ກ້າວໄປສູ່ຂ້າງໜ້າ

Author:

Category:

spot_img

ກ້າວໄປສູ່ຂັ້ນທີ່ເໜືອກວ່າກັບລົດຟອດ

ການເດີນທາງດ້ວຍເຮືອບິນແນ່ນອນວ່າມັນໄວ ແລະ ສະດວກສະບາຍ, ແຕ່ວ່າ ບໍ່ໄດ້ມີພຽງແຕ່ເຮືອບິນເທົ່ານັ້ນທີ່ຈະພາທ່ານໄປຮອດໄປເຖິງສະຖານທີ່ໄກໆໄດ້ ເພາະ Ford (ຟອດ) ກໍ່ແມ່ນໂຕຊ່ວຍທີ່ດີທີ່ສຸດໃນການນໍາພາທ່ານໄປສູ່ຈຸດໝາຍປາຍທາງອັນໜ້າຕື່ນເຕັ້ນເຫຼົ່ານັ້ນ. ຈັດຈໍາໜ່າຍໃນທົ່ວປະເທດໂດຍ ບໍລິສັດ RMA ລາວ, ລົດ ຟອດ ໄດ້ຍົກສູງມາດຕະຖານລະດັບສາກົນ ແລະ ການບໍລິການທີ່ດີເລີດຢ່າງຕໍ່ເນື່ອງ ພ້ອມທັງສະໜອງຜົນງານດ້ານວິສະວະກຳທີ່ດີທີ່ສຸດຈາກອາເມລິກາມາໃຫ້ທ່ານເຖິງທີ່.

ກຸ່ມບໍລິສັດ RMA ມີສຳນັກງານໃຫຍ່ຕັ້ງຢູ່ບາງກອກ ເປັນຜູ້ໃຫ້ບໍລິການຊັ້ນນໍາທາງດ້ານການຈັດຈໍາໜ່າຍລົດໃຫຍ່, ອຸປະກອນ, ການບໍລິການ ແລະ ທຸລະກິດດ້ານແບຣນອາຫານຕ່າງໆໃນອາຊີຕາເວັນອອກສ່ຽງໃຕ້ ແລະ ປັດຈຸບັນ, ກຸ່ມບໍລິສັດດັ່ງກ່າວ ໄດ້ໃຫ້ບໍລິການໃນ 14 ປະເທດໃນພາກພື້ນ. ກຸ່ມບໍລິສັດ RMA ໄດ້ກ້າວເຂົ້າສູ່ປະເທດລາວຄັ້ງທຳອິດໃນປີ 1994 ໂດຍໄດ້ລິເລີ່ມຈັດຈໍາໜ່າຍພາຫະນະຮັບໃຊ້ໂຄງການພັດທະນາພື້ນຖານໂຄງລ່າງໃນທົ່ວປະເທດ. ທ່ານ ເວນ ແມັກອິນທອດ, ຜູ້ບໍລິຫານຈັດການ ບໍລິສັດ ລາວຟອດຊີຕີກ່າວວ່າ “ໃນເວລານັ້ນ, ພວກເຮົາເລີ່ມຕົ້ນບໍລິສັດດ້ວຍພະນັກງານຈຳນວນໜ້ອຍໆຢູ່ນະຄອນຫຼວງວຽງຈັນ,” ທ່ານກ່າວຕື່ມອີກວ່າ, “ນັບແຕ່ນັ້ນມາ ພວກເຮົາໄດ້ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງແບບປີຕໍ່ປີ ແລະ ໃນປັດຈຸບັນນີ້ ພວກເຮົາກໍ່ມີຄວາມພູມໃຈຢ່າງຍິ່ງທີ່ໄດ້ຮັບເອົາພະນັກງານ 632 ຄົນໃນທົ່ວປະເທດມາເປັນຄອບຄົວຂອງ RMA.”

ໃນປະເທດລາວ, ບໍລິສັດດັ່ງກ່າວໄດ້ນໍາເອົາສິນຄ້າແບຣນຕ່າງໆທີ່ຫຼາກຫຼາຍເຂົ້າມາ. ສໍາລັບຂະແໜງລົດ, RMA ແມ່ນຜູ້ຈັດຈຳໜ່າຍຫຫຼັກຂອງລົດຊັ້ນນໍາຫຼາກຫຼາຍປະເພດບໍ່ວ່າຈະເປັນ Jaguar, Land Rover, Mahindra, ແລະ ນັບແຕ່ປີ 2001 ເປັນຕົ້ນມາ, ກໍ່ແມ່ນລົດ Ford ແລະ ຍັງໄດ້ມີ ບັນດາລົດກະບະທີ່ໄດ້ຮັບຄວາມນິຍົມເຊັ່ນ: Ranger Raptor ແລະ Wildtrak, ພ້ອມທັງພາຫະນະດ້ານການຂົນສົ່ງ ແລະ ລົດປະເພດຕ່າງໆ. ທ່ານສາມາດມາທົດລອງຂັບລົດຟອດໄດ້ແລ້ວມື້ນີ້ ທີ່ຕົວແທນຈຳໜ່າຍລາວຟອດຊິຕີ ເຊິ່ງຕັ້ງຢູ່ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ປາກເຊ.

ດ້ານການກຳນົດລາຄາ ແມ່ນຈະນໍາໃຊ້ຍຸດທະສາດການຕັ້ງລາຄາທີ່ຈັບຕ້ອງໄດ້ ນັ້ນກໍ່ເພື່ອໃຫ້ບັນດາລູກຄ້າໃນລາວ ສາມາດຈັບຈອງເປັນເຈົ້າຂອງໄດ້ ໂດຍບໍ່ມີຫຍັງຕ້ອງຫ່ວງ. ພ້ອມກັນນັ້ນ, ບໍລິສັດຍັງມີທາງເລືອກດ້ານສິນເຊື່ອໃນການຈ່າຍຜ່ອນ ຜ່ານບໍລິສັດລູກ​​ຂອງ RMA ກໍ່ຄື ບໍລິສັດ BSP-Devco. ທີມງານຊ່າງປະຈໍາຂອງຟອດທີ່ກຽມພ້ອມໃນການໃຫ້ບໍລິການຫຼັງການຂາຍພ້ອມກັບການບໍາລຸງຮັກສາທີ່ວ່ອງໄວ ແລະ ມີປະສິດທິພາບສູງທີ່ສູນບໍລິການ ແລະ ຕົວແທນຈໍາໜ່າຍຂອງລາວຟອດຊິຕີໃນແຕ່ລະແຫ່ງ. ນອກນີ້, ບໍລິສັດຍັງເປັນເຈົ້າຂອງສູນບໍລິການ Quicklane ເຊິ່ງໃຫ້ບໍລິການດ້ານການສ້ອມແປງພາຫະນະ ແລະ ການບຳລຸງຮັກສາຢ່າງເປັນປະຈໍາ ໃຫ້ກັບລົດທຸກລຸ້ນທຸກຍີ່ຫໍ້ ນັບຕັ້ງແຕ່ການສ້ອມແປງນ້ອຍໆຢ່າງເຊັ່ນ ປ່ຽນຢາງລົດ, ປ່ຽນນໍ້າມັນເຄື່ອງ, ປ່ຽນໝໍ້ໄຟໃໝ່ ໄປຈົນເຖິງ ການສ້ອມແປງແອ ແລະ ກວດກາພາຍໃນເຄື່ອງຈັກ.

ທ່ານ ແມັກອິນທອດ ໄດ້ກ່າວວ່າ “ລູກຄ້າໃນລາວ ແມ່ນມີຄວາມຮຽກຮ້ອງຕ້ອງການໃຫ້ໄລຍະຫ່າງໃນການກວດບໍາລຸງຮັກສາ ພາຫະນະໃຫ້ດົນກວ່າເກົ່າ, ປະຢັດນໍ້າມັນຍິ່ງຂຶ້ນ ແລະ ການຮັບປະກັນທີ່ຍາວນານຄຽງຄູ່ໄປການຊ່ວຍເຫຼືອຢ່າງທັນທ່ວງທີໃນກໍລະນີທີ່ເກີດການເປ່ເພຂຶ້ນມາ ເຊິ່ງນັບໄດ້ວ່າເປັນກໍລະນີທີ່ເກີດຂື້ນໄດ້ໜ້ອຍຫຼາຍ.” ລູກຄ້າທີ່ຢູ່ໄກຈາກສູນບໍລິການກໍ່ສາມາດໃຊ້ປະໂຫຍດຈາກການບໍລິການເຄື່ອນທີ່ຂອງຟອດໄດ້ໃນທົ່ວປະເທດ, ເຊິ່ງຖືເປັນບໍລິການພິເສດເພື່ອອໍານວຍຄວາມສະດວກເຖິງທີ່ ແລະ ໃຫ້ການສ້ອມແປງໄດ້ ບໍ່ວ່າທ່ານຈະຢູ່ບ່ອນໃດ.

 

ນອກເໜືອຈາກການຈັດຈໍາໜ່າຍພາຫະນະທີ່ຫຼາກຫຼາຍພ້ອມກັບຕົວເລືອກຮອບດ້ານ ທັງຂໍ້ສະເໜີທາງດ້ານສິນເຊື່ອ ແລະ ການບຳລຸງຮັກສາພາຫະນະຢ່າງເຕັມຮູບແບບແລ້ວ, ທ່ານຢາກຮູ້ບໍ່ວ່າ ເຄັດລັບຄວາມສຳເລັດຂອງ RMA ແມ່ນຫຍັງກັນແທ້? ທ່ານ ແມັກອິນທອດ ກ່າວວ່າ “ງ່າຍໆເລີຍ, ຕະຫຼອດໄລຍະ 27 ປີ ຜ່ານມາ, RMA ລາວ ຖືວ່າໂຊກດີທີ່ໄດ້ທີມງານທີ່ມີສັກກະຍະພາບມາເບິ່ງແຍງລູກຄ້າຂອງພວກເຮົາ ພ້ອມກັບໃຫ້ການບໍລິການອັນໜ້າປະທັບໃຈໃນລະດັບສູງສຸດ ຫຼື ເວົ້າສັ້ນໆໄດ້ວ່າ ຄວາມສໍາເລັດທີ່ເຮົາໄດ້ຮັບແມ່ນເລີ່ມຈາກຄວາມສາມັກຄີຂອງຜູ້ຄົນພາຍໃນອົງກອນຂອງພວກເຮົານັ້ນເອງ.”

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles