດທີ່ເຮັດໃຫ້ໂມນິກາຄິດໄດ້ວ່າ ຊີວິດຂອງລາວທີ່ລາວຄິດວ່າລໍາບາກແລ້ວ ຍັງບໍ່ລໍາບາກເທົ່າກັບຫຼາຍໆຄົນທີ່ຍັງຢູ່ລາວຫຼັງຈາກສິ້ນສຸດສົງຄາມ.

“ຂ້ອຍແລະລາວມີຊະຕາຊີວິດທີ່ແຕກຕ່າງກັນຫຼາຍ​ ແຕ່ຂ້ອຍກັບລາວກໍສື່ເຖິງກັນໄດ້.”

“ມັນ​ເປັນ​ເລື່ອງ​ທີ່ໜ້າ​ເສົ້າ ​ແລະ ​ເຮັດ​ໃຫ້​ຂ້ອຍ​ຄິດ​ຮອດ​ບ້ານ, ​ແຕ່​ໃນ​ຂະນະ​ດຽວກັນ ຂ້ອຍ​ພູມ​ໃຈ​ກັບ​ສິ່ງ​ທີ່​ລາວ​​ໄດ້ຜ່ານ​ຜ່າ​ມາ.”

ໂມນິກາໃຫຍ່ມາໂດຍການເວົ້າສອງພາສາ, ພາສາແອດສະປາຍຢູ່ໂຮງຮຽນ ແລະ ພາສາລາວຢູ່ເຮືອນ, ໃນຊຸມຊົນນ້ອຍໆທີ່ມີພຽງ 100 ກວ່າຄອບຄົວ ແລະ ບໍ່ເຄີຍຮຽນພາສາອັງກິດເລີຍ ຈົນຕອນທີ່ລາວຍ້າຍມາອາເມລິກາ. ແຕ່ຫຼັງຈາກ​ນັ້ນ, ​​ດ້ວຍ​ຄວາມ​ໂຊກ​ດີ ​ແລະ ຄວາມດຸໝັ່ນຂະຫຍັນ​ພຽນ, ລາວຈຶ່ງໄດ້ຮັບໂອກາດໜຶ່ງມາ ເຊິ່ງລາວຄິດວ່າລາວຈະບໍ່ໄດ້ຮັບໂອກາດດີໆແບບນີ້ ຖ້າລາວອາໄສຢູ່ລາວ.

ລາວກ່າວວ່າ: “ຢູ່ເມືອງລາວ, ຖ້າບໍ່ມີນາມສະກຸນ ຫຼື ບໍ່ໄດ້ມາຈາກສັງຄົມໃດໜຶ່ງທີ່ເປັນທີ່ຮູ້ຈັກ, ມັນກໍຄ່ອນຂ້າງຍາກໃນການໄດ້ມາເຊິ່ງໂອກາດ, ສະ​ນັ້ນ ຂ້ອຍ​ຈຶ່ງ​ຄິດ​ວ່າ​ສິ່ງ​ເຫຼົ່ານັ້ນ​ແຫຼະ​ແມ່ນ​ສິ່ງ​ທີ່​ພີ່ນ້ອງ​ຂອງ​ຂ້ອຍ​ໄດ້ປະ​ເຊີນ​ ​ເພາະ​ຄອບຄົວ​ຂອງ​ຂ້ອຍແມ່ນ​ຄອບ​ຄົວຊາວນາທີ່ຫາເຊົ້າກິນຄໍ່າເທົ່ານັ້ນ”

“ສໍາລັບ​ຂ້ອຍ​ແລ້ວ, ການ​ທີ່​ໃຫຍ່​ມາ​ໃນອາ​ເຈັນຕິ​ນາ, ​ເກີດ​ໃນ​ໂຮງໝໍທ້ອງ​ຖິ່ນ, ອາໄສໃນ​ຄ້າຍ​ອົບ​ພະຍົບ ​ແລະ ອອກ​ຈາກ​ໂຮງຮຽນຕອນ 14 ປີ ​ແລະ ມີ​​ຊີວິດ​ທີ່​ທຸກ​ຍາກ​ລໍາບາກ​ຫຼາຍ, ​ແຕ່​ຂ້ອຍ​ໄດ້ເລືອກ​ເຮັດ​ໃນ​ສິ່ງ​ທີ່​ແຕກ​ຕ່າງ ​ເຊິ່ງມັນ​ໄດ້​ປ່ຽນຊີວິດ​ຂ້ອຍ​ຢ່າງ​ສິ້ນ​ເຊີງ.”

ທຸກມື້ນີ້,​ ໂມນິກາມຸ່ງໝັ້ນໃນການໃຊ້ຊິວິດຂອງລາວໃຫ້ຄຸ້ມຄ່າໃນມະຫານະຄອນນິວຢອກແຫ່ງນີ້, ບ່ອນທີ່ວຽກງານ ຄວາມຄິດຕ່າງໆບໍ່ເຄີຍຢຸດໝຸນ ແລະ ຄວາມເປັນໄປໄດ້ທີ່ບໍ່ມີຂີດຈໍາກັດ. ເຖິງແມ່ນວ່າ ບາງຄັ້ງມັນຈະຍາກໃນການທີ່ຈະທຳມາຫາກິນໃຫ້ທັນກັບໂລກແຟຊັນ – ລາວເປັນຄົນອາຊີຫຼືບໍ່? ເປັນຄົນອາເມລິກາ-ລາຕິນຫຼືບໍ່? ມັນບໍ່ສຳຄັນອີກຕໍ່ໄປແລ້ວ ເພາະຕອນນີ້ລາວມຸ່ງໝັ້ນພຽງແຕ່ກັບທຸລະກິດ ແລະ ເຕັກໂນໂລຢີທີ່ຈະຊ່ວຍສົ່ງເສີມທຸລະກິດຂອງລາວເທົ່ານັ້ນ.

“ຂ້ອຍ​ໄດ້​​ເຮັດ​ວຽກນີ້ມາ​ດົນ​ຈົນ​ຂ້ອຍ​ບໍ່​ສົນ​ໃຈ​ຫຍັງ​ແລ້ວ. ​ແຟຊັ່ນ ​ເປັນ​ສິ່ງ​ທີ່​ສວຍ​ງາມ ​ແລະ ​ເປັນທຸກ​ຢ່າງ​ໃນ​ຕົວ​ມັນ​ເອງ, ​ແຕ່​ຂ້ອຍ​ບໍ່​ໄດ້​ເບິ່ງ​ມັນ​ໃນທາງນັ້ນ, ຂ້ອຍ​ເບິ່ງ​ມັນ​ໃນ​ແງ່​ທຸລະ​ກິດຫຼາຍກວ່າ.” ກ່າວໂດຍ ໂມນິກາ.

“ຂ້ອຍເຮັດວຽກຫຼາຍກວ່າອອກໄປທ່ຽວ ແລະ ຂ້ອຍຮູ້ສຶກພູມໃຈກັບຊີວິດຂອງຂ້ອຍໃນຕອນນີ້ ເຊິ່ງບໍ່ແມ່ນຄວາມສຳເລັດທີ່ໄດ້ມາພຽງຂ້າມຄືນ

“ຂ້ອຍ​ອາຍຸພຽງ 35 ປີ, ​ແລະ ​ຫາ​ກໍ່​ຄົ້ນ​ພົບສັກກະຍາພາບຂອງຕົນເອງ​ວ່າງ​ບໍ່​ດົນ​ມາ​ນີ້, ສະ​ນັ້ນ ຂ້ອຍ​ຄິດ​ວ່າ ຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຂ້ອຍຕ້ອງເຮັດ.”

 

 

ແປ ແລະ ຮຽບຮຽງໂດຍ: ວາທິດາ ພອນແກ້ວ

ຮູບໂດຍ: GRANT FRIEDMAN, HANS GONZALES, ALEXANDRA L WIMBERLY

Read More

Related Articles