Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ

LOCA ເພື່ອນຄູ່ໃຈໃນການເດີນທາງ

posted by Mai
Sep 6, 2018 2826 0 0
Share

ແອ໋ບພລິເຄຊັ້ນເອີ້ນລົດ ພ້ອມຄົນຂັບລົດສ່ວນຕົວ ໃຫ້ມື້ທີ່ຟ້າວຟັ່ງຂອງທ່ານສະດວກສະບາຍຍິ່ງຂຶ້ນ

 

ໃນມື້ທີ່ພວກເຮົາມີນັດສຳພາດກັບທີມງານ LOCA (ໂລຄ້າ), ຂ້າພະເຈົ້າຕັດສິນໃຈດາວໂຫຼດ ແລະ ຕິດຕັ້ງແອ໋ບພລິເຄຊັ້ນ LOCA ລົງໃນໂທລະສັບມືຖື ແລະ ເອີ້ນລົດມາຮັບຢູ່ຫ້ອງການຜ່ານແອ໋ບດັ່ງກ່າວ ເພື່ອເດີນທາງໄປ ສຳນັກງານໃຫຍ່ຂອງບໍລິສັດ. ພາຍໃນໄລຍະເວລາບໍ່ດົນ ກໍ່ມີລົດຄັນນ້ອຍໆຄັນໜຶ່ງ ມາຈອດແຄມທາງໜ້າຫ້ອງການ ພ້ອມຂໍ້ຄວາມແຈ້ງເຕືອນເທິງມືຖືວ່າ ‘ຂ້ອຍມາຮອດແລ້ວ’. ພໍແຕ່ຂຶ້ນລົດ ກໍ່ໄດ້ຮັບການຕ້ອນຮັບດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສຂອງ ‘ປຸ້ຍ’, ເຈົ້າຂອງລົດ ແລະ ຄົນຂັບລົດປະຈຳມື້ນີ້.

ປຸ້ຍບອກວ່າ ຜູ້ໂດຍສານຂອງລາວສ່ວນຫຼາຍແມ່ນຄົນຕ່າງປະເທດ ທີ່ລຶ້ງເຄີຍກັບການໃຊ້ແອ໋ບເອີ້ນລົດມາແລ້ວ ຈາກບ່ອນອື່ນ, ສ່ວນໃຫຍ່ແມ່ນແຂກຕ່າງຊາດທີ່ມາເຮັດວຽກຢູ່ລາວເປັນເທື່ອທຳອິດ ແລະ ນຳໃຊ້ແອ໋ບ LOCA ເພື່ອເດີນທາງໄປປະຊຸມຕາມແຕ່ລະບ່ອນ. ປຸ້ຍເປັນໜຶ່ງໃນບັນດາຄົນຂັບລົດປະຈຳຂອງ LOCA ທີ່ເຮັດວຽກຕັ້ງແຕ່ວັນຈັນຫາວັນສຸກ.

ປຸ້ຍເວົ້າສູ່ຟັງວ່າ ຄອບຄົວຂອງລາວຍັງບໍ່ທັນເຂົ້າໃຈເທື່ອວ່າລາວເຮັດຫຍັງ ແລະ LOCA ແມ່ນຫຍັງກັນແທ້, ແຕ່ເຂົາເຈົ້າກໍ່ດີໃຈທີ່ລາວມີວຽກເຮັດງານທຳ ເພາະກ່ອນໜ້ານີ້ປຸ້ຍວ່າງງານຢູ່. ປຸ້ຍເຄີຍເຮັດວຽກເປັນເປັນຄົນຂັບລົດສົ່ງເຄື່ອງມາກ່ອນ ແລະ ມັກໃນຄວາມອິດສະຫຼະຂອງອາຊີບນີ້ ກໍ່ເລີຍລອງມາຂັບລົດນໍາ LOCA. ປຸ້ຍມັກອາຊີບນີ້ເພາະລາວໄດ້ເປັນນາຍຕົນເອງ, ທັງຍັງມີໂອກາດໄດ້ພົບຄົນໃໝ່ໆນຳ.

ສຳລັບທ່ານໃດທີ່ເດີນທາງພາຍໃນຕົວເມືອງວຽງຈັນຕະຫຼອດ ກໍ່ຄົງຈະຮູ້ກັນດີແລ້ວວ່າ ການຈາລະຈອນເທິງທ້ອງຖະໜົນທຸກມື້ນີ້ ມີຄວາມຕິດຂັດຫຼາຍ, ຈຳນວນລົດໃຫຍ່ທີ່ຂຶ້ນທະບຽນໃນນະຄອນຫຼວງວຽງຈັນມີຫຼາຍກວ່າ 9 ແສນຄັນ ແລະ ລະບົບໂດຍສານສາທາລະນະກໍ່ຍັງຈຳກັດຢູ່. ຊໍ້າບໍ່ໜຳ, ຍັງມີຜູ້ຂັບຂີ່ບາງຄົນທີ່ຖືເບົາຈອດລົດກີດຂວາງ ເພື່ອຊື້ເຄື່ອງແຄມທາງ ຫຼື ຈອດຕັນທາງ ໂດຍບໍ່ໄດ້ຄໍານຶງເລີຍວ່າການກະທຳດັ່ງກ່າວ ຈະເຮັດໃຫ້ຄົນອື່ນເດືອດຮ້ອນ, ສົ່ງຜົນໃຫ້ລົດຕິດຍາວເປັນສາຍຢູ່ທາງຫຼັງຕົນເອງ. ດັ່ງນັ້ນ, ຈຶ່ງບໍ່ແປກໃຈເລີຍວ່າເປັນຫຍັງທີມງານຈາກບໍລິສັດ ບິສຈິຕ້ອນ (Bizgital) ຈຶ່ງມີແນວຄວາມຄິດດັ່ງກ່າວຂຶ້ນມາ, ເພື່ອຊ່ວຍແກ້ໄຂບັນຫາລົດຕິດໃນຕົວເມືອງ.

ເມື່ອເດີນທາງມາຮອດອາຄານ ບິສຈິຕ້ອນແລ້ວ, ຂ້າພະເຈົ້າກໍ່ໃສ່ລະຫັດໂປຣໂມຊັ້ນພິເສດລົງໄປ ແລະ ໄດ້ຮັບເງິນມູນຄ່າ 80,000 ກີບ ໃນກະເປົາເງິນອອນລາຍ LOCA. ສ່ວນຄ່າໃຊ້ຈ່າຍໃນການເດີນທາງຄັ້ງນີ້ແມ່ນ 25,000 ກີບ ເຮັດໃຫ້ຂ້າພະເຈົ້າມີເງິນເຫຼືອໄວ້ໃຊ້ໃນຄັ້ງຕໍ່ໄປນໍາ. ຫຼັງຈາກບອກລາປຸ້ຍ, ຂ້າພະເຈົ້າກໍ່ຂຶ້ນໄປພົບກັບ ສຸລິໂຍ ວົງດາລາ, ຫົວໜ້າຝ່າຍເຕັກໂນໂລຢີ (CTO) ຂອງບໍລິສັດ ບິສຈິຕ້ອນ, ແລະ ເພິ່ນຍັງເປັນຜູ້ຢູ່ເບື້ອງຫຼັງແອ໋ບ LOCA ອີກດ້ວຍ.

ທີມງານ LOCA ໃຊ້ເວລາ 6 ເດືອນໃນຂະບວນການລົງທະບຽນຄົນຂັບລົດ ແລະ ສຸລິໂຍ ກໍ່ໄດ້ຢືນຢັນວ່າ ຂັ້ນຕອນການຄັດເລືອກຄົນຂັບລົດ ແມ່ນເປັນໄປຢ່າງລະອຽດຖີ່ຖ້ວນ. ບັນດາຄົນຂັບລົດຈະໄດ້ຮັບວີດີໂອການຝຶກອົບຮົມ, ແລະ ໄລຍະທໍາອິດໃນການຂັບ ແມ່ນຈະຖືກຕິດຕາມກວດກາໂດຍທີມງານຢ່າງຮັດກຸມ ເພື່ອຮັບປະກັນວ່າ ພວກເຂົາຈະປະຕິບັດຕາມກົດລະບຽບຄວາມປອດໄພຂອງ LOCA.

ສຸລິໂຍກ່າວວ່າ: “ພວກເຮົາມີການຈັດວາງລະບົບ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຮັບປະກັນຄວາມປອດໄພ, ເຖິງແມ່ນວ່າພວກເຮົາບໍ່ໄດ້ເດີນທາງໄປນໍາກໍ່ຕາມ. ຍົກຕົວຢ່າງເຊັ່ນວ່າ ຖ້າຫາກປະກັນໄພລົດໝົດອາຍຸ, ລົດຄັນດັ່ງກ່າວຈະຖືກລະງັບຊົ່ວຄາວໂດຍອັດຕະໂນມັດ ຈົນກວ່າເຂົາເຈົ້າຈະໄປຕໍ່ປະກັນໄພໃໝ່.”

ກ່ອນໜ້ານີ້ ລະບົບການຊຳລະດ້ວຍເງິນສົດແມ່ນຖືກຢຸດໃຊ້ໄປຊົ່ວຄາວເນື່ອງຈາກເກີດບັນຫາໃນການບໍລິຫານເງິນສົດ, ແຕ່ຫຼັງຈາກທີ່ລູກຄ້າຮຽກຮ້ອງຕ້ອງການ ກໍໄດ້ກັບມານໍາໃຊ້ໃໝ່ ແລະ ກັບກາຍມາເປັນໂອກາດແທນ. ຍົກຕົວຢ່າງວ່າ ຖ້າທ່ານເດີນທາງເທື່ອໜຶ່ງໝົດ 50,000 ກີບ, ທ່ານສາມາດເອົາເງິນສົດໃຫ້ຄົນຂັບລົດ 100,000 ກີບ ແລ້ວໃຫ້ເຂົາເຈົ້າຝາກສ່ວນທີ່ເຫຼືອ ເຂົ້າໃນກະເປົ໋າເງິນອອນລາຍຂອງທ່ານໃນແອ໋ບ LOCA ໄດ້ເລີຍ. ລະບົບຈະເຮັດການບໍລິຫານໂດຍອັດຕະໂນມັດ ເຊິ່ງກໍ່ໝາຍວ່າ ທ່ານຈະມີເງິນ 50,000 ກີບໃນບັນຊີ ໄວ້ໃຊ້ໃນຄັ້ງຕໍ່ໄປ.

ສຳລັບຄົນຂັບລົດ LOCA ແມ່ນຈະໄດ້ຮັບເງິນທຸກໆອາທິດ ແລະ ສາມາດເລືອກໄດ້ວ່າ ເຂົາເຈົ້າຢາກເຮັດວຽກໂມງໃດແດ່. ແຕ່ເນື່ອງຈາກວ່າແນວຄວາມຄິດດັ່ງກ່າວ ຍັງຖືວ່າເປັນສິ່ງໃໝ່ຫຼາຍສຳລັບບ້ານເຮົາ, ຄົນຂັບລົດສ່ວນໃຫຍ່ຈຶ່ງຍັງຄົງກັງວົນຢູ່ ແລະ ບໍ່ໝັ້ນໃຈວ່າເຂົາເຈົ້າຈະໄດ້ກຳໄລຫຼືບໍ່. ດັ່ງນັ້ນ, ເພື່ອເປັນການຊຸກຍູ້ໃຫ້ແກ່ຄົນຂັບລົດ, ທາງ LOCA ຈຶ່ງລົງທຶນຈໍານວນຫຼາຍ ໂດຍການຈັດຕັ້ງການຮັບປະກັນລາຍຮັບຂັ້ນຕ່ຳສຸດ ໃຫ້ແກ່ຄົນຂັບລົດ ໃນກໍລະນີທີ່ບໍ່ມີຄົນເອີ້ນໃຊ້ລົດຫຼາຍ.

ລະບົບຄົມມະນາຄົມສາທາລະນະທີ່ຍັງຈຳກັດ ກໍ່ເປັນອີກເຫດຜົນໜຶ່ງ ທີ່ແອ໋ບ LOCA ຖືກສ້າງຂຶ້ນມາ, ແຕ່ນອກເໜືອຈາກນັ້ນແລ້ວ, ສຸລິໂຍກໍ່ຍັງແນມເຫັນໂອກາດ ກັບບັນດາບໍລິສັດໃຫຍ່ໆ, ເຊິ່ງປັດຈຸບັນ ບໍລິສັດສາມາດສົ່ງພະນັກງານໄປວຽກຢູ່ບ່ອນຕ່າງໆໃນຕົວເມືອງຜ່ານ LOCA ໂດຍບໍ່ຈໍາເປັນຕ້ອງນຳໃຊ້ລົດສ່ວນຕົວ. ສຸລິໂຍກ່າວວ່າ ລູກຄ້າທີ່ເປັນບໍລິສັດ ຈະສາມາດເຂົ້າເຖິງລະບົບແບັກເອັນ (back end) ສະເພາະ ແລະ ສາມາດເພີ່ມລາຍຊື່ພະນັກງານຂອງຕົນ ເຂົ້າໃນບັນຊີໄດ້. LOCA ຈະສະຫຼຸບບິນເກັບເງິນໄປຫາບໍລິສັດໃນຕອນທ້າຍເດືອນ, ເຮັດໃຫ້ລູກຄ້າສາມາດຮູ້ຍອດລວມລາຍຈ່າຍຕົວຈິງ, ທັງຍັງສາມາດຮັບຮູ້ໄດ້ອີກວ່າພະນັກງານໄປໃສແດ່, ຖືວ່າເປັນທຳໃຫ້ແກ່ທັງສອງຝ່າຍ.

ເມື່ອຂ້າພະເຈົ້າຖາມສຸລິໂຍວ່າ ລາວກັງວົນກັບຄູ່ແຂ່ງທີ່ເປັນແທັກຊີ້ບໍ່, ລາວກໍ່ຍິ້ມໆ ເພາະລາວຮູ້ວ່າລາຄາ LOCA ແມ່ນຖືກກວ່າແທັກຊີ້ ແລະ ເອີ້ນຫາງ່າຍກວ່າ, ທັງຍັງຫຼຸດຜ່ອນການເອົາປຽບນັກທ່ອງທ່ຽວນຳ ເນື່ອງຈາກຄົນຂັບແທັກຊີ້ບາງສ່ວນ ອາດຈະສວຍໂອກາດໄລ່ລາຄາເກືອບທົບເຄິ່ງກັບນັກທ່ອງທ່ຽວ.

ປັດຈຸບັນ, ແອ໋ບດັ່ງກ່າວມີຜູ້ສະໝັກລົງທະບຽນກວ່າ 2 ພັນຄົນ ແລະ ລວມມີຄົນຂັບລົດກວ່າ 50 ຄົນ. ແຕ່ສິ່ງໜຶ່ງທີ່ລູກຄ້າພາຍໃນວຽງຈັນຮຽກຮ້ອງກັນເຂົ້າມາຫຼາຍ ແມ່ນຢາກໃຫ້ຂະຫຍາຍແອ໋ບ ໃຫ້ລວມມີລົດແທ໋ກຊີ້ ລົດຈັກນຳ, ເຊິ່ງປັດຈຸບັນ ທາງ LOCA ກໍາລັງປະສານກັບທາງບໍລິສັດປະກັນໄພຢູ່ ເພື່ອເພີ່ມບໍລິການດັ່ງກ່າວເຂົ້າມາ. ສຸລິໂຍກ່າວວ່າ ແມ່ນແຕ່ໂຕລາວເອງ ກໍ່ຢາກໃຊ້ແທັກຊີ້ລົດຈັກ ເພາະລາຄາຖືກກວ່າ ແລະ ໄປຮອດໄດ້ໄວກວ່າ ໂດຍສະເພາະໃນເວລາລົດຕິດ.

ການເດີນທາງກັບ LOCA ໃນປັດຈຸບັນ ແມ່ນທ່ານສາມາດຊໍາລະໄດ້ຜ່ານຫຼາຍຊ່ອງທາງ ເຊັ່ນບັດວີຊ້າ, ມາສເຕີ້ຄາດ ແລະ ເງິນສົດ, ແລະ ທາງຜູ້ພັດທະນາແອ໋ບເອງ ກໍ່ກຳລັງເຮັດວຽກກັບສະຖາບັນການເງິນພາຍໃນ ເພື່ອເພີ່ມໃຫ້ມີການຊຳລະຜ່ານ ຄິວອາ ໂຄດ (QR code) ແລະ ທາງອອນລາຍນໍາ. ນອກຈາກນັ້ນແລ້ວ, ທາງ LOCA ຍັງມີແຜນທີ່ຈະຂະຫຍາຍພື້ນທີ່ການໃຫ້ບໍລິການ ໄປສູ່ທຸກໆຕົວເມືອງໃຫຍ່ໃນ ສປປ. ລາວ ໃນອະນາຄົດອັນໃກ້ໆນີ້ອີກດ້ວຍ.

 

 

 

ຂຽນໂດຍ: ແຄມເມຣອນ ດຣກາ

ແປ ແລະ ຮຽບຮຽງໂດຍ: ຊິນເວຍ ຫຼວງລາດ

ຮູບພາບໂດຍ: ພູນຊັບ ເທວົງສາ

LOCALocal Business
Share

Previous

[:en]Cinemas of Southeast Asia[:]

Next

[:en]3 Merchants[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ທຸລະກິດ
Sep 4, 2018

ກ້າວດ້ວຍຄວາມໝັ້ນໃຈ

ເພາະ ມູເວີມ໋ອງ ເຂົ້າໃຈ ແລະ ຮູ້ວ່າຜູ້ຊາຍຕ້ອງການຫຍັງ ສິ້ນ...

Read More
0 0
ທຸລະກິດ
Nov 25, 2020

ພວກເຮົາໄດ້ຮັບ, ຜ່ານການໃຫ້

ຫົວໃຈຫຼັກຂອງຄວາມສໍາເລັດແມ່ນການໃຫ້....

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top